ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທຳ​ນຽບ​ຂາວ ປະ​ຕິ​ເສດ ບໍ່​ຍອມ​ເຂົ້າ​ຮ່ວມ ການ​ສືບ​ສວນ ເພື່ອ​ຟ້ອງ​ຮ້ອງ ປະ​ທາ​ນາ​ທິ​ບໍ​ດີ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ພວມ​ຖະ​ແຫຼງ ຢູ່​ໃນ​ພິ​ທີ​ນຶ່ງ ທີ່​ທຳ​ນຽບ​ຂາວ ໃນ​ວັນ​ທີ 8 ຕຸ​ລາ 2019.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ພວມ​ຖະ​ແຫຼງ ຢູ່​ໃນ​ພິ​ທີ​ນຶ່ງ ທີ່​ທຳ​ນຽບ​ຂາວ ໃນ​ວັນ​ທີ 8 ຕຸ​ລາ 2019.

ທຳ​ນຽບ​ຂາວ​ກ່າວ​ວ່າ ຕົນ​ຈະ​ບໍ່​ເຂົ້າ​ຮ່ວມ​ໃນ​ອັນ​ທີ່​ຕົນ​ເອີ້ນ​ວ່າ ການ​ສືບ​ສວນ​ຟ້ອງຮ້ອງ “ທີ່​ບໍ່​ຖືກ​ຕ້ອງ​ຕາມລັດ​ຖະ​ທຳ​ມະ​ນູນ” ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ.

ທະ​ນາຍ​ຄວາມ​ ຂອງ​ທຳ​ນຽບ​ຂາວ ທ່ານ​ແພັດ ຊີ​ໂພ​ໂລນີ (Pat Cipollone) ໄດ້​ສົ່ງ​ໜັງ​ສື​ທີ່​ຍາວ 8 ໜ້າ​ໄປ​ຫາ​ພວກ​ຜູ້​ນຳ​ຂອງ​ພັກ​ເດ​ໂມ​ແຄ​ຣັດ​ໃນ​ສະ​ພາ​ຕ່ຳ ຮວມ​ທັງ​ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ທີ່​ພວມຊອກ​ຫາ​ຄວາມ​ຈິງ​ຢູ່ວ່າ ທ່ານ​ທ​ຣຳ​ລະ​ເມີດ​ກົດ​ໝາຍ​ຫຼື​ບໍ່ ທີ່​ຮຽກ​ຮ້ອງ​ໃຫ້​ຢູ​ເຄ​ຣນ​ສືບ​ສວນ​ທ່ານ​ໂຈ ໄບ​ເດັນ ຜູ້​ສະ​ໝັກ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ພັກ​ເດ​ໂມ​ແຄ​ຣັດ.

ທ່ານຊີ​ໂພ​ໂລນີ ໄດ້​ກ່າວ​ຫາ​ພັກ​ເດ​ໂມ​ແຄ​ຣັດ​ວ່າ ລະ​ເມີ​ດ “ພື້ນ​ຖານ​ຂອງ​ຄວາມເປັນ​ທຳ​ແລະ​ຂະ​ບວນ​ການ​ທາງ​ກົດ​ໝາຍ​ທີ່​ກຳ​ນົດ​ໂດຍ​ລັດ​ຖະ​ທຳ​ມະ​ນູນ.”

ທ່ານ​ກ່າວ​ວ່າ ບັນ​ດາ​ຜູ້​ນຳ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ​ປະ​ຕິ​ເສດ​ບໍ່​ໃຫ້​ທ່ານ​ທ​ຣຳ ​ມີ​ໂອ​ກາດໃນ​ການ​ສອບ​ຖາມພະ​ຍານ​ແລະ​ເບິ່ງ​ຫຼັກ​ຖານ​ທີ່​ພວກ​ເຂົາ​ເຈົ້າ​ນຳ​ໃຊ້​ເພື່ອຕັດ​ສິນ​ວ່າ ທ່ານ​ຄວນ​ຖືກ​ຟ້ອງ​ຮ້ອງ​ຫຼື​ບໍ່.

ທ່ານຊີ​ໂພ​ໂລນີ ຂຽນ​ວ່າ “ທັງ​ໝົດ​ນີ້ ​ແມ່ນ​ລະ​ເມີດ​ຕໍ່​ລັດ​ຖະ​ທຳ​ມະ​ນູນ ການ​ປົກ​ຄອງ​ດ້ວຍ​ຕົວ​ບົດ​ກົດ​ໝາຍ ແລະຕົວ​ຢ່າງ​ທີ່​ມີ​ມາ​ແຕ່​ເກົ່າ​ກ່ອນ.” ທ່ານ​ຂຽນ​ຕື່ມ​ວ່າ ການ​ສືບ​ສວນນີ້​ແມ່ນ​ບໍ່​ມີ​ພື້ນ​ຖານ ເຮັດ​ຂຶ້ນ​ແຕ່​ລຳ​ພັງ​ຝ່າຍ​ດຽວ ແລະ​ເປັນ​ຄວາມພະ​ຍາ​ຍາມ​ທີ່ລົ້ມ​ເລີກ​ຜົນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ປີ 2016.

ຖ້າ​ສຽງ​ສ່ວນ​ຫຼາຍ​ໃນ​ສະ​ພາ​ຕ່ຳ ໃຫ້​ການ​ອະ​ນຸ​ມັດ​ຕໍ່​ການ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ ຫຼັງ​ຈາກນັ້ນ​ກໍ​ຈະ​ມີ​ການ​ດຳ​ເນີນ​ຄະ​ດີ​ຢູ່​ໃນ​ສະ​ພາ​ສູງ ທີ່​ຄວບ​ຄຸມ​ທ​ໂດຍ​ພັກ​ຣີ​ພັບ​ບ​ລີ​ກັນ ບ່ອນ​ທີ່​ຄະ​ນະ​ຕໍ່​ສູ້​ທາງ​ກົດ​ໝາຍ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຫວັງ​ວ່າ ຈະ​ມີ​ໂອ​ກາດ​ໄດ້​ນຳ​ສະ​ເໜີ​ການ​ປ້ອງ​ກັນ​ຢູ່​ທີ່ນັ້ນ.

ທ່ານ​ນາງ​ເພ​ໂລ​ຊີ ໄດ້​ກ່າວ​ຕອບ​ຕໍ່​ທຳ​ນຽບ​ຂາວ​ໃນ​ຕອນ​ແລງວັນ​ອັງ​ຄານ​ວານນີ້ ໂດຍ​ເອີ້ນ​ໜັງ​ສື​ຂອງ​ທຳ​ນຽບ​ຂາວ​ວ່າ “ເປັນ​ຄວາມ​ຜິດ​ພາດ​ຢ່າງ​ຈະ​ແຈ້ງ... ເປັນຄວາມ​ພະ​ຍາ​ຍາມ​ຫຼ້າ​ສຸດ ເພື່ອ​ປົກ​ປິດ​ການ​ທໍ​ລະ​ຍົດ ​ຕໍ່​ລະ​ບອບ​ປະ​ຊາ​ທິ​ປະ​ໄຕ ຂອງ​ພວກ​ເຮົາ (ໂດຍ​ທ່ານ​ທ​ຣຳ) ​ແລະ​ການ​ຢືນ​ຢັດ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ຢູ່​ເໜືອກົດ​ໝາຍນັ້ນ.

ທ່ານ​ນາງ​ເພ​ໂລ​ຊີ​ ໄດ້​ເຕືອນ​ວ່າ ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ເພີ້ມ​ຕື່ມ​ໃດໆ​ກໍ​ຕາມ “ເພື່ອ​ປົກ​ປິດ​ຄວາມ​ຈິງ​ໃນ​ການ​ລະ​ເມີດ​ອຳ​ນາດ​ຂອງ​ປ​ະ​ທາ​ນາ​ທິ​ບໍ​ດີ” ນັ້ນ ຈະ​ຖືກມອງ​ກັນ​ວ່າ ເປັນ​ຫຼັກ​ຖານ​ເພີ້ມ​ຕື່ມ​ໃນ​ການ​ຂັດ​ຂວາງ.

ຜູ້​ແຈ້ງ​ຄວາມ​ໄດ້​ຮ້ອງ​ທຸກ ກ່ຽວ​ກັບ​ການ​ໂທ​ລະ​ສັບ​ໂອ້​ລົມ​ໃນ​ວັນ​ທີ 25 ກໍ​ລະ​ກົດ ລະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ໌​ກີ ທີ່​ເປັນ​ເຫດ​ພ​າ​ໃຫ້​ສະ​ພາ​ຕ່ຳ​ສະ​ຫະ​ລັດ ເລີ້ມ​ການ​ສືບ​ສວນ​ຟ້ອງ​ຮ້ອງ​ປະ​ທານາ​ທິ​ບໍ​ດີ​ທ​ຣຳ ໃນ​ເດືອນ​ແລ້ວນີ້.

ທຳ​ນຽບ​ຂາວ​ໄດ້​ທວງ​ໃຫ້​ທ່ານ​ນາງ​ເພ​ໂລ​ຊີ ລົງ​ຄະ​ແນນ​ສຽງ​ໂດຍ​ສະ​ພາ​ຕ່ຳ​ຄົບ​ຄະ​ນະ ກ່ຽວ​ກັບ​ການ​ສືບ​ສວນ​ຟ້ອງ​ຮ້ອງ ຖ້າ​ຄະ​ນະ​ກຳ​ມະ​ການ​ຕ່າງໆ​ຢາກ​ໄດ້ຮັບ​ການ​ຮ່ວມ​ມື​ຈາກ​ເຈົ້າ​ໜ້າ​ທີ່​ຂອງ​ລັດ​ຖະ​ບານ​ທ່ານ​ທ​ຣຳ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG