ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະ​ນະ​ຜູ້​ແທນ ກຸ່ມ​ຕາ​ລີ​ບານ ຢ້ຽມ​ຢາມ​ມົ​ສ​ກູ ຫຼັງ​ຈາກການ​ເຈ​ລະ​ຈາ ກັບ ສ​ຫລ ແຕກ​ຫັກ​


ຄະ​ນະ​ຜູ້​ແທນ​ຂອງ​ກຸ່ມ​ຕາ​ລີ​ບານ ນຳ​ພາ​ໂດຍ​ຫົວ​ໜ້າ​ເຈ​ລະ​ຈາ ມູ​ລ​ລາ ​ອັບ​ດູ​ລ ກາ​ນີ ບາ​ຣາ​ດາ (ກາງ) ອອກ​ມາ​ຈາກ ການ​ເຈ​ລະ​ຈາ​ສັນ​ຕິ​ພາບ ກັບ​​ພວກ​ນັກ​ການ​ເມືອງ​ອະ​ວຸ​ໂສ ຂອງ​ອັ​ຟ​ກາ​ນິ​ສ​ຖານ ທີ່​ມົ​ສ​ກູ ເ​ມື່ອ​ວັນ​ທີ 30 ພຶດ​ສະ​ພາ 2019.
ຄະ​ນະ​ຜູ້​ແທນ​ຂອງ​ກຸ່ມ​ຕາ​ລີ​ບານ ນຳ​ພາ​ໂດຍ​ຫົວ​ໜ້າ​ເຈ​ລະ​ຈາ ມູ​ລ​ລາ ​ອັບ​ດູ​ລ ກາ​ນີ ບາ​ຣາ​ດາ (ກາງ) ອອກ​ມາ​ຈາກ ການ​ເຈ​ລະ​ຈາ​ສັນ​ຕິ​ພາບ ກັບ​​ພວກ​ນັກ​ການ​ເມືອງ​ອະ​ວຸ​ໂສ ຂອງ​ອັ​ຟ​ກາ​ນິ​ສ​ຖານ ທີ່​ມົ​ສ​ກູ ເ​ມື່ອ​ວັນ​ທີ 30 ພຶດ​ສະ​ພາ 2019.

ຄະ​ນະ​ຜູ້​ແທນ​ຂອງ​ພວກ​ກະ​ບົດ​ຕາ​ລີ​ບານ ເດີນ​ທາງ​ໄປ​ນະ​ຄອນ​ຫຼວງ​ມົ​ສ​ກູ ແລະເຈ​ລະ​ຈາ​ຫາ​ລື ​ກັບ​ພວກ​ເຈົ້າ​ໜ້າ​ທີ່​ຣັດ​ເຊຍ ໃນ​ວັນ​ສຸກວານນີ້ ນຶ່ງ​ອາ​ທິດ​ຫຼັງ​ຈາກສ​ະ​ຫະ​ລັດໄດ້​ລົ້ມ​ເລີກ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ ທີ່​ດຳ​ເນີນ​ມາ​ເປັນ​ເວ​ລາ​ນຶ່ງ​ປີ ກັບພວກ​ກະ​ບົດ​ດັ່ງ​ກ່າວກ່ຽວ​ກັບ​ການ​ມີ​ໜ້າ​ຂອງ​ກຳ​ລັງ​ສະ​ຫະ​ລັດ​ໃນ​ອັ​ຟ​ກາ​ນິ​ສ​ຖານ.

ສື່ມວນ​ຊົນ​ຂອງ​ຣັດ​ເຊຍ ​ໄດ້​ອ້າງ​ຄຳ​ເວົ້າໂຄ​ສົກ​ທາງ​ດ້ານ​ການ​ເມືອງ​ຂອງ​ກຸ່ມ​ຕາ​ລີບານ ທ່ານ​ຊູ​ເຮ​ລ ຊາ​ຮີນ (Suhail Shaheen) ທີ່​ກ່າວ​ວ່າ ຄະ​ນະ​ຜູ້​ແທນ​ໄດ້ພົບ​ປະ​ກັບ​ທູດ​ພິ​ເສດຮັບ​ຜິດ​ຊອບ​ເລື້ອງ​ອັ​ຟ​ກາ​ນິ​ສ​ຖານ ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຄື ທ່ານ​ຊາ​ເມຍ ກາ​ບູ​ລັອ​ຟ ແລະ​ໄດ້​ຫາ​ລື​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ເມື່ອ​ມໍ່​ໆ​ມານີ້​ໃນເລື້ອງ​ຂັ້ນ​ຕອນ​ສັນ​ຕິ​ພາບ​ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ.

ຫົວ​ໜ້າ​ເຈ​ລະ​ຈາ​ຂອງ​ກຸ່ມ​ຕາ​ລີ​ບານ ທ່ານ​ແຊ ໂມ​ຮຳ​ເໝັດ ອັບ​ບາ​ສ ສ​ຕາ​ນິກ​ຊາຍ ທີ່​ເປັນ​ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຂອງ​ພວກ​ກະ​ບົດກ່າວ​ຕໍ່​ໂທ​ລະ​ພາບ​ຣັດ​ເຊຍທູ​ເດວ່າ ຄະ​ນະ​ຂອງ​ທ່ານ​ ໄດ້​ເຮັດ​ຂໍ້​ຕົກ​ລົງ​ຢ່າງ​ເປັນ​ທາງ​ການ ​ກັບ​ຄູ່​ເຈ​ລະ​ຈາຝ່າຍ​ອາ​ເມ​ຣິ​ກັນ ແລະ​ທັງ​ສອງ​ຝ່າຍພ້ອມ​ກັບ​ກາ​ຕ້າ ຊຶ່ງ​ເປັນ​ເຈົ້າ​ພາບ ​ແລະ​ຜູ້ໄກ່​ເກ່ຍ​ໃນ​ການ​ເຈ​ລະ​ຈາ ພວມ​ກະ​ກຽມ​ພິ​ທີ​ລົງ​ນາມ ເວ​ລາ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳໄດ້​ປະ​ກາດ​ຢ່າງ​ບໍ່​ຄາດ​ຄິດວ່າ ຂັ້ນ​ຕອນ​ດັ່ງ​ກ່າວ ໄດ້ “ຕາຍ​ໄປ​ແລ້ວ.”

ທ່ານ​ສ​ຕາ​ນິກ​ຊາຍ ​ໄດ້​ໃຫ້​ລາຍ​ລະ​ອຽດ​ບາງ​ຢ່າງ ​ເປັນ​ເທື່ອ​ທຳ​ອິດ​ກ່ຽວ​ກັບ​ຂໍ້​ຕົກ​ລົງທີ່​ຄາດ​ວ່າ​ຈະ​ມີ​ຂຶ້ນ​ນັ້ນເພື່ອ​ຍຸ​ຕິ​ສົງ​ຄາມ​ໃນ​ອັ​ຟ​ກາ​ນິ​ສ​ຖານ ຊຶ່ງ​ເປັນ​ການແຊກ​ແຊງ​ທາງ​ທະ​ຫານ​ຢູ່​ຕ່າງ​ປະ​ເທດ​ທີ່​ດົນ​ນານ​ທີ່​ສຸດ​ຂອງ​ອາ​ເມ​ຣິ​ກາ.

ເຈົ້າ​ໜ້າ​ທີ່​ຕາ​ລີ​ບານຄົນ​ນີ້​ເວົ້າ​ວ່າ “ເມື່ອ​ມີ​ການ​ລົງ​ນາມ​ກັນ​ແລ້ວ ກໍ​ຈະ​ມີ​ການ​ຢຸດ​ຍິງໃນທົ່ວ​ປະ​ເທດ​ ລະ​ຫວ່າງ​ພວກ​ເຮົາແລະ​ກຳ​ລັງ​ອາ​ເມ​ຣິ​ກັນ. ພວກ​ເຮົາ​ຈະ​ໃຫ້​ທະ​ຫານ​ອາ​ເມ​ຣິ​ກັນ ຖອນ​ກຳ​ລັງ​ອອກ​ຢ່າງ​ປອດ​ໄພ ແລະ​ໃນ​ວັນ​ທີ 23 ກັນ​ຍາ ການ​ເຈ​ລະຈາ​ລະ​ຫວ່າງ​ພັກ​ຝ່​າຍ​ຕ່າງໆ​ໃນ​ອັ​ຟ​ກາ​ນິ​ສ​ຖ​ານ​ກໍ​ຈະ​ເລີ້ມ​ຂຶ້ນແລະ​ການ​ເຈ​ລະ​ຈາເພື່ອຢຸດ​ຍິງ​ຮອບ​ດ້ານ​ແລະ​ບັນ​ຫາ​ຕ່າງໆ​ທາງ​ດ້ານ​ການ​ເມືອງ​ກໍ​ສາ​ມາດຍົກ​ຂຶ້ນ​ມາ​ຫາ​ລື​ກັນ​ໄດ້.”

ໃນວັນ​ເສົາ​ແລ້ວ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ​ໄດ້​ປະ​ກາດ​ຍົກ​ເລີກ​ການ​ເຈ​ລະ​ຈາ ແລະ​ການ​ຈັດ​ແຈງ ແບບ​ລັບໆ ໃນ​ການ​ພົບ​ປະ​ທີ່​ແຄ້ມ​ເດ​ວິດ ກັບ​ຄະ​ນະ​ເຈ​ລະ​ຈາ​ຂອງພວກ​ກະ​ບົດ ຕະ​ຫຼອດ​ທັງ​ປະ​ທາ​ນາ​ທິ​ບໍ​ດີ​ອັ​ຟ​ກາ​ນິ​ສ​ຖານ ທ່ານ​ອາ​ສ​ຣາ​ຟ ກາ​ນີ ໂດຍ​ໃຫ້​ເຫດ​ຜົນວ່າ​ ເປັນ​ຍ້ອນ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ ​ທີ່​ນະ​ຄອນຫຼວງ​ກາ​ບູ​ລ​ເມື່ອ​ໄວໆ​ມານີ້ທີ່​ເຮັດ​ໃຫ້ 12 ຄົນ​ເສຍ​ຊີ​ວິດ ຮວມ​ທັງ​ທະ​ຫານ​ອາ​ເມ​ຣິ​ກັນ​ນຶ່ງ​ຄົນ.

ທ່ານ​ສ​ຕາ​ນິກ​ຊາຍ​ໄດ້​ກ່າວ​ຢ້ຳ​ໃນ​ການ​ໃຫ້​ສຳ​ພາດ​ແກ່​ໂທ​ລະ​ພາບ​ຣັດ​ເຊຍ​ວ່າ ກຸ່ມ​ຕາ​ລີ​ບານ​ ແມ່ນ​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ກັບ​ຄືນ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ ຍ້ອນ​ວ່າ​ບັນ​ຫາ​ຂັດ​ແຍ້ງ​ໃນ​ອັ​ຟ​ກາ​ນິ​ສ​ຖານບໍ່​ສາ​ມາດ​ແກ້​ໄຂ​ໄດ້​ໃນ​ທາງ​ອື່ນ. ທ່ານ​ຫວັງ​ວ່າ​ປະທາ​ນາ​ທິ​ບໍ​ດີ​ທ​ຣຳ​ຈະ​ຄິດ​ທົບ​ທວນ​ຄືນ​ໃໝ່ກ່ຽວ​ກັບ​ຄຳ​ປະ​ກາດ​ຂອງ​ທ່ານ ແລະ​ກັບ​ຄືນ​ໄປຫາ​ບ່ອນ​ທີ່​ພວກ​ເຮົາ​ໄດ້​ຕົກ​ລົງ​ກັນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG