ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະ​ເທດ ໄອ​ສ​ແລນ ກ່າວ​ອຳ​ລາ ຕໍ່​​ນ້ຳ​ກ້ອນ ໜ່ວຍ​ທຳ​ອິດ ທີ່​ສູນ​ເສຍ​ໄປ ຍ້ອນ​ສະ​ພາບ ​ອາກາດ​ປ່ຽນ​ແປງ


ຜູ້​ຊາຍ​ຄົນ​ນຶ່ງຢ​ຸດ​ຢູ່ ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ຂຶ້ນ​ໄປ​ເທິງ​ສິ່ງ​ທີ່​ເຄີຍ​ຖືກ​ເອີ້ນ​ວ່າ ນ້ຳ​ກ້ອນ ອົກ​ໂຈ​ກຸ​ລ, ປະ​ເທດ ໄອ​ສ​ແລນ.18 ສິ​ງ​ຫາ, 2019.
ຜູ້​ຊາຍ​ຄົນ​ນຶ່ງຢ​ຸດ​ຢູ່ ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ຂຶ້ນ​ໄປ​ເທິງ​ສິ່ງ​ທີ່​ເຄີຍ​ຖືກ​ເອີ້ນ​ວ່າ ນ້ຳ​ກ້ອນ ອົກ​ໂຈ​ກຸ​ລ, ປະ​ເທດ ໄອ​ສ​ແລນ.18 ສິ​ງ​ຫາ, 2019.

ບັນ​ດາ​ຜູ້​ໄວ້​ທຸກ​ໃນ​ປະ​ເທດ ໄອ​ສ​ແລນ ໄດ້​ເຕົ້າ​ໂຮມ​ກັນ​ໃນ​ວັນ​ອາ​ທິດ​ວານນີ້ ເພື່ອ​ກ່າວ​
ອຳລາຄັ້ງສຸດທ້າຍຕໍ່ນ້ຳກ້ອນ ອົກໂຈກຸລ ຫຼື ອົກ ທີ່ມີອາຍຸ 700 ປີ, ເຊິ່ງແມ່ນນ້ຳກ້ອນຂະ
ໜາດໃຫຍ່ກ້ອນທຳອິດຂອງ ໄອສແລນ ທີ່ໄດ້ສູນເສຍໄປຍ້ອນສະພາບອາກາດປ່ຽນ
ແປງ.

ປະ​ມານ 100 ຄົນ, ລວມ​ທັງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ ໄອ​ສ​ແລ​ນ​ ທ່ານ​ນາງ ແຄ​ທ​ຣິນ
ຈາຄອບສດັອດເທຍ, ລັດຖະມົນຕີສິ່ງແວດລ້ອມ ທ່ານ ກຸມັນເດີ ອິງກີ ກຸດແບຣນສັນ
ແລະ ອະດີດປະທານາທິບໍດີ ປະເທດ ໄອຣແລນ ທ່ານນາງ ແມຣີ ໂຣບິນສັນ, ໄດ້ທຳ
ການຍ່າງສອງຊົ່ວໂມງຂຶ້ນໄປພູເຂົາໄຟ ອົກ ສຳລັບພິທີດັ່ງກ່າວ.

ເດັກ​ນ້ອຍ​ໄດ້​ຕັ້ງ​ແທ່ນ​ອະ​ນຸ​ສອນ​ສະ​ຖານ​ໃຫ້​ກັບ​ນ້ຳ​ກ້ອນ​ນັ້ນ, ເຊິ່ງ​ຕອນນີ້​ເອີ້ນ​ວ່າ “ອົກ” ​
ຂາດຄຳວ່າ “ໂຈກຸລ”, ເປັນຄຳສັບພາສາ ໄອສແລນ ສຳລັບ ນ້ຳກ້ອນ.

ແທ່ນອະ​ນຸ​ສອນ​ດັ່ງ​ກ່າວມີ “​ຂໍ້​ຄວາມ​ທີ່​ຂຽນ​ເຖິງ​ອະ​ນາ​ຄົດ” ແລະ ມີ​ຈຸດ​ປະ​ສົງ​ທີ່​ຈະຍົກ​
ຄວາມສຳນຶກ ກ່ຽວກັບ ການຫຼຸດລົງຂອງນ້ຳກ້ອນ ແລະ ຜົນກະທົບຕ່າງໆຂອງສະພາບ
ອາກາດປ່ຽນແປງ.

ແທ່ນ​ອະ​ນຸ​ສອນ​ດັ່ງ​ກ່າວ​ອ່ານ​ວ່າ “ໃນ 200 ປີ​ຂ້າງ​ໜ້າ ນໍ້​າ​ກ້ອນ​ຂອງ​ພວກ​ເຮົາ​ທັງ​ໝົດ
ຄາດວ່າຈະເດີນຕາມຮອຍກັນໄປ. ອະນຸສອນສະຖານນີ້ແມ່ນຕັ້ງຂຶ້ນມາເພື່ອຍອມຮັບ
ວ່າ ພວກເຮົາຮູ້ເຖິງສິ່ງທີ່ກຳລັງເກີດຂຶ້ນ ແລະ ສິ່ງທີ່ຈຳເປັນຕ້ອງໄດ້ເຮັດ. ມີພຽງແຕ່
ທ່ານຮູ້ ຖ້າເຮົາໄດ້ເຮັດມັນ.”

ຄຳ​ອຸ​ທິດ​ດັ່ງ​ກ່າວ, ເຊິ່ງ​ຂຽ​ນ​ໂດຍ​ນັກ​ຂຽນ​ຊາວ ໄອ​ສ​ແລນ ທ່ານ ແອນດ​ຣີ ສ​ເນຍ ແມກ
ນາສັນ, ສິ້ນສຸດດ້ວຍວັນທີຂອງພິທີ ແລະ ຄວາມເຂັ້ມຂຸ້ນຂອງແກັສຄາບອນ ໄດອົກໄຊ້
ໃນອາກາດທົ່ວໂລກທີ່ -415 ສ່ວນຕໍ່ລ້ານ.

ທ່ານ​ນາງ ແຄ​ທ​ຣິນ ໄດ້​ກ່າວ​ວ່າ “ພວກ​ເຮົາ​ໄດ້​ເຫັນ​ຜົນ​ທີ່​ຕາມ​ມາ​ຂອງວິ​ກິດ​ການ​ສະ​
ພາບອາກາດ. ພວກເຮົາບໍ່ມີເວລາຕ້ອງສູນເສຍອີກແລ້ວ.”

ທ່ານ​ນາງ ແຄ​ທ​ຣິນ ໄດ້​ກ່າວ​ວ່າ ເພິ່ນ​ມີ​ແຜນ​ທີ່​ຈະ​ເອົາ​ບັນ​ຫາ​ສະ​ພາ​ບອ​າ​ກາດ​ປ່ຽນ​ແປງ
ມາເປັນເລື່ອງບູລິມະສິດ ເມື່ອບັນດາຜູ້ນຳພາກເໜືອຂອງ ຢູໂຣບ ແລະ ນາຍົກລັດຖະ
ມົນຕີ ເຢຍຣະມັນ ທ່ານນາງ ແອນເຈີລາ ເມີໂກ ປະຊຸມກັນໃນນະຄອນຫຼວງ ເຣກຈາວິກ
ໃນວັນອັງຄານມື້ອື່ນ.

ນ້ຳ​ກ້ອນ ອົກ​ໂຈ​ກຸ​ລ ຖືກ​ປະ​ກາດ​ດັບ​ສູນ​ຢ່າງ​ເປັນ​ທາງ​ການ​ໃນ​ປີ 2014 ເມື່ອ​ມັນ​ບໍ່​ມີ​
ຄວາມໜາພໍທີ່ຈະເຄື່ອນໄຫວອີກຕໍ່ໄປ. ແຕ່ຕອນນີ້ສິ່ງທີ່ເຫຼືອຢູ່ຂອງນ້ຳກ້ອນໃຫຍ່ດັ່ງ
ກ່າວນັ້ນ ແມ່ນນ້ຳກ້ອນຊິ້ນສ່ວນນ້ອຍໆຢູ່ເທິງພູເຂົາໄຟໜ່ວຍນຶ່ງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG