ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຳ​ປັ່ນ​ບັນ​ທຸກ​ ນ້ຳ​ມັນຂອງ ອີ​ຣ່ານ ເດີນ​ທາງ​ອອກ​ຈາກ​ ຊ່ອງ​ແຄບ ຈີບ​ຣໍ​ຕາ


ກຳ​ປັ່ນບັນ​ທຸກ​ນ້ຳ ເອ​ດ​ຣຽນ ອາ​ຣີ​ຣາ ຊັກ​ທຸງ​ຊາດ​ ອີ​ຣ່ານ ຂຶ້ນໃນ​ຂະ​ນະ​ທີ່​ມັນ​ແລ່ນ​ຢູ່​ນ່ານ​ນ້ຳຂອງຊ່ອງ​ແຄບ ຈີບ​ຣໍ​ຕາ. 18 ສິງ​ຫາ, 2019.
ກຳ​ປັ່ນບັນ​ທຸກ​ນ້ຳ ເອ​ດ​ຣຽນ ອາ​ຣີ​ຣາ ຊັກ​ທຸງ​ຊາດ​ ອີ​ຣ່ານ ຂຶ້ນໃນ​ຂະ​ນະ​ທີ່​ມັນ​ແລ່ນ​ຢູ່​ນ່ານ​ນ້ຳຂອງຊ່ອງ​ແຄບ ຈີບ​ຣໍ​ຕາ. 18 ສິງ​ຫາ, 2019.

ກຳປັ່ນບັນທຸກນ້ຳມັນຂະນາດໃຫຍ່ຂອງອີຣ່ານ ໄ​ດ້​ເດີນ​ທາງອອກຈາກຊ່ອງ​ແຄບ
ຈີບຣໍຕາ ໃນວັນອາທິດວານນີ້ ຫຼັງຈາກບັນດາເຈົ້າໜ້າທີ່ຢູ່ທີ່ນັ້ນ ໄດ້ປະຕິເສດ ການ
ຮຽກຮ້ອງຂອງ ສະຫະລັດ ໃຫ້ກັກກຳປັ່ນໄວ້ກ່ອນ ແຕ່ມັນກໍບໍ່ເປັນທີ່ຈະແຈ້ງວ່າກຳ
ປັ່ນລຳດັ່ງກ່າວຈະມຸ້ງໜ້າໄປບ່ອນໃດຕໍ່ໄປ.

ຂໍ້ມູນຂອງການຕິດຕາມການສັນຈອນທາງທະເລ ໄດ້ສະແດງໃຫ້ເຫັນວ່າ ກຳປັ່ນ ລຳ
ດັ່ງກ່າວໄດ້ແລ່ນອອກໄປຈາກນ່ານນ້ຳຂອງຊ່ອງແຄບ ຈີບຣໍຕາ ແລ້ວ. ທັງ ອີຣ່ານ ແລະ
ຈີບຣໍຕາ ກໍໄດ້ຢືນຢັນຕໍ່ການເຄື່ອນໄຫວນັ້ນ.

ເຕຫະຣ່ານ ໄດ້ກ່າວວ່າ ຕົນພ້ອມທີ່ຈະສົ່ງຝຸງກຳປັ່ນລົບຂອງຕົນເພື່ອອອກໄປ ຄຸ້ມກັນ
ກຳປັ່ນດັ່ງກ່າວ ທີ່ບັນທຸກຖັງນ້ຳມັນດິບ 2 ລ້ານ 1 ແສນຖັງ ທີ່ມີມູນຄ່າ 130 ລ້ານໂດ
ລາ. ແຕ່ອີຣ່ານ ກໍບໍ່ໄດ້ຊີ້ແຈງໃຫ້ຮູ້ວ່າ ກຳປັ່ນຂອງຕົນຈະມຸ້ງໜ້າ ໄປບ່ອນໃດ.

ກຳປັ່ນລຳດັ່ງກ່າວ ທີ່ເອີ້ນວ່າ ເກຣສ 1 (Grace 1) ແຕ່ບັດນີ້ ໄດ້ຖືກປ່ຽນ ຊື່ໂດຍ
ອີຣ່ານ ມາເປັນ ເອດຣຽນ ດາຣຢາ 1 (Adrian Darya 1) ຊຶ່ງເຄີຍ ຖືກຢຶດ ໃນວັນທີ
4 ກໍລະກົດ ໂດຍຈີບຣໍຕາ ທີ່ເປັນອານາເຂດນອກປະເທດ ຂອງ ອັງກິດ ຍ້ອນວ່າ ບັນ
ດາເຈົ້າໜ້າທີ່ຢູ່ທີ່ແຫ່ງນີ້ ເຊື່ອວ່ານ້ຳມັນດິບຢູ່ໃນ ກຳປັ່ນນັ້ນ ແມ່ນຈະຖືກສົ່ງໄປ ຊີເຣຍ
ທີ່ເປັນພັນທະມິດຂອງ ອີຣ່ານ ອັນ ເປັນການລະເມີດຕໍ່ມາດຕະການລົງໂທດຂອງສະ
ຫະພາບຢູໂຣບ. ໃນເບື້ອງຕົ້ນ ກຳປັ່ນລຳນີ້ ໄດ້ຕິດທຸກຂອງປະເທດ ປານາມາ ແຕ່ຫຼັງ
ຈາກມັນໄດ້ຖືກປ່ຽນ ຊື່ແລ້ວ ມັນກໍຕິດທຸງສີແດງ ຂາວ ແລະ ຂຽວຂອງ ອີຣ່ານ ທີ່ໄດ້
ຖືກຊັກຂຶ້ນເສົາ ຂອງກຳປັ່ນ.

ການຢຶດເອົາກຳປັ່ນ ເປັນນຶ່ງໃນຫຼາຍເຫດການທີ່ກໍ່ໃຫ້ເກີດມີຄວາມເຄັ່ງຕຶງເພີ້ມ ຂຶ້ນ
ລະຫວ່າງ ເຕຫະຣ່ານ ກັບບັນດາປະເທດຕາເວັນຕົກ ເມື່ອສອງສາມສັບປະ ດາທີ່
ຜ່ານມານີ້. ລຸນຫຼັງຈາກນັ້ນ ໃນເດືອນກໍລະກົດ ອີຣ່ານ ກໍໄດ້ຢຶດເອົາກຳ ປັ່ນບັນທຸກ
ນ້ຳມັນທີ່ຕິດທຸກຂອງອັງກິດ ຊື່ວ່າ ສເຕັນໂນ ອິມແປໂຣ (Steno Impero) ຢູ່ໃນ
ອ່າວເປີເຊຍ ຊຶ່ງໃນຂະນະນີ້ ແມ່ນຍັງຖືກກັກໄວ້ຢູ່.

ສະຫະລັດ ແລະ ອີຣ່ານ ໄດ້ຍິງເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ຂອງແຕ່ລະ ຝ່າຍຕົກ
ແລະ ບັນດາປະເທດຕາເວັນຕົກ ໄດ້ກ່າວຫາ ເຕຫະຣ່ານ ດຳເນີນ ການໂຈມຕີກຳປັ່ນ
ຕ່າງໆ ຢູ່ໃນອ່າວ ເປີເຊຍ ບ່ອນທີ່ການຜະລິດນ້ຳມັນທີ່ໃຫຍ່ ອັນດັບ 5 ຂອງໂລກ
ແລ່ນຜ່ານຊ່ອງແຄບ ຮໍມູຊ (Hormuz) ນັ້ນ.

ເຫດການຕ່າງໆເກີດຂຶ້ນຍ້ອນໃນສ່ວນໃດສ່ວນນຶ່ງ ຈາກການຖອນໂຕ ຂອງປະທາ
ນາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ອອກຈາກຂໍ້ຕົກລົງນິວເຄບຍສາ ກົນ ປີ
2015 ທີ່ແນໃສ່ເພື່ອຢັບຢັ້ງໂຄງການນິວເຄລຍຂອງ ອີຣ່ານ. ທ່ານ ທຣຳ ຕໍ່ຈາກນັ້ນ
ໄດ້ວາງມາດຕະການລົງໂທດທີ່ເຮັດໃຫ້ອ່ອນກຳລົງຄືນໃໝ່ຕໍ່ ອີຣ່ານ ຊຶ່ງເຮັດໃຫ້
ເສດຖະກິດຂອງ ອີຣ່ານ ຊຸດໂຊມລົງ.

ທາງການຂອງ ຈີບຣໍຕາ ໃນວັນພະຫັດຜ່ານມາ ໄດ້ຕັດສິນໃຈ ທີ່ຈະປ່ອຍກຳ ປັ່ນ
ຂອງອີຣ່ານ ໂດຍກ່າວວ່າ ພວກເຂົາເຈົ້າ ໄດ້ຮັບໜັງສືຮັບປະກັນທີ່ຂຽນດ້ວຍ ມືຈາກ
ເຕຫະຣ່ານ ວ່າ ນ້ຳມັນດິບນັ້ນຈະບໍ່ຖືກຂົນສົ່ງໄປ ຊີເຣຍ.

ໃນວັນສຸກຕໍ່ມາ ລັດຖະບານສະຫະລັດ ໄດ້ຮັບຄຳສັ່ງຂອງສານແຫ່ງນຶ່ງໃນນະຄອນ
ຫຼວງ ວໍຊິງຕັນ ທີ່ອະນຸຍາດໃຫ້ຢຶດເອົາກຳປັ່ນລຳດັ່ງກ່າວ ພ້ອມກັບນ້ຳ ມັນທີ່ມັນບັນ
ທຸກຢູ່ນັ້ນ ແລະ ເງິນເກືອບນຶ່ງລ້ານໂດລາ. ສະຫະລັດ ອ້າງວ່າ ໜ່ວຍພິທັກປະຕິວັດ
ຂອງອີຣ່ານ ຫຼື IRGC ໄດ້ຖືກນຳລົງໃນບັນຊີ ເປັນກຸ່ມກໍ່ ການຮ້າຍ ໂດຍວໍໍຊິງຕັນ
ນັ້ນ ແມ່ນກຳລັງທຳການຂົນສົ່ງທີ່ຜິດກົດໝາຍ ໄປຍັງ ຊີເຣຍ ຊຶ່ງເປັນການລະເມີດ
ມາດຕະການລົງໂທດຂອງສະຫະລັດຕໍ່ອີຣ່ານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG