ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການ​ປະ​ທ້ວງ ເພື່ອ​ປະ​ຊາ​ທິ​ປະ​ໄຕ ຂອງຮົງ​ກົງ ເມື່ອທ້າຍສັບປະດາ ດຳ​ເນີນ​ຕໍ່​ໄປ ​


ຜູ້​ປະ​ທ້ວງ ເຕົ້າ​ໂຮມ​ກັນ​ໃນ ຮົງ​ກົງ. 18 ສິງ​ຫາ, 2019.
ຜູ້​ປະ​ທ້ວງ ເຕົ້າ​ໂຮມ​ກັນ​ໃນ ຮົງ​ກົງ. 18 ສິງ​ຫາ, 2019.

ກຸ່ມ​ຜູ້​ປະ​ທ້ວງ​ສະ​ໜັບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕ​ ໄດ້​ເດີນ​ຂະ​ບວນ​ຢູ່​ຟາກ​ນຶ່ງ​ຂອງ​ທ່າ​ເຮືອ
ທີ່ມີຊື່ສຽງຂອງ ຮົງກົງ ໃນວັນເສົາວານນີ້ ເພື່ອຮຽກຮ້ອງໃຫ້ລັດຖະບານເອົາໃຈໃສ່ກັບ
ການຮຽກຮ້ອງຂອງເຂົາເຈົ້າ. ຢູ່ອີກຟາກນຶ່ງຂອງນ້ຳ, ກຸ່ມສະໜັບສະໜູນລັດຖະບານ
ໄດ້ຊຸມນຸມກັນ ເພື່ອຮຽກຮ້ອງໃຫ້ຢຸດການປະທ້ວງທີ່ມັກຈະມີຄວາມຮຸນແຮງນັ້ນ.

ການ​ປະ​ທ້ວງດວນ​ກັນ​ດັ່ງ​ກ່າວ​ ໄດ້​ເນັ້ນ​ໃຫ້​ເຫັນ​ຄວາມບໍ່​ເຫັນ​ພ້ອມ​ກັນທາງ​ດ້ານ​ການ​
ເມືອງໃນເຂດແດນເຄິ່ງປົກຄອງຕົນເອງຂອງ ຈີນ ນັ້ນ, ເຊິ່ງໄດ້ມີການປະທ້ວງເປັນເວ
ລາສິບອາທິດແລ້ວ ທີ່ບໍ່ໄດ້ສະແດງໃຫ້ເຫັນສັນຍານຂອງການຜ່ອນຄາຍລົງ.

ທ່ານ ບັອບ​ບີ ເຊະ, ອາ​ຍຸ 76 ປີ ຜູ້​ທີ່ອອ​ກ​ບຳ​ນານ​ຈາກວຽກ​ແລ້ວ​, ເຊິ່ງ​ໄດ້​ເບິ່ງ​ຜູ້​ປະ​
ທ້ວງສະໜັບສະໜູນປະຊາທິປະໄຕ ເດີນຂະບວນໄປຂົວໄດ້ກ່າວວ່າ “ຕອນນີ້ລັດຖະ
ບານບໍ່ໄດ້ຟັງປະຊາຊົນ, ແລະ ຕຳຫຼວດກໍໃຊ້ຄວາມຮຸນແຮງຫຼາຍໂພດ. ມັນບໍ່ເຄີຍ
ເປັນແບບນີ້. ພວກເຮົາບໍ່ຕ້ອງໄດ້ປະທ້ວງທຸກອາທິດ. ແຕ່ຕອນ ນີ້ ເຖິງແມ່ນວ່າພວກ
ເຮົາຈະປະທ້ວງທຸກອາທິດກໍຕາມ, ລັດຖະບານກໍຍັງບໍ່ໄດ້ຕອບສະໜອງຫຍັງ.”

ຢູ່​ທີ່​ການ​ຊຸມ​ນຸມ​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ, ບັນ​ດາ​ຜູ້​ກ່າວ​ຄຳ​ປາ​ໄສ​ຢູ່​ເທິງ​ເວ​ທີ​ໄດ້​
ເວົ້າວ່າ ເຂົາເຈົ້າຮັກທັງ ຮົງກົງ ແລະ ຈີນ, ແລະ ໄດ້ຖາມຜູ້ປະທ້ວງວ່າເປັນຫຍັງເຂົາ
ເຈົ້າຈຶ່ງຢ້ານ ຈີນ. ບັນດາຜູ້ປະທ້ວງໄດ້ຍົກນິ້ວໂປ້ໃຫ້ເຈົ້າໜ້າທີ່ຕຳຫຼວດ ແລະ ຖ່າຍ
ຮູບກັບເຂົາເຈົ້າ. ທ່ານ ລີໂອ ເຈັນ, ຄົນຂັບລົດອາຍຸ 47 ປີ, ໄດ້ກ່າວວ່າລາວໄດ້ອອກ
ມາ ເພາະວ່າລາວຢາກໃຫ້ເມືອງທີ່ມີປະຊາຊົນ ເຈັດລ້ານສີ່ແສນຄົນຂອງທ່ານມີ
ຄວາມສະຫງົບ.

ທ່ານ​ໄດ້​ກ່າວ​ວ່າ “ແຕ່​ກ່ອນ, ທຸກ​ຄົນ​ຢູ່​ໃນ ຮົງ​ກົງ ຈະ​ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ, ມັນ​
ມີຄວາມສາມັກຄີກັນຫຼາຍ. ແຕ່ຕອນນີ້ມັນໄດ້ກາຍເປັນແບບນີ້, ຂ້າພະເຈົ້າບໍ່ດີໃຈ,
ສະນັ້ນຂ້າພະເຈົ້າຈຶ່ງອອກມາ ເພື່ອສະແດງໃຫ້ເຫັນຄວາມເຂັ້ມແຂງແດ່ໜ້ອຍນຶ່ງ.”

ໃນ​ຕອນ​ເຊົ້າ​ຂອງວັນ​ເສົາ​ວານນີ້, ບັນ​ດາ​ນາຍ​ຄູຫຼາຍ​ພັນ​ຄົນ​ໄດ້​ເດີນ​ຂະ​ບວນ​ໄປ​ທີ່​
ຢູ່ທາງການຂອງຜູ້ນຳ ຮົງກົງ, ທ່ານນາງ ແຄຣີ ແລມ, ເພື່ອສະແດງການສະໜັບສະ
ໜູນສຳລັບຜູ້ປະທ້ວງ, ຜູ້ທີ່ໄດ້ອອກມາຖະໜົນນັບຕັ້ງແຕ່ຕົ້ນເດືອນມິຖຸນາທີ່ຜ່ານມາ
ແລະ ລວມມີນັກຮຽກຫຼາຍຄົນນຳ.

ໃນ​ຂະ​ນະ​ທີ່​ກຳ​ລັງຖື​ປ້າຍ​ທີ່​ອ້າຍ​ວ່າ “ປົກ​ປ້ອງ​ຄົນ​ລຸ້ນ​ຕໍ່​ໄປ” ແລະ ຄັນ​ຮົ່ມ​ເພື່ອ​ກັນ​ຝົນ​
ທີ່ຕົກລົງມາເປັນແຕ່ລະໄລຍະນັ້ນ, ບັນດານາຍຄູໄດ້ມັດໂບສີຂາວໃສ່ຮົ້ວເຫຼັກທີ່ຢູ່ໃກ້
ກັບເຮືອນບັດຖະບານ. ເຂົາເຈົ້າໄດ້ກ່າວວ່າ ລັດຖະບານຄວນອອກມາຕອບຄຳຮຽກ
ຮ້ອງຂອງຜູ້ປະທ້ວງ ແລະ ຢຸດໃຊ້ສິ່ງທີ່ເຂົາເຈົ້າເອີ້ນວ່າ ຄວາມຮຸນແຮງຂອງຕຳຫຼວດ
ເພື່ອແຍກຍ້າຍຜູ້ປະທ້ວງທີ່ໄດ້ອອກມາຢູ່ຖະໜົນ, ຫຸ້ມລ້ອມ ແລະ ສ້າງຄວາມເສຍ
ຫາຍໃຫ້ຕຶກລັດຖະບານຫຼາຍຕຶກ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG