ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ຫາ​ລື ກ່ຽວ​ກັບ ຄວາມ​ຄືບ​ໜ້າ ໃນ​ການ​ເຈ​ລະ​ຈາ ​ສັນ​ຕິ​ພາບ ກັບ​ກຸ່ມ​ຕາ​ລີ​ບານ


ທະ​ຫານ​ສະ​ຫະ​ລັດ ພວມ​ຖ້າ​ເຮືອ​ບິນ​ເຮ​ລີ​ຄອບ​ເຕີ້ ທີ່​ຄ້າຍ​ທະ​ຫານ​ອັ​ຟ​ກາ​ນິ​ສ​ຖານ​ແຫ່ງ​ນຶ່ງ ໃນ​​ແຂວງ​ໂລ​ກາ ເມື່ອ​ວັນ​ທີ 7 ສິງ​ຫາ 2018.
ທະ​ຫານ​ສະ​ຫະ​ລັດ ພວມ​ຖ້າ​ເຮືອ​ບິນ​ເຮ​ລີ​ຄອບ​ເຕີ້ ທີ່​ຄ້າຍ​ທະ​ຫານ​ອັ​ຟ​ກາ​ນິ​ສ​ຖານ​ແຫ່ງ​ນຶ່ງ ໃນ​​ແຂວງ​ໂລ​ກາ ເມື່ອ​ວັນ​ທີ 7 ສິງ​ຫາ 2018.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ພົບ​ປະ​ກັບ​ຄະ​ນະ​ທີ່​ປຶກ​ສາ ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ເຈ​ລະ​ຈາ​ກັບ​ກຸ່ມກະ​ບົດ​ຕາ​ລີ​ບານໃນ​ອັ​ຟ​ກາ​ນິ​ສ​ຖານທີ່​ພວມ​ດຳ​ເນີນ​ຢູ່​ ອີງ​ຕາມ​ການເປີດ​ເຜີຍຂອງ​ທຳ​ນຽບ​ຂາວ ໃນ​ວັນ​ສຸກວານນີ້.

ການ​ພົບ​ປະ​ດັ່ງ​ກ່າວ​ມີ​ຂຶ້ນ​ທ່າມ​ກາງ​ລາຍ​ງານ​ຂ່າວ​ຂອງ​ສື່ມວນ​ຊົນ​ທີ່​ວ່າ ທັງສອງ​ຝ່າຍ ​ໃກ້​ຈະ​ບັນ​ລຸ​ການ​ຕົກ​ລົງ​ກັນ​ໄດ້​ແລ້ວ ຊຶ່ງ​ຈະ​ເປັນ​ການ​ຕັດ​ສິນ​ໃຈທີ່​ຈະ​ຊີ້​ຊະ​ຕາ​ກຳ​ຂອງ​ກຳ​ລັງ​ສະ​ຫະ​ລັດ​ໃນ​ອັ​ຟ​ກາ​ນິ​ສ​ຖານ ຫຼັງ​ຈາກ​ທີ່​ໄດ້​ເກີດບັນ​ຫາ​ຂັດ​ແຍ້ງ​ໃນ​ປະ​ເທດ​ດັ່ງ​ກ່າວ​ທີ່​ແກ່​ຍາວ​ມາເປັນ​ເວ​ລາ​ເກືອບ 19 ປີ.

ທຳ​ນຽບ​ຂາວ​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ຫຼັງ​ຈາ​ກ​ການ​ພົບ​ປະ​ທີ່​ນຳ​ພາໂດຍ​ປະ​ທາ​ນາ​ທິ​ບໍ​ດີ ຊຶ່ງ​ໄດ້​ເຮັດ​ວຽກ​ໃນ​ລະ​ຫວ່າງວັນ​ພັກ ທີ່​ສະ​ໜາມ​ກັອ​ຟແບດ​ມິນ​ສ໌​ເຕີ ໃນ​ລັດ​ນິວ​ເຈີ​ຊີ.

ຫຼັງ​ຈາກ​ພົບ​ປະ​ກັນ​ແລ້ວ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ວ່າ ສະ​ຫະ​ລັດ​ພວມ​ຊອກຫາ​ຊ່ອງ​ທາງ​ເພື່ອ​ໃຫ້​ມີ​ການ​ຕົກ​ລົງ ກັບ​ກຸ່ມ​ຕາ​ລີ​ບານ “ຖ້າ​ຫາກ​ເປັນ​ໄປ​ໄດ້.”

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ຂຽນ​ລົງ​ໃນ​ທວີດ​ເຕີ້ ໃນ​ຕອນ​ແລງວັນ​ສຸກວານນີ້​ວ່າ “ຫາກໍ​ເສັດ​ສິ້ນ ການ​ພົບ​ປະ​ທີ່​ດີ​ຫຼາຍ​ກ່ຽວ​ກັບ​ອັ​ຟ​ກາ​ນິ​ສ​ຖານ. ຫຼາຍ​ຄົນ​ຂອງ​ຝ່າຍກົງ​ກັນ​ຂ້າມ ຂອງ​ສົງ​ຄາມ 19 ປີ ແລະ​ ພວກ​ເຮົາ ພວມ​ຊອກ​ຫາ​ຊ່ອງ​ທາງເພື່ອ​ຕົກ​ລົງ​ກັນ ຖ້າ​ເປັນ​ໄປ​ໄດ້."

ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ຮັບ​ຟັງ​ລາຍ​ງານ​ຈາກ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ແລະ​ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດຄົນ​ອື່ນໆ.

ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ທີ່​ອອກ​ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໃນ​ຕອນ​ແລງ​ວັນ​ສຸກວານນີ້ ກ່າວ​ວ່າ ປະ​ທາ​ນາ​ທິ​ບໍ​ດີ ​ໄດ້​ປຶກ​ສາ​ຫາ​ລືກ່ຽວ​ກັບ “ຖາ​ນະ​ຂອງ​ການ​ເຈລະ​ຈາ​ສັນ​ຕິ​ພາບ” ແລະ “ເສັ້ນ​ທາງ​ໄປ​ໜ້າ​ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ.”

ຖະ​ແຫຼງ​ການ​ກ່າວ​ຕື່ມ​ວ່າ “ມື້ນີ້ ປ​ະ​ທາ​ນາ​ທິ​ບໍ​ດີ​ໄດ້​ເປີດ​ປະ​ຊຸມ​ກັບ​ຄະ​ນະ​ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ທ່ານ ຮວມ​ທັງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໄມ​ຄ໌ແພັນ​ສ໌ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ພອມ​ພຽວ ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ແອັ​ສ​ເພີ ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ ໂບ​ລ​ຕັນ ຜູ້​ຕາງ​ໜ້າ​ພິ​ເສດ​ຮັບຜິດ​ຊອບ ກ່ຽວ​ກັບ​ການ​ສ້າງ​ຄວາມ​ປອງດອງ​ຊາດ ຄາ​ລີ​ແຊດ ປະ​ທານ​ເສ​ນາ​ທິ​ການ​ຮ່ວມ ດັນ​ຟອດ ແລະ​ຜູ້​ອຳ​ນວຍ​ການ ​ອົງ​ການ​ສືບ​ລັບ​ຊີ​ໄອ​ເອ ແຮັ​ສ​ແພ​ລ
ເພື່ອ​ຫາ​ລື ​ກ່ຽວ​ກັບ​ຖາ​ນະ ​ຂອງ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບແລະ​ສ້າງ​ຄວາມ​ປອງ ດອງຊາດ​ໃນ​ອັ​ຟ​ກາ​ນິ​ສ​ຖານ.”

ຖະ​ແຫຼງ​ການ​ກ່າວ​ຕໍ່​ໄປ​ວ່າ “ໃນ​ການ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ໃກ້​ຊິດ​ກັບ​ລັດ​ຖະ​ບານ​ອັ​ຟກາ​ນິ​ສ​ຖານ ພວກ​ເຮົາ​ຍັງ​ມີ​ຄວາມ​ໝັ້ນ​ໝາຍ ​ທີ່​ຈະ​ບັນ​ລຸ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ ຮວມ​ທັງ​ການ​ຫຼຼຸດ​ຜ່ອນ​ຄວາມ​ຮຸນ​ແຮງແລະ​ການ​ຢຸດ​ຍິງເພື່ອ​ຄ້ຳ​ປະ​ກັນ​ວ່າ ດິນ​ແດນ​ອັ​ຟ​ກາ​ນິ​ສ​ຖານ​ຈະ​ບໍ່​ຖືກ​ໃຊ້​ໂດຍ​ເດັດ​ຂາດເປັນ​ບ່ອນຂົ່ມ​ຂູ່​ຕໍ່​ສະ​ຫະ​ລັດ ແລະ​ພັນ​ທະ​ມິດ​ຂອງ​ຕົນ ແລະ​ນຳ​ເອົາ​ພັກ​ຝ່າຍ​ຕ່າງໆ​ໃນ​ອັ​ຟກາ​ນິ​ສ​ຖານ ມາ​ເຮັດ​ວຽກ​ຮ່ວມ​ກັນ​ເພື່ອ​ກ້າວ​ໄປ​ສູ່​ສັນ​ຕິ​ພາບ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG