ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອິ​ສ​ຣາ​ແອ​ລ​ ​ຕ່າວ​ປີ້ນ ​ການ​ຕັດ​ສິນ​ໃຈ ທີ່​ໄດ້ຫ້າມ ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ ສ​ຫລ ບໍ່​ໃຫ້​ເຂົ້າ​ປະ​ເທດ


 ສະ​ມາ​ຊິກ​ສະ​ພາ​ຕ່ຳ Ayanna Pressley (ຈາກ​ລັດ​​ແມັດ​ຊາ​ຈູ​ແຊັ​ສ),Ilhan Omar (ຈາກ​ລັດ​ມິ​ນເນ​ໂຊ​ຕາ), Alexandria Ocasio-Cortez (ຈາກ​ລັດ​ນິວຢອກ) ແລະ Rashida Tlaib (ຈາກ​ລັດ​ມິ​ຊິ​ແກນ).
ສະ​ມາ​ຊິກ​ສະ​ພາ​ຕ່ຳ Ayanna Pressley (ຈາກ​ລັດ​​ແມັດ​ຊາ​ຈູ​ແຊັ​ສ),Ilhan Omar (ຈາກ​ລັດ​ມິ​ນເນ​ໂຊ​ຕາ), Alexandria Ocasio-Cortez (ຈາກ​ລັດ​ນິວຢອກ) ແລະ Rashida Tlaib (ຈາກ​ລັດ​ມິ​ຊິ​ແກນ).

ອິ​ສ​ຣາ​ແອ​ລ​ໄດ້​ຕ່າວ​ປີ້ນ​ການ​ຕັດ​ສິນ​ໃຈ​ຂອງ​ຕົນ ທີ່​ໄດ້ຫ້າມ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ສະ​ຫະ​ລັດບໍ່​ໃຫ້​ເຂົ້າ​ປະ​ເທດນັ້ນ.

​ໃນ​ວັນສຸກມື້ນີ້ ກະ​ຊວງ​ພາຍ​ໃນ​ອິ​ສ​ຣາ​ແອ​ລ​ເວົ້າ​ວ່າ ຕົນ​ຈະອະ​ນຸ​ຍາດ​ໃຫ້ສະ​ມາ​ຊິກ​ສະ​ພາ​ຕ່ຳ ຣາຊີ​ດາ ຕ​ລາ​ອິບ (Rashida Tlaib) ເຂົ້າ​ໄປ​ປະ​ເທດ​ ຕົນ​ໄດ້ ຍ້ອນ​ເຫດ​ຜົນ​ດ້ານ “ມະ​ນຸດ​ສະ​ທຳ” ເພື່ອ​ໃຫ້​ທ່ານ​ນາງໄດ້​ໄປ​ຢ້ຽມ​ແມ່​ຂອງ​ທ່ານ​ນາງ ທີ່​ເປັນ​ຄົນ​ປາ​ແລ​ສ​ໂຕ​ນ໌ ນັ້ນ​.

ອິ​ສ​ຣາ​ແອ​ລ​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້ວ່າ ຕົນ​ຈະ​ບໍ່​ອະ​ນຸ​ຍາດ​ໃຫ້ສະ​ມາ​ຊິກ​ສະ​ພາ​ຕ່ຳ ຕ​ລາ​ອິບ (Tlaib) ແລະ ອິ​ລ​ຮານ ໂອ​ມາ (Ilhan Omar) ​ເຂົ້າ​ໄປປະ​ເທດ​ຕົນ ຊຶ່ງ​ພາ​ໃຫ້​ເກີດ​ມີ​ການຖົກ​ຖຽງ​ກັນຮອບ​ໃໝ່ ກ່ຽວ​ກັບ​ການ​ສະ​ໜັບ​ສະ​ໜຸນ​ຂອງ​ສະ​ຫະ​ລັດຕໍ່​ພັນ​ທະ​ມິດ​ຂອງ​ຕົນ​ຢູ່​ໃນ​ເຂດພາກ​ຕາ​ເວັນ​ອອກ​ກາງ.

ຊື່​ຂອງທ່ານ​ນາງ​ໂອ​ມາ ບໍ່​ໄດ້​ຖືກ​ກ່າວ​ເຖິງ ໃນ​ການ​ປະ​ກາດ​ຂອງ​ອິ​ສ​ຣາ​ແອ​ລ​ໃນ​ວັນ​ສຸກມື້ນີ້.

ສະມາຊິກສະພາຕ່ຳສອງທ່ານນີ້ ໄດ້ຕຳໜິອິສຣາແອລ ແລະການປະຕິບັດຂອງປະເທດດັ່ງ ກ່າວຕໍ່ຊາວປາແລສໄຕນ໌ຢ່າງແຮງ. ພວກເພິ່ນມີແຜນທີ່ຈະໄປຢ້ຽມຢາມອິສຣາແອລ ແລະ ຫລາຍເມືອງຢູ່ໃນເຂດຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ ໃນບໍ່ເທົ່າໃດມື້ຕໍ່ໜ້ານີ້.

ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອິ​ສ​ຣາ​ແອ​ລ, ​ທີ​ຟີ ໂຮໂຕ​ເວ​ລີ ກ່າວ​ຕໍ່​ທ່ານ​ຄານ (Kan) ນັກ​ຂ່າວ​ໂທ​ລະ​ພາບ​ຂອງທາງ​ການ​ອິ​ສ​ຣາ​ແອ​ລ ວ່າ "ພວກ​ເຮົາ​ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ພວກ​ທີ່ປະ​ຕິ​ເສດບໍ່​ໃຫ້​ສິດ​ແກ່​ພວກ​ເຮົາ​ຍືນ​ຍົງ​ຄົງ​ຕົວ​ຢູ່​ໃນ​ໂລກນີ້ໄດ້ ເຂົ້າ​ມາ​ອິ​ສ​ຣາແອ​ລ. ຕາມ​ຫລັກ​ການ​ແລ້ວ, ອັນ​ນີ້​ເປັນ​ການ​ຕັດ​ສິນ​ໃຈ​ທີ່​ສົມ​ເຫດສົມ​ຜົນ​ຫລາຍ​ທີ່​ສຸດ​.”

ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ​ ຂອງ​ສະ​ຫະ​ລັດ​ຂຽນ​ລົງ​ໃນ​ທວີດ​ເຕີ​ໃນ​ເວ​ລາບໍ່ດົນ​ພໍ​ເທົ່າ​ໃດ ກ່ອນ​ຈະ​ມີຄຳ​ປະ​ກາດ​ດັ່ງ​ກ່າວນັ້​ນອອກ​ມາວ່າ "ມັນ​ຈະ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມອ່ອນ​ແອຫລາຍ​ທີ່​ສຸດ ຖ້າ​ຫາກອິ​ສ​ຣາ​ແອ​ລອະ​ນຸ​ຍາດ​ໃຫ້ສະ​ມາ​ຊິກ​ສະ​ພາ​ຕ່ຳໂອ​ມາ ແລະສະ​ມາ​ຊິກ​ສະ​ພາ​ຕ່ຳຕ​ລາ​ອິບ ໄປ​ຢ້ຽມ​ຢາມ​ປະ​ເທດ​ຕົນ.

ພວກ​ເຂົາ​ເຈົ້າ​ກຽດ​ຊັງ​ອິ​ສ​ຣາ​ແອ​ລ ແລະ ຄົນ​ຢິວ​ທັງໆ​ໝົດ ​ແລະ ບໍ່​ມີ​ສິ່ງ​ໃດທີ່​ຈະ​ສາ​ມາດ​ເຮັດ​ໃຫ້​ເຂົາ​ເຈົ້າ​ປ່ຽນໃຈ​ໄດ້."

https://twitter.com/realDonaldTrump/status/1162000480681287683
ໃນ​ເວ​ລາ​ຕໍ່​ມາ, ທ່ານ​ທ​ຣຳ​ ໄດ້​ໃຫ້​ເຫດ​ຜົນ​ເພື່ອ​ປົກ​ປ້ອງ​ການ​ຕັດ​ສິນ​ໃຈ​ຂອງອິ​ສ​ຣາ​ແອ​ລ. ທ່ານ​ກ່າ​ວວ່າ “ຂ້າ​ພະ​ເຈົ້າ​ຄິດບໍ່​ອອກ​ເລີຍ​ວ່າ ເປັນ​ຫຍັງ​ອິ​ສ​ຣາ​ແອ​ລ ຈະ​ປ່ອຍ​ໃຫ້​ເຂົາ​ເຈົ້າ​ໄປ​ໄດ້,” ໂດຍ​ໄດ້​ກ່າວ​ລຶ້ມ​ຄືນ​ອີກວ່າ ສະ​ມາ​ຊິກ​ສະ​ພາ​ຕ່ຳສອງ​ຄົນ​ນັ້ນ “ຕໍ່​ຕ້ານ​ຄົນ​ຢິວ ​ຢ່າງ​ແຮງ ແລະ ຕໍ່​ຕ້ານ​ຄົນ​ຢິວ ຢ່າງ​ແຮງ."

ປະ​ທານ​ສະ​ພາ​ຕ່ຳ ແນນ​ຊີ ເປໂລ​ຊີ (Nancy Pelosi) ເວົ້າ​ວ່າ ຄຳ​ເຫັນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ "ເປັນ​ສັນ​ຍານ​ບົ່ງ​ບອກ​ໃຫ້​ຮູ້​ວ່າ ບໍ່​ຮູ້​ຈັກ​ຫຍັງ ແລະ​ຂາດ​ຄວາມ​ນັບ​ຖື​ຄົນ​ອື່ນ, ແລະ​ບໍ່​ສົມ​ກຽດ​ສັກ​ສີ​ ຂອງ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ.” ທ່ານ​ນາງ ເປ​ໂລ​ຊີ​ ກ່າວຢືນ​ຢັນ​ຄືນອີກ​ເຖິງ​ຄວາມ​ຮັກ​ຂອງ​ເພິ່ນ ​ຕໍ່​ອິ​ສ​ຣາ​ແອ​ລ ແຕ່​ວ່າ ການ​ເຄື່ອນ​ໄຫວ​ເພື່ອ​ຫ້າມບໍ່​ໃຫ້​ທ່ານ​ນາງໂອ​ມາ ແລະ​ຕລາ​ອິບເຂົ້າ​ໄປ​ໃນ​ປະ​ເທດ ນັ້ນ “ເປັນ​ສັນ​ຍານ​ບົ່ງ​ບອກ​ໃຫ້​ເຫັນ​ເຖິງ​ຄວາມ​ອ່ອນ​ແອ ແລະ​ບໍ່​ສົມ​ເປັນ​ປະ​ເທດ​ອິ​ສ​ແອ​ລທີ່​ດີ​ຍິ່ງ​ເລີຍ."

ການ​ຕຳ​ໜິ​ຂອງ​ທ່ານ​ນາງ ໂອ​ມາ ແລະ​ຕລາ​ອິບຕໍ່​ອິ​ສ​ຣາ​ແອ​ລ​ຢູ່​ເລື້ອຍໆ ໄດ້​ພາ​ໃຫ້​ມີ​ການກ່າວຫາ​ວ່າ​ພວກ​ເພິ່ນ​ຕໍ່​ຕ້ານ​ຄົນ​ຢິວ​ຢູ່​ຕັ້ງ​ຫລາຍ​ເດືອນ. ​ທ່ານ​ນາງ ໂອ​ມາ ໄດ້​ຖືກ​ຄະ​ນະ​ນຳ​ພາຈາກ​ພັກ​ຂອງ​ທ່ານ​ນາງ​ເອງ ຢູ່​ໃນ​ລັດ​ຖະ​ສະ​ພາ​ຕຳ​ໜິ​ວ່າ ກໍ່​ໃຫ້​ເກີດ​ພາບຂອງ​ຄວາມ​ຮຸນ​ແຮງກ່ຽວ​ກັບ​ຄົນ​ຢິວ ແລະ​ເງິນ ຢູ່​ໃນ​ສື່​ສັງ​ຄົມ​ອອນ​ລາຍ​ໃນ​ຕອນ​ຕົ້ນໆ​ປີນີ້.

ທ່ານ​ນາງ​ໂອ​ມາ​ເວົ້າ​ວ່າການ​ທີ່​ລັດ​ຖະ​ບານ​ອິ​ສ​ຣາ​ແອ​ລຫ້າມ ບໍ່​ໃຫ້​ທ່ານ​ນາງ​ເຂົ້າ​ໄປ​ໃນ​ປະ​ເທດ​ ແມ່ນກີດ​ກັນ​ບໍ່ໃຫ້​ທ່ານ​ນາງປະ​ຕິ​ບັດ​ໜ້າ​ທີ່​ຂອງ​ຕົນ​ ໃນ​ນາມ​ທີ່ເປັນ​ສະ​ມາ​ຊິກ​ຂອງ​ລັດ​ຖະ​ສະ​ພາ​ຄົນ​ນຶ່ງ ໄດ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້

Israel has reversed its decision to bar a visit to Israel by a U.S. congresswoman.

The interior ministry said Friday it will allow Representative Rashida Tlaib to visit on "humanitarian" grounds to see her Palestinian grandmother.

Israel said Thursday it would not allow Tlaib and Rep Ilhan Omar to enter the country, setting off a new round of controversy in the debate over U.S. support for its ally in the Middle East.

Omar was not mentioned in Israel's announcement Friday.

The two Democratic lawmakers have been vocal critics of Israel and its treatment of Palestinians. They were set to visit Israel and several cities in the West Bank.

Israeli Deputy Foreign Minister Tzipi Hotovelytold public broadcaster Kan on Thursday, "We won't allow those who deny our right to exist in this world to enter Israel. In principle, this is a very justified decision."

U.S. President Donald Trump tweeted shortly before Thursday's announcement, writing, "It would show great weakness if Israel allowed Rep. Omar and Rep. Tlaib to visit. They hate Israel & all Jewish people, & there is nothing that can be said or done to change their minds."
[[https://twitter.com/realDonaldTrump/status/1162000480681287683]]

Later in the day, Trump defended the Israeli decision. "I can't imagine why Israel would let them in," he said, repeating that the two lawmakers were "very anti Jewish and very anti Israel."

House Speaker Nancy Pelosi said the president's comments "are a sign of ignorance and disrespect, and beneath the dignity of the Office of the President." Pelosi reaffirmed her love of Israel but said the move to deny entry to Omar and Tlaib "is a sign of weakness, and beneath the dignity of the great state of Israel."

Omar and Tlaib's frequent criticism of Israel has drawn accusations of anti-Semitism for months. Omar was condemned by the congressional leadership in her own party for invoking an offensive trope about Jews and money in social media postings earlier this year.

Omar said the Israeli government's ban on her entry into the country prevented her from fulfilling her duties as a member of the U.S. Congress.

Tlaib tweeted a photograph of her Palestinian grandmother, who she said "deserves to live in peace & with human dignity."

[[https://twitter.com/RashidaTlaib/status/1162073791595470849]]

Omar and the Palestinian-American Tlaib are supporters of BDS (Boycott, Divestment, Sanctions), a nonviolent movement that seeks to economically pressure Israel into ending its occupation of the West Bank, among other goals. Some advocates of BDS support a single-state solution that critics say would lead to the destruction of the Jewish state.

The freshman members of Congress have repeatedly presented a challenge for the House Democratic leadership, as their outspoken statements on U.S. policy in the Middle East have drawn Trump's attention.

Omar and Tlaib were two of four House Democratic freshman members of color whom the president has said should "go back" to their home countries. Omar — a naturalized U.S. citizen from Somalia — is the only one of the four who was born outside the United States. The president's supporters chanted, "Send her back" after Trump mentioned the congresswoman at a rally earlier this year. The president later said he did not like those chants.

The Democratic-led U.S. House of Representatives passed a resolution in July condemning the BDS movement. Both Omar and Tlaib voted against that resolution.

XS
SM
MD
LG