ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລູກ​ສອນ​ໄຟ ໄວ​ກວ່າ​ສຽງ ທີ່​ສາ​ມາດຕິດ ລະ​ເບີດ​ທຳ​ມະ​ດາ ແລະ​ນິວ​ເຄ​ລຍໄດ້ ເປັນ​ໄພ​ຂົ່ມ​ຂູ່ ຕໍ່​ໂລກ​ຂອງເຮົາ


ຮູບ​ຈາກວີ​ດີ​ໂອ ຂອງ​ໂທ​ລະ​ພາບ RU-RTR ຂອງ​ຣັດ​ເຊຍ ເມື່ອ​ວັນ​ທີ 1 ມີ​ນາ 2018 ທີ່​ສະ​ແດງ​ໃຫ້​ເຫັນ ລູກ​ສອນ​ໄຟ​ອາ​ວັງ​ກາດ ທີ່​ໄວ​ກວ່​າ​ສຽງ ທີ່​ເຮັດ​ຂຶ້ນ​ໂດຍ​ຄອມ​ພິວ​ເຕີ້ ເພື່ອຫຼົບ​ຫຼີກ​ລະ​ບົບ​ປ້ອງ​ກັນ​ລູກ​ສອນ​ໄຟ ໄປ​ຫາ​ເປົ້າ​ໝາຍ.
ຮູບ​ຈາກວີ​ດີ​ໂອ ຂອງ​ໂທ​ລະ​ພາບ RU-RTR ຂອງ​ຣັດ​ເຊຍ ເມື່ອ​ວັນ​ທີ 1 ມີ​ນາ 2018 ທີ່​ສະ​ແດງ​ໃຫ້​ເຫັນ ລູກ​ສອນ​ໄຟ​ອາ​ວັງ​ກາດ ທີ່​ໄວ​ກວ່​າ​ສຽງ ທີ່​ເຮັດ​ຂຶ້ນ​ໂດຍ​ຄອມ​ພິວ​ເຕີ້ ເພື່ອຫຼົບ​ຫຼີກ​ລະ​ບົບ​ປ້ອງ​ກັນ​ລູກ​ສອນ​ໄຟ ໄປ​ຫາ​ເປົ້າ​ໝາຍ.

ເທັກ​ໂນ​ໂລ​ຈີ​ລູກ​ສອນ​ໄຟ ​ຊະ​ນິດ​ໃໝ່ ຮວມ​ທັງ​ອັນ​ທີ່​ເອີ້ນ​ວ່າ ລະ​ບົບ​ລູກ​ສອນ​ໄຟຄວາມ ໄວ​ສູງທີ່​ສາ​ມາດ​ເດີນ​ທາງ​ໄວ​ກວ່າ​ສຽງ 25 ເທື່ອນັ້ນ ພວມ​ພາ​ໃຫ້​ມີການ​ແຂ່ງ​ຂັນ​ອາ​ວຸດ​ຮອບ​ໃໝ່​ຢູ່​ໃນ​ທົ່ວ​ໂລກ ອີງ​ຕາມ​ລາຍ​ງານ​ທີ່​ຫາ​ກໍ​ອອກ​ເມື່ອໄວໆ​ມານີ້. ນັກ​ຄົ້ນ​ຄວ້າ​ເຕືອນ​ວ່າການພັງ​ທະ​ລາຍ​ລົງ​ຂອງ​ສົນ​ທິ​ສັນ​ຍາກຳ​ລັງອາ​ວຸດນິວ​ເຄ​ລຍ​ໄລ​ຍະ​ປານ​ກາງລະ​ຫວ່າງ​ສະ​ຫະ​ລັດ​ກັບ​ຣັດ​ເຊຍ ໃນ​ເດືອນແລ້ວນີ້ ແມ່ນ​ເປັນ​ຕົວ​ຢ່າງ​ອັນ​ຫຼ້າ​ສຸດ ຂອງ​ຄວາມ​ກົດ​ດັນ​ທີ່​ເພີ້ມ​ທະ​ວີ​ຂຶ້ນ​ຕໍ່​ໂຄງຮ່າງ​ຄວາມ​ໝັ້ນ​ຄົງ​ຂອງ​ໂລກ ແລະ​ຄວາມ​ຕ້ອງ​ການ​ຢ່າງ​ຮີບ​ດ່ວນເພື່ອ​ໃຫ້​ບັນ​ລຸສົນ​ທິ​ສັນ​ຍາ​ສະ​ບັບ​ໃໝ່ສຳ​ລັບ​ຮັບ​ມື​ກັບ​ເທັກ​ໂນ​ໂລ​ຈີດັ່ງ​ກ່າວ. ເຮັນ​ຣີ ຣິ​ຈ​ແວ​ລ ນັກ​ຂ່າວ​ຂອງວີ​ໂອ​ເອ ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງນີ້ ຊຶ່ງໄພ​ສານຈະນຳເອົາລາຍ ລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຣັດ​ເຊຍ ​ໄດ້​ຍິງທົດ​ລອງລະ​ບົບ​ລູກ​ສອນ​ໄຟ​ອາ​ວັງ​ກາດທີ່​ໄວ​ກວ່າ​ສຽງ​ ໃນ​ເດືອນ​ທັນ​ວາ​ ປີກາຍ. ມົ​ສ​ກູ​ກ່າວ​ອ້າງວ່າ ລູກ​ສອນ​ໄຟ​ດັ່ງ​ກ່າວ ​ສາ​ມາດ​ເດີນ ທາງ​ດ້ວຍຄວາມ​ໄວ 11,000 ​ກວ່​າກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ແລະ​ສາ​ມາດ​ຫຼົບ​ຫລີກລະ​ບົບ​ປ້ອງ​ກັນ​ທາງ​ອາ​ກາດ ດັ່ງທີ່​ເຈົ້າ​ໜ້າ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຄົນ​ນີ້ ໄດ້ສະ​ແດງ​ໃຫ້​ເບິ່ງ.

ລະ​ບົບ​ທີ່​ຮູ້​ກັນ​ໃນ​ຊື່ ​ຍານ​ເວີ່ນ​ໄວ​ກວ່​າ​ສຽງ​ນີ້ສາ​ມາດ​ບັນ​ທຸກ​ຫົວ​ລະ​ເບີດ​ນິວ​ເຄ​ລຍ​ແລະ​ລະ​ເບີດ​ທຳ​ມະ​ດາ​ໄດ້. ຣັດ​ເຊຍ​ກ່າວ​ວ່າ ລູກ​ສອນ​ໄຟ​ອາ​ວັງ​ກາດ​ຂອງ​ຕົນ​ກຳລັງ​ຢູ່​ໃນ​ຂັ້ນ​ຕອນ​ການ​ຜະ​ລິດ.

​ສະ​ຫະ​ລັດ ຈີນ ແລະ​ອອ​ສ​ເຕ​ຣ​ເລຍ ກໍ​ພວມ​ຢູ່​ໃນ​ຂັ້ນ​ຕອນ​ການ​ພັດ​ທະ​ນາ​ລະ​ບົບ​ອາ​ວຸດ​ດັ່ງ​ກ່າວ​ຂອງ​ຕົນ ອີງ​ຕາມ​ລາຍ​ງານ ທີ່​ຂຽນ​ໂດຍ​ທ່ານນາງຄາ​ຕາ​ຊີ​ນາ ກູ​ບີ​ອັກ ນັກ​ວິ​ເຄາະ​ຈາກ​ກຸ່ມ​ຕາ​ໜ່າງ​ຜູ້​ນຳ​ຢູ​ໂຣບ ຊຶ່ງ​ນາງ​ກູ​ບີ​ອັກ ກ່າວ​ກ່ຽວ​ກັບ​ເລື້ອງນີ້​ວ່າ:

“ລູກ​ສອນ​ໄຟ​ເຫຼົ່າ​ນີ້ ຈະ​ເໜືອກວ່າ​ລະ​ບົບ​ລູກ​ສອນ​ໄຟ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ ທັງ​ໃນ​ດ້ານ​ຄວາມ​ໄວ ແລະ​ໂດຍ​ຜ່ານ​ການ​ປັບ​ໂຕ ແລະ​ກໍຈະສາ​ມາດ​ເລັດ​ລອດ​ຜ່ານ​ລະບົບ​ປ້ອງ​ກັນ​ທາງ​ອາ​ກາດ​ແລະ​ລະ​ບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ທີ່​ມີ​ຢູ່ ສຳ​ລັບ​ຫຼາຍໆ​ປີຕໍ່​ໜ້າ ແລະ​ນອກ​ເໜືອ​ໄປ​ຈາກນີ້​ແລ້ວ ພວກ​ເຮົາ​ຍັງ​ຮູ້​ເຫັນ​ເປັນ​ພ​ະ​ຍານ​ໃນ​ການສຳ​ຫຼວດ​ຊອກ​ຫາ​ເທັກ​ໂນ​ໂລ​ຈີ​ຕໍ່​ຕ້ານ​ດາວ​ທຽມທີ່​ຮວມ​ທັງ​ລູກ​ສອນ​ໄຟ​ນຳ​ດ້ວຍ.”

ການ​ພັດ​ທະ​ນາ​ລູກ​ສອນ​ໄຟ ​ທີ່​ມີ​ຄວາມ​ສາ​ມາດ​ທັງ​ບັນ​ທຸກ​ລູກ​ລະ​ເບີດ​ທຳ​ມະ​ດາ​ແລະ​ຫົວ​ລະ​ເບີດ​ນິວ​ເຄ​ລຍ​ໄດ້​ນັ້ນ ແມ່ນ​ໄດ້​ນຳ​ສະ​ເໜີ​ ຄວາມ​ຄຸມ​ເຄືອ​ໃນ​ລະ​ດັບໃໝ່ ແລະ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ຄາດ​ຄຳ​ນວນ​ທີ່​ຜິດ​ພາດ​ຢ່າງ​ຮ້າຍ​ແຮງ ຊຶ່ງທ່ານນາງ​ກູ​ບີ​ອັກ​ກ່າວ​ວ່​າ:

“ດັ່ງ​ນັ້ນ ໃນ​ເວ​ລາ​ທີ່​ເກີດ​ວິ​ກິດ​ການ ພວກ​ທະ​ຫານ​ຈະ​ໄດ້​ຮັບ​ຄວາມ​ກົດ​ດັນ​ຢ່າງໜັກ ແລະ​ບໍ່​ຮູ້​ວ່າ ມີ​ການ​ຍິງ​ລູກ​ສອນ​ໄຟ​ປະ​ເພດ​ໃດ​ໄປ​ໃສ່​ເຂົາ​ເຈົ້າ ພວກ​ເຂົາເຈົ້າ​ອາດ​ຈະ​ຄາດ​ເດົາ​ວ່າ​ເປັນ​ສະ​ຖາ​ນະ​ການ​ທີ່​ຮ້າຍ​ແຮງ​ສຸດຫຼື​ຊັ່ງ​ຊາ​ເບິ່ງ​ສະ​ຖານະ​ການ​ທີ່​ບໍ່​ຖືກ​ຕ້ອງ ຊຶ່ງ​ອາດ​ຈະ​ນຳ​ພາ​ໄປ​ສູ່​ ການ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ຮ້າຍແຮງ​ຂຶ້ນ​ແບບ​ບໍ່​ໄດ້​ຕັ້ງ​ໃຈ.”

ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ທີ່​ປະ​ສົບ​ກັບ​ຄວາມ​ລົ້ມ​ແຫຼວ​ຢູ່​ໃນ​ເຂດ​ຂົ້ວ​ໂລກ​ເໜືອຂອງ​ຣັດ​ເຊຍ​ເມື່ອ​ຕົ້ນ​ເດືອນນີ້ ເຮັດ​ໃຫ້​ພວກ​ຄົນ​ງານ​ຢ່າງ​ໜ້ອຍ 5 ຄົນ​ເສຍ​ຊີ​ວິດແລະ​ເຮັດ​ໃຫ້​ລະ​ດັບ​ຂອງ​ກຳ​ມັນ​ຕະ​ພາບ​ລັງ​ສີ​ຢູ່​ໃນ​ເຂດ​ດັ່ງ​ກ່າວ​ເພີ້ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ ຊຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເປັນ​ຫ່ວງ​ຂອງ​ໂລກກ່ຽວ​ກັບ​ການ​ພັດ​ທະນາ​ລູກ​ສອນ​ໄຟທີ່​ຂັບ​ດັນ​ໂດຍພະ​ລັງ​ນິວ​ເຄ​ລຍ​ຂອງ​ມົ​ສ​ກູ.

ທ່ານ​ນາງ​ກູ​ບີ​ອັກ​ກ່າວ​ວ່າ ໂຄງ​ຮ່າງ​ຄວາມ​ໝັ້ນ​ຄົງ​ຂອງ​ໂລກ ທີ່​ຫ້ອມ​ລ້ອມ​ການ​ແຜ່​ຜາຍ​ລູກ​ສອນ​ໄຟນັ້ນ​ ພວມ​ປະ​ສົບ​ກັບ​ບັນ​ຫາ ​ຂະ​ໜາດ​ໃຫຍ່ ແລະ​ຈະ​ນຳ​ບໍ່​ທັນການ​ພັ​ດ​ທະ​ນາ​ຂອງ​ເທັກ​ໂນ​ໂລ​ຈີ ທີ່​ລ້ຳ​ໜ້າ​ຢ່າງວ່ອງ​ໄວນັ້ນ.​ ທ່ານ​ນາງ​ກູ​ບີ​ອັກ ກ່າວວ​ວ່າ:

“ລະ​ບົບ​ການ​ຄຳ​ນວນ​ດ້ານຄວາມ​ໝັ້ນ​ຄົງ ​ທີ່​ສັບ​ສົນ​ຢູ່​ແລ້ວ ​ຍິ່ງ​ຈະ​ມີ​ຄວາມ​ຫຍຸ້ງ​ຍາກ​ຕື່ມ​ຂຶ້ນ ດັ່ງ​ນັ້ນການ​ແຜ່​ຜາຍ​ຂອງ​ລູກ​ສອນ​ໄຟ​ຢ່າງ​ເປັນ​ອິດ​ສະ​ຫຼະ ຍິ່ງ​ຈະ​ເຮັດ​ໃຫ້​ການ​ແຂ່ງ​ຂັນ​ລະ​ຫວ່າງ​ປະ​ເທດ ມີ​ຄວາມ​ຮ້າຍ​ແຮງ​ຕື່ມ​ຂຶ້ນ ມັນ​ຈະ​ເຮັດ​ໃຫ້​ຕົ້ນທຶນ​ໃນ​ການ​ຮັກ​ສາ​ສະ​ຖຽນ​ລະ​ພາບ ຢູ່​ໃນ​ພູ​ມີ​ພາກ ແລະ​ໃນ​ທົ່ວ​ໂລກ​ສູງ​ຂຶ້ນ ມັນຈະ​ເຮັດ​ໃຫ້​ຕົ້ນ​ທຶນ ແລະ​ຄວາມ​ສ່ຽງ ​ໃນ​ການສູ້​ລົບ​ຫຼື​ປະ​ເຊີນ​ໜ້າ​ກັນທາງ​ທະ​ຫານ​ສູງ​ຂຶ້ນ.”

ລາຍ​ງານ​ກ່າວ​ວ່າ ປະ​ຊາ​ຄົມ​ນາໆ​ຊາດ​ ມີ​ຄວາມ​ຈຳ​ເປັນ ​ທີ່​ຈະ​ຕ້ອງ​ນຳ​ເອົາ ​ເລື້ອງ​ລູກ​ສອນໄຟ ເຂົ້າໄວ້​ເປັນ​ຫົວ​ຂໍ້​ສຳ​ຄັນ​ທາງ​ດ້ານ​ການ​ເມືອງຮວມ​ທັງ​ເສີມ​ຂະ​ຫຍາຍການ​ຫ້າມ​ແຜ່​ຜາຍ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ແລະ​ມາດ​ຕະ​ການ​ທີ່​ໂປ່ງ​ໃສ ແລະ​ເຈ​ລະ​ຈາສົນ​ທິ​ສັນ​ຍາ​ເພື່ອ​ແກ້​ໄຂ​ບັນ​ຫາ​ເທັກ​ໂນ​ໂລ​ຈີໃໝ່​ກ່ຽວ​ກັບລູກ​ສອນ​ໄຟ.

Hypersonic, Dual-Capable Missiles Pose Huge Global Threat, Report Warns
please wait

No media source currently available

0:00 0:02:52 0:00

New missile technologiesincluding so-called hypersonic systems capable of travelling at more than 25 times the speed of soundare fuelling a new global arms race, according to a new report. The research warns that the collapse of the Intermediate Range Nuclear Forces Treaty between the United States and Russia last month is just the latest example of the growing pressure on the global security architectureand new treaties are urgently needed to counter the threat of emerging technologies. Henry Ridgwell reports.

Russia conducted a test flight of its Avangard hypersonic missile system December last year. Moscow claims it travels at over 11 thousand kilometers per hour and is able to evade defense systemsas this Russian Defense Ministry animation shows.

The systemknown as a hypersonic glide vehiclewould be able to carry nuclear and conventional payloads. Russia says the Avangard is now under serial production.

The United States, China and Australia are also developing their own systems, says report author Katarzyna Kubiak of analyst group the European Leadership Network.

Katarzyna Kubiak, European Leadership Network:

"These are going to outmatch existing missile systems by speed and by maneuverability, and are going to be able to potentially bypass any existing air and missile defense systems for years to come. And on top of this we also witness an exploration in anti-satellite technologies which include missiles."

The development of dual-capable missilescapable of carrying conventional or nuclear warheadshas introduced a new level of ambiguity and the potential for devastating miscalculation.

Katarzyna Kubiak, European Leadership Network:

"So in a crisis situation the military is acting under very heavy pressure. And not knowing what kind of missile is flying into them, they might either assume the worst case scenario or misjudge a situation which could then lead to an inadvertent escalation."

The failed test of a missile in the Russian Arctic earlier this month killed at least five workers and led to a spike in local radiation levelsunderlining global concerns over Moscow's development of nuclear-propelled missiles.

Kubiak says the global security architecture surrounding missile proliferation is under huge strainand is being rapidly outpaced by developing technology.

Katarzyna Kubiak, European Leadership Network:

"The already very complex security calculus is going to be even harder. So an unbound missile proliferation will aggravate inter-state competition, it's going to increase costs of maintaining regional and global stability, it's going to increase the costs and the risks of military encounters."

The report says the international community urgently needs to put missiles high on the political agendaincluding the strengthening of existing non-proliferation and transparency measures and negotiating treaties to address new missile technologies.

XS
SM
MD
LG