ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາ​ກິ​ສ​ຖານ​ເວົ້າ​ວ່າ ອິນ​ເດຍວາງ​ແຜນ​ ທຳ​ການ​ໂຈມ​ຕີ ຂ້າມ​ຊາຍ​ແດນ ຢູ່​ໃນ​ແຄວ້ນແຄັສ​ເມຍ


ພວກ​ນັກ​ສຶກ​ສາ​ປາກິ​ສ​ຖານ ຖື​ທຸງ​ປາ​ກິ​ສ​ຖານ ແລະ​ທຸງ​ຂອງ​ແຄວ້ນ​ແຄ​ສ​ເມຍ ຢູ່​ໃນຫໍ​ອາ​ນຸ​ສອນສະ​ຖານ​ບັນ​ຈຸ​ສົບຂອງ ທ່ານ Muhammad Ali Jinnah ໃນ​ການ​ສະ​ຫວອງວັນ​ຊາດ ໃນນະ​ຄອນ​ກາ​ຣາ​ຈີ, 14 ສິງ​ຫາ, 2019
ພວກ​ນັກ​ສຶກ​ສາ​ປາກິ​ສ​ຖານ ຖື​ທຸງ​ປາ​ກິ​ສ​ຖານ ແລະ​ທຸງ​ຂອງ​ແຄວ້ນ​ແຄ​ສ​ເມຍ ຢູ່​ໃນຫໍ​ອາ​ນຸ​ສອນສະ​ຖານ​ບັນ​ຈຸ​ສົບຂອງ ທ່ານ Muhammad Ali Jinnah ໃນ​ການ​ສະ​ຫວອງວັນ​ຊາດ ໃນນະ​ຄອນ​ກາ​ຣາ​ຈີ, 14 ສິງ​ຫາ, 2019

ນາ​ຍົກລັດ​ຖະ​ມົນ​ຕີ ອິມ​ຣານ ຄານ​ຂອງ​ປາ​ກິ​ສ​ຖານ​ໄດ້​ເຕືອນໃນ​ວັນ​ພຸດ​ວານນີ້ ວ່າ ​ອິນ​ເດຍ​ທີ່​ເປັນ​ຄູ່​ສັດ​ຕູຂອ​ງ​ຕົນນັ້ນກຳ​ລັງ​ວາງ​ແຜນ​ການ​ໂຈມ​ຕີ​ທາງ​ທະ​ຫານ​ຂ້າມ​ຊາຍ​ແດນ​ຄັ້ງ​ໃຫຍ່ “​ເພື່ອ​ບ່າຍບ່ຽງຄວາມ​ສົນ​ໃຈ​ຂອງ​ໂລກ” ຕໍ່ການ​ທັບ​ມ້າງ​ທີ່ຮ້າຍແຮງ​ຂອງ​ປະ​ເທດ​ດັ່ງ​ກ່າວ ​ເມື່ອ​ມໍ່ໆ​ມານີ້ ຢູ່​ໃນ​ພາກ​ສ່ວນ​ທີ່​ເປັນ​ຂອງອິນ​ເດຍ ​ຢູ່ແຄວ້ນ​ແຄ​ສ​ແມຍ (Kashmir) ທີ່​ມີ​ການ​ຂັດ​ແຍ້ງ​ກັນ​ນັ້ນ.

ທ່າ​ນ ຄານ ໄດ້​ອອກ​ຄຳ​ເຕືອນດັ່ງ​ກ່າວໃນ​ວັນ​ພຸດ​ວານນີ້ ຢູ່​ໃນການ​ກ່າວຄຳ​ປາ​ໄສ​ຜ່ານ​ໂທ​ລະ​ພາບ​ທີ່ກະ​ຈາຍໄປ​ທົ່ວ​ປະ​ເທດ ທີ່ກ່ຽວຂ້ອງ​ກັບ​ການ​ສະ​ຫລອງວັນ​ຊາດ​ປາ​ກິ​ຖານ. ຄຳເຕືອນນັ້ນໄດ້​ອອກ​ມາ​ໃນເວ​ລາ​ນານກວ່າ 1 ອາ​ທິດ​ ພາ​ຍ​ຫລັງ​ທີ່​ນິວ​ເດ​ລີໄດ້​ຍົກ​ເລີກລັດ​ຖະ​ທຳ​ມະ​ນູນເຄິ່ງປົກ​ຄອງຕົນ​ເອງຂອງ​ພາກ​ສ່ວນ​ທີ່​ຄຸ້ມ​ຄອງ​ໂດຍ​ອິນ​ເດຍຢູ່​ໃນແຄວ້ນ​ແຄັ​ສ​ເມຍ ທີ່​ຕັ້ງ​ຢູ່​ເທິງ​ພູ​ເຂົາ​ຮິ​ມະ​ໄລ ທີ່​ມີ​ຊາວ​ມຸ​ສ​ລິມ​ເປັນ​ຄົນ​ກຸ່ມ​ໃຫຍ່​ນັ້ນ.

ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ຂອງ​ອິນ​ເດຍ ຕາມ​ມາ​ດ້ວຍ​ການ​ເອົາ​ທະ​ຫານ​ຫລາຍ ສິບ​ພັນ​ຄົນ​ໄປ​ປະ​ຈຳ​ຢູ່​ໃນ​ຂົງ​ເຂດ​ດັ່ງ​ກ່າວ, ປິດບໍ່​ໃຫ້​ມີ​ການ​ສື່​ສານ, ແລະ​ມີ​ການ​ຈັບ​ພວກ​ຜູ້​ນຳ​ທາງການ​ເມືອງ​ຊາວ​ແຄັ​ສ​ເມຍ​ຫລາຍ​ຮ້ອຍ​ຄົນ ໃຫ້ຖືກ​ກັກ​ຕົວ​ໄວ້​ຢູ່​ໃນ​ເຮືອນເພື່ອ​ປາບ​ປາມບໍ່​ໃຫ້​ມີ​ການໃຊ້​ຄວາມ​ຮຸນ​ແຮງ​ໂຕ້​ຕອບ​ຄືນ​ຢ່າງ​ກ້​ວາງ​ຂວາງ.

ໃນ​ຂະ​ນະ​ທີ່​ກ່າວ​ຄຳ​ປາ​ໄສຢູ່ໃນ​ສະ​ພາ​ນິ​ຕິ​ບັນ​ຍັດ​ຂອງ​ພາກ​ສ່ວນ​ທີ່​ຄຸ້ມ​ຄອງ​ໂດຍ​ປາ​ກິ​ສ​ຖານ​ຢູ່​ໃນ​ແຄວ້ນ​ທີ່​ຂັດ​ແຍ້ງ​ກັນ​ທີ່​ເອີ້ນ​ວ່າ ອາ​ຊາດ (Azad) ຊຶ່ງ​ແປ​ວ່າ ​ແຄວ້ນແ​ຄັສ​ເມຍ​ທີ່ເປັນເອ​ກະ​ລາດ ຢູ່​ນັ້ນ ທ່ານຄານ ໄດ້​ກ່າວ​ຫາ​ວ່າ ​ມາດ​ຕະ​ການ​ດ້ານ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງອິນ​ເດຍ ມີ​ຈຸດ​ປະ​ສົງ​ທີ່​ຈະ​ເຮັດ​ໃຫ້ "ການ​ກະ​ທຳ​ທີ່​ໂຫດ​ຮ້າຍ​ປ່າ​ເຖື່ອນ ແລະ​ການຂົ່ມ​ເຫັງ" ຕໍ່​ຊາວ​ແຄັ​ສ​ເມຍທີ່ກຳ​ລັງ​ຮຽກ​ຮ້ອງ​ໃຫ້​ມີ​ສິດ​ປົກ​ຄອງ​ຕົນ​ເອງນັ້ນ ຮ້າຍ​ແຮງ​ຂຶ້ນກວ່າ​ເກົ່າ.

​ທ່ານ​ຄານ​ກ່າວ​ວ່າ "ພວກ​ເຮົາ​ມີ​ຂໍ້​ມູນ​ຫລາຍ​ທີ່​ສຸດ​ວ່າ ເພື່ອບ່າຍ​ບ່ຽງຄວາມ​ສົນ​ໃຈ​ຂອງ​ໂລກ​ອອກ​ໄປຈາກ​ມາດ​ຕະ​ການ​ເຫລົ່າ​ນັ້ນ ຢູ່​ໃນ​ເຂດ​ທີ່​ຖືກ​ຢຶດ​ຄອງ​ໃນແຄັ​ສ​ເມຍ, ພວກ​ອິນ​ເດຍ ດຽວນີ້​ກຳ​ລັງກຽມ​ແຜນ​ທີ່​ຈະ​ເລີ້ມ​ລົງ​ມື​ປະ​ຕິ​ບັດ​ການ​ທາງ​ທະ​ຫານ​ຄັ້ງ​ໃຫຍ່ ຢູ່​ໃນ​ແຄວ້ນ​ແຄັ​ສ​ເມຍອາ​ຊາດ.” ທ່ານ​ກ່າວ​ຕໍ່​ໄປ​ວ່າ "ຖ້ອຍ​ຄຳ​ຂອງ​ຂ້າ​ພະ​ເຈົ້າ ທີ່​ສົ່ງ​ເຖິງນາ​ຍົກ​ລັດ​ຖະ​ມົນ​ຕີນາ​ເຣນ​ດ​ຣາ ໂມ​ດີຂອງ​ອິນ​ເດຍ ຈາກ​ເວ​ທີນີ້ ກໍ​ຄື ພວກ​ເຮົາ​ຈະ​ຕອບ​ໂຕ້​ຄືນ​ໃນທັນ​ທີຕໍ່​ການ​ກະ​ທຳ​ໃດ​ກໍ​ຕາມ ທີ່​ທ່ານກຳ​ລັງ​ກຽມ​ວ່າ​ຈະ​ເຮັດ… ເວ​ລາ​ໄດ້​ມາ​ເຖິງ​ແລ້ວ​ທີ່​ພວກ​ເຮົາ​ຈະ​ໄດ້​ສັ່ງ​ສອນ​ທ່ານ​ໃຫ້​ຮູ້.”

ອິ​ສ​ລາ​ມາ​ບັດ ໄດ້​ຂັບ​ໄລ່​ຂ້າ​ຫລວງ​ໃຫຍ່​ຂອງ​ອິນ​ເດຍ​ປະ​ຈຳ​ປາ​ກິ​ສ​ຖານ​ອອກ​ໄປ​ແລ້ວ, ແລະ​ໄດ້​ງົດ​ສ​າຍ​ພົວ​ພັນ​ການ​ຄ້າ​ສອງ​ຝ່າຍ ແລະ​ການ​ຂົນ​ສົ່ງສາ​ທາ​ລະ​ນະ​ທັງ​ໝົດ ເພື່ອ​ຕອບ​ໂຕ້ ຕໍ່​ການ​ຕັດ​ສິນ​ໃຈ​ຂອງນິວ​ເດ​ລີ ໃນ​ວັນ​ທີ 5 ສິງ​ຫາ​ຜ່ານ​ມາ.

ສະ​ພາບ​ການທີ່​ຕາມ​ມາ​ຈາກ​ການ​ຕັດ​ສິນ​ໃຈ​ນັ້ນ ໄດ້​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ ອິນ​ເດຍ​ກັບ​ປາ​ກິ​ສ​ຖານເພີ້ມ​ຄວາມ​ຮ້າຍ​ແຮງ​ຂຶ້ນ​ຫລາຍ ແລະ ປະ​ເທດ​ດັ່ງ​ກ່າວ ໄດ້​ເຮັດ​ສົງ​ຄາມ​ຢ່າງ​ເຕັມ​ອັດ​ຕາ​ມາ​ແລ້ວ​ສອງ​ຄັ້ງ​ກ່ຽວ​ກັບ​ແຄວ້ນແຄັ​ສ​ເມຍ ນັບ​ແຕ່​ໄດ້​ຮັບ​ເອ​ກະ​ລາດ​ຈາກ​ອັງ​ກິດໃນ​ປີ 1947 ເປັນ​ຕົ້ນ​ມາ. ປະ​ເທດ​ເຫລົ່າ​ນີ້ ແມ່ນ​ມີອາ​ວຸດນິວເຄ​ລຍ​ໃຫ້​ກຳ​ລັງ​ທະ​ຫານ​ຂອງ​ຕົນ ແລະ​ໄດ້​ເກືອບ​ວ່າ​ຈະ​ເຮັດ​ສົງ​ຄາມ​ນຳ​ກັນ​ກ່ຽວ​ກັບ​ການ​ຂັດ​ແຍ້ງເລື້ອງເຂດ​ນ້ຳ​ດິນ​ແດນ​ຕອນນັ້ນ ໃນ​ເດືອນ​ກຸມ​ພາ​ຜ່ານ​ມາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG