ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ ທ​ຣຳ ສະ​ເໜີ ການ​ປະ​ຊຸມ​ສ່ວນ​ຕົວ ກັບ ຄູ່​ຕຳ​ແໜ່ງ ຝ່າຍຈີນ ກ່ຽວ​ກັບ ຮົງ​ກົງ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃຫ້​ຄຳ​ເຫັນ​ຢູ່​ທຳ​ນຽບ​ຂາວ. 17 ກໍ​ລະ​ກົດ, 2019.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃຫ້​ຄຳ​ເຫັນ​ຢູ່​ທຳ​ນຽບ​ຂາວ. 17 ກໍ​ລະ​ກົດ, 2019.

ກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ຈີນ ທ​ີ່ຖືກ​ພົບ​ເຫັນ​ອອກ​ປະ​ຕິ​ບັດ​ການ​ໃນ​ທົ່ວ
ເຂດຊາຍແດນຕິດກັບ ຮົງກົງ ນັ້ນ, ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ເວົ້າ
ວ່າຂໍ້ຕົກລົງການຄ້າກັບ ຈີນ ອາດຖືກເລື່ອນເວລາອອກໄປ ຈົນກວ່າເຂົາເຈົ້າຈະບັນລຸ
ຂໍ້ແກ້ໄຂບັນຫາທີ່ມີມະນຸດສະທຳ ກັບຜູ້ປະທ້ວງສະໜັບສະໜູນປະຊາທິປະໄຕຂອງ
ຮົງກົງ, ແລະ ແມ່ນກະທັ້ງໄດ້ສະເໜີວ່າ ທ່ານອາດເປັນຜູ້ນຳພາໃນການໄກ່ເກ່ຍຂໍ້ຕົກ
ລົງດ້ວຍຕົວທ່ານເອງ ລະຫວ່າງ ລັດຖະບານ ປັກກິ່ງ ກັບ ຜູ້ຕໍ່ຕ້ານລັດຖະບານ.

ທ່ານ ທ​ຣຳ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ເມື່ອ​ຄືນ​ວັນ​ພຸດ​ວານນີ້, ເວົ້າ​ໂອ້ອວດ ກ່ຽວ​ກັບ
ຄວາມໄດ້ປຽບຂອງລັດຖະບານຂອງທ່ານ ຕໍ່ລັດຖະບານ ປັກກິ່ງ ໃນການເຈລະຈາທີ່
ກຳລັງດຳເນີນຢູ່ ເພື່ອສິ້ນສຸດສົງຄາມການຄ້າລະຫວ່າງສອງປະເທດນັ້ນ. ຫຼັງຈາກໄດ້
ຂຽນວ່າ “ຫຼາຍພັນບໍລິສັດ” ແມ່ນກຳລັງໜີອອກຈາກ ຈີນ ນັ້ນ, ທ່ານປະທານາທິບໍດີໄດ້
ເວົ້າວ່າ “ແນ່ນອນ ຈີນ ຕ້ອງຢາກເຮັດຂໍ້ຕົກລົງ. ໃຫ້ເຂົາເຈົ້າຮັບມືກັບ ຮົງກົງ ຢ່າງມີມະ
ນຸດສະທຳກ່ອນ.”

ຫຼັງ​ຈາກ​ນັ້ນ ທ່ານ ທ​ຣຳ ໄດ້​ກ່າວ​ວ່າ “ທ່ານ ສີ ຈິ່ນ​ຜິງ, ເຊິ່ງ​ແມ່ນ​ຄູ່​ຮ່ວມ​ຕຳ​ແໜ່ງ​ຂອງ​
ທ່ານຈາກ ຈີນ, “ມີຄວາມເຄົາລົບຫຼາຍສຳລັບປະຊາຊົນຂອງທ່ານ” ແລະວ່າ “ທ່ານບໍ່ມີ
ຄວາມສົງໄສຖ້າປະທານປະເທດ ສີ ຢາກແກ້ໄຂບັນຫາ ຮົງກົງ ຢ່າງວ່ອງໄວ ແລະ ຢ່າງ
ມີມະນຸດສະທຳ, ທ່ານສາມາດເຮັດໄດ້. ປະຊຸມສ່ວນຕົວບໍ?”

ຂໍ້​ຄວາມ​ໃນ​ທວິດ​ເຕີ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ແມ່ນ​ຂໍ້​ຄວາມ​ທີ່​ຍາ​ວ​ທີ່​ສຸດ​ຂອງ​ທ່ານ
ກ່ຽວກັບ ວິກິດການດັ່ງກ່າວໃນດິນແດນຂອງ ຈີນ ນັ້ນນັບຕັ້ງແຕ່ການປະທ້ວງໄດ້ລະ
ເບີດຂຶ້ນເມື່ອສິບອາທິດທີ່ຜ່ານມາ. ໃນການໃຫ້ຄຳເຫັນຕໍ່ບັນດານັກຂ່າວເມື່ອວັນອັງ
ຄານທີ່ຜ່ານມາ, ທ່ານ ທຣຳ, ຜູ້ທີ່ໄດ້ເອົາການຢືນຢັດຢ່າງເດັດຂາດ ກ່ຽວກັບ ການປະ
ທ້ວງນັ້ນໄດ້ກ່າວວ່າ “ສະຖານະການໃນ ຮົງກົງ “ແມ່ນສະຖານະການທີ່ໜັກຫຼາຍ, ໜັກ
ຫຼາຍ. ແລ້ວເຮົາຈະຖ້າເບິ່ງວ່າມັນຈະເກີດຫຍັງຂຶ້ນ, ແຕ່ຂ້າພະເຈົ້າແນ່ໃຈວ່າ ມັນຈະ
ແກ້ໄຂໄດ້.” ທ່ານໄດ້ສະແດງຄວາມຫວັງວ່າ ຈະບໍ່ມີໃຜໄດ້ຮັບບາດເຈັບ ແລະ “ເພື່ອ
ເສລີພາບ.”

​ສະ​ຖາ​ນະ​ການ​ໄດ້​ປ່ຽນ​ໄປ​ໃນ​ທາງ​ທີ່​ໜ້າ​ເປັນ​ຫ່ວງ​ໃນ​ວັນ​ພະ​ຫັດ​ມື້ນີ້ໂດຍ​ທີ່​ມີ​ລາຍ
ຈາກ​ທັງ​ອົງ​ການ​ຂ່າວຣອຍ​ເຕີ້ແລະ​ອົງ​ການ​ຂ່າວ AFP ​ຂອງ​ຝ​ຣັ່ງ ທີ່​ໄດ້​ສັງ​ເກດ
ເຫັນ​ພວກ​ທະ​ຫານ​ຂອງກຳ​ລັງ​ຕຳ​ຫຼວດ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ຫຼາຍ​ຮ້ອຍ​ຄົນ​ພວມ
ຝຶກ​ແອບ​ຢູ່​ໃນ​ເດີ່ນ​ກິ​ລາ​ແຫ່ງ​ນຶ່ງ​ໃນ​ເມືອງ​ເຊນ​ເຊັນ (Shenzhen) ທາງ​ພາກ​ໃຕ້
ຂອງ​ຈີນ ທີ່​ມີ​ຊາຍ​ແດນ​ຕັ້ງ​ຢູ່​ກົງ​ກັນ​ຂ້າມ​ກັບ​ຮົງ​ກົງ. ມີ​ການ​ແນມ​ເຫັນ​ລົດ​ບັນ​ທຸກ
ຫຼາຍ​ສິບ​ຄັນ ພ້ອມ​ດ້ວຍ​ລົ​ດ​ຫຸ້ມ​ເກາະ​ລຳ​ລຽງ​ພົນ ແລະ​ລົດ​ທະ​ຫານ​ອື່ນໆ​ອີກ ຢູ່ ນອກ​
ເດີ່ນກິລາແຫ່ງນັ້ນ.

ການ​ສົ່ງ​ກຳ​ລັງ​ຕຳ​ຫຼວດ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ໄປ​ເຂດ​ຊາຍ​ແດນ​ແມ່ນ​ໄດ້​ຮັບ​ການ​ຢືນ
ຢັນກ່ອນໜ້ານີ້ ໂດຍລາຍງານຂ່າວຂອງທາງການຈີນ ທີ່ອ້າງວ່າ ໄດ້ມີການເຕົ້າ​ໂຮມ​
ກຳລັງດັ່ງກ່າວ ຢູ່ທີ່ເມືອງເຊນເຊັນ.

ໂຄ​ສົກ​ຄົນ​ນຶ່ງ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ
ສະຫະລັດ ແມ່ນ “ເປັນຫ່ວງຢ່າງຍິ່ງ” ກ່ຽວກັບ ລາຍງານການເຄື່ອນໄຫວຂອງກອງກຳ
ລັງຮັກສາຄວາມສະຫງົບ ຈີນ ຢູ່ຕາມເຂດຊາຍແດນຕິດກັບ ຮົງກົງ.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ສະ​ໜັບ​ສະ​ໜູນ​ໃຫ້ ຈີນ ແລະ
ທຸກຝ່າຍໃນ ຮົງກົງ ຫາທາງແກ້ໄຂບັນຫາ ໂດຍໃຫ້ການເຄົາລົບ ຕໍ່ເສລີພາບຂອງຊາວ
ຮົງກົງ ແລະ ການປົກຄອງຕົນເອງໃນລະດັບທີ່ສູງຂອງ ຮົງກົງ, ດັ່ງທີ່ໄດ້ລະບຸໄວ້ ໃນ
ຖະແຫຼງການຮ່ວມ ຈີນ-ອັງກິດ. ມັນສຳຄັນຫຼາຍສຳລັບລັດຖະບານ ຮົງກົງ ທີ່ຈະໃຫ້
ຄວາມເຄົາຕໍ່ເສລີພາບໃນການປາກເວົ້າ ແລະ ການໂຮມຊຸມນຸມຢ່າງງຽບສະຫງົບ, ດັ່ງ
ທີ່ໄດ້ລະບຸໄວ້ໃນຖະແຫຼງການຮ່ວມ ຈີນ-ອັງກິດ, ແລະ ສຳລັບ ຈີນ ໃຫ້ເຄົາລົບຕໍ່ການ
ປົກຄອງຕົນເອງໃນລະດັບທີ່ສູງຂອງ ຮົງກົງ.”

ໃນ​ວັນ​ພຸດ​ວານນີ້, ທີ່​ປຶກ​ສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ທ່ານ ຈອນ ໂບ​ລ​ຕັນ ໄດ້​
ເຕືອນ ຈີນ ໃຫ້ໃຊ້ຄວາມຢັບຢັ້ງ ໃນການຮັບມືການປະທ້ວງຂອງເຂົາເຈົ້າໃນ ຮົງກົງ.

With Chinese security forces spotted conducting exercises across the border with Hong Kong, U.S. President Donald Trump says a trade agreement with China could be delayed until it reaches a humane resolution with Hong Kong's pro-democracy demonstrators, even suggesting he could personally broker an agreement between Beijing and the dissidents.

Trump went on Twitter late Wednesday night to boast about his administration's upper hand against Beijing in the ongoing negotiations to end the two countries' trade war.After writing that "thousands of companies" are leaving China, the president said "Of course China wants to make a deal. Let them deal humanely with Hong Kong first!" [[ https://twitter.com/realDonaldTrump/status/1161767691646115840 ]]

Trump then said Xi Jingping, his Chinese counterpart, "very much has the respect of his people," and that he had " ZERO doubt that if President Xi wants to quickly and humanely solve the Hong Kong problem, he can do it. Personal meeting?"[[ https://twitter.com/realDonaldTrump/status/1161774305895694336 ]]

The president's tweets were his most extensive about the crisis in the Chinese territory since the demonstrations broke out 10 weeks ago.In comments to reporters Tuesday, Trump, who last week took a hands-off stance on the protests, said the Hong Kong situation "is a very tough situation, very tough. We'll see what happens, but I'm sure it will work out." He expressed the hope that no one would get hurt and "for liberty."

The situation took an ominous turn Thursday, with reporters from both Reuters and AFP ((Agencie France Presse)) observing hundreds of members of China's People's Armed Police conducting exercises in a sports stadium in the southern city of Shenzhen, which sits across the border from Hong Kong.Dozens of trucks, armored personnel carriers andother military vehicles were spotted outside the stadium.

The deployment of the PAP forces confirms earlier reports published by Chinese state-run media claiming the forces was already assembling in Shenzhen.

A spokespeson for the U.S. State Department said Wednesday the United States is "deeply concerned" by reports of Chinese paramilitary movement along the border with Hong Kong.

XS
SM
MD
LG