ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກການເງິນ ສຫລ ແຈັຟຟຣີ ແອັບສຕີນ ເສຍຊີວິດ ຍ້ອນການຂ້າຕົວຕາຍ ຂະນະ ຖືກຄວບຄຸມໂຕ ໂດຍລັດຖະບານກາງ


ພາບນີ້ ຖ່າຍໃນວັນທີ 28 ມີນາ 2017, ສະໜອງໂດຍ ຫ້ອງການຂຶ້ນທະບຽນ ພວກກຳຄວາມຜິດທາງເພດ ຂອງລັດນິວຢອກ ສະແດງໃຫ້ເຫັນ ທ່ານແຈັຟຟຣີ ແອັບສຕີນ (Jeffrey Epstein).
ພາບນີ້ ຖ່າຍໃນວັນທີ 28 ມີນາ 2017, ສະໜອງໂດຍ ຫ້ອງການຂຶ້ນທະບຽນ ພວກກຳຄວາມຜິດທາງເພດ ຂອງລັດນິວຢອກ ສະແດງໃຫ້ເຫັນ ທ່ານແຈັຟຟຣີ ແອັບສຕີນ (Jeffrey Epstein).

ປາກົດວ່າ ເກີດເຫດການຂ້າຕົວຕາຍ ໃນຂະນະຢູ່ໃນການຄວບຄຸມ ໂດຍລັດຖະບານ
ກາງ ຂອງທ່ານແຈັຟຟຣີ ແອັບສຕີນ (Jeffrey Epstien) ນັກການເງິນສະຫະລັດ ຜູ້ທີ່
ຮູ້ຈັກຜູ້ທີ່ມີຊື່ສຽງຫຼາຍຄົນ ທີ່ກຳລັງຖືກສືບສວນສອບສວນ ໂດຍອົງການສັນຕິບານກາງ
FBI ແລະສຳນັກງານຫົວໜ້າກວດກາຂອງກະຊວງຍຸຕິທຳ.

ທ່ານແອັບສຕີນ ຜູ້ທີ່ເປັນມິດສະຫາຍກັບ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ
ອະດີດປະທານາທິບໍດີ ບີລ ຄລິນຕັນ ແລະເຈົ້າຊາຍ ແອນດຣູ ແຫ່ງອັງກິດ ກຳລັງປະ
ເຊີນກັບໂທດຈຳຄຸກ 45 ປີ ຖ້າຫາກຖືກພົບເຫັນວ່າ ມີຄວາມຜິດ ໃນຂໍ້ຫາເປັນຜູ້ບົງການ
ຂະບວນການຄ້າມະນຸດ ແລະການລະເມີດ ທາງເພດພວກເດັກຍິງທີ່ຍັງບໍ່ທັນກະສຽນ
ຫຼາຍສິບຄົນ.

ສື່ມວນຊົນໄດ້ລາຍງານວ່າ ທ່ານແອັບສຕີນ ໄດ້ຖືກກຳນົດໃຫ້ສິ້ງຊອມເບິ່ງ ເພື່ອປ້ອງ
ກັນບໍ່ໃຫ້ຂ້າຕົວຕາຍ ຫຼັງຈາກທີ່ ຜູ້ກ່ຽວຖືກສົງໄສວ່າ ພະຍາຍາມທີ່ຈະຂ້າຕົວຕາຍ
ມາແລ້ວໃນເມື່ອກ່ອນ ແຕ່ກໍໄດ້ຖືກຖອນອອກຈາກການສິ້ງຊອມເບິ່ງ ເມື່ອທ້າຍເດືອນ
ກໍລະກົດຜ່ານມານີ້.

ລັດຖະມົນຕີກະຊວງຍຸຕິທຳ ທ່ານວີລລຽມ ບາ ໄດ້ກ່າວໃນຖະແຫລງການວ່າ ທ່ານ
“ຮູ້ສຶກຕົກໃຈ” ຕໍ່ການເສຍຊີວິດຂອງທ່ານແອັບສຕີນ ໃນຂະນະທີ່ຢູ່ໃນການຄວບຄຸມ
ຂອງລັດຖະບານກາງ. ທ່ານໄດ່ກ່າວອີກວ່າ “ການເສຍຊີວິດຂອງທ່ານແອັບສຕີນ
ໄດ້ເຮັດໃຫ້ມີຄຳຖາມທີ່ສຳຄັນຫຼາຍຢ່າງ ຊຶ່ງຈະຕ້ອງມີຄຳຕອບ.”

ທ່ານແອັບສຕີນ ໄດ້ຖືກຄຸມຕົວໄວ້ ໂດຍປາດສະຈາກການໄດ້ຮັບປະກັນຕົວ ຢູ່ທີ່ສູນ
ຄຸມຂັງຂອງນະຄອນ ແມນແຮັດຕັນ.

ທ່ານແອັບສຕີນ ໄດ້ຍອມຮັບສາລະພາບຜິດ ໃນປີ 2008 ຕໍ່ຂໍ້ຫາການຄ້າປະເວນີ ໃນ
ລັດຟລໍຣີດາ ຊຶ່ງໃນຄະດີດັ່ງກ່າວ ທ່ານໄດ້ຮັບໃຊ້ໂທດຈຳຄຸກ ໄລຍະ 13 ເດືອນ ແລະ
ຫຼາຍໆວັນໂດຍສ່ວນໃຫຍ່ ຈະຖືກປ່ອຍໂຕໃຫ້ໄປເຮັດວຽກຢູ່ໃນຫ້ອງການຂອງທ່ານ
ຢູ່ພາກໃຕ້ຂອງລັດຟລໍຣີດາ. ທ່ານຍັງໄດ້ຖືກໃຫ້ຂຶ້ນທະບຽນເປັນຜູ້ກະທຳຄວາມຜິດ
ທາງເພດ ແລະຈ່າຍຄ່າຊົດເຊີຍໃຫ້ແກ່ພວກເດັກຍິງທີ່ຍັງບໍ່ທັນກະສຽນ ທີ່ລາວໄດ້
ລະເມີດທາງເພດ.

ທ່ານອາແລັກແຊນເດີ ອາໂຄສຕາ ອະດີດລັດຖະມົນຕີກຊວງແຮງງານ ຂອງປະທານາ
ທິບໍດີ ທຣຳ ຜູ້ທີ່ເຄີຍເປັນໄອຍະການລັດຖະບານກາງ ທີ່ກຳກັບນຳຄະດີຂອງທ່ານ
ແອັບສຕີນ ໃນລັດຟລໍຣີດາ ໃນເວລານັ້ນ ທີ່ໄດ້ຕໍ່ລອງກັບທະນາຍຄວາມຂອງທ່ານ
ແອັບສຕີນ ເພື່ອໃຫ້ຍອມຮັບຜິດນັ້ນ ກໍໄດ້ລາອອກຈາກຕຳແໜ່ງ ຍ້ອນການກຳກັບ ໃນເລື້ອງນີ້ຂອງທ່ານ.

The apparent suicide while in federal custody of well-connected U.S. financier Jeffrey Epstein is being investigated by the FBI and the Justice Department's Office of the Inspector General.

Epstein, who had friendships with U.S. President Donald Trump, former President Bill Clinton and Britain's Prince Andrew, was facing the possibility of 45 years in prison if convicted on charges of orchestrating a sex trafficking ring and sexually abusing dozens of underage girls.

Media reports said Epstein had been placed on suicide watch after a suspected earlier attempt to kill himself, but was removed from the watch at the end of July.

U.S. Attorney General William Barr said in a statement he was "appalled" by Epstein's death while in federal custody. "Mr. Epstein's death raises serious questions that must be answered," Barr said.

Epstein was being held without bail at the Metropolitan Correctional Center in Manhattan.

Epstein to plead guilty in 2008 to Florida state prostitution charges, for which he served a 13-month term and most days was freed to work at his office in south Florida. He also was required to register as a sex offender and pay restitution to the underage girls he abused.

President Trump's former Labor Secretary Alexander Acosta, who had been the federal prosecutor handling the Epstein case in Florida at the time of that plea deal, has resigned over his handling of the matter.

XS
SM
MD
LG