ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນຶ່ງ​ຄົນ​ບາດເຈັບ ໃນ​ການ​ຍິງ​ກັນ ​ຢູ່​ວັດອິ​ສ​ລາມ ໃນ​ປະ​ເທດ ນໍ​ເວ


ເຈົ້າ​ໜ້າ​ທີ່​ສຸກ​ເສີນຢືນ​ຢູ່​ໃກ້​ເປ​ຫາມ​ຄົນ​ເຈັບ ຫຼັງ​ຈາກ​ການ​ຍິງ​ກັນ​ໃກ້​ກັບ ວັດ​ອິ​ສ​ລາມ ອາ​ລ-ນົວ ອ​ິ​ສ​ລາມ, ບໍ່ໄກ​ຈາກນະ​ຄອນຫຼວງ ອອ​ສ​ໂລ, ປະ​ເທດ ນໍ​ເວ. 10 ສິງ​ຫາ, 2019.
ເຈົ້າ​ໜ້າ​ທີ່​ສຸກ​ເສີນຢືນ​ຢູ່​ໃກ້​ເປ​ຫາມ​ຄົນ​ເຈັບ ຫຼັງ​ຈາກ​ການ​ຍິງ​ກັນ​ໃກ້​ກັບ ວັດ​ອິ​ສ​ລາມ ອາ​ລ-ນົວ ອ​ິ​ສ​ລາມ, ບໍ່ໄກ​ຈາກນະ​ຄອນຫຼວງ ອອ​ສ​ໂລ, ປະ​ເທດ ນໍ​ເວ. 10 ສິງ​ຫາ, 2019.

ມື​ປືນ​ຄົນ​ນຶ່ງ​ໄດ້​ເປີດ​ສາກ​ຍິງ​ປືນ ​ໃນ​ວັດ​ອິ​ສ​ລາມ​ແຫ່ງ​ນຶ່ງ ​ທີ່​ນະ​ຄອນຫຼວງ ອອ​ສ​ໂລ
ຂອງປະເທດ ນໍເວ ໃນວັນເສົາວານນີ້, ແລະມີຄົນນຶ່ງໄດ້ຮັບບາດເຈັບ.

ມັນ​ຍັງ​ບໍ່​ທັນ​ຊັດ​ເຈນ​ ໃນ​ທັນ​ທີ​ວ່າ ຜູ້​ເຄາະ​ຮ້າຍ​ໄດ້​ຮັບ​ບາດ​ເຈັບ ​ຈາກ​ການ​ຖືກຍິງ
​ຫຼືບໍ່.

ໃນ​ຕອນ​ແລງ​ຂອງວັນ​ເສົາ​ວານນີ້, ຕຳຫຼວດ​ໄດ້​ພົບ​ເຫັນ​ສົບ ​ຂອງ​ແມ່​ຍິງ​ໜຸ່ມ​ຄົນ​ນຶ່ງ​
ຢູ່​ເຮືອນຂອງຜູ້ຕ້ອງສົງໄສ.

ຕຳຫຼວດ​ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ຜູ້​ຕ້ອງ​ສົງ​ໄສ, ເຊິ່ງ​ປັ​ດ​ຈຸ​ບັນ​ໄດ້​ຖືກ
ຄວບຄຸມຕົວນັ້ນ, ຈະຖືກສອບປາກຄຳ “ກ່ຽວກັບ ເຫດການທີ່ໄດ້ເກີດຂຶ້ນ ຢູ່ວັດ
ອິສລາມ ແລະການຄາດຕະກຳ.”

ຕຳຫຼວດ​ໄດ້​ເວົ້າ​ວ່າ ຜູ້​ຕ້ອງ​ສົງ​ໄສ ​ມີ​ອາ​ຍຸ​ຊາວ​ກ​ວ່າປີ ແລະ “ເປັນ​ຊາວ​ໜຸ່ມພົນລະ
ເມືອງຂອງນໍ​ເວ, ພ້ອມກັບມີເຊື້ອສາຍເປັນຄົນນໍເວ.”

ໂຄ​ສົກ​ຕຳຫຼວດ​ຄົນ​ນຶ່ງ​ ໄດ້​ກ່າວ​ວ່າ ຜູ້​ຕ້ອງ​ສົງ​ໄສ ໄດ້​ອາ​ໄສ​ຢູ່​ໃກ້​ກັບ “ວັດ​ອິ​ສ​ລາມ”
ນັ້ນ.

ທ່ານ ເອີ​ຟານ ມູ​ສ​ຕາກ, ຫົວ​ໜ້າ​ຂອງ​ວັດ​ອິ​ສ​ລາມ​ດັ່ງ​ກ່າວ, ໄດ້​ເຂົ້າ​ໄປ​ໃນ​ສະ​ຖານ​ທີ່​
ບູຊາບໍ່ດົນຫຼັງຈາກ ເກີດການຍິງກັນ. ທ່ານໄດ້ກ່າວຕໍ່ອົງການຂ່າວ ຝຣັ່ງ AFP ວ່າ
ທ່ານໄດ້ເຫັນ “ຊອງລູກປືນກະຈາຍຢູ່ ແລະ ເລືອດຢູ່ຜ້າພົມ ແລະ ທ່ານກໍໄດ້ເຫັນນຶ່ງ
ໃນສະມາຊິກຫຼາຍຄົນຂອງທ່ານ ນັ່ງທັບຜູ້ກະທຳຜິດ.”

ອີງ​ຕາມ​ອົງ​ການ​ຂ່າວ AFP, ສະ​ມາ​ຊິກ ວັດ​ອິ​ສ​ລາມ ຜູ້​ທີ່​ປາ​ກົດ​ວ່າ​ໄດ້​ປ​າ​ບ​ມື​ປືນ​ນັ້ນ,
ແມ່ນຜູ້ຊາຍອາຍຸ 75 ປີ ຜູ້ທີ່ໄດ້ອ່ານຄຳພີ ໂຄຣານ ໃນເວລາທີ່ມືປືນໄດ້ເປີດສາກຍິງ.

ຕຳຫຼວດບໍ່​ໄດ້​ອະ​ທິ​ບາ​ຍ ວິທີ​ທີ່​ຜູ້​ຊາຍ​ສະ​ລາ​ຄົນ​ດັ່ງ​ກ່າວ ສາ​ມາດ​ປາບ​ຜູ້​ຊາຍ​ທີ່​ໜຸ່ມ
ກວ່າໄດ້ແນວໃດ.

A gunman opened fire in a mosque Saturday in Oslo, and one person was injured.

It was not immediately clear if the victim had suffered gunshot wounds.

Later Saturday, police found the body of a young woman at the suspect's house.

The police said in a statement that the suspect, who is in custody, would be interrogated "on the events at the mosque and the homicide."

Police said the suspect is in his 20s and is "a Norwegian young man, with a Norwegian background."

A police spokesman said the suspect lives in the "vicinity" of the mosque.

Irfan Mushtaq, the head of the mosque, entered the place of worship shortly after the shooting.He told the French news agency AFP he saw "cartridges scattered and blood on the carpets and I see one of our members is sitting on the perpetrator . . . "

The mosque member who apparently overpowered the shooter, according to the AFP,was a 75-year -old man who had been reading the Koran when the shooter opened fire.

Police did not explain how the elderly man was able to subdue the younger man.

XS
SM
MD
LG