ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາຊ່ຽນ ສະ​ແດງຄວາມ​ກັງ​ວົນ ​ຕໍ່ການສຳຫຼວດ ຫາພະລັງງານ ຂອງຈີນ ຢູ່​ທະ​ເລ​ຈີນ​ໃຕ້


ລັດຖະມົນຕີວ່າການຕ່າງປະເທດ ສະຫະລັດ ທ່ານໄມຄຸ ພອມພຽວ ແລະບັນດາຄູ່ຕຳແໜ່ງ ຈາກອາຊ່ຽນ (ASEAN) ເຂົ້າຮ່ວມໃນກອງປະຊຸມ ສົນທະນາ ຂົງເຂດອາຊ່ຽນ ຄັ້ງທີ 26 ຫຼື ASEAN Regional Forum (ARF) ໃນນະຄອນ ບາງກອກ ຂອງໄທ, ວັນທີ 2 ສິງຫາ 2019.
ລັດຖະມົນຕີວ່າການຕ່າງປະເທດ ສະຫະລັດ ທ່ານໄມຄຸ ພອມພຽວ ແລະບັນດາຄູ່ຕຳແໜ່ງ ຈາກອາຊ່ຽນ (ASEAN) ເຂົ້າຮ່ວມໃນກອງປະຊຸມ ສົນທະນາ ຂົງເຂດອາຊ່ຽນ ຄັ້ງທີ 26 ຫຼື ASEAN Regional Forum (ARF) ໃນນະຄອນ ບາງກອກ ຂອງໄທ, ວັນທີ 2 ສິງຫາ 2019.

ເມື່ອ​ເດືອນ​ພຶດ​ສະ​ພາ​ຜ່ານ​ມາ ກຳ​ປັ່ນ​ຈີນ​ລຳ​ນຶ່ງ ​ທີ່​ພວມ​ສຳ​ຫຼວດ​ຫາ​ນ້ຳ​ມັນ ໄດ້
​ພະ​ຍາ​ຍາມ​ທີ່​ຈະ​ຢຸດ​ການ​ປະ​ຕິ​ບັດ​ງານ​ຂອງ​ບໍ​ລິ​ສັດ​ສັນ​ຍາ​ຈ້າງ​ຢູ່​ບ່ອນ​ຂຸດ​ນ້ຳ​ມັນ
ຂອງ​ມາ​ເລ​ເຊຍ​ໃນ​ທະ​ເລ​ຈີນ​ໃຕ້ ອີງ​ຕາມ​ຄຳ​ເວົ້າ​ຂອງ​ພວກ​ນັກ​ຊ່ຽວ​ຊານ​ສະ​ຫະ
ລັດ​ທີ່​ໄດ້​ກ່າວ​ໄວ້. ໃນ​ເດືອນ​ພຶດ​ສະ​ພາ ແລະ​ກໍ​ລະ​ກົດ ກຳ​ປັ່ນ​ຈີນ​ລຳ​ນຶ່ງ​ໄດ້​ປະ
ເຊີນ​ໜ້າ​ກັບ​ຫວຽດ​ນາ​ມ ໃນ​ການ​ສຳ​ຫຼວດ​ນ້ຳ​ມັນ ຢູ່​ໃນ​ອີກ​ເຂດ​ນຶ່ງ​ທີ່​ມີ​ການ​ຂັດ
ແຍ້ງ​ກັນ ໃນ​ທະ​ເລ​ຈີນ​ໃຕ້.

ສະ​ມາ​ຄົມ​ບັນ​ດາ​ປະ​ຊາ​ຊາດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ຫຼື​ອາ​ຊ່ຽນ ທີ່​ມີ
ສະ​ມາ​ຊິກ 10 ປະ​ເທດ ໄດ້​ສະ​ແດງ​ຄວາມ​ກັງ​ວົນ​ກ່ຽວ​ກັບ​ເລື້ອງນີ້. ​ສະ​ມາ​ຄົມ
ດັ່ງ​ກ່າວ ຊຶ່ງ​ມີ​ຮວມ​ທັງ​ມາ​ເລ​ເຊຍ​ແລະ​ຫວຽດ​ນາມ ໄດ້​ນຳ​ເອົາ​ເລື້ອງ​ຖົມ​ເກາະ
ດອນ ແລະ​ການ​ເຄື່ອນ​ໄຫວ​ອື່ນໆ​ຢູ່​ໃນ​ທະ​ເລ​ຈີນ​ໃຕ້ ຊຶ່ງ​ເປັນ​ບ່ອນ​ທີ່​ມີ​ການ​ຂັດ
ແຍ້ງ​ໃນ​ເລື້ອງ​ອະ​ທິ​ປະ​ໄຕ​ທາງ​ທະ​ເລ​ທີ່​ໃຫຍ່​ທີ່​ສຸດ​ຢູ່​ໃນ​ເອ​ເຊຍນັ້ນ​ຂຶ້ນ​ມາ​ໂດຍ
ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ ການ​ເຄື່ອນ​ໄຫວ​ເຫຼົ່າ​ນັ້ນ ອາດ “​ບ່ອນ​ທຳ​ລາຍ​ຕໍ່
ສັນ​ຕິ​ພາບ.”

ການ​ຖົມ​ເກາະ​ຖົມ​ດອນ​ຂອ​ງ​ຈີນ​ໃນ​ທະ​ເລ​ຈີນ​ໃຕ້ ໃນ​ຮອບ​ທົດ​ສະ​ວັດ​ຜ່ານ​ມາ
ເຮັດ​ໃຫ້​ເປັນ​ການ​ງ່າຍ​ຂຶ້ນ​ສຳ​ລັບ​ການ​ສົ່ງ​ກຳ​ປັ່ນ​ໄປ​ສຳ​ຫຼວດຫຼື​ຕິດ​ຕັ້ງ​ຖານ​ເຈາະ
ນ້ຳ​ມັນ ເມື່ອ​ສົບ​ທຽບ​ໃສ່​ປະ​ເທດ​ທີ່​ບໍ່​ມີ​ຊັບ​ພະ​ຍາ​ກອນ​ເຫຼົ່າ​ນັ້ນ. ປັກ​ກິ່ງ​ຍັງ​ມີ
ກຳ​ລັງ​ທະ​ຫານ​ແລະ​ເທັກ​ໂນ​ໂລ​ຈີ ທີ່​ລ້ຳ​ໜ້າກວ່າ​ຫ້າ​ລັດ​ຖະ​ບານ ທີ່​ອ້າງ​ເອົາ
ກຳ​ມະ​ສິດ​ເອົາ​ທະ​ເລ​ທີ່​ຍັງ​ມີ​ການ​ຂັດ​ແຍ້ງ​ກັນ​ນັ້ນ.

ພວກ​ນັກ​ຊ່ຽວ​ຊານ​ເຊື່ອ​ວ່າ ຕາມ​ປົກ​ກະ​ຕິ​ແລ້ວ ສະ​ມາ​ຄົມ​ອາ​ຊ່ຽນ​ມັກ​ຈະ​ເອົາ
​ທ່າ​ທີ​ໄປ​ໃນ​ແງ່​ດີ ທີ່ກອງ​ປະ​ຊຸມ​ຢ່າງ​ເປັນ​ທາງ​ການ ​ເຊັ່ນກອງ​ປະ​ຊຸມ​ສຸດຍອດ ​
ລັດ​ຖະ​ມົນ​ຕີຕ່າງ​ປະ​ເທດ ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ ເມື່ອ​ວັນ​ທີ 2 ສິງ​ຫາ​ຜ່ານ​ມາ
ທີ່​ໄດ້​ນຳ​ອອກ​ເຜີຍ​ແຜ່​ ເອກ​ກະ​ສານ​ດັ່ງ​ກ່າວ. ສະ​ມາ​ຄົມ​ອາ​ຊ່ຽນ​ໃນ​ເວ​ລານີ້ຕ້ອງ
​ການ​ຢາກ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ບໍ່​ພໍ​ໃຈ​ຂອງ​ຕົນ ຕໍ່​ຂະ​ຫຍາຍ​ເຂດ​ແດນ​ຂອງ
​ຈີນ ແບບ​ທີ່​ບໍ່​ຕ້ອງ​ການ​ຢາກໃຫ້​ປັກ​ກິ່ງ​ໂກດ​ແຄ້ນ.

ທ່ານ​ເຈ ບາ​ຕົງ​ບາ​ກາ​ລ ສາ​ສະ​ດາ​ຈານ​ສອນ​ວິ​ຊາ ​ກິດ​ຈະ​ການນ່ານ​ນ້ຳ​ສາ​ກົນ
ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ຟີ​ລິບ​ປິນ ກ່າວ​ວ່າ “ມັນ​ເປັນ​ການ​ປ່ຽນ​ແປງ​ທີ່​ສຳ​ຄັນ​ໃນ​ຄຳ
ເວົ້າ ບາງ​ທີ​ອາດ​ຈະ​ພົວ​ພັນ​ກັບ​ເຫດ​ການ​ທີ່​ເກີດ​ຂຶ້ນ​ຢູ່​ຫວຽດ​ນາມ​ແລະ​ມາ​ເລ​ເຊຍ
​ຫວ່າງ​ໄວໆ​ມານີ້. ມັນ​ເປັນ​ເລື້ອງ​ຜິດ​ປົກ​ກະ​ຕິທີ່​ວ່​າ​ໃນ​ໄລ​ຍະ​ຫຼາຍ​ເດືອນ​ຜ່ານ​ມາ
ນີ້ ພວ​ກ​ທ່ານ​ໄດ້​ເຫັນ​ອຸ​ປະ​ຕິ​ເຫດ​ເຫຼົ່າ​ນີ້ ຊຶ່ງ​ໃນ​ຕົວ​ຈິງ​ແລ້ວແມ່ນ​ເກີດ​ຂຶ້ນ​ພ້ອມໆ
ກັນ​ເລີຍ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG