ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕະຫຼາດຮຸ້ນຂອງເອເຊຍ ໄດ້ຮັບຜົນ ເສຍຫາຍຢ່າງໜັກ ທ່າມກາງ ສົງຄາມການຄ້າ ສຫລ ກັບ ຈີນ ທີ່ທະວີຄວາມ​ຮ້າຍ​ແຮງ​ຂຶ້ນ


ຜູ້ຄ້າຂາຍເງິນຕາ ກຳລັງເບິ່ງ ຈໍຄອມພິວເຕີ ຢູ່ໃກ້ໆກັບ ຈໍໃຫຍ່ ທີ່ສະແດງໃຫ້ເຫັນດັດຊະນີລາຄາຮຸ້ນຂອງເກົາຫຼີໃຕ້ (KOSPI), ຊ້າຍ, ແລະອັດຕາການແລກປ່ຽນເງິນຕາຕ່າງປະເທດລະຫວ່າງ ເງິນສະກຸນໂດລາຂອງສະຫະລັດ ແລະເງິນວວນຂອງເກົາຫຼີໃຕ້ ຢູ່ທີ່ຫ້ອງແລກປ່ຽນເງິນຕາຕ່າງປະເທດ ໃນນະຄອນໂຊລ ຂອງເກົາຫຼີໃຕ້.
ຜູ້ຄ້າຂາຍເງິນຕາ ກຳລັງເບິ່ງ ຈໍຄອມພິວເຕີ ຢູ່ໃກ້ໆກັບ ຈໍໃຫຍ່ ທີ່ສະແດງໃຫ້ເຫັນດັດຊະນີລາຄາຮຸ້ນຂອງເກົາຫຼີໃຕ້ (KOSPI), ຊ້າຍ, ແລະອັດຕາການແລກປ່ຽນເງິນຕາຕ່າງປະເທດລະຫວ່າງ ເງິນສະກຸນໂດລາຂອງສະຫະລັດ ແລະເງິນວວນຂອງເກົາຫຼີໃຕ້ ຢູ່ທີ່ຫ້ອງແລກປ່ຽນເງິນຕາຕ່າງປະເທດ ໃນນະຄອນໂຊລ ຂອງເກົາຫຼີໃຕ້.

ຄວາມເຄັ່ງຕຶງດ້ານການຄ້າ ທີ່ທະວີຂຶ້ນນັບມື້ ລະຫວ່າງ ສະຫະລັດແລະຈີນ ໄດ້ສົ່ງຜົນ
ເຮັດໃຫ້ລາຄາຮຸ້ນຂອງສະຫະລັດ ຕົກລົງຢ່າງຫຼວງຫຼາຍ ໃນວັນຈັນວານນີ້ ​ຊຶ່ງ​ຍັງສືບຕໍ່
ສົ່ງຜົນສະທ້ອນໄປທົ່ວໂລກ ໃນຂະນະທີ່ ລາຄາຮຸ້ນຂອງເອເຊຍ ໄດ້ ຮັບຜົນເສຍຫາຍ
ຢ່າງໜັກ ໃນວັນອັງຄານມື້ນີ້.

ດັດຊະນີ Nikkei ຂອງຍີ່ປຸ່ນ ສູນເສຍເກືອບ 135 ຈຸດ ໃນ​ຕອນ​ອັດ​ຕະ​ຫຼາດ ການ​ຊື້​
ຂາຍໃນ​ມື້ນີ້ ໃນຂະນະດຽວກັນ ດັດຊະນີຮຸ້ນ ທີ່​ນະ​ຄອນ Shanghai ຂອງຈີນ ກໍໄດ້
ຕົກ​ລາ​ຄາລົງ ເກືອບ 40 ຈຸດ ຊຶ່ງເປັນການສູນເສຍພຽງນຶ່ງເປີ​ເຊັນກວ່າກວ່າໆ. ສ່ວນ
ດັດຊະນີຮຸ້ນຂອງອອສເຕຣເລຍ ກໍຫລຸດລົງ 162 ຈຸດ ຄືກາຍສອງເປີເຊັນ. ​ສ່ວນ
ດັດຊະນີຮຸ້ນ Hang Seng ຂອງຮົງກົງ ໄດ້ຫລຸດລາ​ຄາລົງ ຫຼາຍກວ່າເຄິ່ງເປີເຊັນ
​ໃນຕອນທ້າຍຂອງການຊື້ຂາຍນັ້ນ.

ພາບພົດ ກໍແມ່ນວ່າ ສະພາບການບໍ່ຄ່ອຍດີປານໃດ ໃນຂະນະທີ່ ຕະຫຼາດຮຸ້ນ ໃນ
ຢູໂຣບ ເລີ້ມທຳການຊື້ຂາຍ ຂອງພວກເຂົາເຈົ້າ ໃນວັນອັງຄານນີ້. ດັດຊະ ນີຮຸ້ນ
FTSE ​ທີ່ລອນດອນ ໄດ້ສູນເສຍ 0.3 ເປີເຊັນ ໃນຕອນເປີດຕະຫຼາດ ຊື້ຂາຍ ໃນ
ຂະນະທີ່ ຕະຫຼາດຮຸ້ນ ຢູ່ນະຄອນປາຣີ ແລະແຟຣັງເຟີດ ໄດ້ເປີດ ຕະຫຼາດ ໂດຍ
ມີລາຄາສູງຂຶ້ນເລັກນ້ອຍ.

ການເທຂາຍຮຸ້ນອອກໃນວັນອັງຄານມື້ນີ້ຢູ່ໃນເອເຊຍ ໄດ້ມີຂຶ້ນບໍ່ເທົ່າໃດຊົ່ວໂມງ
ຫຼັງຈາກຕະຫຼາດຮຸ້ນ Wall Street ຂອງ​ສະ​ຫະ​ລັດ ໄດ້ປະກາດການສູນເສຍຂອງ
ຕົນຫຼາຍທີ່ສຸດໃນ​ຮອບປີ ໂດຍດັດຊະນີຮຸຸ້ນ S&P 500 ສູນເສຍ 3 ເປີ ເຊັນ ໃນວັນ
ຈັນວານນີ້ ໃນຂະນະທີ່ ຕະຫຼາດຮຸ້ນດ້ານເທັກໂນໂລຈີ Nasdaq ຕົກລາ​ຄາ 3.5
ເປີເຊັນ ແລະ​ຮຸນ Dow Jones ສູນເສຍເກືອບ 3 ເປີເຊັນ. ການເທຂາຍຮຸ້ນ ໄດ້ເກີດ
ມາຈາກການຕັດສິນໃຈຂອງປັກກິ່ງ ທີ່ອະນຸຍາດໃຫ້ ເງິນຕາຂອງຕົນ ຫລຸດລາຄາລົງ
ຈົນຮອດຈຸດຕ່ຳສຸດ ໃນຮອບ 11 ປີ ຈຶ່ງກໍ່ ໃຫ້ເກີດມີການຕອບໂຕ້ຄືນຢ່າງບໍ່ພໍໃຈ ໂດຍ
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃນທວີດເຕີ້ໂດຍກ່າວຫາຈີນວ່າ ຈົງໃຈ
ຄວບຄຸມເງິນຕາຂອງຕົນ.

ການເຄື່ອນໄຫວຂອງຈີນ ທີ່ໄດ້ຫລຸດຄ່າເງິນຕາຂອງຕົນລົງ ເພື່ອເຮັດໃຫ້ບໍລິສັດ ສົ່ງ
ອອກສິນຄ້າຂອງຕົນ ໄດ້ປຽບເລື້ອງລາຄາ ຢູ່ໃນຕະຫຼາດທົ່ວໂລກ.

ຫຼາຍຊົ່ວໂມງຕໍ່ມາ ກະຊວງການເງິນຂອງສະຫະລັດ ໄດ້ລະ​ບຸ​ຈີນ ວ່າ ເປັນຜູ້ທີ່ຈົງໃຈ
ວບຄຸມເງິນຕາຂອງຕົນ ຢ່າງເປັນທາງການ.

ສົງຄາມການຄ້າທີ່ແ​ກ່ຍາວມາໄດ້ສອງເດືອນ ລະຫວ່າງສອງປະເທດ ທີ່ມີເສດຖະກິດ
ໃຫຍ່ທີ່ສຸດຂອງໂລກ ກໍໄດ້ຮ້າຍແຮງຂຶ້ນ ເມື່ອສັບປະດາແລ້ວນີ້ເມື່ອປະ ທານາທິບໍດີ
ທຣຳ ໄດ້ປະກາດແຜນການ ຂຶ້ນພາສີ 10 ເປີເຊັນ ຕໍ່ສິນຄ້າສົ່ງ ອອກຂອງຈີນ ມາຍັງ
ສະຫະລັດ ມູນຄ່າ 300 ຕື້ໂດລາ. ຈີນ​ໄດ້​ຕອບ​ໂຕ້​ຄືນໂດຍ​ສັ່ງ​ໃຫ້​ຢຸດ​ການ​ຊື້​ ຜະ​ລິດ​
ຕະ​ພັນ​ກະ​ເສດ​ຕະ​ກຳ​ຈາກ​ສະ​ຫະ​ລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG