ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອີ​ຣ່ານ ເວົ້າ​ວ່າ ເຂົາ​ເຈົ້າ​ໄດ້​ຍຶດ ກຳ​ປັ່ນ​ຂົນ​ສົ່ງ​ນ້ຳ​ມັນ ລຳ​ທີ​ສາມ


ເຮືອ​ຄວາມ​ໄວ​ສູງ ແລ່ນ​ອ້ອມ​ກຳ​ປັ່ນ​ຂົນ​ສົ່ງ​ນ້ຳ​ມັນ​ຂອງ ອັງ​ກິດ Stena Impero, ເຊິ່ງ​ຖືກ​ຍຶດ​ໃນ​ຊ່ອງ​ແຄບ ຮໍ​ມຸ​ສ ໂດຍກອງ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ ອີ​ຣ່ານ.
ເຮືອ​ຄວາມ​ໄວ​ສູງ ແລ່ນ​ອ້ອມ​ກຳ​ປັ່ນ​ຂົນ​ສົ່ງ​ນ້ຳ​ມັນ​ຂອງ ອັງ​ກິດ Stena Impero, ເຊິ່ງ​ຖືກ​ຍຶດ​ໃນ​ຊ່ອງ​ແຄບ ຮໍ​ມຸ​ສ ໂດຍກອງ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ ອີ​ຣ່ານ.

ອີ​ຣ່ານ ​ໄດ້​ຍຶດ​ກຳ​ປັ່ນ​ບັນ​ທຸກ​ນໍ້​າ​ມັນ​ຂອງ​ຕ່າງ​ປະ​ເທດ ແລະ ລູກ​ເຮືອ 7 ຄົນ​ໃນ​ອ່າວ​ເປີ
ເຊຍ ເມື່ອສັບປະດາທີ່ຜ່ານມາ, ອີງຕາມການລາຍງານຂອງສື່ມວນຊົນລັດຖະບານໃນ
ວັນອາທິດວານນີ້, ເປັນຄັ້ງທີສາມທີ່ກອງກຳລັງພິທັກປະຕິວັດ ອີຣ່ານ ໄດ້ກັກກຳປັ່ນໃນ
ຮອບບໍ່ເຖິງສາມເດືອນ.

ກອງ​ກຳ​ລັງ​ພິ​ທັກ​ດັ່ງ​ກ່າວ​ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ເຂົາ​ເຈົ້າ​ໄດ້​ຍຶດ​ກຳ​ປັ່ນ
ລຳນຶ່ງໃນຕອນຄ່ຳຂອງວັນພຸດທີ່ຜ່ານມາ ໃກ້ກັບເກາະ ຟາຊີ, ທາງພາກເໜືອຂອງຊ່ອງ
ແຄບ ຮໍມຸສ. ອົງການຂ່າວລັດຖະບານ IRNA ໄດ້ຢ້ຳຄຳເວົ້າຂອງກອງກຳລັງພິທັກວ່າ
ກຳປັ່ນດັ່ງກ່າວໄດ້ບັນທຸກນ້ຳມັນທີ່ຖືກລັກລອບຂົນສົ່ງຂອງ ອີຣ່ານ 700,000 ລິດ, ເຊິ່ງ
ຖືກສົ່ງໃຫ້ເຂົາເຈົ້າຈາກກຳປັ່ນລຳອື່ນ ແລະ ກຳລັງຖືກນຳສົ່ງໄປ “ຫາປະເທດອາຣັບ
ອື່ນໆທີ່ຢູ່ອ່າວເປີເຊຍນັ້ນ.”

ການ​ລາຍ​ງານ ​ກ່ຽວ​ກັບ ​ການ​ຍຶດ​ດັ່ງ​ກ່າວບໍ່​ໄດ້​ເວົ້າ​ວ່າ ເປັນ​ຫຍັງ​ນ້ຳ​ມັນ ອີ​ຣ່ານ ຈຶ່ງ​ຖືກ​
ຂົນສົ່ງໄປຫາປະເທດ ອາຣັບ ອື່ນໆໃນອ່າວເປີເຊຍທີ່ຜະລິດນ້ຳມັນເຊັ່ນກັນ. ແຕ່ລັດຖະ
ບານ ເຕຫະຣ່ານ ໄດ້ມີຄວາມເປັນຫ່ວງ ກ່ຽວກັບ ການລັກລອບຂົນສົ່ງສິນຄ້າລະດັບສູງ
ຂອງເຂົາເຈົ້າ ລຸນຫຼັງມາດຕະການລົງໂທດ ສະຫະລັດ ທີ່ແນໃສ່ການຕັດການຄ້າຂາຍ
ນ້ຳມັນຂອງເຂົາເຈົ້າໃນໂລກ.

ສື່ມວນ​ຊົນ ອີ​ຣ່ານ ໄດ້​ລາຍ​ງານ​ໃນ​ເດືອນ​ທີ່​ຜ່ານ​ມາ​ວ່າ ນ້ຳ​ມັນ​ທີ່​ລັດ​ຖະ​ບານ​ໃຫ້​ຄວາມ​
ຊ່ວຍເຫຼືອ 8 ລ້ານລິດ ໄດ້ຖືກລັກລອບຂົນສົ່ງໃນແຕ່ລະວັນ ຫາປະເທດທີ່ມີລາຄານ້ຳ
ມັນສູງກວ່າ.

ລາຍ​ງານ​ຂອງ ອີ​ຣ່ານ ບໍ່​ໄດ້​ບອກ​ຊື່​ຂອງ​ກຳ​ປັ່ນ​ທີ່​ຖືກ​ຍຶດ ຫຼື ສັນ​ຊາດ​ຂອງ​ລູກ​ເຮືອ​ຜູ້​ທີ່​
ຖືກຄວບຄຸມຕົວນັ້ນ.

ກອງ​ເຮືອ​ທີ​ຫ້າ​ຂອງ ສະ​ຫະ​ລັດ ທີ່​ປະ​ຈຳ​ການ​ໃນ​ປະ​ເທດ ບາ​ເຣນ, ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​
ບໍ່ມີຂໍ້ມູນ ກ່ຽວກັບ ການຍຶດກຳປັ່ນຂົນສົ່ງນ້ຳມັນນັ້ນ, ໃນຂະນະທີ່ ອັງກິດ ໄດ້ກ່າວ່າ ກຳ
ປັ່ນທີ່ມີທຸງ ອັງກິດ ຂອງເຂົາເຈົ້າບໍ່ໄດ້ຕົກຢູ່ໃນສະຖານະການໃດໆ ແລະ ບໍ່ມີຄຳແນະນຳ
ວ່າ ມີຄົນ ອັງກິດ ຜູ້ໃດລວມຢູ່ໃນຈຳນວນຄົນທີ່ຖືກຄວບຄຸມຕົວນັ້ນ.

ກອງ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ​ໄດ້​ກ່າວ​ໃນ​ວັນ​ທີ 18 ກໍ​ລະ​ກົດ​ທີ່​ຜ່ານ​ມາ​ວ່າ ເຂົາ​ເຈົ້າ​ໄດ້​ຍຶດ
ກຳປັ່ນ MT Raih ທີ່ມີທຸງຂອງປະເທດ ປານາມາ ສຳລັບການກ່າວຫາລັກລອບຂົນສົ່ງ
ນ້ຳມັນ, ແລະ ນຶ່ງວັນຕໍ່ມາໄດ້ກັກກຳປັ່ນ Stena Impero ທີ່ມີທຸງ ອັງກິດ ໃນແຫຼມ ຮໍມຸສ,
ເຊິ່ງປາກົດວ່າເປັນການແກ້ແຄ້ນສຳລັບການທີ່ ອັງກິດ ໄດ້ຍຶດກຳປັ່ນຂົນສົ່ງນ້ຳມັນ
ອີຣ່ານ ທີ່ຖືກກ່າວຫາວ່າມຸ່ງໜ້າໄປປະເທດ ຊີເຣຍ ໃນແຫຼມ ຈີບຣາລຕ້າ.

ກຳ​ປັ່ນຫຼາຍ​ລຳຈະ​ຂົນ​ສົ່ງ​ສີ່​ສ່ວນ​ຫ້າ​ຂອງ​ຈຳ​ນວນ​ນ້ຳ​ຂອງ​ໂລກ ຜ່ານ​ຊ່ອງ​ແຄບ ຮໍ​ມຸ​ສ.
ຄວາມເຄັ່ງຕຶງໃນພາກພື້ນດັ່ງກ່າວໄດ້ຮຸນແຮງຂຶ້ນໃນປີນີ້ ນັບຕັ້ງແຕ່ປະທານາທິບໍດີ ສະ
ຫະລັດ ທ່ານ ດໍໂນລ ທຣຳ ໄດ້ຖອນ ສະຫະລັດ ອອກຈາກຂໍ້ຕົກລົງສາກົນປີ 2015 ທີ່
ຍັບຢັ້ງໂຄງການພັດທະນານິວເຄລຍຂອງ ອີຣ່ານ ແລະ ວາງມາດຕະການລົງໂທດໃສ່
ເຂົາເຈົ້າຄືນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG