ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ສືບສວນສອບສວນ ການຍິງສັງຫານໝູ່ ໃນຮ້ານຊັບພະສິນຄ້າ Walmart ໃນເມືອງແອລປາໂຊ ລັດເທັກຊັສ


ພວກຄົນພາກັນໄປໄວ້ອາໄລ ແກ່ຜູ້ແຄາະຮ້າຍ ຢູ່ທີ່ໂຮງຮຽນມັດຖະຍົມ El Paso ຫຼັງຈາກ ການຍິງສັງຫານໝູ່ ຢູ່ຮ້ານສັບພະສິນຄ້າ Walmart ໃນເມືອງ El Paso, ລັດ Texas, ວັນທີ 3 ສິງຫາ 2019.
ພວກຄົນພາກັນໄປໄວ້ອາໄລ ແກ່ຜູ້ແຄາະຮ້າຍ ຢູ່ທີ່ໂຮງຮຽນມັດຖະຍົມ El Paso ຫຼັງຈາກ ການຍິງສັງຫານໝູ່ ຢູ່ຮ້ານສັບພະສິນຄ້າ Walmart ໃນເມືອງ El Paso, ລັດ Texas, ວັນທີ 3 ສິງຫາ 2019.

ບັນດາເຈົ້າໜ້າທີ່ຕຳຫຼວດ ໃນເມືອງແອລປາໂຊ ຂອງລັດເທັກຊັສ ກ່າວວ່າ ພວກເພິ່ນ
ກຳລັງສືບສວນສອບສວນ ໃນເຫດການຍິງສັງຫານໝູ່ທີ່ອາດເປັນ ໄດ້ວ່າກ່ຽວຂ້ອງກັບ
ອາຊະຍາກຳຍ້ອນຄວາມກຽດຊັງ ທີ່ເກີດຂຶ້ນໃນວັນເສົາ ວານນີ້ ຢູ່ທີ່ຮ້ານຊັບ​ພະ​ສິນຄ້າ
Walmart ຊຶ່ງໄດ້ສິ້ນສຸດລົງໂດຍມີຢ່າງໜ້ອຍ 20 ຄົນຖືກຂ້າຕາຍ ແລະ 26 ຄົນ ໄດ້ຮັບ
ບາດເຈັບ.

ຜູ້ບັນຊາການຕຳຫຼວດ ທ່ານ ເກຣກ ອາລເລັນ ໄດ້ກ່າວວ່າ ອີງຕາມລາຍງານ ແລ້ວທາງ
ກົມຕຳຫຼວດ ໄດ້ມີບົດຂຽນໂດຍຜູ້ຊາຍຜິວຂາວ ອາຍຸ 21 ປີຊຶ່ງເປັນ ຜູ້ຕ້ອງສົງໄສ ທີ່ໄດ້
ນຳອອກເຜີຍແຜ່ທາງອອນໄລ ທີ່ບົ່ງຊີ້ວ່າການຍິ່ງສັງຫານ ໝູ່ນັ້ນ ໄດ້​ມີ​ຈຸດ​ປະ​ສົງແນ
ເປົ້າໝາຍໃສ່ປະ​ຊາ​ຊົນ ທີ່ປາກເວົ້າພາສາ ສະເປນ ຫຼື ຊາວອາເມຣິກັນເຊື້ອສາຍລາຕິນ
ແລະໃນຂະນະນີ້ ຜູ້ກ່ຽວໄດ້ຢູ່ໃນການຄວບຄຸມ ຂອງຕຳຫຼວດ.

ບົດຂຽນທີ່ນຳອອກເຜີຍແຜ່ນັ້ນ ໄດ້ປາກົດຢູ່ທາງອອນໄລ ປະມານນຶ່ງຊົ່ວໂມງ ກ່ອນໜ້າ
ການຍິງສັງຫານໝູ່ໄດ້ເກີດຂຶ້ນ ແລະບົດຄວາມປະກອບດ້ວຍຄຳເວົ້າ ທີ່ບໍ່ພໍອົກພໍໃຈ
ກ່ຽວກັບ “ການບຸກລຸກຂອງພວກຊາວ ລາຕິນ” ເຂົ້າມາໃນລັດ ເທັກຊັສ. ເຈົ້າຂອງຂໍ້​
ຄວາມດັ່ງກ່າວໄດ້ຂຽນວ່າ ຜູ້ກ່ຽວຄາດໝາຍວ່າ ຕົນຈະ ຖືກຂ້າຕາຍ ໃນລະຫວ່າງ
ການໂຈມຕີທີ່ເກີດຂຶ້ນຢູ່ນັ້ນ.

ສະມາຊິກສະພາຕ່ຳ ທ່ານ ຮົວຄີນ ແຄສໂຕຣ ຈາກລັດເທັກຊັສ ໄດ້ກ່າວ ໃນຖະແຫລງ
ການວ່າ “ການກະທຳທີ່ຊົ່ວຊ້າສາມານນີ້ ເປັນການກໍ່ການຮ້າຍ ຕໍ່ຊາວອາເມຣິກັນ ທີ່
ປາກເວົ້າພາສາ ສະເປນ ຫຼື ຊາວຮິສແປນິກ ຊຶ່ງຜູ້ກ່ຽວໄດ້ ຮັບແຮງຈູງໃຈ ໂດຍຖ້ອຍຄຳ
ກ່ຽວ​ກັບ ການແບ່ງແຍກທາງດ້ານເຊື້ອຊາດ ແລະ ສີ​ຜິວ ແລະ ເຮັດໃຫ້ມີພະລັງອຳນາດ
ຍ້ອນອາວຸດສົງຄາມທັງຫຼາຍ.”

ທ່ານແຄສໂຕຣ ທັງຍັງເປັນປະທານ ຄະນະສະມາຊິກຊາວຮິສແປນິກ ຂອງລັດຖະ
ສະພາ ໄດ້ກ່າວອີກວ່າ “ຄຳເວົ້າຢູ່ໃນການປະກາດຂອງມືປືນນັ້ນ ແມ່ນສອດຄ້ອງກັບ
ຄຳອະທິບາຍຂອງປະທານາທິບໍດີ ດໍໂນລ ທຣຳ ກ່ຽວກັບ ພວກຄົນ ເຂົ້າເມືອງຊາວ
ຮິສແປນິກ ທີ່ວ່າເປັນ “ພວກບຸກລຸກ’”. ທ່ານໄດ້ກ່າວຕໍ່ໄປວ່າ “ການຍິງສັງຫານໝູ່
ໃນມື້ນີ້ ເປັນການຢໍ້າເຕືອນຢ່າງຊັດເຈນ ເຖິງຄວາມອັນຕະ ລາຍຂອງຄຳເວົ້າເຊັ່ນນັ້ນ.”

ສ່ວນປະທານາທິບໍດີຂອງເມັກຊິໂກ ທ່ານ ອານເດຣສ ແມນູແອລ ໂລເປັສ ໂອບຣາດໍ
ໄດ້ກ່າວວ່າ ຊາວເມັກຊິກັນ 3 ຄົນໄດ້ຖືກຂ້າຕາຍໃນການຍິງສັງ ຫານໝູ່ດັ່ງກ່າວ ແລະ
ອີກ 6​ ຄົນ ໄດ້ຮັບບາດເຈັບ.

ທ່ານ ທຣຳ ໄດ້ຂຽນລົງທວີດເຕີ້ໃນວັນເສົາວານນີ້ວ່າ “ທ່ານນາງ ເມີລາເນຍ ແລະຂ້າ
ພະເຈົ້າ ຂໍສົ່ງຄວາມຮູ້ສຶກເສຍໃຈ ແລະ ພາວັນນາໃຫ້ແກ່ປະຊາຊົນ ທີ່ຍິ່ງ​ໃຫຍ່​ຂອງ
ລັດເທັກຊັສ.”

ທ່ານຍັງໄດ້ຂຽນອີກວ່າ “ການຍິງສັງຫານໝູ່ໃນມື້ນີ້ ຢູ່ໃນເມືອງ ແອລປາໂຊ ຂອງລັດ
ເທັກຊັສ ບໍ່ພຽງແຕ່ເປັນໂສກນາດຕະກຳເທົ່ານັ້ນ ມັນເປັນການກະທຳ ຂອງພວກຂີ້ຂາດ
ຕາຂາວ. ຂ້າພະເຈົ້າຮູ້ດີວ່າ ຂ້າພະເຈົ້າຢືນຢູ່ກັບໝົດທຸກຄົນ ໃນປະເທດນີ້ ເພື່ອກ່າວ
ປະນາມການກະທຳດ້ວຍຄວາມກຽດຊັງຂອງມື້ນີ້. ບໍ່ມີເຫດຜົນ ຫຼື ຂໍ້ອ້າງໃດໆເລີຍ ທີ່
ຖືກ​ຕ້ອງ​ເໝາະ​ສົມ​ກັບການສັງຫານໝູ່ ພວກຄົນທີ່ ບໍລິສຸດນັ້ນ...”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG