ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ສ​ຫລ ປະ​ກາດ​ລົງ​ໂທດ ຄັ້ງ​ໃໝ່ ຕໍ່​ຣັດ​ເຊຍ ຍ້ອນການ​ໂຈມ​ຕີ ຢູ່​ອັງ​ກິດ


ຜູ້ກວດ​ກາ ຈາກ​ອົງ​ການ​ເກືອບ​ຫ້າມ ດ້ານ​ອາ​ວຸດ​ເຄ​ມີ ເລີ້ມ​ເລີ້ມ​ເຮັດ​ວຽກ ຢູ່​ບ່ອນ​ທີ່​ອະ​ດີດ​ສາຍ​ລັບ​ຣັດ​ເຊຍ ຖືກ​ໂຈມ​ຕີ ຢູ່​ເມືອງ​ຊອ​ລ​ສ໌​ບູ​ຣີ ໃນ​ປະ​ເທດ​ອັງ​ກິດ. (21 ມີ​ນາ 2018)
ຜູ້ກວດ​ກາ ຈາກ​ອົງ​ການ​ເກືອບ​ຫ້າມ ດ້ານ​ອາ​ວຸດ​ເຄ​ມີ ເລີ້ມ​ເລີ້ມ​ເຮັດ​ວຽກ ຢູ່​ບ່ອນ​ທີ່​ອະ​ດີດ​ສາຍ​ລັບ​ຣັດ​ເຊຍ ຖືກ​ໂຈມ​ຕີ ຢູ່​ເມືອງ​ຊອ​ລ​ສ໌​ບູ​ຣີ ໃນ​ປະ​ເທດ​ອັງ​ກິດ. (21 ມີ​ນາ 2018)

ສະ​ຫະ​ລັດ​ໄດ້​ທຳ​ການ​ລົງ​ໂທດ​ຮອບ​ໃໝ່​ຕໍ່​ຣັດ​ເຊຍ ທີ່​ພົວ​ພັນ​ກັບ​ການ​ໂຈມ​ຕີ​ດ້ວຍ​ສານ​ພິດ​ທຳ​ລາຍ​ປະ​ສາດຢູ່​ປະ​ເທດ​ອັງ​ກິດໃສ່​ອະ​ດີດ​ສາຍ​ລັບ​ຣັດ​ເຊຍ​ຄົນ​ນຶ່ງແລະ ​ລູກ​ສາວ​ຂອງ​ທ່ານ ໃນ​ປີ​ກາຍ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ມາດ​ຕະ​ການ​ລົງ​ໂທດ​ໃໝ່ “ຈະ​ຄັດ​ຄ້ານ​ໃນ​ການ​ຕໍ່​ອາ​ຍຸ​ການ​ກູ້​ຢືມ ຫຼື​ເລື້ອງ​ການ​ເງິນ​ ຫຼືການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ເຕັກ​ນິກ​ແກ່​ຣັດ​ເຊຍ ໂດຍ​ສະ​ຖາ​ບັນ​ການ​ເງິນ​ລະ​ຫວ່າງປະ​ເທດ ເຊັ່ນ​ທະ​ນາ​ຄານ​ໂລກ ຫຼື​ອົງ​ການກອງ​ທຶນ​ສາ​ກົນ IMF.

ນອກນັ້ນ ທະ​ນາ​ຄານ​ຕ່າງໆ​ຂອງ​ສະ​ຫະ​ລັດ ກໍ​ຈະ​ຖືກ​ຫ້າມ ບໍ່​ໃຫ້​ເຂົ້າ​ຮ່ວມ​ໃນ​ການ​ໂອນ​ເງິນ​ໃດໆ​ກັບ​ຣັດ​ເຊຍ.

ຍິ່ງ​ໄປ​ກວ່ານັ້ນ ຍັງ​ຈະ​ມີ​ການ​ນຳ​ໃຊ້ນະ​ໂຍ​ບາຍ “ເລີ້ມ​ປະ​ຕິ​ເສດ” ບໍ່​ໃຫ້​ອອກ​ໃບ​ອະ​ນຸ​ຍາດ ເພື່ອ​ສົ່ງ​ອອກ​ໄປ​ຍັງ​ຣັດ​ເຊຍ ກ່ຽວ​ກັບ​ວັດ​ຖຸ​ຕ່າງໆ ທີ່​ສາ​ມາດນຳ​ໃຊ້​ ໄດ້​ສອງ​ທາງ ທີ່​ເປັນ​ສາ​ນ​ເຄ​ມີ​ແລະ​ຊີ​ວະ​ພາບ ທີ່​ຄວບ​ຄຸມ​ໂດຍ​ກະ​ຊວງການ​ຄ້າ ​ຂອງ​ສະ​ຫະ​ລັດ.

ການ​ລົງ​ໂທດ​ດັ່ງ​ກ່າວ ຈະ​ເລີ້ມ​ມີ​ຜົນ​ໃນ​ເວ​ລາ 15 ມື້ ໃນ​ໄລ​ຍະ​ແຈ້ງການ​ຂອງ​ລັດ ​ຖ​ະ​ສະ​ພາ ແລະ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ຢ່າງ​ໜ້ອຍ​ນຶ່ງ​ປີ.

ທ່ານ​ເຊີ​ເກ ສກ​ຣີ​ພອ​ລ ແລະ​ລູກ​ສາວ​ຂອງ​ທ່ານ ລອດ​ຊີ​ວິດ​ມາ​ໄດ້​ຈາກ​ການ​ໂຈມຕີ​ດ້ວຍ​ອາ​ວຸດ​ເຄ​ມີທຳ​ລາຍ​ປະ​ສາດ ​ໃນ​ປີ​ກາຍນີ້ ຢູ່​ເມືອງ​ຊາ​ລ​ສ໌​ບູ​ຣີ ໃນ​ປະ​ເທດ​ອັງ​ກິດ. ການ​ໂຈມ​ຕີ​ດັ່ງ​ກ່າວ ໄດ້​ມີ​ການ​ຖິ້ມ​ໂທດ​ໃສ່​ປະ​ເທດ​ຣັດ​ເຊຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG