ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຢຍ​ຣະ​ມັນ ປະ​ຕິ​ເສດ ບໍ່​ເຂົ້າ​ຮ່ວມ ການ​ປະ​ຕິ​ບັດ​ງານ ທາງທະ​ເລ ໃນ​ເຂດ​ຊ່ອງ​ແຄບ​ຮໍ​ມຸ​ສ


ຮູບ​ຖ່າຍທາງ​ອາ​ກາດ ​ເມື່ອ​ວັນ​ທີ 21 ກໍ​ລະ​ກົດ 2019 ສະ​ແດງ​ໃຫ້​ເຫັນ​ວ່າ ເຮືອ​ໄວ​ຂອງ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ​ອິ​ສ​ລາມ​ອີ​ຣ່ານ ແລ່ນ​ອ້ອມ​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ Stena Impero.
ຮູບ​ຖ່າຍທາງ​ອາ​ກາດ ​ເມື່ອ​ວັນ​ທີ 21 ກໍ​ລະ​ກົດ 2019 ສະ​ແດງ​ໃຫ້​ເຫັນ​ວ່າ ເຮືອ​ໄວ​ຂອງ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ​ອິ​ສ​ລາມ​ອີ​ຣ່ານ ແລ່ນ​ອ້ອມ​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ Stena Impero.

ເຢຍ​ຣະ​ມັນ​ໄດ້​ປະ​ຕິ​ເສດ​ຕໍ່​ການ​ຮຽກ​ຮ້ອງ​ຂອງ​ສະ​ຫະ​ລັດ ເພື່ອ​ໃຫ້​ເຂົ້າ​ຮ່ວ​ມ​ໃນການ​ປະ​ຕິ​ບັດ​ງານ​ຂອງ​ລະ​ຫວ່າງ​ປະ​ເທດ ສຳ​ລັບ​ປົກ​ປ້ອງ​ເສັ້ນ​ທາງ​ເດີນ​ເຮືອໃນ​ບໍ​ລິ​ເວນ​ຊ່ອງ​ແຄບ​ຮໍ​ມຸ​ສ.

ສະ​ຫະ​ລັດ ​ໄດ້​ຮ້ອງ​ຂໍ​ໃຫ້​ເຢຍ​ຣະ​ມັນ ເຂົ້າ​ຮ່ວມ​ກັບ​ປະ​ເທດ​ຝ​ຣັ່ງ ແລະ​ອັງ​ກິດ ໃນ​ການ​ປ​ະ​ຕິ​ບັດ​ງານ​ເພື່ອ​ຄຸ້ມ​ຄອງ​ການ​ເດີ​ນ​ເຮືອຜ່ານ​ຊ່ອງ​ແຄບ​ດັ່ງ​ກ່າວ ຊຶ່ງ​ເປັນ​ເສັ້ນ​ທາງທີ່​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ​ດິ​ບ ຢ່າງ​ໜ້ອຍ​ນຶ່ງ​ສ່ວນ​ຫ້າ​ຂອງ​ໂລກ​ຕ້ອງ​ໄດ້ແລ່ນ​ຜ່ານ.

ທ່ານ​ໄຮ​ໂກ ມາ​ອາ​ສ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເຢຍ​ຣະ​ມັນ ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ “ເຢຍ​ຣະ​ມັນ ຈະ​ບໍ່​ເຂົ້າ​ຮ່ວມ ການ​ປະ​ຕິ​ບັດ​ງານ​ທາງ​ທະ​ເລ ທີ່​ນຳ​ສະ​ເໜີ​ແລະ​ວາງ​ແຜນ​ໂດຍ​ສະ​ຫະ​ລັດ.”

ທ່ານ​ມາ​ອາ​ສ ກ່າວ​ວ່າ ສະ​ຖາ​ນະ​ການ​ຢູ່​ໃນ​ຂົງ​ເຂດ​ແມ່ນ​ຫຼໍ່​ແຫຼມ​ຫຼາຍ ແຕ່ “ມັນ​ຈະ​ບໍ່​ມີ​ການ​ແກ້​ໄຂ​ທາງ​ທະ​ຫານ.”

ຄວາມ​ເຄັ່ງ​ຕຶງ​ໄດ້​ເພີ້ມ​ທະ​ວີ​ຂຶ້ນ​ຢູ່​ພາກ​ຕາ​ເວັນ​ອອກ​ກາງ ໃນ​ໄລ​ຍະ​ສອງ​ສາມ​ອາ​ທິດ​ທີ່​ຜ່ານ​ມານີ້ ໂດຍ​ທີ່​ສະ​ຫະ​ລັດ ແລະ​ອີ​ຣ່ານ ຕ່າງ​ກໍ​ປະ​ກາດ​ວ່າ ຕົນ​ໄດ້​ຍິງເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຂອງ​ກັນ​ແລະ​ກັນ​ຕົກ ໃກ້ໆ​ຊ່ອງ​ແຄບ​ຮໍ​ມຸ​ສ.

ນອກ​ຈາກນັ້ນ​ແລ້ວ ອັງ​ກິດ​ຍັງ​ໄດ້​ຍຶດ​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ​ຂອງ​ອີ​ຣ່ານ ​ໃກ້​ກັບ​ເກາະ​ຈີບ​ຣາ​ລ​ຕາ ທີ່​ລອນດອນ​ເຊື່ອ​ວ່​າ ສົ່ງ​ໄປ​ໃຫ້​ປະ​ເທດ​ຊີ​ເຣຍນັ້ນ. ກຳ​ລັງພິ​ທັກ​ປະ​ຕິ​ວັດ​ຂອງ​ອີ​ຣ່ານ ​ໄດ້​ຕອບ​ໂຕ້​ຄືນ ໂດຍ​ຍຶດ​ເອົາ​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ Stena Impero ​ທີ່ປັກ​ທຸງ​ຊາດ​ອັງ​ກິດໃນ​ບໍ​ລິ​ເວນ​ຊ່ອງ​ແຄບ​ຮໍ​ມຸ​ສ. ໃນ​ອາ​ທິດແລ້ວນີ້ ອັງ​ກິດ​ໄດ້​ຮຽກ​ຮ້ອງ​ໃຫ້​ຈັດ​ຕັ້ງ​ກຳ​ລັງ​ທັບ​ເຮືອ​ທີ່​ນຳ​ພາ​ໂດຍ​ຢູ​ໂຣບ ແຕ່ວໍ​ຊິງ​ຕັນ​ຢືນ​ຢັດ​ວ່າ ຕົນ​ຕ້ອງ​ເປັນ​ຜູ້​ນຳພາ ການ​ປ​ະ​ຕິ​ບັດ​ງານ​ດັ່ງ​ກ່າວ.

ພວກ​ຜູ້​ນຳ​ຢູ​ໂຣບ​ຍັງ​ມີ​ຄວາມ​ລັງ​ເລ​ໃຈ ທີ່​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜຸ​ນ​ຕໍ່​ການ​ປະ​ຕິ​ບັດ​ງານ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ສະ​ຫະ​ລັດຊຶ່ງ​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ​ຢູ່ໃນ​ຂົງ​ເຂດ ເພີ້ມ​ຂຶ້ນຕື່ມ​ອີກ.

ເຕ​ຫະ​ຣ່ານ​ແລະ​ວໍ​ຊິງ​ຕັນ​ໄດ້​ຜິດ​ຖຽງ​ກັນ ນັບ​ແຕ່​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ​ໄດ້ຖອນ​ສະ​ຫະ​ລັດ​ອອກ​ຈາກ​ຂໍ້​ຕົກ​ລົງ​ນິວ​ເຄ​ລຍ​ສາ​ກົນກັບ​ອີ​ຣ່ານ ແລະ​ທຳ​ການ​ລົງໂທດ​ຮອບ​ໃໝ່​ຕໍ່​ປະ​ເທດ​ອິ​ສ​ລາມ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG