ມຽນມາ ໄດ້ເລີ່ມທີ່ຈະປະຕິບັດຕາມການກົດດັນຈາກສາກົນ ເພື່ອສົ່ງຄືນອົບພະຍົບ
ໂຣຮິງຢາ ຫຼາຍກວ່າ 700,000 ຄົນທີ່ອາໄສຢູ່ໃນປະເທດ ບັງກລາແດັສ ກັບຄືນປະ
ເທດ, ແຕ່ບັນດາຜູ້ສົ່ງເສີມສິດທິມະນຸດເປັນຫ່ວງວ່າ ຄຳໝັ້ນສັນຍາຂອງເຂົາເຈົ້າແມ່ນ
ຢູ່ໃນລະດັບການສະແດງອອກພາຍນອກເທົ່ານັ້ນ.
ປະເທດດັ່ງກ່າວໄດ້ຂະຫຍາຍຄວາມພະຍາຍາມຂອງເຂົາເຈົ້າ ໃນທ້າຍສັບປະດາທີ່
ຜ່ານມາ, ເມື່ອເລຂາທິການຖາວອນຂອງກະຊວງຕ່າງປະເທດ ມຽນມາ ທ່ານ ຢູ ມິນ
ທູ ໄດ້ນຳພາຄະນະຜູ້ແທນ 10 ຄົນເພື່ອເຈລະຈາກັບຕົວແທນອົບພະຍົບໃນອາທິດທີ່
ຜ່ານມາຢູ່ສູນ ກູຕູປາລົງ, ເຊິ່ງແມ່ນສູນອົບພະຍົບທີ່ໃຫຍ່ທີ່ສຸດໃນໂລກ.
ບັນດາຕົວແທນຊາວ ໂຣຮິງຢາ ໄດ້ຍົກເອົາເລື່ອງສັນຊາດ ແລະ ຄວາມປອດໄພທີ່ມີ
ການຮັບປະກັນ ຂຶ້ນມາເປັນເງື່ອນໄຂ ສຳລັບການກັບຄືນປະເທດຂອງກຸ່ມຊົນເຜົ່າດັ່ງ
ກ່າວ, ແຕ່ບັນດາຕົວແທນລັດຖະບານ ມີແຕ່ໄດ້ສະເໜີຊ່ອງທາງໃນການປ່ຽນສັນຊາດ,
ທີ່ເລີ່ມຕົ້ນດ້ວຍການຂໍສະໝັກສຳລັບບັດຢືນຢັນສັນຊາດ.
ທ່ານ ຟິລ ໂຣເບີດສັນ, ຮອງອຳນວຍການ ຂອງກຸ່ມປົກປ້ອງສິດທິມະນຸດ Human
Rights Watch ຫຼື HRW ປະຈຳທະວີບເອເຊຍ ໄດ້ກ່າວຕໍ່ວີໂອເອ ທີ່ ອອກອາກາດ
ໄປເອເຊຍ ວ່າ “ມຽນມາ ແມ່ນກຳລັງຫຼິ້ນເກມກັບການປຶກສາຫາລື ກ່ຽວກັບ ສັນຊາດ.”
ຊາວ ໂຣຮິງຢາ ບາງຄົນເປັນຫ່ວງວ່າບັດດັ່ງກ່າວ, ເຊິ່ງລັດຖະບານໄດ້ສະເໜີເຊັ່ນກັນ
ໃນປີ 2018 ນັ້ນ, ອາດຖືກໃຊ້ເພື່ອທຳການກົດຂີ່ຂູດຮີດຕໍ່ສະມາຊິກຂອງກຸ່ມຊາວ
ໂຣຮິງຢາຕໍ່ໄປ.
ພວກອົບພະຍົບໄດ້ປະຕິເສດຂໍ້ສະເໜີ ການສົ່ງກັບຄືນປະເທດໃນເດືອນຕຸລາທີ່ຜ່ານ
ມາ.
ມຽນມາ ໄດ້ຖືກກົດດັນຈາກສາກົນຫຼາຍຂຶ້ນ ເພື່ອສົ່ງຊາວໂຣຮິງຢາ ກັບຄືນປະເທດ
ໂດຍສະເພາະຈາກປະເທດ ບັງກລາແດັສ.
ລັດຖະມົນຕີການຕ່າງປະເທດ ບັງກລາແດັສ ທ່ານ ອາບຸລ ຄາລຳ ໂມເມັນ ໄດ້ກ່າວຕໍ່
ວີໂອເອພະແນກ ບັງກລາແດັສ ໃນຕົ້ນເດືອນກໍລະກົດນີ້ວ່າ ປະເທດຂອງທ່ານຄາດວ່າ
ຈະ ຮັບເອົາຊາວ ໂຣຮິງຢາ ເປັນໄລຍະຊົ່ວຄາວ, ຄືກັບໃນອະດີດທີ່ຜ່ານມາ.