ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄອງ​ໂກ ຢືນ​ຢັນ ການ​ຕິດ ໄວ​ຣັ​ສ ອີ​ໂບ​ລາ ກໍ​ລະ​ນີ​ທີ​ສອງ ໃນ​ເມືອງ ໂກ​ມາ


ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸ​ກ ເລີ່​ມ​ການ​ເຮັດ​ວຽກ​ຂອງ​ເຂົາ​ເຈົ້າ ຢູ່​ສູນປິ່ນ​ປົວ ອີ​ໂບ​ລາ, ເມືອງ ເບ​ນີ, ປະ​ເທດ ຄອງ​ໂກ. 16 ກໍ​ລະ​ກົດ, 2019.
ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸ​ກ ເລີ່​ມ​ການ​ເຮັດ​ວຽກ​ຂອງ​ເຂົາ​ເຈົ້າ ຢູ່​ສູນປິ່ນ​ປົວ ອີ​ໂບ​ລາ, ເມືອງ ເບ​ນີ, ປະ​ເທດ ຄອງ​ໂກ. 16 ກໍ​ລະ​ກົດ, 2019.

ບັນ​ດາ​ເຈົ້າ​ໃນ​ປະ​ເທດ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ຄອງ​ໂກ ໄດ້​ຢືນ​ຢັນ​ກໍ​ລະ​ນີ​ທີ
ສອງຂອງ ໄວຣັສ ອີໂບລາ ທີ່ຮ້າຍແຮງເຖິງຊີວິດໃນເມືອງ ໂກມາ.

ເມືອງ​ ໂກ​ມາ ແມ່ນເປັນ​ເມືອງ​ທີ່​ມີ​ປະ​ຊາ​ຊົນ​ອາ​ໄສ​ຢູ່ຫຼາຍກວ່ານຶ່ງ​ລ້ານ​ຄົນແລະ ໄດ້​ຕັ້ງ​
ໂດຍກົງຢູ່ເຂດຊາຍແດນຂອງ ຄອງໂກ ຕິດກັບປະເທດ ຣວັນດາ, ບ່ອນທີ່ຫຼາຍສິບພັນ
ຄົນໄດ້ຍ່າງຂ້າມໃນແຕ່ລະມື້.

ດ​ຣ. ອາ​ຣູ​ນາ ອາ​ເບ​ດີ, ຜູ້​ປະ​ສານ​ງານ​ຂອງ​ໜ່ວຍຮັບ​ມື​ກັບ​ໄວ​ຣັ​ສ ອີ​ໂບ​ລາ ໃນ​ແຂວງ
ຄີວູເໜືອ ໄດ້ກ່າວຕໍ່ອົງການຂ່າວ AFP ວ່າ “ຂ້າພະເຈົ້າຫາກໍຖືກແຈ້ງໃຫ້ຮູ້ ກ່ຽວກັບ ກໍ
ລະນີໄວຣັສ ອີໂບລາ ໃນເມືອງ ໂກມາ.”

ກໍ​ລະ​ນີ​ດັ່ງ​ກ່າວ​ປະ​ກອບ​ມີ​ຜູ້​ຊາຍ​ຄົນ​ນຶ່ງ ຜູ້​ທີ່​ໄດ້​ເດີນ​ທາງ​ໄປ​ເມືອງ ໂກ​ມາ ຈາກ​ຊຸມ​ຊົນ
ເຂດຊົນນະບົດ ພາກຕາເວັນອອກສຽງເໜືອ ໃນແຂວງ ອິຕູຣີ. ລາວໄດ້ຖືກກວດພົບໄວ
ຣັສດັ່ງກ່າວ ເມື່ອສອງສາມວັນທີ່ຜ່ານມາ ຫຼັງຈາກໄດ້ເດີນທາງຮອດ ແລະ ກຳລັງຖືກ
ປິ່ນປົວຢູ່ສູນປິ່ນປົວໄວຣັສ ອີໂບລາ ໃນເມືອງ ໂກມາ.

ໃນ​ຕົ້ນ​ເດືອນ​ນີ້, ນັກ​ສອນ​ສາ​ສະ​ໜາ​ຄົນ​ນຶ່ງ​ໄດ້​ຖືກກວດ​ພົບ ​ຕິດ​ໄວ​ຣັ​ສ​ດັ່ງ​ກ່າວ, ແລະ
ຕໍ່ມາໄດ້ເສຍຊີວິດ ຫຼັງຈາກໄດ້ເດີນທາງຮອດເມືອງ ໂກມາ ດ້ວຍລົດເມ, ຈົນກໍ່ໃຫ້ເກີດ
ຄວາມຢ້ານກົວວ່າໂຣກດັ່ງກ່າວ ອາດຈະແຜ່ລາມຢ່າງວ່ອງໄວທົ່ວເມືອງທີ່ມີຄົນອາໄສ
ຢູຢ່າງໜາແໜ້ນນັ້ນ.

ຫຼັງ​ຈາກ​ເຫດ​ການ​ດັ່ງ​ກ່າວ, ອົງ​ການ​ອະ​ນາ​ໄມ​ໂລກ ໄດ້​ປະ​ກາດ​ການ​ລະ​ບາດ​ຂອງ ໄວ​
ຣັສ ອີໂບລາ ໃນແຂວງ ຄີວູເໜືອ ທີ່ປະສົບຄວາມຂັດແຍ້ງ ແລະ ແຂວງ ອິຕູຣີ ຂອງ ສປ
ຄອງໂກ ເປັນເຂດຄວາມເປັນຫ່ວງຂອງສາກົນ ກ່ຽວກັບ ເຫດການສຸກເສີນດ້ານສາທາ
ລະນະສຸກ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG