ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງ​ການ​ລາວ ບໍ່​ມີ​ງົບ​ປະ​ມານພຽງ​ພໍ ທີ່​ຈະ​ຊົດ​ເຊີຍ ໃຫ້​ພວກ​ເຄາະ​ຮ້າຍ​ ຈາກ​ເຫດ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍແຕກ


ສະ​ພາບ​ບ້ານ​ເຮືອນ​ເສຍ​ຫາຍ ຈາກ​ເ​ຫ​ດເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍແຕກ
ສະ​ພາບ​ບ້ານ​ເຮືອນ​ເສຍ​ຫາຍ ຈາກ​ເ​ຫ​ດເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍແຕກ

ທາງ​ການ​ລາວ ຍັງ​ບໍ່​ມີ​ງົບ​ປະ​ມານ ສຳ​ລັບ​ສ້າງ​ທີ່​ຢູ່​ອາ​ໄສທີ່​ຖາ​ວອນໃຫ້​ປະ​ຊາ​ຊົນ
ທີ່​ຖືກ​ກະ​ທົບ​ຈາກ​ເຫດ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍແຕກ ໃນ​ແຂວງ​ອັດ​ຕະ​ປື ທັງ​ຍັງ​
ຈ່າຍ​ຄ່າ​ເສຍ​ຫາຍ​ພຽງ 50 ເປີ​ເຊັນ ເທົ່າ​ນັ້ນ ຊົງຣິດ ​ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານ​ເລັດ ໄຊ​ຍະ​ພອນ ເຈົ້າ​ແຂວງ​ອັດ​ຕະ​ປື ຖະ​ແຫຼງຍອມ​ຮັບ​ວ່າ ທາງ​ການ​ລາວ
ຍັງ​ບໍ່​ມີ​ງົບ​ປະ​ມານ ທີ່​ຈະ​ນຳ​ໃຊ້​ໃນການ​ສ້າງ​ທີ່​ຢູ່​ອາ​ໄສ​ທີ່​ຖາ​ວອນ ໃຫ້​ກັບ​ປະ​ຊາ​ຊົນ
ທີ່​ຖືກ​ກະ​ທົບ​ຈາກ​ກໍ​ລະ​ນີເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍແຕກ ໂດຍ​ການ​ດຳ​ເນີນ​ງານ
ໃນ​ໄລຍະຜ່ານ​ມາຈົນ​ເຖິງ​ປັ​ດຈຸ​ບັນ​ນີ້ ເປັນ​ການ​ສ້າງ​ທີ່​ຢູ່​ອາ​ໄສ​ຊົ່ວ​ຄາວ ແລະ​ການ​ບຸກ
ເບີກ ທີ່​ດິນ​ເຮັດ​ກິນ​ບາງ​ສ່ວນ​ເພື່ອ​ຈັດ​ສັນ​ໃຫ້​ປະ​ຊາ​ຊົນ ທີ່​ຖືກ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມ
​ທີ່​ເກີດ ຈາກ​ເຫດ​ເຂື່ອນ​ແຕກ​ດັ່ງ​ກ່າວ​ເທົ່າ​ນັ້ນ ​ດັ່ງ​ທີ່ ທ່ານ​ເລັດ ໃຫ້​ການ​ຢືນ​ຢັນ​ວ່າ:
“​ມາ​ຮອດ​ປັດ​ຈຸ​ບັນ ຖື​ວ່າ​ວຽກ​ຍັງ​ຄ້າງມີ​ແຕ່​ຈະ​ພັດ​ທະ​ນາ​ບ້ານ​ຖາ​ວອນ ຄວາມ​ໝາຍ
​ວ່າ ເຮືອນ​ຖາ​ວອນ ​ແມ່ນ​ເຮືອນປົກ​ກະ​ຕິຄື​ເຂົາ​ເຄີຍ​ຢູ່​ຜ່ານ​ມາ​ຫັ້ນ ເປັນ​ເຮືອນ​ກໍ່
ເຮືອນ​ຮ້າງ​ຫັ້ນ ດຽວ​ນີ້ ພວກ​ຂ້າ​ພະ​ເຈົ້າ ກະ​ໄດ້​ໃຫ້ຢູ່​ເຮືອນ​ສຳ​ເລັດ​ຮູບ​ຖື​ວ່າ100
ເປີ​ເຊັນ ແລ້ວ​ກະ​ມີ​ຮົ້ວ​ມີ​ສວນ ໄດ້​ມອບ​ດິນ​ປຸກສ້າງ ມອບ​ດິນ​ການ​ຜະ​ລິດ​ປູກ​ຝັງ
ສັງ​ໃຫ້​ຮຽນ​ຮ້ອຍ ມອບ​ເບ້ຍ​ໄມ້​ໃຫ້ ເຂົາ​ກໍ​ໄປ​ປູກ​ໃສ່​ດິນ​ໃຜດິນ​ມັນ ເປັນ​ຂະ​ບວ​ນ​ການ
ດຽວ​ນີ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່-ປະ​ຊາ​ຊົນ ໃນ 6 ບ້ານ ທີ່​ຖືກ​ກະ​ທົບ 100 ເປີ​ເຊັນ
ຫັ້ນ ແມ່ນ​ດີຂຶ້ນຫຼາຍ.”

ທັງນີ້ ໂດຍ​ທາງ​ການ​ແຂວງ​ອັດ​ຕະ​ປື ໄດ້​ບຸກ​ເບີກ​ທີ່​ດິນ 2,140 ເຮັກ​ຕາ ໃນ​ເຂດ​ບ້ານ​
ດົງ​ບາກ ບ້ານ​ປີນ​ດົງ ແລະ​ບ້ານ​ຕໍ​ມໍ​ຍອດເພື່ອ​ຈັດ​ສັນ ໃຫ້​ປະ​ຊາ​ຊົນ 1,611 ຄອບ​ຄົວ
ທີ່​ຖືກ​ກະ​ທົບຈາກ​ໄພ​ນ້ຳ​ຖ້ວມ​ຈາກ​ເຫດ​ເຂື່ອນ​ແຕກ ໃນ​ເຂດ​ເມືອງ​ສະ​ໜາມ​ໄຊ ສຳ​ລັບ​
ປູກ​ພືດ​ເສດ​ຖະ​ກິດ ເພື່ອ​ຕອບ​ສະ​ໜອງ​ຕະ​ຫຼາດທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ ເປັນ​ຫຼັກ
ເຊັ່ນ​ອ້ອຍ ມັນ​ຕົ້ນກ້ວຍ ຖົ່ວ​ລຽນ ແລະ​ໝາກ​ໄມ້​ຕ່າງໆ ໂດຍ​ທີ່​ທາງ​ການ​ແຂວງ​ອັດ​ຕະ​ປື
ໄດ້​ຮ່ວມ​ມື​ກັບບໍ​ລິ​ສັດ​ເອກ​ກະ​ຊົນ​ລາວ ແລະ​ຕ່າງ​ປະ​ເທດ ໃນ​ການ​ເຂົ້າ​ໄປ​ສົ່ງ​ເສີມ​ແລະ​
ຊ່ອຍ​ເຫຼືອ​ດ້ານ​ເງິນ​ທຶນ ວິ​ຊາ​ການແລະ​ການ​ຕະ​ຫຼາດ ສ່ວນ​ປະ​ຊາ​ຊົນ ເປັນ​ຝ່າຍ​ອອກ​ແຮງ​ງານແລະ​ທີ່​ດິນ.

ທ່ານ​ເລັດ ຢືນ​ຢັນ​ດ້ວຍ​ວ່າ ການ​ຈັດ​ສັນ ທີ່​ດິນ​ໃຫ້​ປະ​ຊາ​ຊົນດັ່ງ​ກ່າວ ຈະ​ນຳ​ໃຊ້​ຫຼັກ​ເກນ​
ຂອງ​ກຳ​ລັງ​ແຮງ​ງານ​ໃນ​ແຕ່ລະຄອບ​ຄົວ ເປັນ​ສຳ​ຄັນ ກໍ​ຄື​ຄອບ​ຄົວ​ທີ່​ມີ​ກຳ​ລັງ​ແຮງ​ງານ
2 ຄົນຈະ​ໄດ້​ຮັບ​ການ​ຈັດ​ສັນ​ທີ່​ດິນ 1 ເຮັກ​ຕາ ສ່ວນ 3 ຄົນ ຈະ​ໄດ້ 2 ເຮັກ​ຕາແລະ
4-5 ຄົນ ຈະ​ໄດ້ 3 ເຮັກ​ຕາ ສ່ວນ​ຄອບ​ຄົວ ທີ່​ມີ​ແຕ່​ຜູ້​ເຖົ້າ​ກັບ​ເດັກ​ນ້ອຍ ຈະ​ໄດ້​ຮັບ​ການ​
ຈັດ​ສັນ 1 ເຮັກ​ຕາ ຊຶ່ງ​ໝາຍ​ຄວາມ​ວ່າ ປະ​ຊາ​ຊົນ ທີ່​ຖືກ​ກະ​ທົບ​ຈາກ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍແຕກ ຈະ​ບໍ່​ມີນາ ສຳ​ລັບ​ປູກ​ເຂົ້າ ໃນ​ລະ​ດູ​ຝົນ ປີ 2019 ແລະ​ຍ່ອມ​ຈະ​ເຮັດ​ໃຫ້​ປະ​ຊາ
​ຊົນ​ເຫຼົ່າ​ນີ້ ຕ້ອງປະ​ເຊີນ ກັບ​ການ​ຂາດ​ເຂົ້າ​ກິນ ຕໍ່​ໄປ​ອີກເຖິງ 12 ເດືອນ ຢ່າງ​ແນ່ນອນ.

ສ່ວນ​ ທ່ານ​ນາງວິ​ໄລ​ພອນ ວໍ​ລ​ະພິມ ຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳປ່າ​ໄມ້-ແຂວງ​ອັດ​ຕະ​ປື
ຍອມ​ຮັບ​ວ່າ ການ​ປູກ​ເຂົ້າ​ນາ​ແຊງໃນ​ທົ່ວ​ແຂວງ​ອັດ​ຕະ​ປື ທີ່​ວາງ​ເປົ້າ​ໝາຍ​ໄວ້ ໃນ​ເນື້ອ​ທີ່
408 ເຮັກ​ຕານັ້ນ ປາ​ກົດ​ວ່າສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ ໄດ້​ຈິງ​ພຽງ 251 ເຮັກ​ຕາ ເທົ່າ​ນັ້ນ
ໂດຍ​ມີສາ​ເຫດ​ຈາກ​ການສ້ອມ​ແປງຄອງ​ຊົນ​ລະ​ປະ​ທານ​ທີ່​ເປ່​ເພ ໄດ້​ພຽງ 4 ໂຄງ​ການ
ຈາກ​ເປົ້າ​ໝາຍ 7 ໂຄງ​ການ ຈຶ່ງ​ເຮັດ​ໃຫ້​ສາ​ມາດ​ຕອບ​ສະ​ໜອງ​ນ້ຳ​ໃຫ້​ກັ​ບພື້ນ​ທີ່​ປູກເຂົ້າ
​ນາ​ແຊງ ໄດ້​ຢ່າງ​ຈຳ​ກັດ ທີ່​ສົບ​ທົບ​ດ້ວຍ​ບັນ​ຫາ​ການ​ຄຸ້ມ​ຄອງ-ການ​ຈັດ​ສັນ​ນ້ຳ​ທີ່​ບໍ່​ກົມກຽວ
​ກັນ​ພາຍ​ໃນ​ແຂວງ ທັງ​ຍັງ​ຂາດແຫຼ່ງ​ທຶນ​ກູ້​ຢືມ​ອີກ​ດ້ວຍ.

ທັງ​ນີ້ ໂດຍ​ທາງ​ການ​ແຂວງ​ອັດ​ຕະ​ປື ໄດ້​ວາງ​ແຜນ​ການ​ສົ່ງ​ເສີມການ​ປູກ​ເຂົ້າ​ນາ​ແຊງ
ໃນ​ປີ 2019 ໃຫ້​ໄດ້​ໃນ​ເນື້ອ​ທີ່ 408 ເຮັກ​ຕາ ແລະ​ສົ່ງ​ເສີມ ແລະ​ສົ່ງ​ເສີມ​ການ​ປູກ​ພືດ​
ສະ​ບຽງ​ອາ​ຫານໃຫ້​ໄດ້ 636 ເຮັກ​ຕາ ຫາກ​ແຕ່ວ່າ ກໍ​ສາ​ມາດ​ປະ​ຕິ​ບັດ​ໄດ້​ຈິງ ພຽງ​ແຕ່
251 ເຮັກ​ຕາ ຫຼື​ເທົ່າ​ກັບ 61.5 ຂອງ​ແຜນ​ການ​ເທົ່າ​ນັ້ນ.

ໂດຍການ​ເກັບ​ຂໍ້​ມູນ​ດ້ານ​ກະ​ສິ​ກຳ​ໃນ​ເຂດ​ເມືອງ​ສະ​ໜາມ​ໄຊທີ່​ໄດ້​ຮັບ​ຜົນ​ກະ​ທົບ​
ຈາກ​ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່ ທີ່​ເກີດ​ຈາກ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍແຕກ ນັບ​ແຕ່​
ວັນ​ທີ23 ກໍ​ລະ​ກົດ 2018 ເປັນ​ຕົ້ນ​ມາ ພົບ​ວ່າ​ພື້ນ​ທີ່​ປູກ​ເຂົ້າ​ເສຍຫາຍໄປ ກວ້າງກວ່າ
8,050 ເຮັກ​ຕາ ໃນ​ນີ້ຮວມ​ເຖິງ 6 ບ້ານ ທີ່​ໄດ້​ຮັບ​ຜົນ​ກະ​ທົບຢ່າງ​ໜັກ​ໜ່ວງ​ທີ່​ສຸດ
ກໍ​ຄື​ບ້ານ​ຫິນ​ລາດ ບ້ານ​ສະ​ໝອງ​ໃຕ້ ບ້ານ​ທ່າ​ຫີນ ບ້ານ​ໃໝ່ ບ້ານ​ທ່າ​ແສງ​ຈັນ
ແລະ​ບ້ານ​ໃຫຍ່​ແທ ທີ່​ມີ​ຈຳ​ນວນ​ປະ​ຊາ​ກອນ​ຮວມ​ກັນ 7,095 ຄົນ ໃນ 1,611
ຄອບ​ຄົວ ຊຶ່ງ​ຈະ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ທຸກໆ​ດ້ານ​ເພື່ອ​ເຮັດ​ໃຫ້ຊີ​ວິດ​ການ​ເປັນ​ຢູ່​
ຂອງ​ພວກ​ເຂົາເຈົ້າ​ກັບ​ຄືນ​ສູ່​ພາ​ວະ​ປົກ​ກະ​ຕິໃຫ້​ໄວ​ທີ່​ສຸດ ຫຼ້າສຸດ ກຸ່ມ​ລົງ​ທຶນ​ກໍ່​ສ້າງ
​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ກໍໄດ້ຈ່າຍ​ຄ່າ​ຊົດ​ເຊີຍ​ໃຫ້​ປະ​ຊາ​ຊົນ 587 ຄອບ​ຄົວ
ທີ່​ຖືກ​ກະ​ທົບ ໃນ​ອັດ​ຕາ 50 ເປີ​ເຊັນ ຂອງ​ການ​ເສຍ​ຫາຍຈິງ ສຳ​ລັບຍານ​ພາ​ຫະ​ນະ
​ເຄື່ອງໃຊ້ໃນ​ຄົວ​ເຮືອນ ແລະ​ເຄື່ອງ​ມື​ຕ່າງໆ ໃນ​ການ​ກະ​ສິ​ກຳ ໂດຍ​ຄິດ​ເປັນ​ມູນ​ຄ່າ
​ການ​ຊົດ​ເຊີຍ ຮວມ​ກັນ​ເກີນກວ່າ 26 ຕື້​ກີບ.

XS
SM
MD
LG