ນັບເປັນເວລາຫຼາຍໆສັບປະດາ ທີ່ເທີກີໄດ້ເຕົ້າໂຮມກຳລັງຂອງຕົນໃກ້ໆກັບຊາຍແດນທີ່ຕິດກັບຊີເຣຍ ໃນອັນທີ່ປາກົດວ່າ ອາດເປັນການໂຈມຕີທີ່ຈະມີຂຶ້ນຕໍ່ກອງກຳລັງຊາວເຄີດ ທີ່ໜຸນຫຼັງໂດຍສະຫະລັດ ທີ່ອັງກາຣາ ມອງວ່າ ເປັນເປັນກຸ່ມກໍ່ການຮ້າຍນັ້ນ.
ໃນເມືອງຊາຍແດນທາງພາກເໜືອຂອງຊີເຣຍແຫ່ງນີ້ ຊຶ່ງພວກທ້ອງຖິ່ນກ່າວວ່າ ການໂຈມຕີເຊັ່ນນີ້ ອາດສາມາດເຮັດໃຫ້ຂົງເຂດທີ່ຫຼໍ່ແຫຼມຢູ່ແລ້ວນັ້ນ ກາຍເປັນເຂດທີ່ບໍ່ມີສະຖຽນລະພາບຍິ່ງຂຶ້ນ.
ໃນຂະນະທີ່ສະຖານະການ ອາດເບິ່ງຄືວ່າສະງົບນິ້ງ ໃນເວລານີ້, ພວກຜູ້ຄົນທີ່ ອາໄສຢູ່ເມືອງ Amude ກ່າວວ່າ ພວກເຂົາເຈົ້າແມ່ນພາກັນຢູ່ຢ່າງຫວາດຫວັ່ນ ຢ້ານກົວ ນັບຕັ້ງແຕ່ກອງກຳລັງທະຫານເທີກີ ໄດ້ເພີ້ມທະວີການຂົ່ມຂູ່ ທີ່ຈະທຳການໂຈມຕີ ແລະເຂົ້າຍຶດຄອງ ເຂດຂອງຊາວເຄີດ ທີ່ຄວບຄຸມໂດຍກອງກຳລັງປະຊາທິປະໄຕຊີເຣຍ ຫຼື SDF.
ປະທານາທິບໍດີເທີກີ ທ່ານ Recep Tayyip Erdogan ໄດ້ກ່າວໃນສັບປະດາແລ້ວນີ້ວ່າ ປະເທດຂອງທ່ານ ແມ່ນໄດ້ຕັດສິນໃຈທີ່ຈະທຳລາຍ “ໃຫ້ແຕກເປັນສ່ຽງໆ” ໃນອັນທີ່ທ່ານເອີ້ນວ່າແມ່ນ “ເສັ້ນທາງກໍ່ການຮ້າຍ” ໃນພາກເໜືອຂອງຊີເຣຍ.
ເທີກີ ເບິ່ງກຸ່ມ SDF ແລະຄະນະການເມືອງຂອງພວກເຂົາ ຄືກຸ່ມ PYD ນັ້ນວ່າ ແມ່ນເປັນສ່ວນນຶ່ງ ຂອງພັກກຳມະກອນຊາວເຄີດ ທີ່ມີຫ້ອງການຢູ່ທີ່ເທີເກີ ທີ່ທາງສະຫະລັດ ແລະອີຢູ ໄດ້ຈັດໃຫ້ເປັນອົງການກໍ່ການຮ້າຍນັ້ນ.
ພວກນັກຕໍ່ສູ້ຊາວເຄີດ ທີ່ເຊື່ອມໂຍງກັບ ກຸ່ມ SDF, ແນວໃດກໍຕາມ ພວກເຂົາ ຍັງໄດ້ມີບົດບາດອັນສຳຄັນ ໃນການຕໍ່ສູ້ ທີ່ນຳພາໂດຍສະຫະລັດ ຕໍ່ຕ້ານກຸ່ມລັດອິສລາມ ໃນຊີເຣຍ.
ໃນຄວາມພະຍາຍາມທີ່ຈະຫຼີກເວັ້ນຈາກການປະເຊີນໜ້າກັນ ລະຫວ່າງກຸ່ມພັນທະມິດເນໂຕນັ້ນ ເທີກີ ແລະອົງການ SDF ນັ້ນ ສະຫະລັດ ຈຶ່ງຮັບເອົາບົດບາດເປັນຜູ້ໄກ່ເກ່ຍກ່ຽວກັບເລື້ອງນີ້.