ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄ​ວາມ​ສະ​ໝ່ຳ​ສະ​ເໝີ ແມ່ນກະແຈ ສຳ​ຄັນ ໃນ​ການ​ຕໍ່​ສູ້​ກັບ​ ໂຣກ​ມາ​ເລ​ເຣຍ


ບັນ​ດາ​ນັກ​ຄົ້ນ​ຄວ້າ ໃນ​ປະ​ເທດ ອູ​ການ​ດາ ສະ​ແດງ​ຮູບ​ແບບ​ຂອງ​ເທັກ​ໂນ​ໂລ​ຈີ SmartNet.
ບັນ​ດາ​ນັກ​ຄົ້ນ​ຄວ້າ ໃນ​ປະ​ເທດ ອູ​ການ​ດາ ສະ​ແດງ​ຮູບ​ແບບ​ຂອງ​ເທັກ​ໂນ​ໂລ​ຈີ SmartNet.

ມຸ້ງ​ຍ້ອມ​ຢາ​ກັນ​ຍຸງ ແມ່ນ​ວັດ​ຖຸຊະ​ນິດນຶ່ງ​ທີ່​ດີ​ທີ່​ສຸດ ​ສຳ​ລັບ​ການ​ຕໍ່​ສູ້​ກັບ​ໂຣກມາ​ເລ​ເຣຍ,
ແຕ່ມັນຈະໄດ້ຜົນກໍຕໍ່ເມື່ອມັນຖືກໃຊ້ເປັນປະຈຳເທົ່ານັ້ນ. ວັດຖຸຊະນິດໃໝ່ສຳລັບການ
ຕິດຕາມການນຳໃຊ້ໄດ້ເປີດເຜີຍວ່າ ປະຊາຊົນຫຼາຍຄົນບໍ່ໄດ້ໃຊ້ມຸ້ງຂອງເຂົາເຈົ້າຕາມ
ທີ່ໄດ້ແນະນຳໃຫ້ເຮັດ. ແຄຣີ ເຮັນສລີ ມີລາຍງານສຳລັບ ວີໂອເອ ເຊິ່ງ ພຸດທະສອນ
ຈະນຳລາຍລະອຽດມາສະເໜີທ່ານ.

ໂຣກ​ມາ​ເລ​ເຣຍ​ໄດ້​ສັງ​ຫານຫຼາຍກວ່າ 400,000 ຄົນ​ທຸກໆ​ປີ, ແຕ່​ຜູ້​ຊ່ຽວ​ຊານ​ການ​ປ້ອງ​
ກັນໂຣກມາເລເຣຍ ດຣ. ພອລ ເຄຣຊານອສກີ ກ່າວວ່າ ມຸ້ງຍ້ອມຢາກັນຍຸງ ສາມາດ
ຊ່ວຍໃນການຫຼຸດຜ່ອນຕົວເລກດັ່ງກ່າວລົງໄດ້.

ທ່ານ ເຄ​ຣ​ຊານອ​ສ​ກີ ໄດ້​ກ່າວ​ວ່າ “ໃນ 15 ປີ​ທີ່​ຜ່ານ​ມາ​ ຈົນ​ຮອດ​ປີ 2015 ໄດ້​ມີ​ການ​
ຄາດຄະເນ ກ່ຽວກັບ ການຕັດຕົວເລກຜູ້ເສຍຊີວິດຈາກໄຂ້ມາເລເຣຍລົງປະມານ 60
ເປີເຊັນ ເຊິ່ງການປັບປຸງດັ່ງກ່າວອາດເກີດມາຈາກການໃຊ້ມຸ້ງ.”

ແນວ​ໃດ​ກໍ​ຕາມ, ອົງ​ການ​ອະ​ນາ​ໄມ​ໂລກ​ກໍໄດ້​ລາຍ​ງານ​ວ່າ ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ຢຸດ
ຢັ້ງການແຜ່ລາມຂອງໂຣກມາເລເຣຍ ແມ່ນໄດ້ຢຸດໄປ ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ,
ເຮັດໃຫ້ນັກຄົ້ນຄວ້າບາງຄົນສະເໜີວ່າ ມຸ້ງດັ່ງກ່າວອາດຈະບໍ່ມີປະສິດທິພາບຄືທີ່ມັນ
ເຄີຍເປັນ.

ທ່ານ ເຄ​ຣ​ຊານອ​ສ​ກີ ຢາກ​ຮູ້​ວ່າ ວ່າ​ປະ​ຊາ​ຊົນ​ໄດ້​ໃຊ້​ມຸ້ງ​ຂອງ​ເຂົາ​ເຈົ້າ​ຕາມ​ທີ່​ໄດ້​ແນະ​ນຳ
ຫຼືບໍ່. ທ່ານໄດ້ເຮັດວຽກກັບສະມາຄົມ ເພື່ອເທັກໂທໂລຈີ ການແພດລາຄາຖືກໃນປະເທດ
ອູການດາ ເພື່ອພັດທະນາ SmartNet ເທັກໂນໂລຈີ, ເຊິ່ງຈະໃຊ້ແຜ່ນຜ້າທີ່ນຳກະແສ
ໄຟຟ້າ ເພື່ອສືບຫາໃນເວລາທີ່ຖືກນຳໃຊ້. ທ່ານໄດ້ຂໍໃຫ້ຫຼາຍຄອບຄົວໃນປະເທດ
ອູການດາ ໃຊ້ມັນຄືທີ່ເຂົາເຈົ້າໃຊ້ມຸ້ງທໍາມະດາ.

​ເຈົ້າຈະ​ຄິດ​ວ່າຖ້າ​ຄົນ​ຖືກ​ຕິດ​ຕາມວ່າ ​ເຂົາ​ເຈົ້າ​ຈະ​ໃຊ້​ມຸ້ງ​ໃນ​ວິ​ທີ​ແບບ​ເກົ່າ, ທ່ານ​ຮູ້​ບໍ່,
ເກືອບແມ່ນໃນວິທີຂອງການລໍຖ້າ ທີ່ບັນດານັກຄົ້ນຄວ້າອາດຕ້ອງການ, ແຕ່ແທ້ຈິງແລ້ວ
ມັນບໍ່ແມ່ນສິ່ງທີ່ໄດ້ເກີດຂຶ້ນ ແລະ ສິ່ງທີ່ມັນບອກຂ້າພະເຈົ້າກໍແມ່ນວ່າ ມັນຄົງຈະມີທາງ
ເລືອກ ໃນການໃຊ້ມຸ້ງຫຼາຍກວ່າທີ່ເຮົາຮູ້ອີກ.

ການ​ຄົ້ນ​ພົບ​ດັ່ງ​ກ່າວ​ໄດ້​ຊ່ວຍ​ອະ​ທິ​ບາຍ ກ່ຽວ​ກັບ ອຸບ​ປະ​ສັກ​ໃນ​ການ​ຕໍ່​ສູ້​ກັບ​ໂຣກມາ​ເລ​
ເຣຍ, ອີງຕາມການກ່າວຂອງທ່ານນາງ ເຄດ ຊິນເຊີ, ຜູ້ຊ່ຽວຊານ ກ່ຽວກັບ ການແຜ່ລະ
ບາດຂອງໂຣກຕິດຕໍ່ ຢູ່ມະຫາວິທະຍາໄລ ມົງເຣອາລ.

ທ່ານ​ນາງ ຊິນ​ເຊີ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ​ ມັນ​ຂ້ອນ​ຂ້າງ​ ຈະແມ່ນ​ນະ​ວັດ​ຕະ​ກຳ​ໃໝ່
ຂ້າພະເຈົ້າຄິດວ່າ ມັນສຳຄັນຫຼາຍ ທີ່ຈະເຂົ້າໃຈ, ໃນແງ່ການລົງທຶນເຮັດມຸ້ງ, ຖ້າມັນຖືກ
ໃຊ້ແທ້. ສະນັ້ນຂ້າພະເຈົ້າຄິດວ່ານີ້ແມ່ນຄວາມກ້າວໜ້າທີ່ສຳຄັນແທ້ໆ.”

ໃນ​ທີ່​ສຸດ, ທ່ານ​ນາງ ເຄ​ຣ​ຊານອ​ສ​ກີ ຫວັງ​ວ່າ ຈະໄດ້​ສະ​ແດງ​ໃຫ້​ເຫັນ​ການ​ເຊື່ອມ​ໂຍງກັນ
ລະຫວ່າງ ການໃຊ້ມຸ້ງດົນປານໃດຂອງເດັກນ້ອຍ ແລະ ຄວາມສ່ຽງຂອງເຂົາເຈົ້າໃນການ
ເປັນໄຂ້ມາເລເຣຍ.

ທ່ານນາງ ເຄ​ຣ​ຊານອ​ສ​ກີ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ ​ມັນ​ຈະ​ຊ່ວຍ​ປະ​ຊາ​ຄົມ ມາ​ເລ​ເຣຍ
ສາກົນ ອະທິບາຍວ່າ ພວກເຮົາຕ້ອງການລົງທຶນ ໃນການເຮັດມຸ້ງຫຼາຍຊ່ຳໃດ ແລະ ໃນ
ແງ່ຂອງພຶດຕິກຳມະນຸດທີ່ຢູ່ອ້ອມມຸ້ງ, ແລະ ຊ່ວຍພວກເຮົາຊອກຫາວິທີທີ່ດີທີ່ສຸດ ເພືື່ອ
ຫຼຸດຜ່ອນໄຂ້ມາເລເຣຍທີ່ຈະເກີດຂຶ້ນໃນອະນາຄົດ.”

ອີງ​ຕາມ​ອົງ​ການ​ອະ​ນາ​ໄມ​ໂລກ, 21 ປະ​ເທດ​ມີ​ໂອ​ກາດ​ທີ່​ຈະ​ກຳ​ຈັດ​ໂຣກ​ມາ​ເລ​ເຣຍ​ພາຍ​
ໃນປີ 2020, ແລະ ການໃຊ້ມຸ້ງຢ່າງຖືກຕ້ອງກໍອາດເປັນສ່ວນນຶ່ງຂອງແຜນຍຸດທະສາດ
ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG