ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການປະທ້ວງ ໃນຮົງກົງ ໄດ້ທະວີຂຶ້ນເລື້ອຍໆ ໃນຂະນະທີ່ ຕຳຫຼວດ ໃຊ້ແກັສນ້ຳຕາ ແລະ ລູກປືນຢາງ ຕອບໂຕ້


ພວກປະທ້ວງ ໃຊ້ຄັນຮົ່ມ ເພື່ອປົກປ້ອງພວກເຂົາເຈົ້າ ຈາກແກັສນ້ຳຕາ ໃນຂະນະປະເຊີນກັບຕຳຫຼວດປາບຈະລາຈົນ ຢູ່ຫົນທາງສາຍຕ່າງໆໃນຮົງກົງ, ວັນອາທິດ ທີ 28 ກໍລະກົດ 2019.
ພວກປະທ້ວງ ໃຊ້ຄັນຮົ່ມ ເພື່ອປົກປ້ອງພວກເຂົາເຈົ້າ ຈາກແກັສນ້ຳຕາ ໃນຂະນະປະເຊີນກັບຕຳຫຼວດປາບຈະລາຈົນ ຢູ່ຫົນທາງສາຍຕ່າງໆໃນຮົງກົງ, ວັນອາທິດ ທີ 28 ກໍລະກົດ 2019.

ໃນວັນຈັນມື້ນີ້ ເຈົ້າໜ້າທີ່ລັດຖະບານຂອງຈີນທ່ານນຶ່ງ ໄດ້ຮຽກຮ້ອງຕໍ່ປະຊາຊົນຊາວ
ຮົງກົງ ໃຫ້ຕໍ່ຕ້ານຄວາມຮຸນແຮງ ແລະໄດ້ກ່າວຫາພວກນັກການເມືອງນິຍົມຕາເວັນຕົກ
ບາງສ່ວນ ວ່າປຸກລະດົມໃຫ້ເກີດຄວາມບໍ່ສະຫງົບ.

ທ່ານຢາງ ກວາງ ໂຄສົກລະດັບຄະນະລັດຖະບານຂອງຈີນ ປະຈຳສຳນັກງານທີ່ຮັບ
ຜິດຊອບກິດຈະການຂອງຮົງກົງແລະໝາເກົ້າ ຍັງໄດ້ເນັ້ນຢ້ຳເຖິງການສະ​ໜັບສະໜຸນ
ຂອງລັດຖະບານ ຕໍ່ຫົວໜ້າຜູ້ບໍລິຫານຮົງກົງ ທ່ານນາງແຄຣີ ແລມ ຜູ້ທີ່ກຳລັງຖືກໂຈມ
ຕີຢູ່ນັ້ນ.

ຄວາມເຫັນດັ່ງກ່າວ ມີຂຶ້ນຫຼັງຈາກທີ່ມີ ສະພາບຕຶງຄຽດເມື່ອຄ່ຳຄືນວານນີ້ ຢູ່ໃນຮົງກົງ
ບ່ອນທີ່ພວກປະທ້ວງພາກັນຫລັ່ງໄຫລເຂົ້າໄປໃນຖະໜົນຫົນທາງສາຍຕ່າງໆໃນຕົວ
ເມືອງ ແລະຝ່າຝືນພວກຕຳຫຼວດປາບຈະລາຈົນ ຜູ້ທີ່ໄດ້ຍິງລູກແກັສນ້ຳຕາ ແລະລູກ
ປືນຢາງ ເຂົ້າໃສ່ພວກເຂົາເຈົ້າ ເປັນເວລາຫຼາຍຊົ່ວໂມງ.

ໃນຂະນະທີ່ ການຕໍ່ສູ້ກັນ ລະຫວ່າງຕຳຫຼວດກັບພວກປະທ້ວງສືບຕໍ່ດຳເນີນໄປ ຄວັນ
ຂອງແກັສນ້ຳຕາ ຊຶ່ງໃນຄັ້ງນຶ່ງ ເຄີຍໃຊ້ເປັນມາດຕະການສຸດທ້າຍ ກໍໄດ້ຖືກຍິງຫຼາຍຄັ້ງ
ເພື່ອປ້ອງກັນ ບໍ່ໃຫ້ພວກປະທ້ວງເຂົ້າເຖິງ ຫ້ອງການປະສານງານຂອງປັກກິງ ຊຶ່ງເປັນ
ສະຖານທີ່ ທີ່ຖືກເຮັດໃຫ້ເສຍຫາຍເມື່ອສັບປະດາແລ້ວນີ້. ພວກປະທ້ວງ ໄດ້ພະຍາຍາມ
ຫຼາຍຊົ່ວໂມງ ເພື່ອເຄື່ອນຍ້າຍໄປໜ້າ ຫາກພຽງແຕ່ຖືກຜັກດັນໃຫ້ຖອຍກັບຄືນໄປ ເມື່ອ
ພວກເຂົາເຈົ້າຖືກປົກຄຸມດ້ວຍແກັສນ້ຳຕາ.

ພວກປະທ້ວງຫຼາຍຄົນ ໄດ້ກ່າວວ່າ ພວກເຂົາມຸ້ງໝັ້ນທີ່ຈະສືບຕໍ່ຝ່າຝືນລັດຖະບານນີ້
ທີ່ໄດ້ປະຕິເສດຕໍ່ການເດີນຂະບວນທີ່ສັນຕິ ຂໍຮ້ອງໃຫ້ມີການເລືອກຕັ້ງແບບປະຊາທິ-
ປະໄຕ ແລະຮຽກຮ້ອງໃຫ້ທຳການສືບສວນສອບສວນ ເລື້ອງຍຸດທະວີທີຂອງຕຳຫຼວດ.

ພວກປະທ້ວງບາງສ່ວນ ຊຸກຍູ້ໃຫ້ປະຊາຊົນ ເຄື່ອນໄຫວໄປໜ້າ ແລະໃຫ້ພວກເຂົາເຈົ້າ
ເປັນກຳບັງຕໍ່ແກັສນ້ຳຕາ ໂດຍການກັ້ນຫາຍໃຈ ຫຼືສາດນ້ຳໃສ່ລູກແກັສນ້ຳຕາ. ຊາຍ
ຄົນນຶ່ງ ຊຶ່ງດັງແລະປາກຂອງຜູ້ກ່ຽວ ປິດຄຸມໄວ້ດ້ວຍຜ້າພັນຄໍ ໄດ້ກ່າວບອກພວກເພື່ອນ
ປະທ້ວງຢູ່ຫົນທາງສາຍນຶ່ງ ວ່າ “ບໍ່ສາມາດໄຈ້ແຍກໄດ້ວ່າ ພວກໃດ ໃຊ້ຄວາມຮຸນແຮງ
ຫຼື ຄວາມສັນຕິ. ມີແຕ່ພຽງວ່າ ຢູ່ແນວໜ້າ ຫຼື ແນວຫຼັງເທົ່ານັ້ນ.”

ພວກປະທ້ວງ ປ່ຽນຜຽນກັນຂຶ້ນໄປແຖວໜ້າ.

ນາງເຫດີ ຮູບຊົງບາງ ອາຍຸ 26 ປີ ໄດ້ກ່າວວ່າ “ເພື່ອໃຫ້ຕຳຫຼວດຮູ້ວ່າ ສິ່ງທີ່ພວກເຂົາ
ເຈົ້າເຮັດນັ້ນ ຈະບໍ່ຢຸດຢັ້ງພວກເຮົາໄດ້.” ນາງກ່າວຕໍ່ໄປວ່າ “ພວກເຮົາຈະເຮັດໃຫ້ພາ
ລະກິດຂອງພວກເຂົາຫຍຸ້ງຍາກຂຶ້ນຕື່ມ.”

ການຕ້ານທານຂອງພວກປະທ້ວງ ມີຂຶ້ນທ່າມກາງສຽງຄຳເວົ້າທີ່ວ່າ ຫ້ອງການຮັບຜິດ
ຊອບກິດຈະການຂອງຮົງກົງ ແລະມາເກົ້າ ຂອງລັດຖະບານກາງ ຈະຈັດກອງປະຊຸມ
ຖະແຫລງຂ່າວໃນວັນຈັນມື້ນີ້ ແຈ້ງໃຫ້ຊາບເຖິງທັດສະນະຂອງປັກກິ່ງ ກ່ຽວກັບສະພາບ
ການເມືອງທີ່ວຸ້ນວາຍຂອງຮົງກົງ. ພວກປະທ້ວງບາງສ່ວນ ຢາກຈະຮູ້ວ່າ ປັກກິ່ງ ອາດ
ວາງມາດຕະການ ລົງໂທດ ຫຼືຂໍ້ຈຳກັດຕ່າງໆ ຕໍ່ຂົງເຂດແຫ່ງນີ້ ຢ່າງບໍ່ສາມາດຄວບຄຸມໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG