ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານ ມັ​ລ​ເລີ ຈະ​ໃຫ້​ການ ກ່ຽວ​ກັບ ການ​ສືບ​ສວນ​ ສອບ​ສວນ ຣັດ​ເຊຍ ຂອງ​ທ່ານ


ທ່ານ ໂຣ​ເບີກ ມັ​ລ​ເລີ, ໄອ​ຍະ​ການ​ພິ​ເສດ ສະ​ຫະ​ລັດ, ໃຫ້​ຄຳ​ເຫັນ ກ່ຽວ​ກັບ ການ​ສືບ​ສວນ​ສອບ​ສວນ. ທີ່ນະ​ຄອນຫຼວງ ວໍ​ຊິ​ງ​ຕັນ.
ທ່ານ ໂຣ​ເບີກ ມັ​ລ​ເລີ, ໄອ​ຍະ​ການ​ພິ​ເສດ ສະ​ຫະ​ລັດ, ໃຫ້​ຄຳ​ເຫັນ ກ່ຽວ​ກັບ ການ​ສືບ​ສວນ​ສອບ​ສວນ. ທີ່ນະ​ຄອນຫຼວງ ວໍ​ຊິ​ງ​ຕັນ.

ວັນ​ທີ່​ໜ້າ​ຕື່ນ​ເຕັ້ນ​ອີກມື້​ນຶ່ງ​ ມີ​ກຳ​ນົດ​ຈະ​ປາ​ກົດ​ຂຶ້ນ​ໃນ​ວັນ​ພຸດມື້ນີ້ ​ທີ່​ນະ​ຄອນຫຼວງ ວໍ​ຊິ​ງ
ຕັນ, ເຊິ່ງໄອຍະການພິເສດ ທ່ານ ໂຣເບີດ ມັລເລີ ຈະໃຫ້ການຕໍ່ລັດຖະສະພາ ກ່ຽວກັບ
ການແຊກແຊງຂອງ ຣັດເຊຍ ໃນການເລືອກຕັ້ງປະທານາທິບໍດີປີ 2016 ຕາງໜ້າໃຫ້
ທ່ານ ດໍໂນລ ທຣຳ ແລະ ວ່າທ່ານ ທຣຳ ຕໍ່ມາໄດ້ທຳການຂັດຂວາງ ຂະບວນການຍຸຕິ
ທຳໃນຖານະປະທານາທິບໍດີ ດ້ວຍການພະຍາຍາມທີ່ຈະທັບມ້າງການສືບສວນສອບ
ສວນ ຂອງໄອຍະການນັ້ນຫຼືບໍ່.

ເດີມ​ພັນ​ແມ່ນ​ສູງ​ສຳ​ລັບ​ທ່ານ ທ​ຣຳ, ທີ່​ຄັ້ງ​ນຶ່ງ​ໄດ້​ເປັນ​ເສດ​ຖີ​ອະ​ສັງ​ຫາ​ລິ​ມະ​ຊັບ​ນະ​ຄອນ
ນິວຢອກ ທີ່ມີອິດທິພົນ, ໃນຂະນະທີ່ທ່ານພະຍາຍາມທີ່ຈະຄວ້າໄຊຊະນະໃນການຖືກ
ເລືອກເພື່ອດຳລົງຕຳແໜ່ງຄືນເປັນສະໄໝທີສອງອີກສີ່ປີ ໃນທຳນຽບຂາວ ໃນປີ 2020.

ທ່ານ ທ​ຣຳ ກ່າວ​ວ່າ ທ່ານບໍ່​ມີ​ເຈ​ຕະ​ນາ​ທີ່​ຈະ​ເບິ່ງ​ການ​ໃຫ້​ການຂອງ​ທ່ານ ມັ​ລ​ເລີ ທີ່​ຈະ​
ຖ່າຍທອດສົດ ອອກໂທລະພາບທົ່ວປະເທດສີ່ຊົ່ວໂມງ, ຫຼື ບາງເທື່ອ ພຽງແຕ່ເນື້ອຂ່າວ
ເລັກນ້ອຍ ກ່ຽວກັບມັນ. ທ່ານໄດ້ຢືນຢັນວ່າ ການໃຫ້ການດັ່ງກ່າວແມ່ນການເສຍເວລາ
ຢ່າງຫຼວງຫຼາຍ ແລະ ວ່າທ່ານໄດ້ພົ້ນຈາກຂໍ້ກ່າວຫາ ກ່ຽວກັບ ການສົມຮູ້ຮ່ວມຄິດກັບ
ຣັດເຊຍ ຫຼື ການແຊກແຊງໃນການສືບສວນສອບສວນຂອງທ່ານ ມັລເລີ.

ແນວ​ໃດ​ກໍ​ຕາມ, ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ຫຼາຍ​ລ້ານ​ຄົນ ອາດ​ເປີດ​ເບິ່ງ​ສິ່ງ​ທີ່​ໄດ້​ສັນ​ຍາ​ວ່າ​
ຈະເປັນວັນທີ່ຕື່ນເຕັ້ນ ກ່ຽວກັບ ການສອບຖາມຢ່າງຂຸ້ນຂ້ຽວຂອງຄະນະກຳມະການຕຸ
ລາການ ແລະ ສືບລັບສະພາຕ່ຳ.

ການ​ໃຫ້ການ​ດັ່ງ​ກ່າວ​ແມ່ນ​ສຳ​ຄັນຫຼາຍ​ ສຳ​ລັບ​ສະ​ມາ​ຊິກ​ພັກ​ຝ່າຍ​ຄ້ານ ເດ​ໂມ​ແຄ​ຣັດ
235 ຄົນໃນສະພາຕ່ຳ, ເຊິ່ງຫຼາຍກວ່າສອງສ່ວນສາມໄດ້ຮຽກຮ້ອງໃຫ້ຟ້ອງຮ້ອງທ່ານ
ທຣຳ ຫຼື ເລີ່ມສອບສວນການຟ້ອງຮ້ອງ. ຜູ້ຮຽກຮ້ອງດັ່ງກ່າວນີ້ໄດ້ກ່າວຫາວ່າ ທ່ານ
ປະທານາທິບໍດີໄດ້ກໍ່ “ອະຊະຍາກຳລະດັບສູງ ແລະ ຄວາມຜິດທາງອາຍາ” ເຊິ່ງແມ່ນ
ມາດຕະຖານສຳລັບການຟ້ອງຮ້ອງ ໂດຍການພະຍາຍາມທີ່ຈະຢຸດການສອບສວນ
ດົນ 22 ເດືອນຂອງທ່ານ ມັລເລີ.

ເຂົາ​ເຈົ້າ​ມີ​ຈຸ​ດປະ​ສົງ​ທີ່​ຈະ​ເພັ່ງ​ເລັງ​ໃສ່​ການ​ສອບ​ຖາມ​ຂອງ​ເຂົາ​ເຈົ້າ ໃສ່​ຢ່າງ​ໜ້ອຍ 5
ຕົວຢ່າງທີ່ທ່ານ ມັລເລີ ໄດ້ອ້າງໃນລາຍງານຍາວ 448 ໜ້າຂອງທ່ານ ເຊິ່ງທ່ານ ທຣຳ
ໄດ້ຖືກກ່າວຫາວ່າ ພະຍາຍາມທີ່ຈະຍັບຢັ້ງການສອບສວນ, ຂັດຂວາງການກ່າວຫາ
ທີ່ອາດເຮັດໃຫ້ສະມາຊິກພັກເດໂມແຄຣັດຫຼາຍກວ່າເກົ່າ ຮຽກຮ້ອງໃຫ້ຟ້ອງຮ້ອງທ່ານ
ປະທານາທິບໍດີ.

ລາຍ​ງານ​ຂອງ​ທ່ານ ມັ​ລ​ເລີ ໄດ້​ກ່າວ​ວ່າ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ສັ່ງ​ໃຫ້​ອະ​ດີດ​ທີ່​ປຶກ​ສາ
ທຳນຽບຂາວ ທ່ານ ດໍໂນລ ແມັກແກນ ຫາທາງປົດທ່ານ ມັລເລີ ອອກຈາກຕຳແໜ່ງ
ແລະ ຫຼັງຈາກນັ້ນ ຕົວະຕໍ່ສາທາລະນະວ່າ ທ່ານ ທຣຳ ບໍ່ໄດ້ບອກໃຫ້ລາວ ພະຍາຍາມ
ປົດທ່ານ ມັລເລີ.ທ່ານ ມັລເລີ ໄດ້ກ່າວວ່າ ທ່ານ ທຣຳ ໄດ້ສັ່ງໃຫ້ອະດີດຜູ້ບໍລິຫານການ
ໂຄສະນາຫາສຽງຂອງທ່ານ, ທ່ານ ຄໍຣີ ເລີວານໂດສກີ ພະຍາຍາມເຮັດໃຫ້ອະດີດລັດ
ຖະມົນຕີຍຸຕິທຳ ທ່ານ ເຈັຟ ເຊັສເຊິນ ຈຳກັດການສືບສວນສອບສວນຂອງທ່ານ ມັລ
ເລີ. ລາຍງານຍັງໄດ້ກ່າວວ່າ ທ່ານປະທານາທິບໍດີ ໄດ້ພະຍາຍາມທີ່ຈະໃຫ້ອະໄພຍະ
ໂທດສຳລັບຜູ້ຊ່ວຍເຫຼືອຂອງທ່ານ ທຣຳ ສອງຄົນທີ່ຖືກລົງໂທດໂດຍທີມຂອງທ່ານ ມັລ
ເລີ, ເຊິ່ງແມ່ນທະນາຍຄວາມສ່ວນຕົວຂອງທ່ານ ທຣຳ, ທ່ານ ໄມເກິລ ໂຄເຮັນ ແລະ
ອະດີດປະທານການໂຄສະນາຫາສຽງຄົນສຳຄັນ ທ່ານ ພອລ ມານາຝອດ, ຜູ້ທີ່ໄດ້ຖືກ
ຈັບເຂົ້າຄຸກເປັນເວລາທີ່ຍາວແລ້ວ.

ທ່ານ ມັ​ລ​ເລີ, ເຊິ່ງບໍ່​ສະ​ໝັກ​ໃຈ​ໃນ​ການ​ເປັນ​ສັກ​ຂີ​ພິ​ຍານ​ນັ້ນ, ໄດ້​ກ່າວ​ແລ້ວ​ວ່າ “ລາຍ​
ງານດັ່ງກ່າວ ແມ່ນຂໍ້ພິສູດຫຼັກຖານຂອງຂ້າພະເຈົ້າ,” ສະນັ້ນມັນຈຶ່ງບໍ່ກະຈ່າງແຈ້ງວ່າ
ຂໍ້ມູນໃໝ່ຈະມີຂຶ້ນມາຫຼາຍປານໃດຈາກການໃຫ້ການຂອງວັນພຸດ ມື້ນີ້. ກະຊວງຍຸຕິທຳ
ໃນວັນຈັນທີ່ຜ່ານມາໄດ້ສົ່ງຈົດໝາຍເຖິງທ່ານ ມັລເລີ ທີ່ກ່າວເນັ້ນວ່າ ທ່ານ “ຕ້ອງຢູ່ໃນ
ຂອບເຂດ” ຂອງລາຍງານສະບັບສະທາລະນະຂອງທ່ານ ແລະ ບໍ່ສາມາດ “ເວົ້າເຖິງ
ການກະທຳຂອງມືທີສາມທີ່ບໍ່ໄດ້ຖືກກ່າວຫາ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG