ເຮືອບິນລົບອາຍພົ່ນ ຂອງເກົາຫຼີໃຕ້ ໄດ້ຍິງລູກໄຟແລະຍິງປືນເຕືອນ ໃນວັນອັງຄານມື້ນີ້ ຫຼັງຈາກທີ່ເຮືອບິນລົບຣັດເຊຍ ໄດ້ລະເມີດເຂດນ່ານຟ້າ ຂອງເກົາຫຼີໃຕ້ ອີງຕາມກະຊວງປ້ອງກັນປະເທດຂອງເກົາຫຼີໃຕ້.
ເກົາຫຼີໃຕ້ໄດ້ສົ່ງເຮືອບິນລົບຫຼາຍລຳ ຮວມທັງເຮືອບິນລົບ F-15K ແລະ F-16K ບິນຂຶ້ນສະກັດກັ້ນ ຫຼັງຈາກເຮືອບິນລົບຣັດເຊຍ ໄດ້ບິນລ່ວງລ້ຳນ່ານຟ້າຂອງເກົາຫຼີໃຕ້ ທາງຝັ່ງທະເລຕາເວັນອອກ ນັ້ນຄືຄຳເວົ້າຂອງເຈົ້າໜ້າທີ່ເກົາຫຼີໃຕ້.
ຫຼັງຈາກເຮືອບິນລົບເກົາຫຼີໃຕ້ ໄດ້ຍິງປືນແລ້ວ ເຮືອບິນລົບຣັດເຊຍກໍໄດ້ບິນອອກເຂດນ່ານຟ້າ ຂອງເກົາຫຼີໃຕ້. ແນວໃດກໍຕາມ ເຮືອບິນດັ່ງກ່າວໄດ້ກັບຄືນມາອີກ ບໍ່ດົນ ທີ່ເຮັດໃຫ້ເຮືອບິນລົບຂອງເກົາຫຼີໃຕ້ ຕ້ອງໄດ້ຍິງປືນເຕືອນຕື່ມອີກ.
ເຈົ້າໜ້າທີ່ຂອງໂຊລ ກ່າວໃນວັນອັງຄານມື້ນີ້ວ່າ ມີເຮືອບິນລົບຣັດເຊຍ 2 ລຳ ພ້ອມທັງ ເຮືອບິນທະຫານຈີນ ອີກ 2 ລຳໄດ້ບິນປະຕິບັດງານໃນເຂດປ້ອງກັນທາງອາກາດເພື່ອໃຫ້ລະບຸໂຕຂອງເກົາຫຼີໃຕ້.
ເຂດປ້ອງກັນທາງອາກາດເພື່ອໃຫ້ລະບຸໂຕ ແມ່ນບໍ່ໄດ້ຮັບຮູ້ໂດຍສົນທິສັນຍາ ຫຼື ກົດໝາຍນາໆຊາດ ຊຶ່ງໝາຍເຖິງເພື່ອຊ່ອຍລະບຸ ແລະຕິດຕໍ່ກັບ ພວກເຮືອບິນຕ່າງປະເທດ ທີ່ພວມບິນເຂົ້າມາ ເພື່ອປ້ອງກັນບໍ່ໃຫ້ມີການເຂົ້າໃຈຜິດ ແລະເກີດ ການປະທະກັນແບບບໍ່ໄດ້ຕັ້ງໃຈ.
ເຮືອບິນລົບຈີນ ແລະຣັດເຊຍ ໄດ້ບິນລ່ວງລ້ຳເຂົ້າໄປໃນເຂດລະບຸຕົວເອງຂອງເກົາຫຼີໃຕ້ ເປັນບາງຄັ້ງຄາວ. ແຕ່ເຈົ້າໜ້າທີ່ເກົາຫຼີໃຕ້ ກ່າວວ່າ ນີ້ເປັນຄັ້ງທຳອິດທີ່ເຮືອບິນລົບຣັດເຊຍ ໄດ້ລະເມີດອະທິປະໄຕເຂດນ່ານຟ້າຂອງຕົນ.
ໂຊລ ຈະຍື່ນຈປະທ້ວງຢ່າງເປັນທາງການ ກັບບັນດາເຈົ້າໜ້າທີ່ ສະຖານທູດຈີນ ແລະຣັດເຊຍ ອີງຕາມຄຳຖະແຫຼງຂອງກະຊວງປ້ອງກັນປະເທດເກົາຫຼີໃຕ້ ທີ່ໄດ້ ກ່າວໄວ້. ມົສກູ ແລະປັກກິ່ງ ຍັງບໍ່ທັນໄດ້ອອກມາໃຫ້ຄວາມເຫັນໃດໆ ຕໍ່ເຫດການຄັ້ງນີ້.