ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການ​ເຕີບ​ໂຕ​ ດ້ານ​ເສດ​ຖະ​ກິດ​ຂອງຈີນ ​ຊ້າ​ລົງ​ໃນ​ລະ​ດັບ​ ທີ່​ຕ່ຳ​ສຸດ ​ໃນ​ຮອບ​ນຶ່ງ​ທົດສະວັດ


ໃນ​ພາບ​ທີ່​ທ່ານ​ໃນ​ວັນ​ທີ 4 ກໍ​ລະ​ກົດ 2019 ນີ້, ວາ​ລະ​ສານ​ທີ່​ມີ​ໜ້າ​ປົກດ້ວຍ​ຮູບ​ພາບ​ຂອງ​ປະ​ທານ​ປະ​ເທດ ຈີນ ທ່ານ ສີ​ ຈິ່ນ​ຜິງ ແລະ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ.
ໃນ​ພາບ​ທີ່​ທ່ານ​ໃນ​ວັນ​ທີ 4 ກໍ​ລະ​ກົດ 2019 ນີ້, ວາ​ລະ​ສານ​ທີ່​ມີ​ໜ້າ​ປົກດ້ວຍ​ຮູບ​ພາບ​ຂອງ​ປະ​ທານ​ປະ​ເທດ ຈີນ ທ່ານ ສີ​ ຈິ່ນ​ຜິງ ແລະ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ.

ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຂອງ ຈີນ ໄດ້​ຊ້າ​ລົງ​ໃນ​ລະ​ດັບ​ທີ່​ຕ່ຳ​ທີ່​ສຸດ​ໃນ​ຮອບ​ນຶ່ງ​ທົດ
ສະວັດເມື່ອເດືອນທີ່ຜ່ານມາ ທ່າມກາງສົງຄາມພາສີກັບລັດຖະບານ ວໍຊິງຕັນ, ເຊິ່ງໄດ້
ເພີ່ມຄວາມກົດດັນໃສ່ ປັກກິ່ງ ເພື່ອຕ່າວປີ້ນການຕົກຕ່ຳລົງກວ່າເກົ່າ.

ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ໃຫຍ່​ທີ່​ສຸດ​ເປັນ​ອັນ​ດັບ​ສອງ​ຂອງ​ໂລກ​ດັ່ງ​ກ່າວ​ ໄດ້​ຂະ​ຫຍາຍ​
ຕົວ 6.2 ເປີເຊັນ ໃນສາມເດືອນທຳອິດເມື່ອນຶ່ງປີກ່ອນໜ້ານີ້ ສິ້ນສຸດໃນເດືອນມິຖຸນາ,
ເປັນການຫຼຸດລົງຈາກສາມເດືອນກ່ອນໜ້ານັ້ນເຊິ່ງແມ່ນ 6.4 ເປີເຊັນ, ເຊິ່ງຂໍ້ມູນລັດຖະ
ບານໄດ້ສະແດງໃຫ້ເຫັນໃນວັນຈັນທີ່ຜ່ານມາ. ນັ້ນແມ່ນການເຕີບໂຕທີ່ຊ້າທີ່ສຸດນັບຕັ້ງ
ແຕ່ສາມເດືອນທຳອິດຂອງປີ 2009 ເຊິ່ງມີຜົນຕາມມາຈາກວິກິດການດ້ານການເງິນ
ໂລກ.

ບັນ​ດາ​ຜູ້​ນຳ ຈີນ ໄດ້​ຂະ​ຫຍາຍ​ການ​ໃຊ້​ຈ່າຍ ແລະ ກູ້​ຢືມ​ຈາກ​ທະ​ນາ​ຄານ ເພື່ອ​ຄ້ຳ​ຈູນ
ການເຕີບໂຕ ແລະ ຫຼີກລ່ຽງອັນຕະລາຍໃນທາງການເມືອງ ກ່ຽວກັບ ການສູນເສຍວຽກ
ງານ. ແຕ່ເຂົາເຈົ້າໄດ້ປະເຊີນກັບຂ່າວບໍ່ດີທີ່ບໍ່ຄາດຄິດຢ່າງ ຫຼວງຫຼາຍ ລວມທັງການ
ຫຼຸດລົງຂອງການຂາຍລົດຍົນ ໃນຂະນະທີ່ເຂົາເຈົ້າໄດ້ຕໍ່ສູ້ທາງດ້ານການຄ້າກັບປະທາ
ນາທິບໍດີ ດໍໂນລ ທຣຳ ກ່ຽວກັບ ຄວາມປາຖະໜາດ້ານເທັກໂນໂລຈີຂອງ ປັກກິ່ງ.

ເສດ​ຖະ​ກິດ​ໄດ້​ປະ​ເຊີນ​ກັບ “ສະ​ພາບ​ແວດ​ລ້ອມ​ທີ່​ຊັບ​ຊ້ອນ ທັງ​ຢູ່​ໃນ​ປະ​ເທດ ແລະ
ຕ່າງປະເທດ,” ອີງຕາມການກ່າວໃນຖະແຫຼງການຂອງ ຫ້ອງການສະຖິຕິແຫ່ງຊາດ.

ການ​ເຕີບ​ໂຕ​ໃນ​ການ​ຂາຍ​ຍ່ອຍ​ໄດ້​ຊ້າ​ລົງ​ເຖິງ 8.4 ເປີ​ເຊັນ ໃນ​ເຄິ່ງ​ປີ​ທຳ​ອິດ​ຂອງ​ປີ
2019, ຫຼຸດລົງ 0.1 ເປີເຊັນ ຈາກສາມເດືອນທຳອິດ, ອີງຕາມການລາຍງານຂອງລັດ
ຖະບານ. ການເຕີບໂຕໃນການຜະລິດຂອງໂຮງຈັກໂຮງງານໄດ້ຫຼຸດລົງເຖິງ 6 ເປີເຊັນ
ໃນເຄິ່ງປີທຳອິດ, ຫຼຸດລົງ 0.1 ເປີເຊັນຈາກສາມເດືອນທຳອິດ.

ການ​ສົ່ງ​ອອກ​ຂອງ ຈີນ ມາ ສະ​ຫະ​ລັດ ໄດ້ຫຼຸດ​ລົງ 7.8 ເປີ​ເຊັນ ໃນ​ເດືອນ​ມິ​ຖຸ​ນາ ຈາກ
ນຶ່ງປີທີ່ຜ່ານມາ, ເຊິ່ງໄດ້ຕົກຕ່ຳຍ້ອນການລົງໂທດຂຶ້ນພາສີຂອງທ່ານ ທຣຳ.

ການ​ລາຍ​ລົດ​ຍົນ, ເຊິ່ງ​ຖືກ​ລາຍ​ງານ​ກ່ອນ​ໜ້ານີ້, ໄດ້​ຕົກ​ລົງ 7.8 ເປີ​ເຊັນ ໃນ​ເດືອນ​ມິ​
ຖຸນາ, ເປັນການຂະຫຍາຍການຫຼຸດຕະຫຼອດປີ ໃນຕະຫຼາດທີ່ໃຫຍ່ທີ່ສຸດຂອງອຸດສາ
ຫະກຳດັ່ງກ່າວ.

China's economic growth slowed to its lowest level in a decade last quarter amid a tariff war with Washington, adding to pressure on Beijing to reverse a deepening slump.

The world's second-largest economy expanded by 6.2% over a year earlier in the three months ending in June, down from the previous quarter's 6.4%, government data showed Monday. That was the slowest growth since the first quarter of 2009 in the aftermath of the global financial crisis.

Chinese leaders have stepped up spending and bank lending to shore up growth and avert politically dangerous job losses. But they face an avalanche of unexpectedly bad news including plunging auto sales as they fight a trade battle with President Donald Trump over Beijing's technology ambitions.

The economy faces a "complex environment both at home and abroad,'' the National Bureau of Statistics said in a statement.

Growth in retail sales slowed to 8.4% in the first half of 2019, down 0.1 percentage points from the first quarter, the government reported. Growth in factory output decelerated to 6% in the first half, down 0.1 percentage points from the first quarter.

Chinese exports to the United States fell 7.8% in June from a year, depressed by Trump's penalty tariff hikes.

Auto sales, reported earlier, fell 7.8% in June, extending a yearlong contraction in the industry's biggest market.

XS
SM
MD
LG