ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງໜ້ອຍ 6 ຄົນ​ເສຍ​ຊີ​ວິດ ຍ້ອນ​ຄື້ນ​ອາຍ​ຮ້ອນ ປົກຄຸມ ສະ​ຫະ​ລັດ


ທ່ານ ຣັ​ສ ວິ​ລ​ສັນ ເອົາ​ນ້ຳ​ສາດ​ໃສ່​ໜ້າ​ຂອງ​ລາວ​ຈາກ​ນ້ຳ​ພຸ​ໃນ​ນະ​ຄອນ ນິວ​ຢອກ, 17 ກໍ​ລະ​ກົດ 2019.
ທ່ານ ຣັ​ສ ວິ​ລ​ສັນ ເອົາ​ນ້ຳ​ສາດ​ໃສ່​ໜ້າ​ຂອງ​ລາວ​ຈາກ​ນ້ຳ​ພຸ​ໃນ​ນະ​ຄອນ ນິວ​ຢອກ, 17 ກໍ​ລະ​ກົດ 2019.

ບັນ​ດາ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ກ່າວ​ວ່າ ຄື້ນ​ອາຍ​ຮ້ອນ​ສູງທີ່​ໄດ້​ປົກ​ຄຸມ​ພື້ນ​ທີ່​ຂະ​ໜາດ​
ໃຫຍ່ຂອງ ສະຫະລັດ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍຫົກຄົນແລ້ວ.

ຫຼາ​ຍ​ອົງ​ການ​ຂ່າວ​ໄດ້​ລາຍ​ງານການເສຍ​ຊີ​ວິດ ​ທີ່​ກ່ຽວ​ຂ້ອງ​ກັບ​ອາຍ​ຮ້ອນດັ່ງ​ກ່າວ ໃນ
ລັດ ແມຣີແລນ, ອາຣິໂຊນາ ແລະ ອາແຄັນຊໍ.

ອົງ​ການ​ພະ​ຍາ​ກອນ​ອາ​ກາດ​ແຫ່ງ​ຊາດ​ໄດ້​ເຕືອນ ກ່ຽວ​ກັບ “ອັນ​ຕະ​ລາຍ​ຂອງ​ຄື້ນ​ອາຍ​
ຮ້ອນ” ພ້ອມກັບຄວາມຊຸ່ມລະດັບສູງໃນ ສະຫະລັດ ໃນທ້າຍສັບປະດານີ້ວ່າ ອາດເຮັດ
ໃຫ້ເກີດຄວາມຕຶງຄຽດຈາກຄວາມຮ້ອນ, ເປັນລົມສາລະບາດ ໄດ້ຢ່າງວ່ອງໄວ, ຖ້າບໍ່ມີ
ການລະມັດລະວັງ.

ການ​ຈັດ​ງານຕ່າງໆ​ແມ່ນໄດ້​ຖືກ​ຍົກ​ເລີກ​ທົ່ວ​ປະ​ເທດ, ນັບ​ຈາກ​ການ​ຈັດ​ເທດ​ສະ​ການ
ແລະ ຄອນເສີດ ຈົນເຖິງການແຂ່ງຂັນກິລາ.

ອົງ​ການ​ພະ​ຍາ​ກອນ​ອາ​ກາດ ໄດ້​ກ່າວ​ວ່າ ອຸນ​ຫະ​ພູມ​ຍັງ​ຄົງ​ຈະ​ອຸ່ນ​ໃນ​ຍາມ​ກາງ​ຄືນ, ປະ​
ມານ 21 ຫາ 26 ອົງສາ, ແລະອາຍຮ້ອນຍັງຈະມາອີກໃນວັນອາທິດມື້ນີ້ ສຳລັບເຂດ
ຊາຍຝັ່ງກ້ຳຕາເວັນອອກ. ອົງການດັ່ງກ່າວໄດ້ແນະນຳໃຫ້ປະຊາຊົນກວດການຳພີ່ນ້ອງ
ແລະ ໝູ່ເພື່ອນ, ໂດຍສະເພາະແມ່ນຜູ້ອາວຸໂສ.

ໃນ​ລະ​ຫວ່າງ​ສາມ​ວັນ​ຂອງ​ເດືອ​ນ​ກໍ​ລະ​ກົດ ປີ 1995, ຫຼາຍກວ່າ 700 ຄົນ​ໄດ້​ເສຍ​ຊີ​ວິດ​
ໃນນະຄອນ ຊິຄາໂກ, ເມື່ອອຸນຫະພູມໄດ້ຂຶ້ນສູງກວ່າ 36 ອົງສາ ແຊລຊຽດ. ຜູ້ທີ່ໄດ້ເສຍ
ຊີວິດຫຼາຍຄົນແມ່ນຜູ້ທີ່ທຸກຍາກ ຫຼື ອາຍຸສູງ ຜູ້ທີ່ບໍ່ມີເຄື່ອງປັບອາກາດໃຊ້. ເຊິ່ງຫຼາຍຄົນ
ໃນນັ້ນແມ່ນໄດ້ອາໄສຢູ່ຄົນດຽວ.

ເຖິງ​ແມ່ນ​ຈະ​ມີ​ຄຳ​ເຕືອນ​ອອກ​ມາ​ກໍ​ຕາມ, ນັກ​ແລ່ນ​ຄົນ​ນຶ່ງ​ທີ່​ອາ​ໄສ​ຢູ່​ນະ​ຄອນຫຼວງ ວໍ​ຊິງ​
ຕັນ ຊື່ວ່າ ທ້າວ ເຈັຟຟຣີ ກລິກແມນ (Jeffrey Glickman), ອາຍຸ 37 ປີ ຜູ້ທີ່ໄດ້ອອກ
ໄປແລ່ນໃນຕອນເຊົ້າຂອງວັນເສົາວານນີ້ໄດ້ກ່າວວ່າ “ມັນໂຫດຫຼາຍ, ເຈົ້າຕ້ອງໄດ້ໃຊ້
ແຮງໃຫ້ຫຼາຍທີ່ສຸດທີ່ເຈົ້າສາມາດເຮັດໄດ້.”

ອຸນ​ຫະ​ພູມ​ໄດ້​ເພີ່ມ​ຂຶ້ນ​ໃນຫຼາຍ​ເມືອງ ນັບ​ຈາກ​ພາກ​ຕາ​ເວັນ​ຕົກ​ຕອນ​ກາງ ຫາງ​ຊາຍ​ຝັ່ງ
ກ້ຳຕາເວັນອອກ ຍ້ອນລະບົບຄວາມກົດດັນທີ່ໄດ້ກັກເອົາອາກາດອຸ່ນໄວ້. ບັນດາເຈົ້າ
ໜ້າທີ່ໃນເມືອງຕ່າງໆໄດ້ອະນຸຍາດໃຫ້ອ່າງລອຍນ້ຳສາທາລະນະເປີດດົນກວ່າເກົ່າ
ແລະ ເຂດເທດສະບານຕ່າງໆໄດ້ອອກຄຳເຕືອນ ເພື່ອແຈ້ງໃຫ້ສາທາລະນະຊາບ ກ່ຽວ
ກັບ ວິທີຮັບມືທີ່ດີທີ່ສຸດກັບອາຍຮ້ອນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG