ໃນວັນທີ 20 ມີຖຸນາຜ່ານມານີ້ ກະຊວງການຕ່າງປະເທດສະຫະລັດ ໄດ້ອອກລາຍ
ງານປະຈໍາປີ 2019 ວ່າດ້ວຍການຄ້າມະນຸດ ຢູ່ໃນທົ່ວໂລກ ຊຶ່ງພາກສ່ວນ ທີ່ກ່ຽວ
ຂ້ອງກັບລາວນັ້ນໄດ້ແບ່ງອອກເປັນ 4 ຕອນ. ອັນດັບຕໍ່ໄປ ຂໍເຊີນທ່ານຮັບຟັງຕອນ
ທີ 4 ຊຶ່ງເປັນຕອນສຸດທ້າຍຂອງລາຍງານການຄ້າມະນຸດໃນລາວຈາກວັນນະສອນ
ໄດ້ເລີຍ.
ລະບຽບການທີ່ວາງອອກມາເພື່ອປ້ອງກັນບໍ່ໃຫ້ມີການຄ້າມະນຸດທີ່ຈິງແລ້ວອາດເຮັດ
ໃຫ້ເພີ້ມຄົນຕົກເປັນເຫຍື່ອຂອງການຄ້າມະນຸດໄດ້ງ່າຍຂຶ້ນ ເຊັ່ນ ກົດລະບຽບຂອງ
ກະຊວງແຮງງານແລະສະຫວັດດີການສັງຄົມທີ່ຈຳກັດປະເພດວຽກບໍ່ໃຫ້ກຳມະກອນ
ລາວເຮັດຢູ່ຕ່າງປະເທດນັ້ນ ມີຄວາມເປັນໄປໄດ້ສູງທີ່ຈະຜັກດັນກຳມະກອນບາງຄົນ
ໃຫ້ຍົກຍ້າຍຖິ່ນຖານຜ່ານຊ່ອງທາງທີ່ບໍ່ເປັນທາງການ ຊຶ່ງເຮັດໃຫ້ເຂົາເຈົ້າຕົກເປັນ
ເຫຍື່ອຂອງພວກນາຍໜ້າ ແລະພວກຄ້າມະນຸດທີ່ຂາດສິນລະທຳໄດ້ງ່າຍຂຶ້ນ.
ກະຊວງດັ່ງກ່າວເປັນຜູ້ດູແລ 24 ບໍລິສັດຈັດຫາງານ ທີ່ໄດ້ຮັບອະນຸຍາດຊອກຫາຄົນ
ໄປເຮັດວຽກຢູ່ຕ່າງປະເທດ ແຕ່ວ່າຢູ່ໃນການສຶກສາຄົ້ນຄວ້າບັ້ນນຶ່ງ ອົງການສາກົນ
ໄດ້ພົບວ່າສູນຈັດຫາງານທີ່ເປັນທາງການນັ້ນ ເກັບຄ່າທຳນຽມຈາກກຳມະກອນສູງ
ເພື່ອມາທົດແທນຄ່າໃຊ້ຈ່າຍຕ່າງໆສູງຈຶ່ງເຮັດໃຫ້ພວກເຂົາເຈົ້າຕົກເປັນເຫຍື່ອຂອງ
ການຄ້າມະນຸດໄດ້ງ່າຍຂຶ້ນ.
ໃນພາກປະຕິບັດຕົວຈິງແລ້ວຍັງຂາດ ການດໍາເນີນຄວາມພະຍາຍາມ ແລະການປະສານງານຮ່ວມກັນລະຫວ່າງອົງການ ລັດຖະບານຕ່າງໆ ໃນການປ້ອງກັນການຄ້າມະນຸດທ້າມກາງການມີຊັບພະຍາ ກອນຢ່າງຈໍາກັດ ແລະການຈໍາກັດຂອບເຂດປະຕິ
ບັດງານຂອງພວກສັງຄົມພົນລະເຮືອນ. ອົງການ NGO ລາຍງານວ່າ ພວກເຂົາເຈົ້າ
ມີການຮ່ວມມືກັບລັດຖະບານເພີ້ມຂຶ້ນ ແຕ່ວ່າ ດຳລັດກ່ຽວກັບບັນດາສະມາຄົມທີ່ບໍ່
ສ້າງຜົນກຳໄລປີ 2017 ທີ່ຮຽກຮ້ອງ ໃຫ້ມີການລາຍງານ ທີ່ເປັນພາລະແບກຫາບ
ກ່ອນຈະໄດ້ຮັບອະນຸມັດໃຫ້ປະຕິບັດ ກິດຈະການຢູ່ໃນແຜນໄດ້ ແລະເປັນຂໍ້ຈໍາກັດ
ໃນການໄດ້ຮັບເງິນທຶນຊ່ວຍເຫລືອຈາກບັນດາຜູ້ໃຫ້ທຶນສາກົນ.
ລັດຖະບານລາຍງານວ່າ ໄດ້ຮັກສາທຶນໃຊ້ໃນກິດຈະກໍາຕ້ານການຄ້າມະນຸດຢູ່ໃນ
ງົບປະມານປະຈໍາປີຂອງຕົນໄວ້ ແຕ່ກໍບໍ່ໄດ້ໃຫ້ຂໍ້ມູນອັນເຈາະຈົງກ່ຽວ ກັບວິທີການ
ຈັດສັນງົບປະມານດັ່ງກ່າວນັ້ນແຕ່ຢ່າງໃດ. ໃນເດືອນທັນວາຜ່ານມາສະພາແຫ່ງຊາດ
ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍຜູ້ຕາງໜ້າລັດຖະບານຢູ່ຕ່າງປະເທດທີ່ວາງ
ມາດຕະການລົງໂທດຕໍ່ສະມາຊິກ ແລະພະນັກງານໃນຫ້ອງການການທູດ ທີ່ມີການ
ພົວພັນກັບການຄ້າມະນຸດ ແຕ່ວ່າກົດໝາຍດັ່ງກ່າວຍັງລໍຖ້າການປະກາດໃຊ້ຢູ່ໃນ
ໄລຍະທີ່ມີການຂຽນລາຍງານສະບັບນີ້.
ເມື່ອເບິ່ງພາບພົດໂດຍລວມແລ້ວ ກໍດັ່ງໄດ້ລາຍງານໄປໃນໄລຍະ 5 ປີຜ່ານມານີ້
ພວກຄ້າມະນຸດໄດ້ຂູດຮີດຜູ້ໄດ້ຮັບເຄາະຮ້າຍລາວຢູ່ຕ່າງປະເທດຫລາຍ ແລະໃນ
ລະດັບຮອງລົງມາ ກໍຂູດຮີດພວກໄດ້ຮັບເຄາະຮ້າຍຈາກພາຍໃນ ແລະຕ່າງປະເທດ
ຢູ່ໃນລາວ. ພວກຄົນລາວທີ່ໄດ້ຮັບເຄາະຮ້າຍໂດຍສະເພາະແມ່ນພວກທີ່ມາຈາກ
ພາກໃຕ້ຂອງປະເທດ ແມ່ນຖືກພວກຄ້າມະນຸດຫລອກໄປຂາຍແຮງງານ ແລະຂາຍ
ປະເວນີຢູ່ຕ່າງປະເທດ ຊຶ່ງສ່ວນໃຫຍ່ແລ້ວແມ່ນຢູ່ໄທ ຈີນ ຫວຽດນາມ, ມາເລເຊຍ,
ໄຕ້ຫວັນ ແລະຍີ່ປຸ່ນ ອີກດ້ວຍ.
ຜູ້ໄດ້ຮັບເຄາະຮ້າຍບາງຄົນໄປທີ່ນັ້ນໂດຍໄດ້ຮັບການຊ່ວຍເຫລືອຈາກນາຍໜ້າທີ່
ຖືກກົດໝາຍ ຫລືບໍ່ຖືກກົດໝາຍໃນຂະນະທີ່ຄົນອື່ນແມ່ນຍ້າຍໄປເອົາເອງຜ່ານ
ດ່ານຂ້າມຊາຍແດນ 101 ແຫ່ງຂອງປະເທດ ໂດຍໃຊ້ເອກະສານເດີນທາງທີ່ຖືກຕ້ອງ.
ດ່ານຂ້າມຊາຍແດນຫລາຍໆແຫ່ງແມ່ນ ຖືກຄວບຄຸມໂດຍເຈົ້າໜ້າທີ່ກວດຄົນເຂົ້າ
ເມືອງລະດັບແຂວງ ແລະເມືອງທີ່ບໍ່ໄດ້ຮັບການຝຶກອົບຮົມຢ່າງພຽງພໍ ແລະມີຊົ່ວໂມງ
ເຮັດວຽກຢ່າງຈຳກັດ ຊຶ່ງເຮັດໃຫ້ງ່າຍສຳລັບພວກຄ້າມະນຸດໃຊ້ເປັນຈຸດຜ່ານໃນການ
ເຄື່ອນເອົາພວກເຄາະຮ້າຍລາວຂ້າມໄປປະເທດເພື່ອນບ້ານ. ພວກທີ່ໃຫ້ບໍລິການ
ຂົນສົ່ງຢູ່ໃກ້ຊາຍແດນລາວຕິດກັບໄທ ອຳນວຍຄວາມສະດວກໃນການຈັດແຈງໃຫ້
ພວກອົບພະຍົບດ້ານເສດຖະກິດໃຫ້ຕົກໄປອອກແຮງງານ ຫລືຂາຍປະເວນີແບບ
ຖືກບີບບັງຄັບຢູ່ໄທ.
ພວກຄ້າມະນຸດຕ່າງປະເທດມີການຮ່ວມມືກັນເພີ້ມຂຶ້ນກັບພວກນາຍໜ້າຢູ່ລາວ.
ບາງຄັ້ງພວກຂັບລົດໄດ້ພົບກັບແຮງງານເຫຼົ່ານີ້ເວລາເຂົາເຈົ້າກັບຄືນໄປລາວແລ້ວ
ກໍອຳນວຍຄວາມສະດວກໃຫ້ແກ່ພວກເຂົາກັບຄືນເຂົ້າໄປໄທອີກ. ມີພວກໄດ້ຮັບ
ເຄາະຮ້າຍໂດຍສະເພາະ ແມ່ນແມ່ຍິງແລະເດັກສາວເປັນຈຳນວນຫລາຍທີ່ຖືກສວຍ
ໃຊ້ຢູ່ໃນອຸດສາຫະກຳການຄ້າປະເວນີຂອງໄທ ແລະຖືກບີບບັງຄັບໃຊ້ແຮງງານໃຫ້
ເປັນຄົນຮັບໃຊ້ຢູ່ຕາມບ້ານເຮືອນ, ໂຮງຈັກໂຮງງານຫລືບໍ່ກໍໃນພາກສ່ວນກະສິກຳ.
ສ່ວນພວກຜູ້ຊາຍແລະເດັກນ້ອຍລາວ ໄດ້ຖືກບັງຄັບໃຊ້ແຮງງານຢູໃນອຸດສາຫະກຳ
ການປະມົງ, ການກໍ່ສ້າງແລະກະເສດຕະກຳຂອງໄທ. ແມ່ຍິງແລະເດັກສາວລາວ
ບາງຄົນກໍຖືກຂາຍເປັນເຈົ້າສາວຢູ່ຈີນ ແລະຖືກບັງຄັບໃຫ້ຄ້າປະເວນີ ຫລືເປັນຄົນໃຊ້
ໃນເຮືອນແບບບີບບັງຄັບ.
ມີລາຍງານວ່າລາວເປັນປະເທດທາງຜ່ານສຳລັບພວກແມ່ຍິງແລະເດັກສາວຈຳ ນວນນຶ່ງຈາກຫວຽດນາມແລະຈີນ ທີ່ຖືກບັງຄັບໃຫ້ຄ້າປະເວນີແລະໃຊ້ແຮງງານຢູ່ ໃນປະເທດເພື່ອນບ້ານໂດຍສະເພາະແລ້ວແມ່ນໃນປະເທດໄທ. ພວກເຮັດການຄ້າ
ປະເວນີຍັງໄດ້ຂູດຮີດແມ່ຍິງແລະເດັກສາວມາຈາກຈີນຢູ່ໃນລາວ. ຊາວໜຸ່ມແລະ
ແມ່ຍິງຫວຽດນາມບາງຄົນທີ່ເຮັດວຽກຢູ່ໃກ້ໆ ບ່ອນຕັດໄມ້ ແລະກໍ່ສ້າງເລາະຕາມ ຊາຍແດນລາວຫວຽດນາມອາດຕົກເປັນເຫຍື່ອຂອງການຄ້າມະນຸດ. ຊາວມຽນມາ ທີ່ເຮັດວຽກໃຊ້ແຮງງານໜັກ ຫຼືພົວພັນກັບການຄ້າປະເວນີ ໃກ້ໆສາມຫລ່ຽມຄຳ ຊຶ່ງເປັນບໍລິເວນຊາຍແດນລາວມຽນມາ ແລະໄທ ມາບັນຈົບຄົບກັນນັ້ນກໍອາດເປັນ
ເຊັ່ນກັນ. ນິຄົມປູກຝັງ ແລະເຂດເສດຖະກິດພິເສດຍັງສືບຕໍ່ດຶງດູດເອົາກຳມະກອນ
ຈາກຕ່າງປະເທດໂດຍທີ່ບໍລິສັດຈີນ ນຳເອົາກຳມະກອນທີ່ເປັນຄົນຕ່າງຊາດຫລາຍ
ພັນຄົນເຂົ້າມາເຮັດວຽກຢູ່ໃນບ່ອນເຮັດວຽກຂອງໂຄງການຕ່າງໆ. ບໍລິສັດຂອງຈີນ
ແລະຫວຽດນາມ ນຳເອົາແຮງງານທີ່ບໍ່ຈົດທະບຽນຈາກປະເທດເຂົາເຈົ້າມາອອກ
ແຮງງານຢູ່ລາວນັບມື້ ນັບຫລາຍຂຶ້ນ ຊຶ່ງອາດມີເຈົ້າໜ້າທີ່ກວດຄົນເຂົ້າເມືອງບາງຄົນ
|ທີ່ສໍ້ລາດບັງຫລວງຮູ້ເຫັນເປັນໃຈນຳ.
ທີ່ທ່ານໄດ້ຮັບຟັງຜ່ານໄປນັ້ນແມ່ນຕອນທີ 4 ຊຶ່ງເປັນຕອນສຸດທ້າຍຂອງພາກສ່ວນ
ທີ່ກ່ຽວກັບ ສປປ ລາວ ໃນລາຍງານປະຈຳປີ 2019 ວ່າດ້ວຍການຄ້າມະນຸດ
ຂອງກະຊວງການຕ່າງປະເທດສະຫະລັດ.