ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍ​ງານ ວ່າ​ດ້ວຍການ​ຄ້າ​ມະ​ນຸດ ໃນ ສ​ປ​ປ ລາວ ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ປີ 2019 ​ຕອນທີ 3


ລາຍ​ງານ ວ່າ​ດ້ວຍການ​ຄ້າ​ມະ​ນຸດ ໃນ ສ​ປ​ປ ລາວ ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ປີ 2019
ລາຍ​ງານ ວ່າ​ດ້ວຍການ​ຄ້າ​ມະ​ນຸດ ໃນ ສ​ປ​ປ ລາວ ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ປີ 2019

ໃນວັນ​ທີ 20 ​ມີ​ຖຸນາ​ຜ່ານ​ມານີ້ ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ໄດ້​ອອກ​ລາຍ​ງານ
ປະ​ຈໍາປີ 2019 ວ່າ​ດ້ວຍ​ການ​ຄ້າ​ມະນຸດຢູ່​ໃນ​ທົ່ວ​ໂລກ​ຊຶ່ງພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ກັບ​ລາວ ນັ້ນໄດ້ແບ່ງ​ອອກເປັນ​ 4 ຕອນ. ອັນ​ດັບ​ຕໍ່​ໄປ ຂໍ​ເຊີນ​ທ່ານ​ຮັບ​ ຟັງ​ຕອນທີ 3 ຂອງລາຍ
​ງານ​ການ​ຄ້າ​ມະ​ນຸດ​ໃນ​ລາວ ຈາກວັນ​ນະ​ສອນໄດ້​ເລີຍ.

ໃນ​ພາກສ່ວນ​ທີ່​ເວົ້າ​ເຖິງ​ການ​ໃຫ້ຄວາມປົກ​ປ້ອງ​ຄຸ້ມ​ຄອງ​ນັ້ນ ລາຍ​ງານ​ຂອງ​ກະຊວງ
ການ​ຕ່າງປະ​ເທດ​ສະຫະລັດ​ກ່າວວ່າ ລັດຖະບານໄດ້ດຳເນີນຄວາມພະຍາ ຍາມ
ໃນ​ການ​ປົກ​ປ້ອງພວກໄດ້​ຮັບເຄາະ​ຮ້າຍ. ໃນ​ການຜັນ​ຂະ​ຫຍາຍໂຄງ​ການ​ລິ​ເລີ້ມ​
ຕ້ານ​ການ​ຄ້າ​ມະ​ນຸດ​ທີ່​ມີ​ການ​ປະ​ສານ​ງານ​ກັນ​ໃນ​ລະ​ດັບ​ກະ​ຊວງລະ​ຫວ່າງ​ປະ​ເທດ
ໃນ​ເຂດ​ແມ່​ນ້ຳ​ຂອງປີ 2016 ນັ້ນ ລັດ​ຖະ​ບານ​ລາຍ​ງານ​ວ່າໄດ້​ເຜີຍ​ແຜ່ ແລະ​ຈັດ​ຕັ້ງ
​ປະ​ຕິ​ບັດຕາມ​ປຶ້ມຄູ່​ມືການ​ລະ​ບຸ​ໂ​ຕ​ຜູ້​ເຄາະ​ຮ້າຍໃຫ້​ແກ່​ເຈົ້າ​ໜ້າ​ທີ່ ​ທີ່​ຢູ່ນອກຂະ​ແໜງ​
ການຕ້າ​ນການ​ຄ້າ​ມະ​ນຸດ ຫລື ATD ຊຶ່ງ​ລວມ​ທັງ​ເຈົ້າ​ໜ້າ​ທີ່​ຊາຍ​ແດນທີ່​ປະ​ຈໍ​ການ​ຢູ່​ໃກ້
​ກັບ​ປະ​ຊາ​ຄົມ​ທີ່ມີ​ຄວາມ​ສ່ຽງ​ຕໍ່ການຕົກ​ເປັນ​ເຫຍື່ອ​ຂອງ​ການຄ້າ​ມະ​ນຸດນຳ. ລັດຖະບານ
ໃຫ້​ການ​ຊ່ວຍ​ເຫລືອ​ແກ່​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ທີ່​ເປັນ​ຜູ້​ຊາຍເປັນ​ເທື່ອ​ທຳ​ອິດ​ ຊຶ່ງ​ລວມ​ມີ
ການ​ໃຫ້​ທີ່​ພັກ​ເຊົາເຖິງ​ແມ່ນ​ວ່າໃນ​ເມື່ອ​ກ່ອນ ແມ່ນມີໄວ້​ໃຫ້​ແຕ່ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ທີ່
​ເປັນ​ແມ່ຍິງ​ເທົ່າ​ນັ້ນ.

ແຕ່​ວ່າລັດ​ຖະ​ບານ​ກໍ​ບໍ່ໄດ້ລະ​ບຸໂຕຜູ້​ໄດ້​ຮັບ​ເຄາະ​ຮ້າຍຢ່າງ​ຈະ​ແຈ້ງ​ແບບ​ເປັນ​ທາງ​ການ
ເລີຍ. ສະ​ຫະ​ພັນ​ແມ່​ຍິງ​ລາວ​ລາຍ​ງານ​ວ່າ ໄດ້ໃຫ້​ການ​ຊ່ວຍ​ເຫລືອຊຶ່ງ​ລວມທັງ​ກາ​ນ​
ໃຫ້​ທີ່​ພັກພາອາໄສ ​ແກ່​ຜູ້ໄດ້​ຮັບ​ເຄາະ​ຮ້າຍ ​ທີ່​ເປັນ​ພົນ​ລະ​ເມືອງ​ລາວ 52 ຄົນ​ໃນ​ປີ
2018 ຜ່ານ​ມາ ຊຶ່ງ​ໃນ​ນັ້ນ ມີຜູ້​ໄດ້​ຮັບ​ເຄາະ​ຮ້າຍ ​ຢູ່​ໃນການ​ຂາຍ​ປະ​ເວ​ນີ ແລະ​ການ
ອອກ​ແຮງ​ງານແບບ​ບັງ​ຄັບ​ຢູ່​ຕ່າງ​ປະ​ເທດ 47 ຄົນ, ແລະຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ອີກ 5 ຄົນ
​ແມ່ນ​ໄດ້​ຖືກ​ລະ​ບຸໂ​ຕ ຢູ່ພາຍ​ໃນປະ​ເທດ. ພວກ​ເຈົ້າ​ໜ້າ​ທີ່ລາຍ​ງານ​ວ່າ ໄດ້​ຈັດ​ຕັ້ງປະ​ຕິ​ບັດ
ຄຳແນະ​ນຳກ່ຽວ​ກັບການ​ປົກ​ປ້ອ​ງ​ພວກ​ໄດ້​ຮັບ​ເຄາະ​ຮ້າຍ ຊຶ່ງ​ລວມ​ທັງ​ຢູ່​ໃນ​ເຂດ​ຊາຍ
​ແດນ​ທີ່​ມີຄົນອາດ​ຕົກ​ເປັນເຫຍື່ອ​ຂອງ​ການ​ຄ້າ​ມະ​ນຸດ​ໄດ້​ງ່າຍ.

ອີງ​ຕາມ​ກົດ​ໝາຍ​ຕ້ານ​ການ​ຄ້າ​ມະ​ນຸດປີ 2016 ພວກ​ໄດ້​ຮັບເຄາະ​ຮ້າຍມີ​ສິດ​ໄດ້
​ຮັບ​ການຊ່ວຍ​ເຫລືອທາງ​ດ້ານ​ທີ່ພັກພາອາໄສຊົ່ວຄາວ, ຄຳ​ແນະ​ນຳ ທາງດ້ານກົດໝາຍ,
ການຮັກສາສຸຂະພາບ, ການສຶກສາ ຫຼືການຝຶກວິ​ຊາ​ອາ​ຊີບ ແລະ​ດ້ານ​ການ​ເງິນເພື່ອ​ໃຫ້
​ກັບ​ຄືນ​ໄປຢູ່​ໃນ​ປະ​ຊາ​ຄົມ​ຕາມ​ປົກ​ກະ​ຕິ​ໄດ້. ສະ​ຫະ​ພັນ​ແມ່​ຍິງ​ລາວ​ຮັບ​ຜິດ​ຊອບ​ໃນການ
​ໃຫ້​ການ​ບໍ​ລິ​ການຂອ​ງ​ລັດ​ຖະ​ບານ ເປັນ​ຜູ້​ບໍ​ລິ ຫານສູນພັກໄລຍະສັ້ນສຳລັບພວກເຄາະ
ຮ້າຍທີ່ຖືກທາລຸນຂົ່ມເຫັງທີ່​ມີແຫ່ງ​ດຽວຢູ່ໃນນະຄອນຫລວງວຽງຈັນກໍ​ສະ​ໜອງ​ການ​ບໍ​ລິ
​ການ​ໃຫ້​ແກ່ພວກເຄາະຮ້າຍຈາກ​ການ​ຄ້າມ​ນະ​ມຸດ​ນຳ. ​

ໃນ​ການ​ປະ​ຕິ​ບັດ​ງານ​ຕ້ານ​ການ​ຄ້າ​ປະ​ເວ​ນີຄັ້ງ​ໃຫຍ່ຢູ່​ນະ​ຄອນ​ວຽງ​ຈັນ ໃນ​ເດືອນຕຸ​ລາ
2018 ນັ້ນຕຳ​ຫລວດ​ໄດ້​ກັກ​ຂັງ​ແມ່​ຍິງ 128 ຄົນ ຊຶ່ງ​ໃນ​ນັ້ນມີ​ແມ່​ຍິງ​ຕ່າງ​ປະ​ເທດ 35 ຄົນ
ແຕ່​ວ່າ​ກໍ​ບໍ່​ໄດ້​ກວດ​ເບິ່ງວ່າພວກ​ຜູ້​ຍິງ​ເຫລົ່າ​ນີ້​ມີ​ຄົນ​ໃດ​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຄ້າ​ມະ​ນຸດ
​ຫລືບໍ່. ມີ​ລາຍ​ງານ​ວ່າຕຳ​ຫລວດໄດ້ລະ​ບຸໂ​ຕ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ການ​ຄ້າປະ​ເວ​ນີ
ທີ່​ໄດ້​ຖືກ​ສົ່ງ​ກັບ​ຄືນ​ບ້ານ​ໂດຍບໍ່​ໄດ້​ຮັບ​ການ​ບໍ​ລິ​ການ​ໃດໆ. ມີ​ພວກຄາະ​ຮ້າຍ​ບາງ​ຄົນ​
ໄດ້​ຮັບ​ການທົດ​ແທນ​ຄືນ​ໂດຍ​ຜ່ານ​ຂະ​ບວນ​ການ​ທາງ​ກົດ​ໝາຍ​ອາ​ຍາ ແຕ່​ວ່າ ສານ​ກໍ
​ບໍ່​ໄດ້​ໃຫ້​ມີກ​ານ​ທົດ​ແທນ​ຫລື​ຊົດ​ເຊີຍ​ຄ່າ​ເສຍ​ຫາຍຄືນແຕ່​ຢ່າງ​ໃດຖ້າ​ພວກ​ເຄາະ​ຮ້າຍ
ບໍ່​ຂໍ​ເອົາ​ຄ່າ​ທົດ​ແທນນັ້ນ​ເປັນ​ການ​ສະ​ເພາະ​ເຈາະ​ຈົງ.

ພວກເຄາະຮ້າຍທີ່ໄດ້ຖືກກົດຂີ່ຂູດຮີດຢູ່ຕ່າງປະເທດແມ່ນຖືກລະບຸໂຕໂດຍພວກເຈົ້າ
ໜ້າທີ່ຢູ່ໃນປະເທດເພື່ອນບ້ານ. ເຖິງແມ່ນວ່າຈະມີການກ່າວຫາວ່າ ມີການບັງຄັບໃຊ້
ແຮງງານຕ່າງດ້າວຢູ່ໃນໂຄງການກໍ່ສ້າງໂຄງລ່າງພື້ນຖານ, ການຂຸດຄົ້ນ ບໍ່ແຮ່ ແລະກະສິກໍາຂະໜາດໃຫຍ່ຢູ່ໃນລາວກໍຕາມ ແລະເຖິງແມ່ນວ່າຈະມີຄົນຕ່າງປະເທດ
ທີ່ຕົກເປັນເຫຍື່ອການຄ້າປະເວນີຢູ່ທົ່ວໄປທີ່ມີ​ທ່າ​ທີວ່າ ກ່ຽວຂ້ອງກັບ ອຸດສາຫະກໍາ
ເຫລົ່ານີ້ກໍຕາມ ລັດຖະບານກໍບໍ່ໄດ້ລະບຸໂຕຄົນຕ່າງປະເທດທີ່ຕົກເປັນ ເຫຍື່ອການຄ້າ
ມະນຸດເລີຍ. ກະ​ຊວງ​ການຕ່າງ​ປະ​ເທດ​ລາວ​ໄດ້​ທຳ​ການ​ຝຶກ​ອົບ​ຮົມ​ໃຫ້ສະ​ຖານກົງ​ສູນ
​ລາວຢູ່​ຈີນກ່ຽວ​ກັບ​ວິ​ທີຈັດການຄຳ​ຟ້ອງ​ຮ້ອງ​ໃນ​ການ​ແຕ່ງ​ງານ​ປອມທີ່​ອາດ​ຈະ​ມີ​ການ​ຄ້າ
​ມະ​ນຸດ​ຢູ່​ໃນ​ນັ້ນ ແລະ​ວິ​ທີ​ການສົ່ງ​ພວກ​ເຄາະ​ຮ້າຍ​ກັບ​ບ້ານ; ຫາ​ກແຕ່​ວ່າ ກະ​ຊວງ​
ດັ່ງ​ກ່າວ​ກໍ​ບໍ່​ໄດ້​ລາຍ​ງານ​ວ່າຕົນ​ໄດ້​ໃຫ້​ການ​ຝຶກ​ອົບ​ຮົມ​ແກ່​ເຈົ້າ​ໜ້າ​ທີ່​ການ​ທູດ​ຢູ່​ປະ​ເທດ​
ອື່ນກ່ຽວ​ກັບ​ວິ​ທີ​ການ​ນີ້​ເລີຍ. ກະ​ຊວງ​ແຮງ​ງານ ແລະ​ສະ​ຫວັດ​ດີ​ການ​ສັງ​ຄົມ ​ໄດ້​ສົ່ງ
​ຜູ້​ຕາງ​ໜ້າຂອງ​ຕົນ​ໄປ​ປະ​ຈຳ​ຢູ່​ສະ​ຖານ​ເອກອັກ​ຄະ​ລາດ​ຖະ​ທູດ​ໃນໄທທີ່​ໄປ​ຕິດ​ຕາມ
ກວດ​ກາ​ບ່ອນ​ອອກ​ແຮງ​ງານ​ຕ່າງໆ ແຕ່​ກໍ​ບໍ່​ເປັນທີ່​ຈະ​ແຈ້ງວ່າ​ພວກເຂົາ​ເຈົ້າ​ໄດ້​ຮັບ
​ການ​ຝຶກ​ອົບ​ຮົມ​ໃນ​ດ້ານ​ການ​ລະ​ບຸ​ໂຕ ແລະ​ນຳ​ສົ່ງຄົນ​ທີ່ຢູ່​ໃນກໍ​ລະ​ນີ​ການ​ຄ້າ​ມະ​ນຸດ ​
ຫລືບໍ່.

​ກ່ຽວກັບ​ການ​ປ້ອງ​ກັນນັ້ນ ລາຍ​ງານ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວວ່າ ລັດຖະບານໄດ້​ເພີ້ມຄວາມພະຍາຍາມໃນດ້ານນີ້. ໃນ​ເດືອນ​ກໍ​ລະ​ກົດ 2018 ນາ​ຍົກ​
ລັດ​ຖະ​ມົນ​ຕີ ​ອອກ​ດຳ​ລັດ​ທີ່​ຮຽກ​ຮ້ອງໃຫ້ສ້າງ​ຕັ້ງຄະ​ນະ​ກຳ​ມະ​ການ​ຕ້ານ​ມະ​ນຸດລະ​ຫວ່າງ
​ຂະແໜງ​ການຕ່າງ​ໆ ໃນ​ລະ​ດັບ​ແຂວງ ແລະ​ເມືອງ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ໝາຍ ແລະ
​ແຜນ​ປະ​ຕິ​ບັດ​ງານຕ້ານ​ການ​ຄ້າ​ມະ​ນຸດ. ເພື່ອຜັນ​ຂະ​ຫຍາຍ​ດຳ​ລັດ​ນີ້ ລັດ​ຖະ​ບານ​ໄດ້​
ສົ່ງ​ເສີມ​ການ​ປຸກ​ລະ​ດົມ​ຍົກ​ລະ​ດັບ​ຄວາມ​ເຂົ້າ​ໃຈ ແລະໃຫ້​ການຝຶກ​ອົບ​ຮົມເພື່ອ​ຊ່ວຍໃຫ້
ເຂດອຳ​ນາດ​ສານ​ຢູ່​ຂັ້ນຕໍ່​າກວ່າລະ​ດັບ​ຊາດສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ ​ຕ້ານ​ການ​ຄ້າ
​ມະ​ນຸດ​ຂອງ​ຕົນ​ເອງໄດ້. ໃນການ​ປະ​ຕິ​ບັດ​ແຜນງານຕ້ານ​ການ​ຄ້າ​ມະ​ນຸດ​ແຫ່ງ​ຊາດ,
ກະ​ຊວງ​ແຮງ​ງານແລະ​ສະ​ຫວັດ​ດີ​ການ​ສັງ​ຄົມ ແລະ​ສະ​ຫະ​ພັນ​ແມ່​ຍິງ​ລາວ​ຮ່ວມ​ກັນ​
ຈັດ​ຝຶກ​ອົບ​ຮົມ​ກ່ຽວ​ກັບ​ການ​ຍົກ​ຍ້າຍ​ຖິ່ນ​ຖານ​ທີ່​ມີ​ຄວາມ​ປອດ​ໄພແລະການ​ປົກ​ປ້ອງ​
ຜູ້​ໄດ້ຮັບ​ເຄາະ​ຮ້າຍ​ຈາກ​ການ​ຄ້າ​ມະ​ນຸດ ໃຫ້​ແກ່ພວກ​ເຈົ້າ​ໜ້າ​ທີ່​ເມືອງ, ເຈົ້າ​ໜ້າ​ທີ່​
ຮັກ​ສາ​ຄວາມປອດ​ໄພ​ພາຍ​ໃນ, ພະ​ແນກ​ແຮງ​ງານ ແລະ​ສະ​ຫວັດ​ດີ​ການ​ສັງ​ຄົມ,
ສະ​ຫະ​ພັນ​ແມ່​ຍິງ, ຜູ້​ບໍ​ລິ​ຫານ​ໂຮງ​ຮຽນ ແລະ​ອົງ​ການ​ຊາວ​ໜຸ່ມຢູ່​ທົ່ວ​ປະ​ເທດ
ລວມ​ທັງ​ໝົດ 1,080 ຄົນ.ກະ​ຊວງ​ການ​ຕ່າງ​ປ​ະ​ເທດ​ກໍ​ໄດ້​ຈັດ​ການ​ຝຶກ​ອົບ​ຮົມ​
ໃຫ້​ແກ່ 352 ຄົນເພື່ອຍົກ​ລະ​ດັບ​ຄວາມ​ເຂົ້າ​ໃຈ​ຂອງ​ຄົນ​ກ່ຽວ​ກັບ​ສົນ​ທິ​ສັນ​ຍາ​ສາ​ກົນ​
ດ້ານການກໍ່​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດຊຶ່ງ​ລວມ​ທັງການ​ຄ້າ​ມະ​ນຸດ. ທາງ​ກະ​ຊວງ​
ສຶກ​ສາ​ທິ​ການແລະ​ກິ​ລາ ​ກໍ​ໄດ້​ຈັດ​ສຳ​ມະ​ນາກ່ຽວ​ກັບ​ຈັດການ​ຝຶ​ກ​ອົບ​ໃຫ້​ແກ່​ຜູ້​ບໍ​ລິ​ຫານ
​ການ​ສຶກ​ສາແລະ​ກິ​ລາ​ 3,910 ຄົນ.

ທີ່​ທ່ານ​ໄດ້​ຮັບ​ຟັງ​ຜ່ານ​ໄປ​ນັ້ນ​ແມ່ນຕອນ​ທີ 3 ຂອງ​ພາກ​ສ່ວນທີ່ກ່ຽວ​ກັບ ສປປ ລາວ ​
ໃນ​ລາຍ​ງານ​ປະຈຳປີ 2019 ວ່າ​ດ້ວຍ​ການ​ຄ້າ​ມະນຸດ ຂອງກະ ຊວງ​ການ​ຕ່າງປະ​ເທດ
​ສະຫະລັດ. ກະລຸນາຕິດຕາມຮັບ​ຟັງຕອນທີ 4 ໄດ້ໃນແລງ ວັນສຸກ ທີ 19 ກໍລະກົດ
ຈະມາເຖິງນີ້.

XS
SM
MD
LG