ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກ​ຝ່າຍ​ຄ້ານ ໄທ ແນ​ເປົ້າ​ໃສ່ ການ​ແກ້​ໄຂ ລັດ​ຖະ​ທຳ​ມະ​ນູນ ທີ່​ສະ​ໜັບ​ສະ​ໜູນ​ ທະ​ຫານ


ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ທ່ານ ປ​ຣະ​ຢ​ຸດ ຈັນ ໂອ​ຊາ, ກາງ​ໜ້າ, ຖ່າຍ​ຮູບ​ກັບ​ບັນ​ດາ​ສະ​ມາ​ຊິກ​ ​ໃນຄະ​ນະ​ລັດ​ຖະ​ບານ​ໃໝ່ ​ຂອງ ໄທ, ທຳ​ນຽບ​ລັດ​ຖະ​ບານ. 16 ກໍ​ລະ​ກົດ, 2019.
ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ທ່ານ ປ​ຣະ​ຢ​ຸດ ຈັນ ໂອ​ຊາ, ກາງ​ໜ້າ, ຖ່າຍ​ຮູບ​ກັບ​ບັນ​ດາ​ສະ​ມາ​ຊິກ​ ​ໃນຄະ​ນະ​ລັດ​ຖະ​ບານ​ໃໝ່ ​ຂອງ ໄທ, ທຳ​ນຽບ​ລັດ​ຖະ​ບານ. 16 ກໍ​ລະ​ກົດ, 2019.

ໂດຍ​ການເອົາ​ຊະ​ນະ​ຕົວ​ແທນ​ຂອງກອງ​ທັບ ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ເດືອນ​ມີ​ນາ​ທີ່​ຜ່ານ​
ມາ, ບັນດາພັກສະໜັບສະໜູນປະຊາທິປະໄຕຂອງ ໄທ ອາດໄດ້ສ້າງລັດຖະບານຊຸດຕໍ່
ໄປຂອງປະເທດຂຶ້ນມາແລ້ວຖ້າຫາກບໍ່ແມ່ນຍ້ອນລັດຖະທຳມະນູນໃໝ່ທີ່ກອງທັບໄດ້
ຮ່າງຂຶ້ນ ຫຼັງຈາກຍຶດອຳນາດໃນປີ 2014.

ແຕ່​ກົງ​ກັນ​ຂ້າມ, ຜູ້​ນຳ​ການ​ກໍ່​ລັດ​ຖະ​ປະ​ຫານ ທ່ານ ປ​ຣະ​ຢຸດ ຈັນ ໂອ​ຊາ ໄດ້​ຖືກ​ເລືອກ​
ໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ສະໄໝທີສອງອີກ ຍ້ອນສະພາສູງທີ່ຖືກ
ແຕ່ງຕັ້ງທັງໝົດໂຍດລັດຖະບານທະຫານ ແລະ ໄດ້ຮັບອຳນາດເປັນຄັ້ງທຳອິດ ໂດຍ
ລັດຖະທຳມະນູນໃໝ່ ເພື່ອເຂົ້າຮ່ວມກັບສະພາຕ່ຳທີ່ຖືກເລືອກເອົາຢ່າງກວ້າງຂວາງ ໃນ
ການລົງຄະແນນສຽງສຳລັບນາຍົກລັດຖະມົນຕີ.

ບັນ​ດາ​ພັກ​ຕໍ່​ຕ້ານ​ລັດ​ຖະ​ບານ​ທະ​ຫານ ທີ່​ຕ້ອນນີ້​ໄດ້​ຕົກ​ໄປ​ເປັນ​ຝ່າຍ​ຄ້ານ​ແລ້ວ​ນັ້ນ ໄດ້
ເຮັດໃຫ້ການແກ້ໄຂລັດຖະທຳມະນູນ ເປັນບູລິມະສິດສູງສຸດຂອງເຂົາເຈົ້າ.

ທ່ານ ທະ​ນາ​ທອນ ຈຶ່ງ​ຣຸ້ງ​ເຣືອງ​ກິດ ຜູ້​ນຳ​ພັກ​ອະ​ນາ​ຄົດ​ໃໝ່ ໄດ້​ກ່າວ​ວ່າ “ພວກ​ເຮົາ​ກຳ​
ລັງເວົ້າ ກ່ຽວກັບ ການຟື້ນຟູປະຊາທິປະໄຕ ຢູ່ນີ້. ຖ້າບໍ່ມີການແກ້ໄຂລັດຖະທຳມະນູນ,
ມັນກໍຈະບໍ່ມີການຟື້ນຟູປະຊາທິປະໄຕຢ່າງເຕັມທີ່ໃນປະເທດນີ້.”

ພັກ​ອະ​ນາ​ຄົດ​ໃໝ່​ໄດ້​ຮັບ​ຄະ​ແນນ​ສຽງ​ຢ່າງ​ແຂງ​ແກັ່ນ​ໃນການ​ເລືອກ​ຕັ້ງເປັນ​ອັນ​ດັບ​ສາມ
ເມື່ອວັນທີ 24 ມີນາທີ່ຜ່ານມາ ຢູ້ເວທີທີ່ຈະໂຄ່ນລົ້ມທ່ານ ປຣະຢຸດ, ແລະ ຫຼັງຈາກນັ້ນ
ເຂົາເຈົ້າກໍໄດ້ເຂົ້າຮ່ວມກັບ 6 ພັກອື່ນໆທີ່ມີຈຸດປະສົງດຽວກັນ ທີ່ຫວັງຈະຊ່ວຍກັນຍາດ
ເອົາບ່ອນນັ່ງ ໃນສະພາຕ່ຳ ໃຫ້ພຽງພໍ ສຳລັບສຽງສ່ວນ ຫຼາຍ. ແຕ່ການໃຊ້ສູດບາງຢ່າງ
ເພື່ອຍາດແຍ່ງເອົາບ່ອນນັ່ງ ຫລັງຈາກການເລືອກຕັ້ງ ໂດຍຄະນະກຳມະການເລືອກຕັ້ງ
ທີ່ຖືກແຕ່ງຕັ້ງຂຶ້ນໂດຍລັດຖະບານທະຫານນັ້ນ ຍັງໄດ້ຮັບປະກັນວ່າ ເຂົາເຈົ້າຈະບໍ່ໄດ້
ຮັບບ່ອນນັ່ງພຽງພໍ. ຍ້ອນລັດຖະທຳມະນູນໃໝ່, ສະພາສູງຍັງໄດ້ຮັບປະກັນວ່າບັນດາ
ພັກ “ແນວໜ້າປະຊາທິປະໄຕ” ຈະຂາດຄະສຽງສ່ວນຫຼາຍ ປະສົມກັນໃນສະພາສູງ
ແລະ ສະພາຕ່ຳ ເພື່ອສັບປ່ຽນຕຳແໜ່ງທ່ານ ປຣະຢຸດ.

ໃນ​ການ​ສຳ​ພາດ​ຢູ່​ສຳ​ນັກ​ງານ​ໃຫຍ່​ຂອງ​ພັກ​ຂອງ​ທ່ານ​ໃນ ບາງກອກ ນັ້ນ, ທ່ານ ທະ​ນາ
ທອນ ໄດ້ກ່າວວ່າ ລັດຖະທຳມະນູນຂອງລັດຖະບານທະຫານ ແມ່ນເຕັມໄປດ້ວຍ
ຂະບວນການ ທີ່ຈະສໍ້ໂກງສະພາສູງ, ຄະນະກຳມາທິການເລືອກຕັ້ງ ແລະ ອົງການ
ອື່ນໆຂອງລັດ ເພື່ອສະໜັບສະໜູນກຸ່ມອິດທິພົນໃນເຂດຕົວເມືອງ, ຜູ້ນິຍົມກະສັດ,
ແລະ ຜູ້ສະໜັບສະໜູນທະຫານ.

ພັກຝ່າຍ​ຄ້ານ​ມີ​ຄວາມ​ມຸ່ງ​ໝາຍ​ທີ່​ຈ​ະ​ເຂົ້າ​ໄປ​ສັບ​ປ່ຽນ​ການ​ປົກ​ຄອງ, ແຕ່​ເມື່ອຮູ້​ເຖິງ​ຂີດ​
ຈຳກັດຂອງເຂົາເຈົ້ານັ້ນ, ທ່ານ ທະນາທອນ ໄດ້ກ່າວວ່າ ບັນດາພັກການເມືອງທັງຫຼາຍ
ແມ່ນກຳລັງເພັງເລັງໃສ່ການແກ້ໄຂລັດຖະທຳມະນູນສອງຂໍ້, ໃນເວລານີ້ ຄື ຂໍ້ທີ 272
ແລະ 279.

ຂໍ້​ທຳ​ອິດ​ຈະ​ໃຫ້​ສະ​ພາ​ສູງ​ທີ່​ຖືກ​ແຕ່ງ​ຕັ້ງ​ຂຶ້ນ​ມາ ​ມີ​ອຳ​ນາດ​ທີ່​ຈະ​ເຂົ້າ​ຮ່ວມ​ກັບ ສະ​ພາ​ຕ່ຳ
ໃນການລົງຄະແນນສຽງເອົານາຍົກລັດຖະມົນຕີ. ຂໍ້ທີສອງແມ່ນເຮັດໃຫ້ບໍ່ສາມາດຖືກ
ໂຈມຕີຈາກຄຳສັ່ງຂອງທ່ານ ປຣະຢຸດ ໃນລະຫວ່າງການດຳລົງຕຳແໜ່ງສະໄໝທີນຶ່ງ
ຫຼື ຈາກລັດຖະບານທີ່ກອງທັບໄດ້ຕັ້ງຂຶ້ນມາ ຫຼັງຈາກການກໍ່ລັດຖະປະຫານຄື ຄະນະ
ຮັກສາຄວາມສະຫງົບແຫ່ງຊາດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG