ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາຍ​ງານ ວ່າ​ດ້ວຍຂະ​ບວນ​ການ​ຄ້າ​ມະ​ນຸດ ໃນ ສ​ປ​ປ ລາວ ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ປີ 2019 ​ພາກ​ທີ 2


ລາຍ​ງານ​ຂອງ​ຂະ​ບວນ​ການ​ຄ້າ​ມະ​ນຸດ ປີ 2019
ລາຍ​ງານ​ຂອງ​ຂະ​ບວນ​ການ​ຄ້າ​ມະ​ນຸດ ປີ 2019

ກ່ຽວກັບການຟ້ອງຮ້ອງດຳເນີນຄະດີ​ພວກ​ຄ້າມະນຸດນັ້ນ ລາຍງານຂອງກະຊວງ
ການຕ່າງປະເທດສະຫະລັດ​ເວົ້າວ່າ ໃຫ້ລັດຖະບານລາວ​ ເພີ້ມຄວາມພະຍາ ຍາມ
ໃນການບັງຄັບໃຊ້ກົດໝາຍຫລາຍຂຶ້ນ. ໃນ​ເດືອນ​ພະ​ຈິກ 2018 ລັດ​ຖະ​ບານ​ໄດ້
ປະ​ກາດ​ໃຊ້​ກົດລະ​ບຽບ​ການ​ປັບ​ໃໝແລະການ​ລົງ​ໂທດ​ທາງ​ອາ​ຍາສະ​ບັບ​ດັດ​ແກ້;
ມາດຕາ 215 ຂອງກົດລະ​ບຽບ​ວ່າ​ດ້ວຍການ​ປັບ​ໃໝແລະການ​ລົງ​ໂທດ​ທາງ​ອາ​ຍາ
ປີ 2018 ລະບຸວ່າການຄ້າມະນຸດໃນແບບການຄ້າປະເວນີ ແລະການບັງຄັບໃຊ້ ແຮງງານແມ່ນຜິດກົດໝາຍອາຍາ ແລະກຳນົດການລົງໂທດແມ່ນຈຳ​ຄຸກແຕ່ 5 ປີ
​ເຖິງ 15 ປີ, ຈ່າຍຄ່າ​ປັບ​ໃໝ​ແຕ່ 10 ລ້ານ ຫາ 100 ລ້ານກີບຊຶ່ງ​ເທົ່າ​ກັບ 1,170 ​ໂດ​ລາ
ຫາ 11,720 ​ໂດ​ລາ; ຖ້າ​ການ​ກະ​ທຳ​ຜິດ​ດັ່ງ​ກ່າວກ່ຽວ​ຂ້ອງ​ກັບ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​
ທີ່​ເປັນ​ເດັກ​ນ້ອຍ, ຈໍ​າ​ນວນ​ຄ່າ​ປັບ​ໃໝແມ່ນ​ເພີ້​ມເປັນ​ ແຕ່ 100 ລ້ານກີບ ຫາ 500
ລ້ານກີບ ຊຶ່ງ​ເທົ່າ​ກັບ 11,720 ​ໂດ​ລາຫາ 58,580 ​ໂດ​ລາ ຊຶ່ງຖືວ່າໜັກພໍ, ແລະສໍາລັບ
ການຄ້າປະເວນີ ແມ່ນມີ​ໂທດເທົ່າກັບການກະທຳຄວາມຜິດ​ຮ້າຍແຮງທາ​ງອາຍາ​ອື່ນໆ
​ເຊັ່ນ​ການ​ຂົ່ມຂືນ​ສຳ​ເລົາ​ເປັນຕົ້ນ.

ໃນປີິ 2018 ກົມ​ຕ້ານ​ການ​ຄ້າ​ມະ​ນຸດ, ກະຊວງປ້ອງກັນຄວາມສະຫງົບລາຍງານ
ວ່າໄດ້ທໍາການສືບສວນ 39 ກໍ​ລະນີ​, ຊຶ່ງສົ່ງຜົນໃຫ້ມີການລະບຸວ່າ 26 ກໍ​ລະ​ນີ
ໃນນັ້ນສົງ​ໄສວ່າ ເປັນການຄ້າມະນຸດ. ພວກເຈົ້າໜ້າທີ່ໄດ້ເລີ້ມດໍາເນີນຄະດີຕໍ່ ພວກທີ່ຖືກກ່າວຫາວ່າໄດ້ຄ້າມະນຸດຢູ່​ໃນ 12 ຄະ​ດີ ແລະທໍາການຕັດສິນລົງໂທດ ທີ່ມີການຮັບປະກັນແລ້ວຕໍ່ 27 ຄົນຢູ່ໃນ 11 ຄະ​ດີ​ຊຶ່ງ​ໃນ​ນັ້ນ​ຢ່າງ​ໜ້ອຍ 1 ຄະ​ດີ
ແມ່ນການ​ຄ້າ​ປະ​ເວ​ນີ​ເດັກ​ນ້ອຍ, ແລະ​ຢ່າງ​ໜ້ອຍ 1 ຄະ​ດີ ແມ່ນກ່ຽວ​ຂ້ອງ​ກັບ​ການ
​ຂາຍກຳມະ​ກອນ​ລາວ​ໄປອອກ​ແຮງ​ງານຢູ່​ຕ່າງ​ປະ​ເທດ ແລະອີກ 8 ຄະ​ດີ ​ແມ່ນ​ກ່ຽວ
​ຂ້ອງ​ກັບ​ການ​ບັງ​ຄັບ​ໃຫ້​ແຕ່ງ​ງານ ຫລື​ການແຕ່ງ​ງານ​ປອມ​ລະ​ຫວ່າງ​ແມ່​ຍິງ​ລາວ
ແລະ​ຜູ້​ຊາຍ​ຈີນທີ່​ເປັນ​ໜ້າ​ສົງ​ໄສ. ​ສານ​ໄດ້ຍຶດ​ຊັບ​ສິນ​ຂອງ​ພວກ​ຄ້າ​ມະ​ນຸດຊຶ່ງ​ມີມູນ​ຄ່າ
ປະ​ມານ 8,200 ໂດ​ລາ. ແລະ​ໄດ້​ສັ່ງ​ໃຫ້​ທົດ​ແທນ​ຄ່າ​ເສຍຫາຍໃນ 6 ກໍ​ລະ​ນີ ຊຶ່ງໄດ້​
ເອົາຊັບ​ສິນ​ທີ່​ມີ​ມູນ​ຄ່ານັບແຕ່ 702 ໂດ​ລາ ຫາ 12,920 ໂດ​ລາ ທີ່​ຍຶດໄດ້​ນັ້ນມາແບ່ງ
ໃຫ້ຜູ້​ໄດ້​ຮັບ​ເຄາະ​ຮ້າຍຢູ່​ໃນ​ແຕ່​ລະ​ຄະ​ດີ. ລາຍ​ງານນັ້ນບອກ ວ່າ ລັດ​ຖະ​ບານບໍ່​ໄດ້​
ໃຫ້​ຂໍ້​ມູນ​ກ່ຽວ​ກັບ​ການ​ດຳ​ເນີນ​ຄະ​ດີ​ຕໍ່​ນັກ​ທ່ອງ​ທ່ຽວຊາວ​ຕ່າງ​ຊາດ​ທີ່​ໄປ​ຮ່ວມ​ເພດ​ກັບ
​ເດັກ​ນ້ອຍແຕ່​ຢ່າງ​ໃດ. ແຕ່​ວ່າ​ຢູ່​ໃນກົດລະ​ບຽບ​ການ​ປັບ​ໃໝ ແລະ​ລົງ​ໂທດ​ທາງ​ອາ​ຍາ
ປີ 2018 ນັ້ນ​ໄດ້ເພີ້ມ​ມາດ​ຕາ​ 262 ເຂົ້າ ຊຶ່ງ​ຖື ວ່າ​ການ​ທ່ອງຈາກ​ປະ​ເທດ​ນຶ່ງ​ໄປ​ປະ​ເທດ
ອື່ນ​ເພື່ອ​ຊອກຮ່ວ​ມເພດ​ກັບ​ເດັກ​ນ້ອຍນັ້ນ ເປັນ​ການ​ກະ​ທຳ​ຜິດ​ທາງ​ອາ​ຍາ.

ກອງ​ເລ​ຂາແລະ​ຄະ​ນະ​ກຳ​ມະ​ການ​ດຳ​ເນີນ​ງານ​ຕ້ານ​ການ​ຄ້າ​ມະ​ນຸດ​ລາວ ໂດຍ​ປະ​ສານ
​ງານກັບ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໄດ້​ສືບ​ຕໍ່​ທຳ​ການ​ຝຶກ​ອົບ​ຮົມ​ແກ່​ເຈົ້າ​ໜ້າ​ທີ່ປະ​ຕິ​ບັດ​ກົດ​ໝາຍ​
ໂດຍ​ກົງ. ພວກ​ເຈົ້າ​ໜ້າ​ທີ່​ໄດ້ເຜີຍ​ແຜ່​ຂໍ້​ແນ​ະ​ນຳ​ໃນ​ການ​ຈັດ​ການກັບ​ຄະ​ດີ​ການ​ຄ້າ​ມະ​ນຸດ,
ປັບ​ປຸງການເຮັດ​ວຽກ​ຮ່ວມ​ກັນ​ກັບ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຂຶ້ນ, ແລະ​ສ້າງ​ປື້​ມຄູ່​ມື​ດໍາເນີນ
ການໄຕ່ສວນຄະດີຄ້າມະນຸດ ໃຫ້​ແກ່​ຜູ້​ພິ​ພາກ​ສາ ແລະ​ຜູ້​ຊ່ວຍ​ຜູ້​ພິ​ພາກ​ສາ​ຢູ່​ທົ່ວ​ປະ​ເທດ.
ທາງ​ດ້ານ​ກະ​ຊວງ​ແຮງ​ງານແລະ​ສະ​ຫວັດ​ດີ​ການ​ສັງ​ຄົມ​ ແລະ​ເຈົ້າ​ໜ້າ​ທີ່​ກວດ​ຄົນ​ເຂົ້າ
​ເມືອງກໍ​ໄດ້ຈັດ​ຕັ້ງແລະ​ເຂົ້າ​ຮ່ວມ​ການ​ຝຶກ​ອົບ​ຮົມກ່ຽວ​ກັບ​ການ​ລະ​ບຸ​ໂຕ​ບຸກ​ຄົນ​, ທັກ​ສະ​
ໃນ​ການ​ສຳ​ພາດ, ແລະການ​ນຳ​ສົ່ງ​ຕົວ ພ້ອມ​ທັງ​ການ​ໃຫ້​ບໍ​ລິ​ການ​ແກ່​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ
ຈາກ​ການ​ຄ້າ​ມະ​ນຸດ. ບັນດາອົງການຈັດຕັ້ງຕ້ານການຄ້າມະນຸດ ແລະສື່ມວນຊົນຍັງ
ສືບຕໍ່ລາຍ ງານວ່າເຈົ້າໜ້າທີ່ຂັ້ນຕ່ຳ ບາງຄົນມີສ່ວນໃນການການເຮັດໃຫ້ມີສະພາບ
ການຄ້າມະນຸດງ່າຍຂຶ້ນ ໂດຍໄດ້ຮັບເງິນສິນບົນເພື່ອອຳນວຍຄວາມສະດວກໃນດ້ານ
ຄົນເຂົ້າເມືອງ ຫຼືການຂົນ ສົ່ງພວກຍິງສາວໄປຈີນ, ຮວມທັງການປອມແປງເອກະສານ
ເດີນທາງ ແລະບັດປະຈໍາຕົວ. ພວກນັກສັງເກດການຍັງໄດ້ລາຍງານວ່າ ເຈົ້າໜ້າທີ່ກວດ
ຄົນເຂົ້າເມືອງ ອາດເຮັດໃຫ້ຄວາມ​ສະ​ດວກ​ໃນການຂົນເອົາກໍາມະກອນຕ່າງປະເທດ
ທີ່ບໍ່ມີເອກກະສານເຂົ້າມາ ລາວຢ່າງຜິດກົດໝາຍເພື່ອເອົາມາໃຊ້ ແຮງງານຢູ່ໃນໂຄງການ
ກໍ່ສ້າງໂຄງລ່າງພື້ນຖານ, ການຂຸດຄົ້ນບໍ່ແຮ່, ແລະໂຄງການກະສິກຳຂະໜາດໃຫຍ່
ຊຶ່ງບາງຄົນ ໃນນັ້ນອາດຈະຕົກເປັນເຫຍື່ອຂອງການຄ້າມະນຸດ.

XS
SM
MD
LG