ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສປ​ຊ ​ເລີ້ມ​ສືບ​ສວນ ​ການ​ເສຍ​ຊີ​ວິດ​ ຍ້ອນສົງ​ຄາມ ຕໍ່​ຕ້ານ​ຢາ​ເສບ​ຕິດ ຢູ່​​ຟິ​ລິບ​ປີນ


ບັນ​ດາ​ຍາດ​ຕິ​ພີ່​ນ້ອງທີ່​ເປັນ​​ຜູ້​ເຄາະ​ຮ້າຍ ຕໍ່ອັນ​ທີ່​ຮ້ອງວ່າ​ ສົງ​ຄາມ​​ຕໍ່​ຕ້ານຢາ​ເສບ​ຕິດ ຂອງ ປະ​ທາ​ນາ​ທິ​ບໍ​ດີ ໂຣດ​ຣີ​ໂກ ດ​ູເຕີ​ເຕກຳ​ລັງ​ຖື​ຮູບ​ພາບ ​ໄວ້​ອາ​ໄລໃຫ້​ແກ່​ພວກ​ທີ່​ເຂົາ​ເຈົ້າ​ຮັກ​ແພງ​​ເມື່ອວັນ​ທີ 17 ພືດ​ສະ​ພາ 2019.
ບັນ​ດາ​ຍາດ​ຕິ​ພີ່​ນ້ອງທີ່​ເປັນ​​ຜູ້​ເຄາະ​ຮ້າຍ ຕໍ່ອັນ​ທີ່​ຮ້ອງວ່າ​ ສົງ​ຄາມ​​ຕໍ່​ຕ້ານຢາ​ເສບ​ຕິດ ຂອງ ປະ​ທາ​ນາ​ທິ​ບໍ​ດີ ໂຣດ​ຣີ​ໂກ ດ​ູເຕີ​ເຕກຳ​ລັງ​ຖື​ຮູບ​ພາບ ​ໄວ້​ອາ​ໄລໃຫ້​ແກ່​ພວກ​ທີ່​ເຂົາ​ເຈົ້າ​ຮັກ​ແພງ​​ເມື່ອວັນ​ທີ 17 ພືດ​ສະ​ພາ 2019.

ສະ​ພາ​ສິດ​ທິ​ມະ​ນຸດ​ສະ​ຫະ​ປະ​ຊາ​ຊາດ ໄດ້​ລົງ​ຄະ​ແນນ​ສຽງ ​ທີ່​ຈະ​ເລີ້ມ​ການ​ສືບ​ສວນ​ຕໍ່
ການ​ກ່າວ​ຫາ ​ກ່ຽວ​ກັບ​ການ​ສັງ​ຫານຊາວ​ຟິ​ລິບ​ປີນ​ຫຼາຍ​ສິບ​ພັນ​ຄົນ ລະ​ຫວ່າງ​ສົງ​ຄາມຕໍ່
​ຕ້ານ​ຢາ​ເສບ​ຕິດ​ຂອງລັດ​ຖະ​ບານ​.

ມາດ​ຕະ​ການທີ່ໄດ້​ນຳ​ສະ​ເໜີ​ໂດຍ​ໄອ​ຊ໌​ແລນ​ດັ່ງ​ກ່​າວ ໄດ້​ຮັບການ​ອະ​ນຸ​ມັດ​ດ້ວຍຄະ​ແນນ
18 ຕໍ່ 14 ໃນ​ວັນ​ພະ​ຫັດ​ວານ​ນີ້. ​ມາດ​ຕະ​ການນີ້ໄດ້​ອ້າງການ​ສັງ​ຫານ​ແບບ​ຮວບ​ຮັດ​ຕັດ​
ຕອນ​ຂອງ​ລັດ​ຖະ​ບານ ການ​ຈັບ​ກຸມ​ໂດຍ​ພາ​ລະ​ການແລະ​ການ​ຫາຍ​ສາບ​ສູນ​ໃນ​ລະ​
ຫວ່າງການ​ຄວບ​ຄຸມ​ໂຕ​ຂອງ​ຕຳ​ຫຼວດ ນັບ​ແຕ່​ປະ​ທາ​ນາ​ທິ​ບໍ​ດີ​ໂຣດ​ຣິ​ໂກ ດູ​ເຕີ​ເຕ ໄດ້​
ເລີ້ມ​ປຸກ​ລະ​ດົມ​ຕໍ່ຕ້ານ​ຢາ​ເສບ​ຕິດ​ໃນ​ປີ 2016.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ຟິ​ລິບ​ປີນ ​ທີ່​ນະ​ຄອນ​ເຈ​ນີ​ວາ ທ່ານ​ເອ​ວັນ ກາເຊຍ ໄດ້​ປະ​ນາ​ມ
ການ​ເຄື່ອນ​ໄຫວ​ຂອງສະ​ຫະ​ປະ​ຊາດ​ໃນ​ທັນ​ທີ​ ໂດຍ​ກ່າວ​ວ່າ “​ມັນບໍ່​ໄດ້​ຕາງ​ໜ້າ​ໃຫ້​ແກ່
ໄຊ​ຊະ​ນະໃນ​ດ້ານສິດ​ທິ​ມະ​ນຸດ ແຕ່​ເປັນ​ການ​ສ້າງ​ເລື້ອງ​ລໍ້​ລຽນ​ໃຫ້​ແກ່ ສິດ​ທິ​ມະ​ນຸດ.”

ພວກ​ນັກ​ເຄື່ອນ​ໄຫວ​ຟິ​ລິບ​ປີນ ໄດ້​ອ້າງ​ວ່າ ​ມີ 27,000 ຄົນ​ໄດ້​ຖືກ​ສັງ​ຫານ​ໃນ​ຂະ​ນະ​ທີ່​
ພວກ​ຕຳ​ຫຼວດ​ສ້າງ​ຄວາມ​ຢ້ານ​ກົວ​ໃຫ້ປະ​ຊາ​ຄົມ​ທີ່​ທຸກ​ຈົນໂດຍໃຊ້ “ບັນຊີ​ສິ້ງ​ຊອ​ມ” ຢາ
​ເສບ​ຕິດ ເພື່ອ​ລະ​ບຸ​ໂຕຜູ້​ໃຊ້ ຫຼື​ຂາຍ. ລັດ​ຖະ​ບານກ່າວ​ວ່າ ​ມີ​ປະ​ມານ 6,600 ຄົນ ໄດ້​ຖືກ​
ຂ້າ​ຕາຍ​ໂດຍ​ຕຳ​ຫຼວດ​ຢູ່​ໃນ​ການ​ຍິງ​ກັນ​ກັນ​ພວກ​ຄ້າ​ຢາ​ເສບ​ຕິດ.

ການ​ນຳ​ສະ​ເໜີ​ຮ່າງ​ຍັດ​ຕິນີ້ ແມ່ນ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ໂດຍ​ບັນ​ດາ​ກຸ່ມປົກ ປ້ອງ
ສິດທິ​ມະ​ນຸດ. “ການ​ລົງ​ຄະ​ແນນ​ສຽງ​ໄດ້​ໃຫ້​ຄວາ​ມ​ທວັ​ງ​ແກ່​ຫຼາຍ​ພັນ​ຄົນ ​ທີ່ ບັນ​ດາ​ຄອບ
​ຄົວທີ່​ເສົ້າ​ໂສກ​ເສຍ​ໃຈ ​ຢູ່​ໃນຟິ​ລິບ​ປິນ” ນັ້​ນ​ຄື​ຄຳ​ຖະ​ແຫຼງ​ຂອງ ອົງ​ການ​ນິ​ລະ​ໂທດ​ສາ​ກົນ
​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ. ມັນ​ເປັນ​ບາດ​ກ້າວ​ສຳ​ຄັນ​ທີ່​ນຳໄປ​ສູ່​ຄວາມຍຸ​ຕິ​ທຳ ແລະ​ຄວ​າມ​
ຮັບຜິດ​ຊອບ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG