ອາຫານເຫຼືອ. ນັ້ນແມ່ນເອົາໄວ້ເປັນອາຫານແລງມື້ນີ້. ຢູ່ໃນເຢຍຣະມັນນັ້ນ ຄໍາເວົ້ານີ້
ບໍ່ໄດ້ໃຊ້ກັບພຽງແຕ່ພວກທີ່ເຮັດອາຫານຢູ່ໃນເຮືອນຫຼາຍເກີນໄປເທົ່ານັ້ນ. ໃນທຸກມື້ນີ້
ຮ້ານອາຫານນັບມື້ນັບຫຼາຍຂຶ້ນ ທີ່ເລີ້ມຂາຍອາຫານເຫຼືອໃຫ້ແກ່ພວກທີ່ອາໄສຢູ່ໃນ
ເມືອງໃນລາຄາຖືກ. ມັນເປັນການດີຕໍ່ທຸລະກິດ, ດີຕໍ່ພວກບໍລິໂພກ ແລະດີສຳລັບ
ສະພາບແວດລ້ອມອີກ. ນັກຂ່າວວີໂອເອ Kevin Enochs ມີລາຍ ງານກ່ຽວກັບ
ເລື້ອງນີ້ ຊຶ່ງວັນນະສອນຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ນາງ Annekathrin Fiesinger ເອົາມືເຂ່ຍໂທລະສັບຂອງລາວຂຶ້ນລົງເພື່ອຊອກຫາ
ຂໍ້ມູນກ່ຽວກັບອາຫານຄ່ຳ.
ມີທາງເລືອກຫຼາຍທາງຢູ່ໃນໂທລະສັບມືຖືຂອງລາວ. ສິ່ງທີ່ລາວຕ້ອງເຮັດກໍມີແຕ່ຊອກ
ຫາອາຫານທີ່ລາວຢາກກິນ.
ແລະຈາກນັ້ນ ກໍໄປຮັບເອົາມັນຕອນລາວກັບບ້ານ.
ນາງ Annekathrin Fiesinger ຜູ້ໃຊ້ແອັປອາຫານ ຫຼື Food App ກ່າວເປັນພາສາ
ເຢຍຣະມັນວ່າ“ສິ່ງທີ່ຂ້າພະເຈົ້າເປັນຫ່ວງຕົ້ນຕໍ ກໍຄືການຕ້ານກັບມົນລະພິດຕໍ່ສິ່ງ
ແວດລ້ອມ, ຊຶ່ງເປັນສິ່ງທີ່ຂ້າພະເຈົ້າພະຍາຍາມຕ້ານຢູ່ໃນຫຼາຍໆວິທີ ແລະວິທີນີ້
ແມ່ນວິທີທີ່ງ່າຍທີ່ສຸດທີ່ເຮັດໄດ້ໃນແຕ່ລະວັນ. ມັນເປັນເຮັດໄດ້ງ່າຍທີ່ສຸດເລີຍ ຄືວ່າ
ເຈົ້າດາວໂລດແອັປ ແລະຈາກນັ້ນຂ້ອຍກໍຊອກເບິ່ງວ່າ ມີບ່ອນໃດແດ່ທີ່ຂ້ອຍສາມາດ ໄປເອົາອັນໃດອັນນຶ່ງໄດ້ຕອນກັບບ້ານ.”
ບໍ່ແມ່ນແຕ່ຮ້ານອາຫານເທົ່ານັ້ນທີ່ເລີ້ມເຮັດແນວນີ້.
ແວັບໄຊທ໌ຂອງແອັປ Too Good to Go ເຮັດໃຫ້ພວກຊື້ອາຫານທີ່ເປັນຫ່ວງຕໍ່ສິ່ງແວດລ້ອມສາມາດເຂົ້າໄປຫາຕະຫຼາດໄດ້ ເພື່ອໄປເອົາອາຫານທີ່ຮອດວັນກຳນົດຂາຍ ຫລື "sell by" ຖ້າບໍ່ດັ່ງນັ້ນມັນກໍຈະຕ້ອງຖືກໂຍນຖິ້ມ.
ນາງ Franziska Lienert ຈາກບໍລິສັດເຮັດແອັປ "Too Good To Go" ກ່າວເປັນພາສາເຢຍຣະມັນວ່າ “ທາງເລືອກຂອງພວກເຮົາກໍຄືມີແຕ່ເຮັດໃຫ້ລາຄາຂອງມັນເທົ່າກັບເຄິ່ງນຶ່ງຂອງລາຄາທຳອິດ. ພາບຢູ່ໃນໂປຣໄຟລ໌ ຂອງພວກເຮົາແມ່ນສະແດງໃຫ້ເຫັນຈຳນວນລາຍການອາຫານແບບຄາດຄະເນທີ່ພວກລູກຄ້າຄາດຫວັງວ່າຈະໄດ້ຮັບ, ຂະໜາດຂອງອາຫານ, ມີອາຫານສ່ວນທີ່ເຫຼືອຢູ່ຫລາຍປານໃດ ແລະຕອນໃດຄົນສາມາດໄປຮັບເອົາອາຫານນັ້ນໄດ້, ຊຶ່ງຈະຕ້ອງແມ່ນ ຕອນກ່ອນປິດຮ້ານສະເໝີ.”
ຄວາມຄິດທີ່ຢູ່ເບື້ອງຫຼັງຂອງແອັປນີ້ ແມ່ນງ່າຍໆ…ຄືວ່າ ບໍ່ປ່ອຍໃຫ້ອາຫານເສຍຖີ້ມໄປລ້າໆ.
ທ່ານນາງ Julia Kloeckner ລັດຖະມົນຕີກະຊວງການກະເສດແລະການປົກປ້ອງຜູ້ບໍລິໂພກ ກ່າວເປັນພາສາເຢຍຣະມັນວ່າ “ມັນມີອາຫານປະມານ 11 ລ້ານໂຕນ ທີ່ພວກເຮົາໂຍນຖິ້ມ. ມັນເປັນປະລິມານອາຫານທີ່ໃຊ້ຫຼາຍກວ່າ 10 ພັນລົດບັນທຸກເພື່ອຂົນສົ່ງ. ໃຫ້ຄິດເບິ່ງພຽງແຕ່ເທົ່ານັ້ນກໍພໍ. ແລະຈຳນວນອາຫານທີ່ເສຍທີ່ຖິ້ມໄປນັ້ນກໍຄືກັນກັບການຍຸຕິການປ່ອຍທາດຄາບອນດາຍອອກໄຊດ໌ ອອກ 6 ລ້ານໂຕນໄປສູ່ອາກາດ ຊຶ່ງປັນຈຳນວນທີ່ບໍ່ໜ້າເຊື່ອເລີຍ. ຈະເວົ້າແລ້ວ, ພວກເຮົາມີຊັບພະຍາກອນທີ່ສຳຄັນຢູ່ໃນອາຫານທັງຫລາຍທັງປວງເຫລົ່ານີ້ ແລະຖ້າຫາກພວກເຮົາໂຍນມັນຖິ້ມໄປ ມັນກໍຈະເປັນສິ່ງນຶ່ງ ທີ່ເປັນການຍາກແທ້ໆ ທີ່ຈະຫາທາງຢືນຢັນໄດ້ວ່າເຮົາເຮັດຖືກຕ້ອງທາງດ້ານສິນລະທຳ.”
ການປະຢັດອາຫານ ກໍຄືປະຢັດພະລັງງານ. ມີຂອງເສຍໜ້ອຍລົງທີ່ຕ້ອງດຳເນີນການ ແລະຄວາມຕ້ອງການໃຊ້ພະລັງງານເພື່ອປູກ ແລະຂົນສົ່ງອາຫານໃໝ່ນັ້ນກໍໜ້ອຍລົງ.
ທ່ານນາງ Lienert ກ່າວເພີ້ມຕື່ມວ່າ “ຂ້າພະເຈົ້າສາມາດເວົ້າໄດ້ວ່າ ມາຮອດປະຈຸບັນນີ້ ພວກເຮົາສາມາດປະຢັດອາຫານໄດ້ 14 ລ້ານໂຕນ ຢູ່ໃນຢູໂຣບ ແລະນັ້ນແມ່ນເທົ່າກັບ 35 ພັນໂຕນຂອງອາຍຄາບອນດາຍອອກໄຊດ໌.”
ໂຄງການຕ່າງໆພວກນີ້ ແມ່ນດຳເນີນໄປດ້ວຍດີຢູ່ໃນຫົວເມືອງໃຫຍ່ຕ່າງໆ ເຊັ່ນເບີຣ໌ລິນ ເປັນຕົ້ນ.
ທ່ານນາງກ່າວເພີ້ມຕື່ມວ່າ “ນະຄອນເບີຣ໌ລິນນັ້ນ ແມ່ນງ່າຍຫຼາຍທີ່ຈະຫາອາຫານອັນໃດອັນນຶ່ງ - ມັນມີອາຫານບາງຢ່າງລໍຖ້າທ່ານຢູ່ທຸກຊອກທຸກມຸມ.”
ເຈົ້າຂອງແວັບໄຊທ໌ Too Good To Go ເວົ້າວ່າ ແອັປຂອງພວກເຂົາເຈົ້າ ຖືກຊາວເຢຍຣະມັນປະມານ 5 ພັນຄົນດາວໂລດເອົາມັນ ໃນແຕ່ລະວັນ.
ອັນນັ້ນແມ່ນຖືວ່າຫລາຍ ເມື່ອເວົ້າເຖິງຈຳນວນຄົນທີ່ຊື້ອາຫານໃນລາຄາເທົ່າກັບເຄິ່ງນຶ່ງຂອງລາຄາຕົ້ນ.