ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະ​ພາ​ສູງ​ ສ​ຫ​ລ ​ຮັບ​ຮອງ​ເອົາ​ນິ​ຕິ​ກຳ ທີ່​ແນ​ໃສ່​ແກ້​ໄຂວິ​ກິດ​ການ ​ດ້ານ​ມະ​ນຸດ​ສະ​ທຳ ​ຢູ່​ຕາມ​ຊາຍ​ແດນ


ເຈົ້​ໜ້າ​ທີ່​ປ້ອງ​ກັນ​ຊາຍ​ແດນຢືນ​ເບິ່ງ​ພວກ​ອົບ​ພະ​ຍົບ​ທີ່ເປັນ​ກຸ່ມ​ໃຫຍ່ ທີ່​ພວກ​ເພິ່ນ​ເວົ້າ​ວ່າ ເຂົາ​ເຈົ້າ​ພະ​ຍາ​ຍາມ​ທີ່​ຂ້າມ​ຊາຍ​ແດນ​ສະ​ຫະ​ລັດ ກັບ​ເມັກ​ຊິ​ໂກ ຢ່າງ​ຜິດ​ກົດ​ໝາຍ ເພື່ອເຂົ້າ​ມາ​ເມືອງ El Paso ໃນລັດ​ເທັກ​ຊັ​ສ, ວັນ​ທີ 29 ພຶດ​ສະ​ພາ, 2019.
ເຈົ້​ໜ້າ​ທີ່​ປ້ອງ​ກັນ​ຊາຍ​ແດນຢືນ​ເບິ່ງ​ພວກ​ອົບ​ພະ​ຍົບ​ທີ່ເປັນ​ກຸ່ມ​ໃຫຍ່ ທີ່​ພວກ​ເພິ່ນ​ເວົ້າ​ວ່າ ເຂົາ​ເຈົ້າ​ພະ​ຍາ​ຍາມ​ທີ່​ຂ້າມ​ຊາຍ​ແດນ​ສະ​ຫະ​ລັດ ກັບ​ເມັກ​ຊິ​ໂກ ຢ່າງ​ຜິດ​ກົດ​ໝາຍ ເພື່ອເຂົ້າ​ມາ​ເມືອງ El Paso ໃນລັດ​ເທັກ​ຊັ​ສ, ວັນ​ທີ 29 ພຶດ​ສະ​ພາ, 2019.

ໃນ​ວັນ​ພຸດ​ວານນີ້ ສະ​ພາ​ສູງ​ຂອງ​ສ​ະ​ຫະ​ລັດ​ໄດ້​ຮັບ​ຮອງ​ເອົາ​ນິ​ຕິ​ກຳ​ສະ​ບັບ​ນຶ່ງທີ່​ເຫັນ​ພ້ອມ​ນຳ​ກັນ​ທັງ​ສອງ​ພັກ ເພື່ອ​ແກ້​ໄຂວິ​ກິດ​ການ​ດ້ານ​ມະ​ນຸດ​ສະ​ທຳ ​ຢູ່​ຕາມ​ຊາຍ​ແດນ​ຂອງ​ສະ​ຫະ​ລັດ​ກັບເມັກ​ຊິ​ໂກ ໂດຍ​ໃຫ້​ເງິນ​ງົບ​ປະ​ມານເພີ້ມ​ເຕີມ​ຫຼາຍ ກວ່າ 4 ຕື້​ໂດ​ລາແລະ​ຂໍ້​ກຳ​ນົດ​ໃໝ່​ໃນ​ການ​ດູ​ແລ​ພວກ​ອົບ​ພະ​ຍົບ​ທີ່​ຖືກ​ຂັງໂດຍ​ສະ​ເພາະແລ້ວ​ແມ່ນ​ເດັກ​ນ້ອຍ.

ຜົນ​ການ​ລົງ​ຄະ​ແນນ​ສຽງ 84 ຕໍ່ 8 ສຽງ ​ມີ​ຂຶ້ນ​ທ້າມ​ກາງ​ການກວດ​ກາ​ການ​ປະ​ຕິ​ບັດ​ຕໍ່​ເດັກ​ນ້ອຍ​ ຂອງ​ລັດ​ຖະ​ບານ​ທ່ານ ທ​ຣຳ ຢູ່​ໃນ​ບ່ອນ​ຄຸມ​ຂັງຢ່າງ​ໃກ້​ຊິດຖືກ​ຕໍ່​ເວ​ລາ​ໄປອີກ ແລະ​ທ້າມ​ກາງການ​ເຜີຍ​ແຜ່ພາບ​ທີ່​ໜ້າ​ສັງ​ເວດ ຕໍ່ການຕາຍ​ຂອງ​ພໍ່ ແລະ​ລູກ​ສາວ ​ຈາກ​ແອ​ລ​ຊາ​ລ​ວາ​ດໍ ທີ່​ໄດ້​ພະ​ຍາ​ຍາມເອົາ​ຊີ​ວິດໄປ​ສ່ຽງ​ລອຍ​ຂ້າມ​ແມ່​ນ້ຳ ຣິ​ໂອ ກ​ຣານເດ (Rio Grande) ມາ​ຫາ​ສະ​ຫະ​ລັດ.

"ບໍ່​ມີ​ຄຳ​ຖາມຕໍ່​ໄປ​ອີກ​ແລ້ວ​ວ່າ ສະ​ພາບ​ການ​ຢູ່​ຕາມ​ຊາຍ​ແດນ​ພາກ​ໃຕ້ຂອງ​ພວກ​ເຮົາເຕັມ​ໄປ​ດ້ວຍ​ວິ​ກິດ​ການ​ດ້ານ​ມະ​ນຸດ​ສະ​ທຳ ແລະ​ຄວາມ​ປອດ​ໄພທີ່​ຂະ​ຫຍາຍ​ໂຕ​ຂຶ້ນຢ່າງ​ເຕັມສ່ວນ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ສະ​ມາ​ຊິກ​ສະ​ພາ​ສູງ ສັງ​ກັດ​ພັກ​ຣີ​ພັບ ​ບ​ລິ​ກັນ ຣີ​ເຈີດ ແຊ​ລ​ບີ (Richard Shelby) ຈາກ​ລັດ​ອາ​ລາ​ບາ​ມາ. ທ່ານ​ກ່າວ​ຕໍ່​ໄປ​ວ່າ "ບໍ່​ມີ​ເຫດ​ຜົນ​ຫຍັງ​ຕໍ່​ໄປ​ອີກ​ແລ້ວ" ທີ່​ຈະ​ຊັກ​ຊ້າ​ໃນ​ການ​ແກ້​ໄຂ​ສະ​ຖາ​ນະ​ການ​ອັນ​ນີ້.

ສະ​ມາ​ຊິກ​ສະ​ພາ​ສູງ ສັງ​ກັດ​ພັກເດ​ໂມ​ແຄ​ຣັດ ແພັດ​ທ​ຣິກ ເລ​ຣີ (Patrick Leahy) ຈາກ​ລັດ​ເວີ​ມອນ​ກໍ​ເວົ້າ​ວ່າ "ການບໍ່​ກະ​ທຳການ​ຢ່າງ​ໃດ​ເລີຍ​ ບໍ່​ແມ່ນ​ທາງ​ທີ່ເລືອກໄດ້ອີກ​ແລ້ວ ​ສຳ​ລັບ​ຄົນທີ່​ເປັນ​ຫ່ວງ​ໃນ​ການບັນ​ເທົາ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ເດັກ​ນ້ອຍ ​ແລະ​ຄອບ​ຄົວ​ທີ່​ດີ້ນ​ຮົນ​ຢາກຫາ​ທາງ​ມາ​ຫລົບ​ໄພ​ຢູ່​ໃນ​ສະ​ຫະ​ລັດຫລາຍ​ທີ່​ສຸດ​.”

ສະ​ພາ​ສູງ​ທີ່​ນຳ​ພາ​ໂດຍ​ພັກ​ຣີ​ພັບ​ບ​ລິກ​ກັນໄດ້​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ ພາຍ​ຫລັງ​ທີ່​ໄດ້​ລົງ​ຄະ​ແນນ​ສຽງ ​ບໍ່​ຮັບ​ເອົາຮ່າງ​ກົດ​ໝາຍຂອງ​ສະ​ພາ​ຕ່ຳ ທີ່​ກໍ​ໄດ້​ໃຫ້​ງົບປະ​ມານ​ເພີ້ມ​ຂຶ້ນ​ ແກ່ຫ້ອງ​ການ​ພາ​ສີ ແລະ​ປ້ອງ​ກັນ​ຊາຍ​ແດນ ແລະ​ອົງ​ການ​ອື່ນໆ​ ຂອງລັດ​ຖະ​ບານເຊັ່ນ​ກັນ ທີ່​ຂະ​ຫຍາຍ​ອອກ​ໄປເຖິງ​ຂັ້ນທີ່ ວ່າ ອະ​ນຸ​ຍາດ​ໃຫ້​ມີຈຳ​ນວນ​ຄົນ​ທີ່​ມາ​ເຖິງ​ຊາຍ​ແດນຫລາຍກວ່າ 1 ແສນ​ຄົນ​ຕໍ່​ເດືອນ, ຊຶ່ງ​ເປັນ​ຈຳ​ນວນ​ທີ່​ຫລາຍ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ທີ່​ມີ​ມາ​ໄດ້​ນາ​ນກວ່າ 1 ທົ​ດ​ສະ​ວັດ.

ເຖິ​ງ​ແມ່ນ​ວ່າ ໂດຍ​ລວມ​ແລ້ວ​ ແມ່ນ​ຄ້າຍ​ຄື​ກັນ ແຕ່​ວ່າ ຮ່າງ​ກົດ​ໝາຍ​ສະ​ບັບ​ຂອງ​ສະ​ພາ​ສູງແມ່ນມີ​ການວາງລະ​ບຽບ​ການ​ໃນ​ການ​ດູ​ແລ​ເດັກ​ນ້ອຍ​ທີ່​ຖືກ​ຂັງ​ໜ້ອຍກວ່າ. ບໍ່​ຄື​ກັນກັບຮ່າງ​ກົດ​ໝາຍສະ​ບັບຂອງ​ສະ​ພາ​ຕ່ຳ ຮ່າງ​ກົດ​ໝາຍສະ​ບັບຂອງ​ສະ​ພາ​ສູງນີ້ ແມ່ນ​ໃຫ້​ທຶນ​ແກ່​ທຳ​ນຽບ​ຫ້າແຈ 145 ລ້ານ​ໂດ​ລາ ເພື່ອ​ຊ່ວຍ​ໃນ​ການ​ປະ​ຕິ​ບັດ​ງານ​ຢູ່​ຊາຍ​ແດນ.

ເພື່ອ​ຈະ​ໄປ​ຮອດ​ໂຕະ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ເພື່ອ​ໃຫ້​ເພິ່ນ​ເຊັນ​ໄດ້ນັ້ນ ຮ່າງ​ກົດ​ໝາຍສະ​ບັບ​ຂອງ​ສະ​ພາ​ສູງນີ້​ ຈະ​ຕ້ອງ​ໄດ້​ໄປ​ຜ່ານສະ​ພາຕ່ຳ​ເສຍ​ກ່ອນ. ​ແຕ່​ວ່າ ພວກ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ​ທີ່​ກຳສຽງ​ສ່ວນ​ຫລາຍ ໃນ​ສະ​ພາ​ສູງຕໍ່າ​ນັ້ນ ໄດ້ສົ່ງສັນ​ຍານ​ໃຫ້ຮູ້​ແລ້ວ​ວ່າ ພວກ​ເພິ່ນ​ຢາກ​ຈະ​ປ່ຽນ​ແປງ​ຮ່າງ​ກົດ​ໝາຍ​ສະ​ບັບ​ນັ້ນ ແລະ​ມີ​ແຜນ​ທີ່​ຈະ​ນຳ​ສະ​ເໜີ​ການ​ປ່ຽນ​ແປງນັ້ນ​ໃນ​ວັນ​ພະ​ຫັດ​ມື້ນີ້. ເພາະ​ສະ​ນັ້ນ, ຄາດ​ວ່າ ​ຈະ​ມີ​ການ​ຕັ້ງຄະ​ນະ​ກຳ​ມະ​ການ​ ທີ່​ມີ​ສອງ​ພັກຂຶ້ນ ເພື່ອ​ທີ່​ຈະ​ຫາ​ທາງໃຫ້​ການ​ອະ​ນຸ​ມັດຕໍ່ຮ່າງ​ກົດ​ໝາຍ​ ​ທີ່ສາ​ມາດ​ຮັບ​ຜ່ານ​ໂດຍ​ທັງ​ສອງສະ​ພາ ໄດ້. ຄວາມ​ຕ້ອງ​ການໃຫ້​ກະ​ທຳ​ການແບບຮີບ​ເຮັ່ງ​ແມ່ນ​ທະ​ວີຂຶ້ນ ເພາະ​ວ່າ​ລັດ​ຖະ​ສະ​ພາ ​ຈະ​ໄດ້​ພັກ​ການ​ໃນ​ອາ​ທິດ​ໜ້ານີ້ເນື່ອງໃນ​ໂອ​ກາດ​ວັນ​ປະ​ກາດ​ເອ​ກະ​ລາດ​ຂອງ​ອາ​ເມ​ຣິ​ກາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG