ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​​ປ. ທ​ຣຳ ເວົ້າ​ວ່າ ການ​ຮັບເອົາ​ຂໍ້​ມູນ​ ກ່ຽວ​ກັບ ຄູ່​ແຂ່ງ​ ໃນ​ການ​ເລືອກ​ຕັ້ງ​ ຈາກ​​ຕ່າງ​ປະ​ເທດ ບໍ່​ເປັນ​ເລື້ອງ​ຜິດ​ ແຕ່​ຢ່າງ​ໃດ


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ​ຮັບທີ່​ເວົ້າ​ວ່າ ການ​ຮັບເອົາ​ຂໍ້​ມູນ​ກ່ຽວ​ກັບຄູ່​ແຂ່ງ​ໃນ​ການ​ເລືອກ​ຕັ້ງ​ ຈາກ​ມະ​ຫາອຳ​ນາດ​ຕ່າງ​ປະ​ເທດ ບໍ່​ເປັນ​ເລື້ອງ​ຜິດ​ແຕ່​ຢ່າງ​ໃດ
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ​ຮັບທີ່​ເວົ້າ​ວ່າ ການ​ຮັບເອົາ​ຂໍ້​ມູນ​ກ່ຽວ​ກັບຄູ່​ແຂ່ງ​ໃນ​ການ​ເລືອກ​ຕັ້ງ​ ຈາກ​ມະ​ຫາອຳ​ນາດ​ຕ່າງ​ປະ​ເທດ ບໍ່​ເປັນ​ເລື້ອງ​ຜິດ​ແຕ່​ຢ່າງ​ໃດ

ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ພາ​ກັນ​ສະ​ແດງຄວາມ​ຕື່ນ​ຕົກ​ໃຈ​ອອກ​ມາ ພາຍ​ຫລັງ​ທີ່ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ປະ​ຕິ​ເສດ ​ຕໍ່ຄວາມ​ເປັນ​ຫ່ວງໃນເລື້ອງ​ຮັບເອົາ​ຂໍ້​ມູນ​ກ່ຽວ​ກັບຄູ່​ແຂ່ງ​ໃນ​ການ​ເລືອກ​ຕັ້ງ​ ຈາກ​ມະ​ຫາອຳ​ນາດ​ຕ່າງ​ປະ​ເທດ ແລະ​ເວົ້າວ່າ ການ​ເຄື່ອນ​ໄຫວ​ເຊັ່ນ​ນັ້ນ ຈະ​ບໍ່​ໄດ້​ຖືກ​ມອງເຫັນ​ວ່າ​ ເປັນ​ການ​ແຊກ​ແຊງ ​ເຂົ້າ​ໃນ​ລະ​ບົບ​ການ​ເມືອງ​ ຂອ​ງ​ສະ​ຫະ​ລັດ​ແຕ່​ຢ່າງ​ໃດ.

"ຂ້າ​ພະ​ເຈົ້າ​ຄິດ​ວ່າ ທ່ານ​ອາດ​ຈະ​ຢາກ​ຟັງ. ການ​ຟັງບໍ່​ແມ່ນ​ເລື້ອງ​ຜິດ​ອັນ​ໃດ​ເລີຍ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານທ​ຣຳ ທີ່​ກ່າວ​ຕໍ່​ອົງ​ການ​ຂ່າວ ABC ຢູ່​ໃນ​ການໃຫ້​ສຳ​ພາດ​ທີ່​ນຳ​ອອກເຜີຍແຜ່​ໃນ​ວັນ​ພຸດ​ວານນີ້. ທ່ານ​ກ່າວ​ຕໍ່​ໄປ​ວ່າ "ຖ້າ​ຫາກ​ມີ​ໃຜ​ຄົນ​ນຶ່ງ ໂທ​ມາ​ຈາກ​ປະ​ເທດ​ນຶ່ງ ເຊັ່ນ​ວ່າ ນໍ​ເວ ທີ່​ເວົ້າ​ວ່າ 'ພວກ​ເຮົາ​ມີ​ຂໍ້​ມູນ​ ກ່ຽວ​ກັບ​ຄູ່​ແຂ່ງຂອງ​ທ່ານ.' ໂອະ, ຂ້າ​ພະ​ເຈົ້າ​ຄິດ​ວ່າ ຕົນ​ກໍຢາກຈະ​ໄດ້​ຍິນຂໍ້​ມູນນັ້ນ."

ເມື່ອ​ຖືກ​ຖາມ​ວ່າ ທ່ານ​ຢາກ​ຈະ​ໃຫ້​ມີ​ການ​ແຊກ​ແຊງ​ຄື​ແນວນັ້ນ ​ບໍ່​ຢູ່​ໃນ​ຂັ້ນ​ຕອນ​ການ​ເລືອກ​ຕັ້ງ, ທ່ານ​ທ​ຣຳ​ຕອບ​ວ່າ "ມັນ​ບໍ່​ແມ່ນ​ການ​ແຊກ​ແຊ​ງ​ເລີຍ" ແລະ​ວ່າ ສະ​ມາ​ຊິກ​ລັດ​ຖະສະ​ພາ​ທັງ​ຫລາຍ "ລ້ວນ​ແຕ່​ພາ​ກັນ​ເຮັດ​ເຊັ່​ນນັ້ນ​ໝົດ."

ທ່ານ​ທ​ຣຳ​ເວົ້າ​ອີກວ່າ "ພວກ​ເຂົາ​ເຈົ້າມີ​ແຕ່​ພາ​ກັນ​ເຮັດ​, ມັນ​ເປັນຈັ່ງ​ຊັ້ນ​ຢູ່​ແລ້ວ.

ສະ​ມາ​ຊິກ​ສະ​ພາ​ຕ່ຳ ໄບ​ຣ​ອັນ ຊ​ຈາ​ດ​ຊ໌ (Brian Schatz) ໄດ້​ປະ​ຕິ​ເສດຕໍ່ຄຳ​ຢືນ​ຢັນ​ຂອງ​ທ່ານ​ທ​ຣຳ ໂດຍ​ເອີ້ນ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ຮັບເອົາ​ຂໍ້​ມູນເຊັ່ນ​ນັ້ນ​ວ່າ "ເປັນ​ເລື້ອງ​ບ້າບໍ."

ທ່ານ​ກ່າວ​ວ່າ "ມັນ​ບໍ່​ແມ່ນ​ທຳ​ນຽມ ຫລື​ເປັນ​ເລື້ອງ​ປົກ​ກະ​ຕິ ຫລື​ຖືກ​ກົດ​ໝາຍ ຫລື​ຖືກ​ຕາມ​ສິນ​ລະ​ທຳ​ແຕ່​ຢ່າງ​ໃດ​ເລີຍ ທີ່​ຈະ​ຮັບ​ເອົາ​ການ​ຊ່ວຍ​ເຫລືອ​ໃນ​ການ​ ໂຄ​ສະ​ນາ​ຫາ​ສຽງ​ຈາກ​ລັດ​ຖະ​ບານ​ຕ່າງ​ປະ​ເທດ. ບໍ່​ມີ​ໃຜ​ເຮັດ​ແນວນັ້ນ. ບໍ່​ມີ​ໃຜດອກ.”

ສະ​ມາ​ຊິກ​ສະ​ພາ​ຕ່ຳ ຈິມ ແມັກ​ກາ​ເວິນ (Jim McGovern) ເວົ້າ​ວ່າ ການ​ຮັບ​ເອົາ​ຂໍ້​ມູນ​ ຈາກ​ຕ່າງ​ປະ​ເທດ ​ທີ່​ເປັນ​ປໍ​ລະ​ປັກ​ກັບ​ເຮົາ "ບໍ່​ແ​ມ່ນ​ເລື້ອງ​ປົກ​ກະ​ຕິ" ແລະ​ເວົ້າ​ວ່າ "ຄົນ​ສ່ວນ​ໃຫຍ່​ຈະ​ໂທ​ຫາ​ອົງ​ການ FBI."

"​ພວກ​ພັກ​ຣີ​ພັບ​ລິ​ກັນ ແລະ​ເດ​ໂມ​ແຄ​ຣັດ ຄວນ​ຈະ​ພາ​ກັນ​ອອກ​ປາກ​ອອກສຽງ ຢ່າງ​ດັງໆ ແລະ​ແຮງໆ ເພື່ອ​ຕໍ່​ຕ້ານ​ກັບ​ສິ່ງນີ້," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ສະ​ມາ​ຊິກ​ສະ​ພາ​ສູງຄ​ຣິ​ສ ຄູນ​ສ໌ (Chris Coons). ທ່ານ​ກ່າວ​ອີກວ່າ "ການ​ແຊກ​ແຊງ​ຂອງ​ຕ່າງ​ປະ​ເທດ​ເຂົ້າ​ໃນ​ການ​ເລືອ​ກຕັ້ງຂອງ​ພວກ​ເຮົາເປັນ​ເລື້ອງຍອມ​ຮັບ​ເອົາ​ບໍ່​ໄດ້, ສຸດ​ເທົ່າ​ນັ້ນ."

ຢູ່​ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ​ປີ 2016 ທີ່​ໄດ້​ນຳ​ເອົາ​ທ່ານ​ທ​ຮ່ຳ​ຂຶ້ນ​ກຳ​ອຳ​ນາດນັ້ນ, ທ່ານ ດໍ​ໂນ​ລ ທ​ຣຳ ຈູ​ເນຍ (Donald Trump Jr.) ໄດ້​ພົບ​ກັບ​ທະ​ນາຍ​ຄວາມ​ຣັ​ດເຊຍຄົນ​ນຶ່ງ ທີ່​ໄດ້​ສະ​ເໜີ​ຈະ​ເອົາ​ຂໍ້​ມູນ ​ທີ່ບໍ່​ດີ​ກ່ຽວ​ກັບ​ຜູ້​ສະ​ໝັກ​ຈາກ​ພັກ​ເດ​ໂມ​ແຄ​ຣັດ, ທ່ານ​ນາງ Hillary Clinton. ຫົວ​ໜ້າອົງ​ການ FBI ທ່ານ Christopher Wray ເວົ້າ​ວ່າ ການ​ພົວ​ພັນ​ເຊັ່ນ​ນັ້ນ ຄວນ​ໄດ້​ຖືກ​ລາຍ​ງານ​ໃຫ້​ອົງ​ການ​ດັ່ງ​ກ່າວ​ຮູ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG