ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຶນ​ສຳ​ຮອງ ​ເງິນ​ຕາ​ຕ່າງ​ປະເທດ​ ຂອງ ​ລາວ ຍັງ​ມີ​ທ່າ​ອ່ຽງ ​ຫຼຸດ​ລົງ​​ຢ່າງຕໍ່​ເນື່ອງ


ເງິນ​ໂດ​ລາ
ເງິນ​ໂດ​ລາ

ທຶນ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະເທດ​ຂອງ​ລາວ ຍັງ​ມີ​ທ່າ​ອ່ຽງ​ຫຼຸດ​ລົງຢ່າງຕໍ່​ເນື່ອງ ໂດຍຫຼຸດ​ລົງ ມາ​ຢູ່​ທີ່​ມູນ​ຄ່າ​ຕ່ຳ​ກວ່າ 860 ລ້ານ​ໂດ​ລາ ຫຼື​ທຽບ​ໄດ້​ກັບ​ການ​ນຳ​ເຂົ້າ​ສິນ​ຄ້າຈາກ​ຕ່າງ​ປະ​ເທດ​ໄດ້ ​ບໍ່​ເຖິງ 2 ເດືອນ ຊົງຣິດ ​ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຂອງກອງ​ທຶນ​ການ​ເງິນ​ສາ​ກົນ (IMF) ປະ​ຈຳ​ກຸ່ມອາ​ຊຽນ ເປີດ​ເຜີຍ​ວ່າ
ການ​ຂາດ​ດຸນ​ການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ລາວ ໃນ​ປັດ​ຈະ​ບັນ ນອກ​ຈາກ​ຈະ​ເຮັດ​ໃຫ້​ຄ່າ
​ເງິນ​ກີບ​ຕົກ​ຕ່ຳ​ລົງ ແລະ​ເງິນ​ເຟີ້​ ປັບຕົວ​ສູງ​ຂຶ້ນ​ແລ້ວ ກໍ​ຍັງ​ເຮັດ​ໃຫ້​ທຶນ​ສຳ​ຮອງ​ເງິນ​ຕາ​
ຕ່າງ​ປະ​ເທດ​ຂອງ​ລາວ​ຫຼຸດ​ລົງ ຢ່າງ​ຕໍ່​ເນື່ອງ ອີກ​ດ້ວຍ ເພາະ​ການ​ຂາດ​ດຸນ​ການ​ຄ້າ​
ຕ່າງ​ປະ​ເທດ ເຮັດ​ໃຫ້​ລາວ​ຕ້ອງ​ໃຊ້ເງິນ​ຕາ​ຕ່າງ​ປະ​ເທດ​ ເປັນ​ຈຳ​ນວນ​ຫຼາຍ​ເພື່ອຊຳລະ
​ລາ​ຄາສິນ​ຄ້າທີ່​ນຳ​ເຂົ້າ​ຫຼາຍກວ່າ​ການ​ສົ່ງ​ສິນ​ຄ້າ​ອອກໄປຕ່າງ​ປະ​ເທດນັ້ນ.

ໂດຍເມື່ອ​ສົບ​ທົບ​ກັບ​ໄພ​ນ້ຳຖ້ວມຄັ້ງ​ໃຫຍ່ ໃນ​ທົ່ວ​ປະ​ເທດ​ລາວ​ນັບ​ຈາກ​ກາງ​ເດືອນ​
ກໍ​ລະ​ກົດ 2018 ເປັນ​ຕົ້ນ​ມາ ຍັງ​ເຮັດ​ໃຫ້​ການ​ສົ່ງ​ອອກ​ສິນ​ຄ້າ​ກະ​ສິ​ກຳ​ຂອງ​ລາວ​ຫຼຸດ​ລົງ
ນັບ​ຕັ້ງ​ແຕ່​ທ້າຍ​ປີ 2018 ເປັນ​ຕົ້ນ​ມາ ສ່ວນຜົນ​ຜ​ະ​ລິດ​ດ້ານ​ແຮ່​ມາດ​ໃນ​ປ​ຮ 2018
ກໍໄດ້ຫຼຸດ​ລົງ ເກີນກວ່າ 2 ເປີ​ເຊັນ ທຽບ​ໃສ່​ປີ 2017 ແລະ​ປັບ​ຕົວ​ເພີ້ມ​ຂຶ້ນພຽງ 0.7
ເປີ​ເຊັນ ເທົ່າ​ນັ້ນ ໃນ 3 ເດືອນ​ທຳ​ອິດ​ຂອງ​ປີ 2019 ຂະ​ນະ​ທີ່​ການ​ນຳ​ເອົາ​ສິນ​ຄ້າ​
ຈາກ​ຕ່າງ​ປະ​ເທດ ຍັງ​ເພີ້ມ​ຂຶ້ນ ຈຶ່ງ​ເຮັດ​ໃຫ້​ທຶນ​ສຳ​ຮອງເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ລາວ
​ຫຼຸດ​ລົງເຫຼື​ອ ບໍ່​ເຖິງ 860 ລ້ານໂດ​ລາ ຫຼື​ທຽບ​ໄດ້​ກັບ​ການ​ນຳ​ເຂົ້າ​ສິນ​ຄ້າຈາກ​ຕ່າງ
​ປະ​ເທດ​ໄດ້​ພຽງ​ແຕ່ 1.8 ເດືອນ​ເທົ່າ​ນັ້ນ.

ທາງດ້ານ​ທ່ານ​ສົມ​ດີ ດວງ​ດີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແ​ລະລັດ​ຖະ​ມົນ​ຕີວ່າ​ການ​ກະ​ຊວງ​
ການ​ເງິນ​ຖະ​ແຫຼງຍອມ​ຮັບ​ວ່າ ທຶນ​ສຳ​ຮອງເງິນ​ຕາ​ຕ່າງປະ​ເທດ​ຂອງ​ລາວ ມີ​ມູນ​ຄ່າ​ຫຼຸດ​
ໜ້ອຍລົງ​ນັບ​ຈາກ​ທ້າຍ​ປີ 2016 ເປັນ​ຕົ້ນ​ມາ​ແລ້ວ ກໍ​ຄືຫຼຸດ​ລົງ​ຈາກ​ມູນ​ຄ່າ​ທີ່​ທຽບ​ໄດ້​ກັບ​
ການ​ນຳ​ເຂົ້າສິນ​ຄ້າ​ຈາກ​ຕ່າງ​ປະ​ເທດ ເປັນ​ເວ​ລາ 5.3 ເດືອນ ໃນ​ທ້າຍ​ປີ 2016 ເປັນ
4.3 ເດືອນ ໃນ​ເດືອນ​ເມ​ສາ 2018 ແລະ​ບໍ່​ເຖິງ 2 ເດືອນ ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ
2019 ທັງ​ຍັງ​ເຮັດ​ໃຫ້ ໜີ້​ສາ​ທາ​ລະ​ນະ​ຂອງ​ລັດ​ຖະ​ບານ​ລາວ ໄດ້​ເພີ້ມ​ຂຶ້ນ ຄິດ​ເປັນ​ສັດ​
ສ່ວນ​ທີ່​ເກີນກວ່າ 60 ເປີ​ເຊັນ ຂອງຍອດ​ຜະ​ລິດຕະ​ພັນ​ຮວມ​ພາຍ​ໃນ (GDP)ອີກ​ດ້ວຍ
ດັ່ງ​ທີ່​ ທ່ານສົມ​ດີ ຖະ​ແຫຼງ​ຢືນຢັນ​ວ່າ: “ກ່ຽວ​ກັບ​ໜີ້​ສິນ​ຂອງ​ພວກ​ເຮົາ ກໍ​ເປັນ​ບັນ​ຫາ
​ທີ່​ແກ່ຍາວມາ​ນານ ພໍ​ສົມ​ຄວນເນາະຍ້ອນ​ການ​ຂາດດຸນງົບ​ປະ​ມານ ເຮົາ​ກະ​ແກ່​
ຍາວ​ມາ​ຕະ​ຫຼອດ ສະ​ນັ້ນ ກະ​ເຮັດ​ໃຫ້ໜີ້​ສິນຂອງ​ພວກ​ເຮົາ ກໍ​ຢູ່​ໃນ​ລະ​ດັບ​ສູງ
ພໍ​ສົມ​ຄວນຫຼາຍກວ່າ 60 ເປີ​ເຊັນ ຂອງ (GDP) ເວົ້າ​ຮວມ ໂດຍ​ສະ​ເພາະ​ແມ່ນ​ໜີ້
ກັບ​ຕ່າງ​ປະ​ເທດ ກະ​ຢູ່ໃນ​ລະ​ດັບ​ທີ່​ສູງພໍ​ສົ​ມ​ຄວນ ແຕ່​ແນວ​ໃດ​ກໍ​ຕາມ ລັດ​ຖະ​ບານ​
ລາວ​ເຮົາກໍ​ມີ​ຄວາມ​ພະ​ຍາ​ຍາມ ໃນ​ການ​ແກ້​ໄຂ ຊຳ​ລະ​ໜີ້ ຕາມ​ກຳ​ນົດ​ເວ​ລາ.”

ທ່ານ​ສົມ​ດີ ຖະ​ແຫຼງ​ຢືນ​ຢັນ​ດ້ວຍວ່າ ໃນ​ປີ 2019 ນີ້​ລັດ​ຖະ​ບານ​ລາວໄດ້​ວາງ​ເປົ້າ​ໝາຍ​
ຈະ​ປະ​ຢັດ​ການ​ໃຊ້​ຈ່າຍ​ໃນ​ດ້ານ​ການ​ບໍ​ລິ​ຫານ ໃຫ້​ໄດ້ 20 ເປີ​ເຊັນ ທຽບ​ໃສ່​ປີ 2018
ດ້ວຍ​ການ​ຍຸ​ຕິ​ການ​ໃຊ້​ຈ່າຍ​ຟຸ້ມ​ເຟືອຍ ໃນ​ໜ່ວຍ​ງານ​ລັດ ໃນ​ທົ່ວ​ປະ​ເທດ​ໃຫ້​ໄດ້​ຢ່າງ​
ແທ້​ຈິງ ເປັນ​ຕົ້ນ​ແມ່ນ​ເຄື່ອງ​ໃຊ້​ສອຍໃນ​ຫ້ອງ​ການ ​ໄຟ​ຟ້າ ນ້ຳ​ປະ​ປາ ປີ້​ຍົນ ແລະ​ການ​
ຈັດ​ງານ​ລ້ຽງ​ຕ່າງໆ​ນັ້ນ.

ທາງ​ດ້ານ​ຊ່ຽວ​ຊານ ດ້ານການ​ເງິນ​ຂອງ​ທະ​ນາ​ຄານ​ໂລກ​ປະ​ຈຳ​ລາວ ບອກວ່າ
ລັດ​ຖະ​ບານ​ລາວ ຍັງ​ຈະ​ຕ້ອງ​ປະ​ເຊີນ​ກັບ​ການ​ເປັນໜີ້ເພີ້ມ​ຂຶ້ນ​ອີກ ໂດຍ​ມີ​ສາ​ເຫດ​
ມາ​ຈາກການ​ກູ້​ຢືມ​ເງິນ ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ເພື່ອ​ນຳ​ມາ​ໃຊ້​ເພື່ອ​ການ
​ດຸ່ນ​ດ່ຽງ ດ້ານ​ລາຍຈ່າຍ ທີ່​ສູງກວ່າ​ລາຍ​ຮັບ​ໃນ​ແຕ່​ລະ​ປີ ໂດຍ​ປີ 2018 ໜີ້​ສິນ​ຂອງ
ລັດ​ຖະ​ບານລາວ ມີ​ມູນ​ຄ່າ​ຮວມ​ຫຼາຍກວ່າ 12,104 ລ້ານ​ໂດ​ລາ ຄິດ​ເປັນ 65.3
ເປີ​ເຊັນ ຂອງ (GDP)ແລະ​ຄາດ​ໝາຍວ່າຈະ​ເພີ້ມ​ຂຶ້ນ​ເປັນ 13,491 ລ້ານ​ໂດ​ລາ
ຫຼື​ຄິດ​ເປັນ 68 ເປີ​ເຊັນ ຂອງ GDP ໃນ​ປີ 2019 ອີກ​ດ້ວຍ.

ສ່ວນ ທ່ານ​ສຸ​ລິນ​ທອນ ເລືອງຄຳ​ສິງ ນັກ​ເສດ​ຖະ​ສາດ​ຂອງ​ທະ​ນາ​ຄານ​ພັດ​ທະ​ນາ​
ເອ​ເຊຍ (ADB) ປະ​ຈຳ​ລາວ ຢືນຢັນ​ວ່າ​ລັດ​ຖະ​ບານ​ລາວ ຂາດ​ດຸນ​ງົ​ບ​ປະ​ມານ​ໃນ
​ປີ 2018 ທີ່ອັດ​ຕາ​ສະ​ເລ່ຍ ເຖິງ 4.9 ເປີ​ເຊັນ ຂອງ (GDP) ແລະ​ຈະ​ເພີ້ມ​ຂຶ້ນ​ອີກ
ໃນ​ປີ 2019 ຖ້າ​ຫາກລັດ​ຖະ​ບານ​ລາວ​ຈັດ​ເກັບ​ລາຍ​ຮັບ​ແລະ​ຄຸມ​ລາຍ​ຈ່າຍ ບໍ່​ໄດ້​ຕາມ
​ແຜນ​ການ ກໍ​ຄື​ຈັດເກັບ​ລາຍ​ຮັບ ໃຫ້​ໄດ້ 26,000 ຕື້​ກີບ ແລະຄຸມ​ລາຍ​ຈ່າຍ ໃຫ້​ບໍ່​ເກີນ
32,000 ຕື້​ກີບ ໂດຍ​ໃນ 4 ເດືອນ​ຕົ້ນ​ປີ 2019 ​ລັດ​ຖະ​ບານ​ລາວປະ​ຕິ​ບັດ​ໄດ້​ພຽງ 24
ເປີ​ເຊັນ ແລະ19.9 ເປີ​ເຊັນ ຂອງ​ແຜນ​ການ​ປີ ຕາມ​ລຳ​ດັບ.

XS
SM
MD
LG