ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາ​ຫຼີ​ເໜືອ ປະ​ກາດ​ຖອນ ຫ້ອງ​ການ ປະ​ສານ​ງານ ຂອງ​ຕົນ


​ແຜນ​ທີ່ ເມືອງ​ແກ​ຊອງ.
​ແຜນ​ທີ່ ເມືອງ​ແກ​ຊອງ.

ເກົາ​ຫຼີ​ເໜືອ ໄດ້​ຖອນ​ຫ້ອງ​ການ​ປະ​ສານ​ງານ​ຂອງ​ຕົນ ​ກັບ​ເກົາ​ຫຼີ​ໃຕ້.

ເກົາ​ຫຼີ​ເໜືອ​ໄດ້​ແຈ້ງ​ໃຫ້​ເກົາ​ຫຼີ​ໃຕ້​ຊາບ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຢ່າງ​ກະ​ທັນ​ຫັນ​ຂອງ​ຕົນ​ໃນ​ວັນ​ສຸກມື້ນີ້ ຢູ່​ໃນ​ກອງ​ປະ​ຊຸມ​ປະ​ຈຳ​ສັບ​ປະ​ດາ​ລະ​ຫວ່າງ​ສອງ​ເກົາ​ຫຼີ​ ທີ່​ສຳ​ນັກ​ງານ​ຮ່ວມ ຢູ່​ທີ່​ເມືອງ​ແກ​ຊອງ ທາງ​ເໜືອ​ເຂດ​ປອດ​ທະ​ຫານ.

ທ່ານ​ຈຸນ ແຮ ຊຸນ ຮອງ​ລັດ​ຖະ​ມົນ​ຕີ​ທ້ອນ​ໂຮມ​ຊາ​ດ​ຂອງ​ເກົາ​ຫຼີ​ໃຕ້ ກ່າວ​ຕໍ່​ອົງການ​ຂ່າວ​ຣອຍ​ເຕີ້​ວ່າ ເກົາ​ຫຼີ​ເໜືອ​ແຈ້ງ​ໃຫ້​ຊາບວ່າ​ການ​ເຄື່ອນ​ໄຫວ​ທີ່​ວ່ານີ້​ແມ່ນ“ໄດ້​ຮັບ​ຄຳ​ສັ່ງມາ​ຈາກ​ຂັ້ນ​ເທິງ.”

ເກົາ​ຫຼີ​ໃຕ້​ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ການ​ຕັດ​ສິນ​ໃຈ ​ຂອງ​ເກົາ​ຫຼີ​ເໜືອ​ ທີ່​ຈະ​ຖອນ​ຫ້ອງ​ການ​ປະ​ສານ​ງານ​ຂອງ​ຕົນ ແມ່ນ​ເປັນ​ເລື້ອງ “ທີ່​ໜ້າ​ເສຍ​ໃຈ” ແຕ່​ກໍກ່າວ​ວ່າ ເກົາ​ຫຼີ​ໃຕ້​ຈະ​ສືບ​ຕໍ່ເຮັດ​ວຽກ​ຢູ່​ທີ່​ຫ້ອງ​ການ​ດັ່ງ​ກ່າວ.

ຂ່າວ​ກ່ຽວ​ກັບ​ການ​ຖອນ​ຫ້ອງ​ການ​ປະ​ສານ​ງານ ​ຂອງ​ເກົາ​ຫຼີ​ເໜືອ ມີ​ຂຶ້ນ​ຫຼັງ​ຈາກ​ການພັງ​ທະ​ລາຍ​ລົງ ໃນ​ການ​ພົບ​ປະ​ສຸດຍອດ ລະ​ຫວ່າງ​ຜູ້​ນຳ​ຂອງ​ເກົາ​ຫຼີ​ເໜືອ ທ່ານ​ກິມ​ ຈົງ ອຶນ ແລະ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຢູ່​ທີ່​ປະເທດ​ຫວຽດ​ນາມ ໃນ​ເດືອນ​ແລ້ວນີ້.

ພວກ​ຜູ້​ນຳ​ທັງ​ສອງ​ໄດ້​ຖົກ​ຖຽງ​ກັນ ກ່ຽວ​ກັບ​ການ​ລົງ​ໂທດ​ຂອງ​ສະ​ຫະ​ລັດ ຍ້ອນ​ໂຄງ​ການ​ນິວ​ເຄ​ລຍ​ຂອງ​ເກົາ​ຫຼີ​ເໜືອ.

ຫ້ອງ​ການ​ປະ​ສານ​ງານ​ຂອງ​ເກົາ​ຫຼີ​ເໜືອ ໄດ້​ເປີດ​ໃນ​ເດືອນ​ກັນ​ຍາ​ປີ​ກາຍນີ້ ອັນເປັນ​ພາກ​ສ່ວນ​ນຶ່ງ​ໃນ​ການ​ເອົາ​ບາດ​ກ້າວ​ຫຼາຍໆ​ຢ່າງ ເພື່ອ​ສ້າງ​ຄວາມ​ປອງດອງຊາດ ລະ​ຫວ່າງ​ສອງ​ເກົາ​ຫຼີ.

North Korean has withdrawn its liaison office with South Korea.

The North notified the South of the abrupt move Friday at the two Koreas' weekly meeting at their joint offices in the Northern city of Kaesong.

South Korea Vice Unification Minister Chun Hae-sun told Reuters the North said the move was on "instructions from a higher level."

South Korea said in a statement that the North's decision to withdraw from the office was "regrettable," but said the South would continue to work at the offices.

The news of the withdrawal follows last month's collapsed meeting in Vietnam between North Korean leader Kim Jong Un and U.S. President Donald Trump.

The two leaders squabbled over the U.S. sanctions on North Korea because of the North's nuclear program.

The liaison office opened last September as part of a series of steps aimed at reconciliation between the two nations.

XS
SM
MD
LG