ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາວອາເມຣິກັນ ເຊື້ອສາຍລາວ ຮ່ວມສະຫຼອງ ວັນຊາດ ອາເມຣິກັນ ຄົບຮອບ 242 ປີ


ທະຫານກອງກຽດຕິຍົດ ສະຫຼອງວັນຊາດ ອາເມຣິກາ ວັນທີ 4 ກໍລະກົດ 2018 ນະຄອນຫຼວງ ວໍຊິງຕັນ.
ທະຫານກອງກຽດຕິຍົດ ສະຫຼອງວັນຊາດ ອາເມຣິກາ ວັນທີ 4 ກໍລະກົດ 2018 ນະຄອນຫຼວງ ວໍຊິງຕັນ.

ທ່ານ​ຜູ້​ຟັງ​ທີ່​ເຄົາຣົບ ໃນ​ລາຍການ​ຊີວິດ​ຊາວ​ລາວຂອງ ວີ​ໂອ​ເອ ​ໃນ​ແລງ​ວັນ​ພະ​ຫັດ​ມື້​ນີ້
​ເຮົາ​ຈະ​ນຳ​ເອົາ​ການ​ສຳພາດ ກັບ​ບັນດາ​ອາ​ເມຣິກັນ​ເຊື້​ອສາຍ​ລາວ ​ມາສະເໜີທ່ານ ເນື່ອງ
ໃນ​ວັນ​ສ​ະຫຼອງ​ບຸນວັນຊາດ​ຄົບຮອບ 242 ປີ ໃນວັນ ທີ 4 ກໍລະກົດ 2018 ​ມື້ວານ​ນີ້. ​ເຮົາ
ໄດ້​ຖາມ​ເຖິງ​ຄວາມ​ຮູ້ສຶກ​ ​ແລະ​ຄວາມ​ໝາຍ ຂອງການ​ເປັນ​ສັນຊາດ​ອາເມຣິກາ ​ແລະ​ການ​ສະຫຼອງ​ບຸນວັນຊາດດັ່ງ​ກ່າວວ່່າ ປະຊາກອນ​ອາ​ເມຣິກັນ​ເຊື້ອສາຍ​ລາວ​ເຫຼົ່າ​ນີ້​ ມີ​ຄວາມ​ຮູ້
ສຶກ​ຢ່າງ​ໃດ. ເຊີນທ່ານ ພົບກັບ ກິ່ງ​ສະ​ຫວັນ ໄດ້ເລີຍ.

ສະບາຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ມື້​ວານນີ້​ແ​ມ່ນວັນພຸດ ທີ 4 ​ເດືອນກໍລະກົດ ​ປີ 2018 ວັນ
​ຊາດ​ສະຫະລັດຂອງອາເມຣິກັນ ຄົບ​ຮອບ 242 ປີ. ເນື່ອງຈາກ​ວ່າວັນພັກ​ແຫ່ງ​ຊາດປີ​ນີ້ ​
ຕົກ​ຖືກ​ວັນພຸດກາງ​ອາທິດ ຈຶ່ງ​ໄດ້ເຮັດ​ໃຫ້​ຫຼາຍໆ​ຄົນຫຍຸ້ງຍາກເລັກນ້ອຍໃນ​ການ​ທີ່​ຈະ​ເອົາວັນພັກຕໍ່​ໃສ່ກັບ​ວັນ​ເສົາ ​ແລະອາ​ທິດ​ເພື່ອ​ຈະຖືໂອກາດເດີນ ທາງ​ໄກ. ​ແຕ່​ເຖິງ​ຢ່າງ​
ໃດ​ກໍ​ດີ ອາ​ເມຣິກາກໍໄດ້ ປະກາດເປັນ ເອກະລາດຈາກ ພະ​ລາດ​ຊະ​ອາ​ນາ​ຈັກອັງກິດ ​ໃນ
​ປີ 1776 ທ່ານ ​ໂທ​ມັສ ​ແຈ​ຟ​ເຟິສັນ ​ປະທານາທິບໍດີ​ຄົນ​ທີ​ສາມ​ຂອງ ສະຫະລັດ ​ເປັນ​ບຸກ
ຄົນ​ສໍາຄັນ​ທີ່ສຸດ ໃນ​ການ​ຮ່າງລັດ ຖະທໍາ​ມະນູ​ນ ຂອງ​ປະ​ເທດ​ໃໝ່​ນີ້​ຂື້ນ​ມາ ອັນ​ເປັນ​ໝາກ​
ຫົວ​ໃຈ​ຂອງ ວັນເອກະລາດດັ່ງກ່າວ​ນີ້. ​ແຕ່​ກ່ອນຈະ​ໄດ້​ຮັບ​ເອກະລາດມາ​ຢ່າງ​ສົມ​ບູນນັ້ນ
​ບັນດາ 13 ​ອານາ​ນິຄົມຂອງ​ອັງ​ກິດ ຕ້ອງ​ໄດ້​ຕໍ່ສູ້​ເອົາ​ອິດສະລະພາບ ມາ​ຈາກ​ອໍານາດ​ຫົວ​
ເມືອງ​ຂື້ນ​ຂອງ​ຕົນ​ຢ່າງ​ໜັກ ​ຫລັງ​ຈາກ​ນັ້ນ​ມາ ເຂົາ​ເຈົ້າຈຶ່ງໄດ້​ບຸກບືນ​ຜ່ານ​ຜ່າ ອຸປະ​ສັກ
ຕ່າງໆ​ນາໆ ​ໃນ​ການ​ສ້າງ​ຕັ້ງ​ປະ​ເທດ​ຊາດນຶ່ງ​ດຽວ​ຂື້ນ​ມາ​ ​ກ່ອນ​ຈະ​ໄດ້​ມາເປັນ​ປະ​ເທດ
​ມະຫາ​ອໍານາດໃນ​ທຸກ​ວັນ​ນີ້.

ປະຊາຊົນ​ອາ​ເມ​ຣິ​ກັນ ເປັນ​ຊົນ​ຊາດ​ທີ່ ຮັກ​ຫອມເສລີພາບ ​ຄວາມສະ​ເໝີ​ພາບ ປະຊາທິ
ປະໄຕ ນັບຖື​ສິດທິ​ມະນຸດ ອັນ​ເປັນ​ຄ່າ​ນິຍົມ ທີ່​ພາ​ໃຫ້ເຂົາ​ເຈົ້າ​ຕໍ່ສູ້​ເອົາ​ເອກ​ກະລາດຈາກ​
ອັງ​ກິດ ​ເພື່ອ​ສະຖາປະນາ​ປະ​ເທດ​ນຶ່ງ​ຂຶ້ນ​ມາ ໃຫ້ເປັນການປົກຄອງຂອງປະຊາ​ຊົນ ​ໂດຍ
ປະຊາ​ຊົນ ແລະ​ເພື່ອ​ປະຊາຊົນ​ ​ແລະໃຫ້ທຸກໆ​ຄົນທີ່​ເກີດ​ມາ ​ມີ​ສິດ​ເທົ່າ​ທ່ຽມກັນ. ໃນ​ວັນ
ສະຫລອງ​ບຸນ​ວັນຊາດສະຫະລັດ 242 ປີນີ້ ປະຊາກອນອາ​ເມຣິກັນເຊື້ອສາຍ​ລາວ​ຢູ່​ທົ່ວ​
ປະ​ເທດ ກໍບໍ່​ແຕກຕ່າງຫຍັງ​ກັບ​ປະຊາກອນ​ສະຫະລັດ ​ຄົນ​ອື່ນໆ ເຂົາ​ເຈົ້າຈະ​ພາກັນ​ສະ
ຫລອງ​ຢ່າງ​ມະ​ໂຫລານ ​ພາກັນ​ຢຸດພັກຜ່ອນຈາກ​ການ​ເຮັດ​ວຽກ ບ້ານ​ເຮືອນ ​ສະຖານ​ທີ​ສຳຄັນຕ່າງໆ​ຖືກ​ຕົກ​ແຕ່ງປັກ​ທຸງຊາດໃສ່​ຢ່າງງົດງາມ ​ມີ​ການກິນປິກ​ນິກ ​ແລະເບິ່ງ​ການ
ເດີນ​ສວນສະໜາມ ​ໃນ​ຕອນ​ຄໍ່າ​ມີ​ການ​ຈູດ​ໝາກກະ​ໂພ​ກ ​ແລະບັ້ງ​ໄຟ​ດອກ ຢ່າງນອງ​
ນັນ​ໄປ​ທົ່ວ​ທຸກ​ຫົນ​ແຫ່ງ. ນັບ​ແຕ່​ປີ 1991 ​ເປັນ​ຕົ້ນ​ມາ ​ຢູ່​ວັດ​ລາວ​ພຸດ​ທະ​ວົງ​ ເມືອງແຄັດ
ແລັດລັດ​ເວີ​ຈີ​ເນຍ ຫ່າງ​ຈາກ​ນະຄອນ ຫລວງວໍຊິ​ງຕັນ ​ໄປ​ທາງ​ທິດຕາ​ເວັ​ນຕົກສຽງ ໃຕ້
ປະ​ມານ 30 ກວ່າ​ໄມລ​ມີ​ການ​ເປີດ​ຕະຫລາດ​ນັດ ການສະ​ແດງ​ຄອນ​ເຊີດ ​ແລະ​ກິດຈະ
ການ​ຫຼາຍໆຢ່າງ​ໃນ​ໂອກາດສະຫຼອງວັນຊາດ​ອາ​ເມຣິກາຊຶ່ງ ດຣ. ພະ​ມະ ຫາ​ຈັນດາ​
ພອນ ຈັກກະວາໂລ ​ໄດ້​ກ່າວ​ສູ່ ວີ​ໂອ​ເອ ຟັງ​ກ່ຽວ​ກັບ​ເລື້ອງ​ນີ້​ວ່າ:

ດຣ. ພະມະຫາ ຈັນດາພອນ ຈັກກະວາໂລ
ດຣ. ພະມະຫາ ຈັນດາພອນ ຈັກກະວາໂລ

ນາງ​ຄາຕຣີນາ ກອງ​ສະ​ມິດ ອາຍຸ 15 ປີ​ ​ເກີດ​ຢູ່​ສະຫະລັດ​ອາ​ເມຣິກາ ເປັນເດັກ​ຍິງ​ທີ່​ໜ້າ
​ຮັກ ແລະໜ້າສັນລະ​ເສີນ ນາງ​ເປັນ​ລູກ​ສາວ​ຂອງ​ທ່ານແຄ​ວິນ ​ແລະ​ຍານາງ​ມະນີ​ໄລ
ກອງ​ສະ​ມິດ ຕັ້ງຖິ່ນ​ຖານ​ຢູ່​ເມືອງ​ແວງ​ກູ​ເບີ ລັດ​ວໍຊິ​ງຕັນ ທາງພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​
ສຸດ​ຂອງສະຫະລັດ. ຄາ​ຕຣີນາ​ ຮຽນ​ໜັງ​ສືເກັ່ງ ຕຽມ​ເຂົ້າມັດທະຍົມ​ພາກ​ຕົ້ນ​ໃນ​ປີໜ້າ​ນີ້.
ຄາ​ຕຣີນາ ​ມີ​ຄວາມ​ໄຝ່ຝັນ​ຢາກ​ເປັນ​ຜູ້ນຳ​ໃນ​ອະນາຄົດ ນາງ​ໄດ້​ກ່າວ​ເຖິງ​ຄວາມ​ໝາຍ​
ຂອງ​ການ​ສະຫຼອງ​ວັນຊາດອາ​ເມ​ຣິກາ​ດັ່ງ​ນີ້:

ໍນາງຄາຕຣີນາ ກອງສະມິດ
ໍນາງຄາຕຣີນາ ກອງສະມິດ

ບັດ​ນີ້​ເຮົາ​ຈະ​ພາ​ທ່ານ​ຟັງ​ການ​ໂອ້​ລົມ​ກັບ​ທ່ານ​ບຸນ​ຫົງ ກົມ​ມະ​ລາດ ອະດີດ​ເຈົ້າ​ໜ້າ​ທີ່​ສັງ
ຄົມ​ສົງ​ເຄາະ ​ແລະ​ໄດ້ອອກ​ບໍານານ​ແລ້ວ. ທ່ານ​ແມ່ນ​ບຸກຄົນ​ສຳຄັນ​ຄົນ​ນຶ່ງ​ທີ່​ໄດ້​ນຳພາ​
ການ​ຕັ້ງຖິ່ນ​ຖານ​ຊາວ​ອົບ​ພະ​ຍົບລາວ ​ແລະ​ເຊື້ອ​ຊາດ​ອື່ນໆຢູ່​ທີ່​ເມືອງ​ແຊນ​ດີເອ​ໂກ
ລັດ​ຄາ​ລີ​ຟໍ​ເນຍ. ທ່ານ​ຜູ້​ນຶ່ງໃນ​ຈຳນວນຫຼາຍຮ້ອຍ​ພັນ​ຄົນ ທີ່​ເປັນອ​າ​ເມຣິກັນ​ເຊື້ອ​ຊາດ​
ລາວ ທ່ານ​ໄດ້​ກ່າວ​ສູ່ ວີ​ໂອ​ເອ ຟັງ​ກ່ຽວ​ກັບ​ການ​ສະຫຼອງ​ວັນຊາດ​ອາ​ເມຣິກາສູ່​ຟັງ​ດັ່ງ​ນີ້.

ທ່ານບຸນຫົງ ຄົມມະຣາດ
ທ່ານບຸນຫົງ ຄົມມະຣາດ

ປະ​ເພນີການ​ສະ​ຫຼອງ​ບຸນວັນຊາດອາ​ເມຣິກັນ ກໍ​ມີການ​ເດີນ​ສວນສະໜາມ​ຢູ່​ຕາມຫົວ​ເມືອງຕ່າງໆ ມີການປິກ​ນິກ ຊຸມ​ແຊວ​ກັນ​ຢູ່​ຕາມ​ສວນ​ສາ​ທາ​ລະນະ ຢູ່​ຕາມ​ບ້ານ​ເຮືອນ​
ພາກັນ​ປັກ​ທຸງຊາດ ​ແລະ​ພໍ​ຕາວັນ​ຕົກ​ດິນຄ້າ​ຍຄໍ່າມາ ​ກໍ​ມີ​ການ​ຈູດ​ບັ້ງ​ໄຟ​ດອກ ​ແລະ
​ໝາກກະໂພ​ກດັງ​ກ້ອງ​ໄປ​ທົ່ວ​ຂົງ​ເຂດ​ ແລະມ້ວນທ້າຍພີ​ທີ

XS
SM
MD
LG