ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໂຣເຊັນສໄຕນ໌ ສະແດງ ຄວາມເຊື່ອໝັ້ນ ໃນການສືບສວນ ກ່ຽວກັບ ການແຊກແຊງ ຂອງຣັດເຊຍ


ຮອງລັດຖະມົນຕີກະຊວງຍຸຕິທຳ ທ່ານຣອດ ໂຣເຊັນສໄຕນ໌ ກ່າວຕໍ່ຄະນະຕຸລາການ ຂອງສະພາຕ່ຳ ທີ່ລັດຖະສະພາ, 13 ທັນວາ 2017.
ຮອງລັດຖະມົນຕີກະຊວງຍຸຕິທຳ ທ່ານຣອດ ໂຣເຊັນສໄຕນ໌ ກ່າວຕໍ່ຄະນະຕຸລາການ ຂອງສະພາຕ່ຳ ທີ່ລັດຖະສະພາ, 13 ທັນວາ 2017.

ທ່ານ ຣໍເບີຣດ ມັລເລີ ຫົວໜ້າຄະນະສືບສວນພິເສດ ເຂົ້າໃນການແຊກແຊງຂອງຣັດເຊຍ ໃນການເລືອກຕັ້ງ ປີ 2016 ໄດ້ຮັບຄະແນນສຽງຂອງຄວາມໝັ້ນໃຈ ຢ່າງຖ້ວມລົ້ນ ໃນວັນ
ພຸດວານນີ້ ຈາກເຈົ້າໜ້າທີ່ກະຊວງຍຸຕິທຳ ຜູ້ຊຶ່ງໄດ້ແຕ່ງຕັ້ງທ່ານໃຫ້ກຳກັບເລື່ອງສືບສວນ
ທີ່ວ່ານີ້.

ຮອງລັດຖະມົນຕີກະຊວງຍຸຕິທຳ ທ່ານຣອດ ໂຣເຊັນສໄຕນ໌ ຜູ້ຊຶ່ງໄດ້ແຕ່ງຕັ້ງທ່ານມັລເລີ ໃນເດືອນພຶດສະພາຜ່ານມານີ້ ຫຼັງຈາກທີ່ປະທານາທິບໍດີ ດໍໂນລ ທຣຳ ໄດ້ປົດຜູ້ອຳນວຍ
ການອົງການສັນຕິບານກາງ ແອັຟບີໄອ ທ່ານ ແຈມສ໌ ໂຄມີ ຍົກເລີກການຕ້ອງຕິພັກຣີ
ພາບຣິກັນ ທີ່ວ່າ ຄະນະສືບສວນພິເສດ ແມ່ນໄດ້ປະນິປະນອມ ໂດຍພັກຝ່າຍທີ່ຕໍ່ຕ້ານ
ທ່ານທຣຳ.

“ພວກເຮົາ ຈະຄ້ຳປະກັນວ່າ ຈະບໍ່ມີການເຂົ້າຂ້ອງອອກຂາ ທີ່ສະທ້ອນເຖິງການເອົາ
ບາດກ້າວໃດໆຈາກຄະນະສືບສວນພິເສດນີ້ ບໍ່ວ່າໃນຮູບແບບໃດນຶ່ງ ພາຍໃຕ້ກົດ
ລະບຽບການຂອງກະຊວງຍຸຕິທຳ,”
ທ່ານ ໂຣເຊັນສໄຕນ໌ ໄດ້ບອກກັບຄະນະຕຸລາການ
ຂອງສະພາຕ່ຳ.

ທ່ານ ຣໍເບີຣດ ມັລເລີ ຫົວໜ້າຄະນະສືບສວນພິເສດ ເດີນອອກຈາກກອງປະຊຸມລັບ ຂອງຄະນະ ກຳມະການຕຸລາການຂອງສະພາຕ່ຳ ກ່ຽວກັບການເຂົ້າແຊກແຊງ ທີ່ອາດເປັນໄປໄດ້ ໃນການພົວພັນ ກັບໜ່ວຍໂຄສະນາ ຂອງທ່ານທຣຳ, ທີ່ລັດຖະສະພາ ໃນວໍຊີງຕັນ, 21 ມິຖຸນາ 2017.
ທ່ານ ຣໍເບີຣດ ມັລເລີ ຫົວໜ້າຄະນະສືບສວນພິເສດ ເດີນອອກຈາກກອງປະຊຸມລັບ ຂອງຄະນະ ກຳມະການຕຸລາການຂອງສະພາຕ່ຳ ກ່ຽວກັບການເຂົ້າແຊກແຊງ ທີ່ອາດເປັນໄປໄດ້ ໃນການພົວພັນ ກັບໜ່ວຍໂຄສະນາ ຂອງທ່ານທຣຳ, ທີ່ລັດຖະສະພາ ໃນວໍຊີງຕັນ, 21 ມິຖຸນາ 2017.

ທ່ານ ໂຣເຊັນສໄຕນ໌ ໄດ້ຈັດໃຫ້ທ່ານມູລເລີ ຫຼັງຈາກທີ່ລັດຖະມົນຕີກະຊວງຍຸຕິທຳ
ທ່ານແຈັຟ ແຊັຊສັນ ໄດ້ຖອນຕົວເອງອອກຈາກຄຳສັ່ງນີ້ ຍ້ອນວ່າ ທ່ານໄດ້ກຳຕຳແໜ່ງ
ເປັນທີ່ປຶກສາ ໃຫ້ໜ່ວຍໂຄສະນາຫາສຽງຂອງທ່ານທຣຳ.

ທ່ານ ໂຣເຊັນສໄຕນ໌ ກ່າວຍົກຍ້ອງສັນລະເສີນທ່ານມູລເລີ ຢ່າງມາກມາຍ ທີ່ວ່າ
ເປັນອະດີດໄອຍະການລັດຖະບານກາງ ແລະຜູ້ອຳນວຍການແອັຟບີໄອ ທີ່ມີກຽດສັກສີ
ຢ່າງສູງ ໂດຍກ່າວວ່າ ທ່ານແມ່ນ “ເປັນແບບທີ່ດີຂອງການເລືອກ” ທີ່ຈະນຳພາການ
ສືບສວນ ທີ່ທ່ານໄດ້ຮັບພາລະໃນປີຂອງທ່ານທຣຳ ທີ່ເຂົ້າຮັບຕຳແໜ່ງ.

ທ່ານ ໂຣເຊັນສໄຕນ໌ ຍັງກ່າວຕື່ມວ່າ “ມັນຈະເປັນການຍາກທີ່ຈະຫາຜູ້ໃດ ທີ່ຈະມີ
ຄຸນນະພາບທີ່ເໝາະສົມ ໃນໜ້າວຽກຂອງທ່ານ.”

ຜູ້ຊາຍຄົນນຶ່ງຍ່າງຜ່ານ ສຳນັກງານໃຫຍ່ອົງການແອັຟບີໄອ ໃນວໍຊີງຕັນ, 10 ພຶດສະພາ 2017.
ຜູ້ຊາຍຄົນນຶ່ງຍ່າງຜ່ານ ສຳນັກງານໃຫຍ່ອົງການແອັຟບີໄອ ໃນວໍຊີງຕັນ, 10 ພຶດສະພາ 2017.

ຄວາມເຫັນຂອງທ່ານ ໂຣເຊັນສໄຕນ໌ ມີຂຶ້ນນຶ່ງມື້ ຫຼັງຈາກທີ່ທາງກະຊວງຍຸຕິທຳ
ຂໍ້ຄວາມຈຳນວນຫຼາຍຮ້ອຍອັນ ທີ່ສົ່ງກັບໄປມາ ລະຫວ່າງ ອະດີດຄະນະສືບສວນ
ຂອງທ່ານມັລເລີ.

ປະທານາທບໍດີທຣຳ ແລະພັກຣິພາບຣິກັນ ໄດ້ຍຶດຂໍ້ຄວາມທີ່ໄດ້ແລກປ່ຽນໄປມາ
ລະຫວ່າງ ເຈົ້າໜ້າທີ່ພິເສດຂອງອົງການແອັຟບີໄອ ທ່ານ ພີເຕີ ສຕຣ໊ອກ (Peter
Strzok) ແລະທະນາຍຄວາມ ແອັຟບີໄອທ່ານນາງ ລີຊາ ເພຈ ບໍ່ພຽງແຕ່ ຖາມ
ໃນການບໍ່ມີສ່ວນກ່ຽວຂ້ອງກັບ ການຄະນະສືບສວນພິເສດນີ້ ແຕ່ວ່າກັບເປັນການ ໂຈມຕີກະຊວງຍຸຕິທຳ ແລະຄວາມເຊື່ອຖືຂອງອົງການແອັຟບີໄອ.

ທ່ານ ສຕຣ໊ອກ (Strzok) ໄດ້ຖືກປົດອອກຈາກຄະນະໃນເດືອນກໍລະກົດ ຫຼັງຈາກ
ທີ່ທ່ານ ມັລເລີ ໄດ້ຮຽນຮູ້ວ່າກ່ຽວກັບຂໍ້ຄວາມດັ່ງກ່າວ ແລະທ່ານເພຈ ໄດ້ຖືກປົດອອກ
2 ເດືອນຕໍ່ມາ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG