ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

Love Me Now - John Legend


John Legend ແລະພັນລະຍາ Chrissy Teigen
John Legend ແລະພັນລະຍາ Chrissy Teigen

ສະບາຍດີທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ແລະ​ຍິນ​ດີ​ຕ້ອງ​ຮັບ​ທ່ານ​ຜູ້​ຟັງ​ເຊົ້າ​ສູ່​ລາຍການ​ສຽງ​ເພງ
​ຈາກແດນ​ໄກ ​ຄ່ຳ​ຄືນ​ນີ້ ວັນນະສອນ ​ຈະ​ນຳສະ​ເໜີ​ຜົນງານ​ເພງ​ສາກົນ​ທີ່​ຕິດ​ອັນ​ດັບ
​ຢູ່​ໃນ​ຂະນະ​ນີ້ ໃນ​ສະຫະລັດ ​ແລະ​ຫວັງ​ວ່າ ທ່ານ​ຜູ້​ຟັງຄົງ​ຈະ​ໄດ້​ເຄັດລັບ ຮຽນ​ຮູ້ ຝຶກຝົນ
ປາກ​ເວົ້າ​ພາສາອັງກິດ ໂດຍການ​ຟັງ​ເພງເປັນ​ພາສາ​ອັງກິດ​ທັງ​ໝົດ ສຳລັບເພງທຳອິດນີ້
ແມ່ນ​ເພງ Love Me Now ທີ່​ຂັບ​ຮ້ອງ​ໂດຍ John Legend ສິນລະປິນ ທີ່​ໂດ່​ງດັງ ​ທີ່​ມີ
​ເພງຍອດ​ຮິດ All Of Me ຊຶ່ງ​ເພງ​ນີ້​ເປັນ​ທີ່​ກ່າວ​ຂານຫຼາຍ​ທີ່​ສຸດ ​ເພງ​ນຶ່ງ ​ເອົາ​ຢ່າ​ລໍ​ຊ້າ​ເລີຍ ຂໍເຊີນໄປຟັງເພງ Love Me Now .

ສ່ວນ​ເພງ​ທີ​ສອງ​ນີ້ ​ວັນນະ​ສອນ​ຄົງ​ຈະ​ຕ້ອງ​ພາ​ທ່ານ​ຜູ້​ຟັງຂ້າມ​ນ້ຳຂ້າມ​ທະ​ເລ ອອກ​ຈາກ​ສະຫະລັດ ​ໄປ​ຍັງ​ເມືອງ​ທີ່​ບໍ່​ລັບ​ໄຫຼ ມີ​ແສງ​ສີ​ຕະຫຼອດ​ເວລາ ຮຸ່ງ​ເຮືອງ​ທາງ​ວັດທະນະທຳ...
ດັ່ງ​ຊື່​ຂອງ​ເພງ​ນີ້ Paris ທີ່​ຂັບ​ຮ້ອງ​ໂດຍ Chainsmokers ຫວັງ​ວ່າ​ເພງ​ນີ້​ຄົງ​ຈະ​ຖືກ​ໃຈ
​ທ່ານ​ຜູ້​ຟັງ​ບໍ່​ຫຼາຍ​ກໍ​ໜ້ອຍ.

ຂໍອຳ​ລາ​ທ່ານ​ດ້ວຍ​ເພງ​ຄູ່​ທີ່​ຮ້ອງ​ປະສານ​ສຽງ​ຂອງ ນັກ​ຮ້ອງ​ຍິງ ທີ່​ມີ​ສຳນຽງ R&B
ທີ່​ສຸດ​ຍອດ​ໃນວົງ​ການ​ເພງ​ສະຫະ​ລັດ Mariah Carey ທີ່​ຮ້ອງ feat. ກັບ Miquel
ຈຶ່ງ​ເຮັດ​ໃຫ້​ເພງ​ນີ້ໜ້າ​ຟັງ​ແລະ​ປະ​ທັບ​ໃຈ​ຍິ່ງ​ຂຶ້ນ. ​ແລະ​ທີ່​ສຳຄັນ​ໄປ​ກວ່າ​ນີ້ ກໍ​ຄື​ຢ່າ​ລືມ​
ບອກ​ກັບ​ຄົນ​ທີ່​ທ່ານ​ສົນ​ໃຈ​ແລະ​ໝັ່ນ​ເອົາ​ໃຈ​ໃສ່​ນັ້ນ ​ວ່າ You Are Beautiful
ຊຶ່ງ​ຊ່າງ​ປະຈວບ​ເໝາະກັບຊື່​ຂອງ​ເພງ​ນີ້... Beautiful ພໍດິບພໍດີ. ຂໍ​ໃຫ້​ທຸກໆ​ທ່ານ​
ຈົ່ງນອນ​ຫຼັບ​ຝັນ​ດີ.

XS
SM
MD
LG