ອົງການເຜີຍແຜ່ສາສະໜາ ຄຣິສຕຽນ ແຫ່ງໜຶ່ງຂອງ ເກົາຫຼີໃຕ້ ແມ່ນກຳລັງຊ່ວຍເຫຼືອ ເດັກນ້ອຍທີ່ໂຕນໜີອອກຈາກ ເກົາຫຼີເໜືອ ຫຼາຍພັນຄົນທີ່ອາໄສຢູ່ ໃນ ຈີນ ຫຼຸດຈາກສະ ຖານະພາບ “ຄົນບໍ່ມີສັນຊາດ” ແລະ ອາໄສຢູ່ໃນຄວາມ ທຸກຍາກ ແລະ ຖືກລ່ວງລະເມີດ. ນັກຂ່າວ ວີໂອເອ Brian Padden ໄດ້ໄປ ຢ້ຽມຢາມເດັກນ້ອຍ ເກົາຫຼີເໜືອ ຜູ້ທີ່ຕອນນີ້ ໄດ້ເຂົ້າໂຮງຮຽນນານາຊາດ Durihana ໃນນະຄອນຫຼວງ ໂຊລ, ແລະ ໄດ້ຂຽນລາຍງານ ຂອງລາວ. ເຊິ່ງຕໍ່ໄປ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.
ພະ Chun Ki-won ຈາກໂບດ Durihana ໄດ້ຊ່ວຍກູ້ໄພເດັກນ້ອຍເກົາຫຼີເໜືອທີ່ໂຕນໜີຈຳນວນນຶ່ງ ແລະ ແມ່ຂອງພວກເຂົາເຈົ້າທີ່ອາໄສຢູ່ໃນປະເທດຈີນ ໂດຍ ບໍ່ມີສະຖານະ ພາບທີ່ຖືກຕ້ອງຕາມກົດໝາຍ ຫຼືໄດ້ຮັບການປົກປ້ອງຄຸ້ມຄອງໃດໆ.
ໃນຂະນະທີ່ການເພີ້ມການປ້ອງກັນຊາຍແດນໃຫ້ເຄັ່ງຄັດຂຶ້ນ ເຮັດໃຫ້ຈຳນວນຜູ້ ໂຕນໜີ ອອກຈາກປະເທດຫຼາຍຄົນ ຂ້າມເຂດຊາຍແດນ ຈີນ-ເກົາຫຼີເໜືອ ຫຼຸດລົງ, ທ່ານ Chun ກ່າວວ່າ ພວກນັກຄ້າມະນຸດໄດ້ ຊື້ຈ້າງຄົນຍາມ ເພື່ອລໍ້ລວງ ເອົາພວກແມ່ຍິງ ເກົາຫຼີເໜືອ ທີ່ໝົດຫວັງໄປຂາຍເປັນພັນລະຍາ, ເປັນຄົນຮັບ ໃຊ້ ແລະ ເຮັດວຽກເປັນໂສເພນີ ໃນເຂດ ຊົນນະບົດຂອງ ຈີນ.
ພະ Chun Ki-won ກ່າວວ່າ “ມັນມີຫຼາຍຄົນທີ່ຢາກຈະຊື້ແມ່ຍິງພວກນັ້ນ, ແລະ ມັນກໍມີ ຫຼາຍຄົນ ທີ່ຢາກຈະໂຕນໜີອອກຈາກ ເກົາຫຼີເໜືອ.”
ພວກໂຕນໜີອອກຈາກເກົາຫຼີເໜືອຫຼາຍໆຄົນ ໄດ້ມີລູກເກີດຢູ່ໃນ ຈີນ. ທ່ານ Chun ໄດ້ຊ່ວຍເຫຼືອຜູ້ທີ່ໂຊກດີຈຳນວນສອງສາມຄົນຫຼົບໜີຈາກສະຖານະການທີ່ ຫຼາຍເທື່ອ ພວກເຂົາເຈົ້າຖືກລ່ວງລະເມີດ ບ່ອນທີ່ພວກເຂົາເຈົ້າບໍ່ມີສິດທິ ແລະ ບໍ່ມີສະຖານະພາບ ຖືກຕ້ອງຕາມກົດໝາຍ.
ນາງ Han Ye-seul ຄົນ ເກົາຫຼີເໜືອ ທີ່ໂຕນໜີອອກຈາກປະເທດອາຍຸ 15 ປີ ກ່າວວ່າ “ຕອນທີ່ຂະພະເຈົ້າໄດ້ອາໄສຢູ່ໃນ ຈີນ, ມັນເປັນອັນຕະລາຍຫຼາຍ, ແຕ່ ຢູ່ໃນ ເກົາຫຼີ ນີ້ຂະພະເຈົ້າໃຊ້ຊີວິດຢ່າງເປັນອິດສະຫຼະ.”
ໃນລະດູຮ້ອນນີ້ ທີ່ໂຮງຮຽນນານາຊາດ Durihana ໃນນະຄອນຫຼວງ ໂຊລ, ເດັກ ນ້ອຍຜູ້ ທີ່ໄດ້ຫຼົບໜີອອກຈາກ ເກົາຫຼີເໜືອ ແມ່ນອາໄສຢູ່ ແລະ ຮຽນໜັງສື ກັບຄົນກຸ່ມໜຶ່ງທີ່ສ່ວນ ໃຫຍ່ເປັນຄົນ ອາເມຣິກາ ເຊື້ອ ສາຍເກົາຫຼີ ຈາກໂບດ Little Flock ໃນລັດ ນິວຢອກ.
ມັນຍາກທີ່ຈະບອກຄວາມແຕກຕ່າງຂອງຄົນຈາກສອງກຸ່ມນີ້ ໃນຂະນະທີ່ພວກ ເຂົາເຈົ້າຫົວ ແລະ ຫຼິ້ນນຳກັນໃນທາງຍ່າງຂອງຫ້ອງ ແຕ່ພວກເຂົາເຈົ້າໄດ້ຖືກ ແບ່ງແຍກ ໂດຍໂລກທີ່ ແຕກຕ່າງກັນຢ່າງກວ້າງຂວາງຈາກບ່ອນທີ່ພວກເຂົາ ເຈົ້າໄດ້ເດີນທາງມາ.
ນາງ Yu Eun-kyung ອາຍຸ 20 ປີຈື່ໄດ້ຄວາມທຸກຍາກ ແລະ ຄວາມອຶດຫິວ ຢ່າງຮ້າຍ ແຮງໃນບ້ານເກີດຂອງລາວ ເຊິ່ງໄດ້ເຮັດໃຫ້ຄອບຄົວຂອງລາວຕ້ອງ ສ່ຽງຕໍ່ການຖືກຈັບເຂົ້າຄຸກ ຫຼື ຮ້າຍແຮງກວ່ານັ້ນ ໃນການຊອກຫາຊີວິດທີ່ ດີຂຶ້ນກວ່າເກົ່າ.
ນາງ Yu Eun-Kyung ກ່າວວ່າ “ມັນບໍ່ມີຜັກມີຫຍ້າພຽງພໍຢູ່ຕາມຖະໜົນ. ປະ ຊາຊົນກິນຜັກກິນຫຍ້າຫຼາຍກວ່າອາຫານ.”
ແລະ ນາງ Kim Choon-woo ອາຍຸ 11 ກໍມີແປ້ວບາດແຜຈາກເວລາທີ່ລາວ ຖືກແທງໂດຍພໍ່ຄົນ ຈີນ ຂອງລາວ.
ນາງ Kim Choon-Woo ກ່າວວ່າ “ພໍ່ຂອງຂ້ອຍເປັນຄົນເຮັດ ເພາະວ່າລາວ ມີສຸຂະພາບຈິດບໍ່ດີ.”
ທ່ານ Chun ໄດ້ກ່າວວ່າ ພວກໂຕນໜີອອກຈາກ ເກົາຫຼີເໜືອ ສ່ວນໃຫຍ່ທີ່ ໄດ້ຖືກຊ່ວຍ ເຫຼືອໂດຍໂບດຂອງເພິ່ນນັ້ນ ເຄີຍມີປະສົບການເຈັບປວດທາງ ດ້ານຈິດໃຈ ຫຼື ຖືກກົດຂີ່ຂູດຮີດ. ມັນມີການຄາດເດົາວ່າມີເດັກນ້ອຍ ເກົາຫຼີ ເໜືອ ເກືອບ 30,000 ທີ່ເກີດຢູ່ໃນຈີນ ບໍ່ໄດ້ຖືກພິຈາ ລະນາວ່າເປັນຄົນ ຈີນ ຫຼືຄົນ ເກົາຫຼີເໜືອ ຫຼື ມັກຈະບໍ່ໄດ້ເຂົ້າໂຮງຮຽນ ຫຼື ໄດ້ຮັບການປິ່ນປົວສຸຂະ ພາບເລີຍ.