ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟັງການສຳພາດ ເຈົ້າຂອງຮ້ານ ລາວລ້ານຊ້າງ ທີ່ມີ​ຊື່​ສຽງໃນ ນະຄອນຫລວງປາຣີ


ຮ້ານອາຫານ ລາວລ້ານຊ້າງ ຢູ່ທີ່ຖະໜົນ 102 Avenue d'Ivry, 75013 Paris, France.
ຮ້ານອາຫານ ລາວລ້ານຊ້າງ ຢູ່ທີ່ຖະໜົນ 102 Avenue d'Ivry, 75013 Paris, France.

ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ລາຍ​ການ​ຊີ​ວິດ​ຊາວ​ລາວ​ມື້​ນີ້ ຈະນຳ​ພາ​
ທ່ານ​ໄປ ນະ​ຄອນ​ຫລວງປາ​ຣີ ປະ​ເທດ​ຝຣັ່ງ ເພຶ່ອ​ຟັງການ​ສຳ​
ພາດ ທ່ານທິຣະ ສະມາຊິກ​ຄອບຄົວ ​ສີ​ອັກ​ຄະ​ສອນ ແລະຜູ້​ບໍ​
ລິ​ຫານ ຮ້ານ​ອາ​ຫານ​ລາວລ້ານ​ຊ້າງ ​ທີ​ມີ​ຊື່​ສຽງຢູ່​ຄຸ້​ມ 13 ໃນນະ​
ຄອນຫລວງ​ປາ​ຣີ. ນອກ​ນັ້ນ​ທ່ານ​ຍັງ​ຈະ​ໄດ້ຮຽນ​ຮູ້​ກ່ຽວ​ສາຍ​ພົວ​
ພັນ​ລະ​ຫວ່າງ ​ລາວ​-​ຝ​ຣັ່ງ ທີ່​ໄດ້​ນຳພາ​ ການ​ຕັ້ງ​ປະ​ຊາ​ຄົມລາວ ​
ຢູ່ໃນ​ນະ​ຄອນ​ຫລ​ວງປາ​ຣີ ​ຢ່​າງເປັນ​ຜົນ​ສຳ​ເລັດ ຊຶ່ງ ກິ່ງ​ສະ​ຫວັນ
ຈະ​ນຳ​ເລຶ້ອງ​ນີ້​ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ​.

ທີ່ຕັ້ງຂອງ ປະເທດຝຣັ່ງ
ທີ່ຕັ້ງຂອງ ປະເທດຝຣັ່ງ

ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ​ວັນ​ພະ​ຫັດ​ມື້​ນີ້ ຂ້າພະ​ເຈົ້າຈະ​ນຳ​
ພາ​ທ່ານໄປຢ້ຽ​ມ​ຢາມ​ຖາມ​ຂ່າວ ພີ່ນ້ອງ​ເຊື້ອ​ຊາດ​ລາວ ນັກ​ທຸ​ລະ
​ກິດ​ຮ້ານ​ອາ​ຫານ “ລາວ​ລ້ານ​ຊ້າງ” ທີ່​ນະ​ຄອນຫລວງ​ປາ​ຣີ ປະ​
ເທດ​ຝ​ຣັ່ງ ນອກ​ນັ້ນ​ທ່າ​ນ​ຈະໄດ້ຮູ້ກ່ຽວ​ກັບສາຍ​ພົວ​ພັນ ລະ​ຫວ່າງ
ລາວ-​ຝ​ຣັໍ່ງ ​ແລະບັນ​ຍາ​ກາດສິ່​ງ​ແວດ​ລ້ອມ​ຂອງ ນະ​ຄອນຫລວງ
ອັນງົດງາມ​ຂອງ​ໂລກ​ແຫ່ງ​ນີ້.

​ກ່ອນ​ຈະມີ​ປະ​ຊາຄົມ​ລາວ ແລະ​ຮ້ານ​ອາ​ຫານ​ລາວ​ລ້ານຊ້າງ ທີ​ມີ
ຊື່​ສຽງ​ເກີດ​ຂື້ນ ຢູ່ໃນນະຄອນປາຣີ ນັ້ນ ​ເຮົາ​ຕ້ອງ​ໄດ້ຍ້ອນຄື​ນ​ເບິ່ງ
ສາຍພົວ​ພັນລະ​ຫວ່າງ​ລາວ​ຝ​ຣັ່ງ ທີ່​ມີ​ມາ​ກວ່າຮ້ອຍ​ປີ.ລ້ານຊ້າງແມ່ນຊື່ອານາຈັກຂອງຊົນ
ຊາດລາວ ທີ່ມີຄວາມ​ໂດ່ງດັງໃນປະຫວັດສາດລາວ ຈາກ ຄ.ສ 1353 ຫາ 1778. ເພາະ
ສະນັ້ນເຮົາຈະສັງເກດເຫັນການໃຊ້ຄຳວ່າ ລາວລ້ານຊ້າງຢູ່ຫລາຍໆສະພາບການໃນວົງ
ສັງຄົມລາວ. ຝ​ຣັ່ງ​ໄດ້​ເລີ້ມ​ເຂົ້າໄປ​ປົກ​ຄອງ​ລາວ ໃນ​ປີ 1893 ຈົນ​ເຖິງ​ປີ 1953. ​ຫລັງ​ຈາກ
ລາ​ວ​ໄດ້​ຮັບ​ເອກ​ກະ​ລາດ ພາຍ​ໃຕ້ລະບອບ​ລາຊາທິປະ​ໄຕ ມີຊື່ວ່າ​ພະ​ລາດ​ຊະ​ອາ​ນາ​ຈັກ​ລາວຈາກ 1953 ຫາ 1975 ລະບົບ​ການ​ສຶກສາການ​ໃຊ້ ພາສາ ແລະ​ການ​ປົກ​ຄອງ​ ​ແມ່ນ
ຖືກແຊກ​ແຊງ​ຈາກ​ຝຣັ່ງ​ເປັນ​ສ່ວນ​ໃຫຍ່. ໃນ​ຊ່ວງເວລາດັ່ງ​ກ່າວນີ້ ​ບັນດາລັດຖະກອນ ແລະບັນ​ດານັກ​ສຶກສາລາ​ວ ​ໄດ້​ເດີນທາງ​ໄປ​ອົບ​ຮົມ ​ແລະຮຳ່ຮຽນ​ຢູ່ປະ​ເທດ​ຝ​ຣັ່ງເປັນ​ປະ​ຈໍາ. ​ໃນ​
ປີ 1973 ຫາ 1975 ​ໃນຂະນະທີ່​ມີ​ການຕັ້ງ​ລັດຖະບານ ປະສົມອັນ​ມີຄະນະ​ແນວ​ລາວ​ຮັກ​ຊາດ ​ແລະລັດຖະບານ ພະ​ລາດຊະອານາ​ຈັກ​ລາວ ​ຮວມກັນ​ປົກຄອງ​ປະ​ເທດ​ນັ້ນ ບັນ​ດາ
ຊາວ​ໜຸ່ມ​ລາວ​ຍິງ ​ແລະ​ຊາຍໄດ້ພາ​ກັນ​ແຕກ​ຕຶ່ນ​ເດີນ​ທາງເຂົ້າມາປະ​ເທດ​ຝ​ຣັ່ງ ຢ່າງຫລວງ
​ຫລາຍ.​ ​ສອງ​ປີ​ຕໍ່​ມາ 1975 ​ຝຣັ່ງ ແມ່ນຢູ່​ໃນ​ບັນ​ດາປະເທດ​ຕ່າງໆ ທີ່​ໄດ້ຮັບ​ເອົາຊາ​ວອົ​ບ
​ພະ​ຍົບ​ອິນດູຈີນ ຮວມ​ທັງ​ລາວ ເຂົ້າໄປຕັ້ງ​ຊີ​ວິດ​ໃໝ່ .

ທິວທັດ ນະຄອນຫລວງປາຣີ ແລະແມ່ນຳ້ Saine ໄຫລອ້ອມເມືອງ
ທິວທັດ ນະຄອນຫລວງປາຣີ ແລະແມ່ນຳ້ Saine ໄຫລອ້ອມເມືອງ

ປະ​ເທ​ດຝຣັ່ງ ​ມີ​ເນື້ອ​ທີ່ຢູ່ 247,367 ຕາລາງ​ໄມ ແບ່ງອອກເປັນ
39 ແຂວງ ປັດ​ຈຸ​ບັ​ນີ້​ ມີ​ປະຊາ​ກອນກວ່າ 63 ລ້ານ​ຄົນ ຮວມ​ທັງ
​ປະ​ຊາ​ກອນເຊື້ອ​ຊາດລາວ-​ຝ​ຣັ່ງ ເກືອບ​ສອງ​ແສນ​ຄົນທີ່ຕັ້ງ​
ຖິ່ນ​ຖານ​ຢູ່​ທົ່ວ​ປະ​ເທດ. ນະຄອນຫລວງ​ປາຣີ ​ໄດ້​ຖືກ​ສະ​ຖາ​ປະ
​ນາ​ຂື້ນ​ມາ​ເມື່ອ 2000 ກວ່າປີ​ກ່ອນ ເປັນ​ທີ່​ຮູ້​ກັນ​ແກ່​ຊາວ​ໂລກຢູ່​
ໃນ​ສະ​ໄໝ​ໃໝ່ວ່າ “the City of Light” ຫລື ເມຶອງແຫ່ງແສງ​
ໄຟ ອ້າງ​ອີງ​ຕາມ​ສະ​ຖິ​ຕີ​ປີ 2013 ໄດ້​ມີ​ນັກ​ທ່ອງ​ທ່ຽວ​ໄປ​ຢ້ຽມ​
ຢາມ​ເຖິງ 84 ລ້ານ 7 ແສນ​ຄົນໃນ​ປີ​ນຶ່ງ ຫລາຍ​ທີ່​ສຸດ​ໃນ​ໂລກ.
​ນະ​ຄອນຫລວງປາ​ຣີ ມີ​ຊື່​ສຽງດ້ານກາ​ນວາງ​ແຜນ​ເມືອງ ​ສິນ​ລະ​
ປະ​ເຄ​ຫາ​ສະ​ຖານ ​ຫໍ​ພິ​ພິດ​ຕະ​ພັນ ໂບດ ບ່ອນ shopping ສວນ​ສາ​ທາ​ລະ​ນະ ຮ້ານ​ກາ​ເຟຕາມແຄມ​ທາງ ​ມີຖະ​ໜົນ​ຫລວງ​ກວ້າງ​ໃຫຍ່​ທີ່​ງົດ​ງານ ​ການ​ປຸງ​ແຕ່ງອາ​ຫານ​ຊັ້ນ​ນຶ່ງ​ຂອງ​ໂລກແລະ​ມີ​ອີກ​ຊື່​ນຶ່ງ​ວ່າ ເມືອງ​ແຫ່ງ​ຄວາມ​ຮັກ.

ສຸສານເກັບກະດູກຄົນຕາຍ ຢູ່ໃຕ້ດິນ ນະຄອນຫລວງປາຣີ
ສຸສານເກັບກະດູກຄົນຕາຍ ຢູ່ໃຕ້ດິນ ນະຄອນຫລວງປາຣີ

ນະ​ຄອນຫລວງປາ​ຣີ ເປັນ​ເມືອງ​ມີ​ອາ​ຄານ​ເກົ່າ​ແກ່ ແລະ​ໜາ​
ແໜ້ນ ຢູ່ໃຕ້​ດິນມີ​ລະ​ບົບ​ລົດ​ໄຟ​ແລ່ນເຖິ​ງ​ສາມ​ຊັ້ນ ທີ່ຂົນ​ສົ່ງຄົນ
​ກວ່າ​ສີ່​ລ້ານ​ຄົນໃນ​ແຕ່​ລະ​ມື້. ​ສິ່ງ​ທີ່​ໜ້າ​ສົນ​ໃຈ​ທີ່​ສຸດອີກ​ຢ່າງ​ນຶ່ງ
ນັ້ນກໍຄື ຢູ່ພື້ນ​ດິນ​ຂອງ​ນະຄອນ​ປາຣີ ​ມີ ພິ​ພິດ​ຕະ​ພັນ Cata-
colmbs ບ່ອນ​ເກັບ​ກະ​ດູກ​ຄົນ​ຕາຍ ທີ່ຂຸດຂື້ນມາ​ຈາກສຸ​ສານຝັງ​
ສົບ​ຕ່າງໆ ເມື່ອຮ້ອຍ​ກວ່າ​ປີ​ກ່ອນ ​ເນຶ່ອງ​ຈາກ​ເກີດ​ນ້ຳ​ຖ້ວມ ກະດູກ​
ເຫລົ່າ​ນີ້​ໄດ້ນຳ​ມາ​ກອງເປັນ​ລະບຽບ ເຮັດ​ເປັນ​ຝາກຳ​ແພງຢູ່​ໃນ​ອຸ
ມົງ​ເກົ່າ ​ເພື່ອໃຫ້​ຄົນໄປຢ່າງ​ທ່ອງ​ທ່ຽວ​ເບິ່ງ​ຢູ່​ກ້ອງ
ນະຄອນ​ຫລວງປາຣີ.

ຫລັກເມືອງ Eiffel Tower ສ້າງໃນປີ 1887
ຫລັກເມືອງ Eiffel Tower ສ້າງໃນປີ 1887

ນະ​ຄອນ​ຫລວງ​ປາ​ຣີ ຕັ້ງ​ຢູ່ເກາະທີ່​ຊື່​ວ່າ L’ile de France ອ້ອມ​ໄປດ້ວຍແມ່ນ້ຳ Saine ມີ​ຂົວ​ຂ້າມ 37 ​ແຫ່ງ ແບ່ງ​ອອກ​ເປັນ 20 ​ເຂດ ແລະຢູ່​ໃນເຂດ 13 ແມ່ນ​ສູນການ​ຄ້າ​ຂອງ​ຊາວ​ເອ​ເຊຍ ທີ່​ມີ​ມາດົນນານ. ຢູ່​ເຂດ​ນີ້ເອງ​ມີ “ຮ້ານ​ອາຫານ​ລາວ​ລ້ານ​ຊ້າງ” ທີ່​ມີ​ຊື່​ສຽງ ສອງ​ຮ້ານ ​ແລະ​ແມ່ນ​ຄອບ​ຄົວ ສີ​ອັກ​ຂະ​ສອນ ເຊື້ອສາຍ​ລາວຫວຽດ-ຝຣັ່ງ ​ເປັນ​ເຈົ້າ​ຂອງ.

ບັນດາລູຄ້າ ກຳລັງຮັບປະທານອາການ
ບັນດາລູຄ້າ ກຳລັງຮັບປະທານອາການ

ຄວາ​ມ​ເປັນ​ມາ​ຂອງການ​ຕັ້ງ​ ຮ້ານ​ອາ​ຫານ​ລາວ​ລ້ານ​ຊ້າງ ຢູ່​ໃນ
ເມືອງ​ງົດ​ງາມ​ຂອງ​ໂລກ​ແຫ່ງ​ນີ້ ແມ່ນ​ສືບ​ມາ​ແຕ່​ສະ​ໄໝອະດີດ
​ພະລາດ​ຊະ​ອານາຈັກ​ລາວ. ຖ້າ​ຫາກ​ທ່ານ​ເປັນ​ຊາວ​ນະຄອນ
​ຫລວງວຽງ​ຈັນ ທ່ານ​ອາດ​ຈະ​ຮູ້​ຈັກຊື່​ຂອງ ຍາ​ນາງເຮືອງ​ລານ
ພັນ​ລະ​ຍາ​ມື້​ລາງ​ຮ້ອຍເອກຄຳ​ຜູຍ ສີ​ອັກຂະ​ສອນ ນາຍ​ທະ​
ຫານຂອງ​ອະ​ດີດ​ພະ​ລາດ​ຊະ​ອາ​ນາ​ຈັກ​ລາວ. ຍາ​ນາງ​ເຮືອງ​
ລານ ມີ​ຊື່​ສຽງດ້ານ​ເຮັດ​ແນ​ມເນື່ອງ ອາ​ຫານ​ຫວຽດ​ນາມ ຢູ່ໃນ
ນະ​ຄອນ​ຫລວງວຽງ​ຈັນຈາກກາງ​ປີ 1960 ຫາ1975 ​ຢູ່ທີ່​ຄຸ້ມ​
ບ້ານຫາຍ​ໂສກ ຮ່ອມ​ໂຮງ​ຮູບ​ເງົາ ວຽງ​ສະ​ໄໝ ແສງ​ລາວ
ບົວ​ສະ​ຫວັນ ຢູ່ໃນ​ນະ​ຄອນ​ຫລວງວຽງ​ຈັນ ​ເວ​ລາ​ນັ້ນ. ຄອບ​
ຄົວສີ​ອັກ​ຂະ​ສອນ ແມ່ນນຶ່ງໃນຈຳ​ນວນ​ຄອ​ບຄົວລາວ ທີ່​ໄດ້​ເຂົ້າ​ມໄປຕັ້ງ​ຖິ່ນ​ຖານ ຢູ່ໃນປະ​ເທດ​ຝ​ຣັ່ງ ໃນ​ປີ 1975 ແລະ​ຕໍ່​ມາ​ໄດ້​ເປີດ ຮ້ານ​ອາ​ຫານ​ລ້ານ​ຊ້າງ ​ບໍ​ລິ​ການ​ອາ​ຫານ​ລາວ ເຊັນ​ວ່າ ເຂົ້າ​ໜຽວ ປີ້ງ​ໄກ່ ຕຳ​ໝາກ​ຮຸ່ງ ໃສ້​ອົ່ວ ລາບ ໂດຍ​ສ​ະ​ເພາະ ແໜມ​ທ່າ​ເດື່ອທີ່​ມີ​ຊື່​ສຽງ ແລະ​ເປັນ​ທີ່​ນິ​ຍົມ​ທີ່​ສຸດ ຈົ​ນ​ໄດ້​ຂະ​ຫຍາຍ​ອອກ​ມາ​ເປັນ​ສອງ​ຮ້​ານ ຢ່າງ​ສຳ​ເລັດ. ທ່ານ​ທິ​ຣະ ສີ​ອັກ​ຂະ​ສອນ ລູກ​ຊາຍຄົນ​ນຶ່ງ ຍານາງເຮືອ​ງລານ ໄດ້​ໃຫ້​ສຳ​ພ​າດ​ກ່ຽວ​ກັບ ຮ້ານ​ອາ​ຫານ​ລ້ານ​ຊ້າງ ​ດັ່ງ​ນີ້ :

ຕຳໝາກຮຸ່ງ ແລະຈືນຊີ້ນ ແຊບອີ່ຫລີ
ຕຳໝາກຮຸ່ງ ແລະຈືນຊີ້ນ ແຊບອີ່ຫລີ

ກົດ​ລະບຽບ​ການ​ເຮັດ​ທຸ​ລະ​ກິດຮ້ານ​ອາ​ຫານ ​ຢູ່ໃນປະ​ເທດ​ຝ​ຣັ່ງ ແຕ​ກ​ຕ່າງກັບ​ຫລາຍໆ
​ປະ​ເທດ ເຊັນ​ວ່າ ເປີດ​ຕາ​ມ​ໂມງ ປິດ​ຕາມ​ໂມງ ບັນ​ດາ​ພະ​ນັກ​ງານ​ຕ້ອງ​ໄດ້ຢຸດ​ພັກ​ຜ່ອນ ແລ້ວເປີດໃໝ່. ຮ້ານ​ອາ​ຫານ​ລາວ​ລ້ານ​ຊ້າງ ເປັນ​ຮ້ານ​ອາ​ຫານ​ຢູ່​ໃນ​ລະ​ດັບສາ​ກົນ ແລະ
​ໄດ້​ຮັບຄະ​ແນນ​ເຖິງ​ສີ່​ດາວ ບັນ​ດາແຂກທີ່ມາ​ຮັບ​ປະທານ ຕ້ອງ​ໄດ້​ຈອງຫລາຍ​ມື້ ຫລື​
ຫລາຍ​ອາ​ທິດ​ກ່ອນ​ລ່ວງ​ໜ້າຊຶ່ງ​ທ່ານ ທິ​ຣະ ໄດ້​ເລົ່າ​ຕໍ່​ໄປອີກວ່າ :

ເປັດຢ້າງ ເຫັນແລ້ວໜ້າຮັບປະທານ
ເປັດຢ້າງ ເຫັນແລ້ວໜ້າຮັບປະທານ

ຮ້ານ​ອາຫານ​ລາວລ້ານ​ຊ້າງ ​ບໍລິຫານ​ໂດຍ​ສະມາຊິກ​ຄວບ​ຄົວ​ ສີ​ອັກຂະ​ສອນ ໂດຍ​ກົງ ​ແລະ​ບໍລິການ​ອາຫານ​ລາວ​ ເປັນ​ສ່ວນ​ໃຫຍ່ ແລະແນ​ມ​ເນຶ່ອງ ອັນ​ເປັນ​ສັນຍາ​ລັກ​ ຊຶ່ງ​ໄດ້​ຮັບ
ຄວາມນິຍົມຊົມຊອບ​ ເລີ້ມມາ​ຈາກ​ນະຄອນຫລວງ​ວຽງ​ຈັນ. ທ່ານທິຣະ ​ໄດ້ກ່າວ​ມ້ວນທ້າຍ
ກ່ຽວ​ກັບ​ອາຫານ ​ແລະ​ລາຄາ​ທີ່​ເປັນ​ເງິນ​ຢູ​ໂຣດັ່ງ​ນີ້ :

ແໜມ ທ່າເດື່ອ ແຫ່ງຄວາມຫລັງ
ແໜມ ທ່າເດື່ອ ແຫ່ງຄວາມຫລັງ

ລາວລ້ານຊ້າງ
ລາວລ້ານຊ້າງ

ຫລາຍໆ​ຄົນ​ໄດ້​ກ່າວ​ວ່າ ການ​ເຮັດ​ທຸ​ລະ​ກິດຮ້ານ​ອາຫານລາວ
ບໍ​ລິ​ການ​ອາ​ຫານ​ລາວ ຈະ​ບໍ່ປະ​ສົບ​ຜົນ​ສຳ​ເລັດ ເພາະ​ບໍ່​ມີ​ຄົນ​ຮູ້
ຈັກ​ປະ​ເທດ​ລາວ ແລະ​ອາ​ຫານ​ລາວ. ແນວ​ຄິດໃນຄວາມ​ບໍ່​ເຊື່ອ​
ໝັ້ນ​ດັ່ງ​ກ່າວ ບັດນີ້ໄດ້​ຖືກ​ຢັ້ງ​ຢື​ນ​ໃຫ້​ເຫັນ​ເຖິງຜົນ​ສຳ​ເລັດດັ່ງ
ຮ້ານ​ອາ​ຫານ​ລ້ານ​ຊ້າງທີ່ ​ນະ​ຄ​ອນ​ຫລວງປາ​ຣີ ແລະ​ຮ້ານ​ອາ​
ຫານ​ຕິບ​ເຂົ້າ ທີ່​ນະ​ຄອນ​ຫລວງ​ວໍ​ຊິງ​ຕັນ ​ດີ.​ຊີ ທີ່​ບັນ​ດາ​ລູກ​ຄ້າ​
ບໍ່​ແມ່ນ​ຄົນ​ລາວ​ພາ​ກັນນິ​ຍົມ​ຊົມ​ຊອບ​ຈັບ​ຈອງ ລໍຖ້າເພື່ອຮັບ
​ປະ​ທານ​. ນັກ​ການ​ທູດ​ສະ​ຫະ​ລັດ​ຄົນ​ນຶ່ງ ທີ່​ກຳ​ລັງ​ຕຽມ​ໄປ​ປະ​ຈຳ​ໜ້າ​ທີ່​ຢູ່ ສະ​ຖານ​ທູດ​ສະ​ຫະ​ລັດ ຢູ່ນະ​ຄອນ​ວຽງ​ຈັນ ໄດ້​ກ່າວ​ຕໍ່​ຂ້າ​ພະ​ເຈົ້າ​ວ່າ “ຜູ້​ມັກກິນອາ​ຫານ​ຕ່າງ​ປະ​ເທດ ຕ້ອງ​ເປັນ​ຄົນ​ເປີດຫູ​ເປີດ​ຕາ ສ​ະ​ແຫວງ​ຫາ​ການສຶກ​ສາ ມັກ​ອ່ານ ມັກ​ເດີນ​ທາງ ຊອກ​ຮູ້​ຊອກ​ເຫັນຄວາມ​ລີ້​ລັບ ແລະຄວາມສີ​ວິ​ໄລ​ຂອງ​ມະ​ນຸດ ​ໂດຍ​ສະ​ເພາະ​ອາຫານ ອັນ​ເປັນ​ປະ​ເພນີ​ການຕ້ອນ.”

XS
SM
MD
LG