ພວກປະທ້ວງສະໜັບສະໜຸນໃຫ້ແຄວ້ນ Catalonia ເປັນເອກະລາດ ຈາກສະເປນ ພາກັນໂຮມຊຸມນຸມ ຢູ່ຈະຕຸລັດ Catalunya ໃນນະຄອນ Barcelona, ວັນທີ 19 ຕຸລາ 2014.
ພາບເດັ່ນ ປະຈຳ ວັນທີ 19 ຕຸລາ 2014
໙
ຫໍ Eiffel Tower ທີ່ເຫັນຜ່ານຟອງສະບູໃຫຍ່ໆ ໃນນະຄອນຫລວງ Paris ປະເທດ France.
໑໐
ບັນດາຜູ້ສະໜັບສະໜຸນພັກ Bharatiya Janata Party (BJP) ຂອງລັດຖະບານອິນເດຍ ພາກັນສະຫລອງ ຫລັງຈາກຜົນຂັ້ນຕົ້ນຂອງການເລືອກຕັ້ງ ສະພາລັດ Maharashtra ສະແດງວ່າ ພັກຂອງເຂົາເຈົ້າໄດ້ຄະແນນ ນຳໜ້າ ຢູ່ນະຄອນ Mumbai.
໑໑
Andrea Iannone ນັກແຂ່ງລົດຈັກ Pramac Racing MotoGP ຈາກອີຕາລີ ປະສົບອຸບັດຕິເຫດ ແລະຕົກຮອບໄປເລີຍ ໃນການແຂ່ງຂັນ Australian Grand Prix ຢູ່ເກາະ Phillip Island, ປະເທດ Australia.
໑໒
ສະມາຊິກຄົນນຶ່ງ ຂອງຄະນະກະໂດດເຊືອກສະມັກຫລິ້ນ "Exit Point" ກະໂດດລົງມາຈາກໂງ່ນຫິນ ສູງ 120 ແມັດ (394 feet) ສູ່ຂຸມໃຫຍ່ທີ່ຄົນເຮັດຂຶ້ນ ເອີ້ນວ່າຂຸມ "Tuimsky Proval" (Tuimsky Cavity), ທ່າມກາງອາກາດຕິດລົບ 15°C(5°F), ນອກເມືອງ Tuim ໃນເຂດ Khakassia ຂອງຣັດເຊຍ, ວັນທີ 18 ຕຸລາ 2014.