ປະທານສະພາແຫ່ງຊາດຢູເຄຣນ ທ່ານ Oleksandr
Turchynovກ່າວວ່າ ກຳລັງຂອງຢູເຄຣນ ໄດ້ເລີ້ມປະຕິບັດງານ
ທາງທະຫານຄັ້ງໃໝ່ ຕໍ່ພວກແບ່ງແຍກດິນແດນນິຍົມຣັດເຊຍ
ບໍ່ເທົ່າໃດຊົ່ວໂມງຫລັງຈາກການຢຸດຍິງແຕ່ ຝ່າຍ ດຽວຂອງ
ລັດຖະບານສີ້ນສຸດລົງ.
ທ່ານ Turchynov ໄດ້ປະກາດໃນວັນອັງຄານມື້ນີ້ ຢູ່ໃນຄຳຖະ
ແຫລງຕໍ່ສະພາ ຫລັງຈາກປະທານາທິບໍດີ Petro Poroshenko
ໄດ້ປະກາດໃນກ່ອນໜ້ານັ້ນວ່າ ທ່ານຈະບໍ່ຕໍ່ເວລາໃນການຢຸດຍິງ
ອອກໄປອີກ ແລະໃຫ້ຄຳໝັ້ນສັນຍາວ່າ ຈະໂຈມຕີຕໍ່ພວກກະບົດ
ຄັ້ງໃໝ່.
ໃນການຖະແຫຼງຢູ່ໃນໜ້າເວັບໄຊໃນຕອນເຊົ້າວັນອັງຄານມື້ນີ້ ທ່ານ Poroshenko ເວົ້າວ່າ
ການຕັດສິນໃຈຂອງທ່ານແມ່ນ “ເປັນການຕອບໂຕ້ຕໍ່ ພວກກໍ່ການຮ້າຍ ພວກກະບົດ ພວກ
ໂຈນປຸ້ນ” ແລະພວກອື່ນໆທັງໝົດ ທີ່ທ່ານເວົ້າວ່າ “ເຮັດໃຫ້ເສດຖະກິດ ຢູ່ໃນຂົງເຂດ ເປັນ
ອຳມະພາດ.”
ໃນເວລາບໍ່ດົນຕໍ່ມາ ທ່ານກໍໄດ້ກ່າວແບບດຽວກັນຢູ່ໃນຄໍາປາໄສທາງໂທລະພາບ ຕໍ່ປະເທດ
ຊາດ ໃນຂະນະດຽວກັນ ອົງການຂ່າວ Interfax ຂອງຢູເຄຣນ ກໍໄດ້ອ້າງຄຳເວົ້າ ຂອງພວກ
ແບ່ງແຍກດິນແດນ ຢູ່ທີ່ເມືອງ Kramatorsk ທາງພາກ ຕາເວັນອອກຂອງປະເທດ ທີ່ກ່າວ
ວ່າ ການສູ້ລົບກັນໄດ້ເລີ້ມຄືນແລ້ວ.
ການຢຸດຍິງທີ່ບອບບາງແຕກຫັກງ່າຍ ຊຶ່ງໝົດອາຍຸລົງ ໃນແລງວັນຈັນວານນີ້ ໄດ້ຖືກໂຄສະ
ນາວ່າ ເປັນການໃຫ້ໂອກາດແກ່ ພວກແບ່ງແຍກດິນແດນ ວາງອາວຸດແລະເລີ້ມການເຈລະ
ຈາກັນໃນຂອບເຂດທີ່ກວ້າງຂວາງ ທີ່ແນໃສ່ເພື່ອ ໃຫ້ນີລະໂທດກຳ ແລະຈັດການເລືອກຄັ້ງ
ໃໝ່ຢູ່ໃນຂົງເຂດ. ແຕ່ພວກກະບົດບໍ່ຍອມວາງອາວຸດ ແລະລັດຖະບານ Kyiv ໄດ້ກ່າວອ້າງ
ເຖິງຫລາຍໆໂອກາດ ທີ່ໄດ້ມີການລະເມີດການຢຸດຍິງ ນັບຕັ້ງແຕ່ໄດ້ມີການປະກາດອອກໄປ
ໃນວັນທີ 20 ເດືອນມິຖຸນາ ຜ່ານມາ.