ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Joe Biden ພົບປະ ກັບ ປະທານາທິບໍດີ ເກົາຫຼີໃຕ້ (ວີດີໂອ)


ປະທານາທິບໍດີເກົາຫຼີໃຕ້ ທ່ານນາງ Park Geun-hye (ຂວາ) ຈັບມືກັບຮອງປະທານາທິບໍດີສະຫະລັດ ທ່ານ Joe Biden ກ່ອນເຈລະຈາຫາລືກັນ ທີ່ທຳນຽບສີຟ້າ ຂອງປະທານາ ທິບໍດີ ເກົາຫຼີໃຕ້ ທີ່ກຸງໂຊລ (6 ທັນວາ 2013)
ປະທານາທິບໍດີເກົາຫຼີໃຕ້ ທ່ານນາງ Park Geun-hye (ຂວາ) ຈັບມືກັບຮອງປະທານາທິບໍດີສະຫະລັດ ທ່ານ Joe Biden ກ່ອນເຈລະຈາຫາລືກັນ ທີ່ທຳນຽບສີຟ້າ ຂອງປະທານາ ທິບໍດີ ເກົາຫຼີໃຕ້ ທີ່ກຸງໂຊລ (6 ທັນວາ 2013)
ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden ພົບປະກັບປະ
ທານາທິບໍດີ Park Geun-Hye ແຫ່ງເກົາຫລີໃຕ້ ໃນການຢຸດແວ່
ບ່ອນສຸດທ້າຍ ຂອງການຢ້ຽມຢາມເອເຊຍ ທີ່ຄອບງຳດ້ວຍຄວາມ
ເຄັ່ງຕຶງຍ້ອນເຂດປ້ອງກັນທາງອາກາດໃໝ່ຂອງຈີນທີ່ເອີ້ນຫຍໍ້ວ່າ
ADIZ ນັ້ນ.

ທ່ານ Biden ກ່າວທີ່ທຳນຽບສີຟ້າຂອງປະທານາທິບໍດີເກົາຫຼີໃຕ້ທີ່
ກຸງໂຊລໃນວັນສຸກນີ້ວ່າ ບໍ່ຄວນມີຄວາມສົງໄສໃດໆກ່ຽວກັບຄວາມ
ໝາຍໝັ້ນຂອງວໍຊິງຕັນ ທີ່ຈະຮັກສາໄວ້ຊຶ່ງຄວາມກໍ້າເກິ່ງຢູ່ໃນພູມີ
ພາກ. ທ່ານ Biden ກ່າວຕໍ່ພວກນັກຂ່າວວ່າ ສະຫະລັດບໍ່ເຄີຍເວົ້າ
ຫຍັງຈັກເທື່ອ ທີ່ຕົນບໍ່ເຮັດ.

Biden - South Korea
please wait
Embed

No media source currently available

0:00 0:00:30 0:00


ໃນພິທີ ຮັບປະທານອາຫານທ່ຽງ ທີ່ເຮັດວຽກໄປພ້ອມນັ້ນ ປະທານາທິບໍດີ Park ໄດ້ກ່າວ ເປັນໄນກ່ຽວກັບບັນຫາພູມີພາກຮວມທັງບັນຫາຂັດແຍ້ງໃນເລື່ອງເຂດນໍ້າແດນດິນກັບຈີນ ການຂົ່ມຂູ່ຈາກເກົາຫຼີເໜືອ ແລະຄວາມເຄັ່ງຕຶງທາງດ້ານການທູດກັບຍີ່ປຸ່ນ.

ທ່ານ Biden ໄດ້ເດີນທາງໄປຍັງກຸງໂຊລຈາກປັກກິ່ງບ່ອນທີ່ທ່ານເວົ້າວ່າ ເຂດປ້ອງກັນທາງ ອາກາດໃໝ່ຂອງຈີນ ໄດ້ສ້າງຄວາມຫວາດຫວັ່ນຢ້ານກົວຢ່າງໃຫຍ່ຫຼວງ ຢູ່ໃນຂົງເຂດ.

ສະຫະລັດ ຍີ່ປຸ່ນແລະເກົາຫຼີໃຕ້ ຕ່າງກໍໄດ້ປະຕິເສດ ບໍ່ຍອມຮັບຮູ້ເຂດທີ່ມີການປະກາດໃໝ່ ຢູ່ໃນທະເລຈີນຕາເວັນອອກ.

US China Meet on Cooperation, Dialogue
please wait

No media source currently available

0:00 0:02:24 0:00
ລິງໂດຍກົງ


ຈີນກ່າວວ່າ ເຂດດັ່ງກ່າວ ແມ່ນສອດຄ່ອງກັບກົດໝາຍນາໆຊາດ ແລະສະຫະລັດ ຄວນຈະ
ເອົາທ່າທີແບບບໍ່ລຳອຽງ ແລະຍຸຕິທຳກ່ຽວກັບເລື່ອງນີ້.

ທ່ານ Biden ກ່າວຕໍ່ພວກຜູ້ນຳທຸລະກິດອາເມຣິກັນກຸ່ມນຶ່ງທີ່ນະຄອນຫຼວງປັກກິ່ງໃນວັນພະ ຫັດວານນີ້ວ່າ ທ່ານໄດ້ເວົ້າອອກຢ່າງກົງໆກ່ຽວກັບເລື້ອງນີ້ໃນລະຫວ່າງການເຈລະຈາຫາລື ກັບທ່ານ Xi Jinping ປະທານປະເທດຈີນ.

ແຕ່ຮອງປະທານາທິບໍດີສະຫະລັດກ່າວວ່າ ການຂັດແຍ້ງກັນ ລະຫວ່າງປັກກິ່ງແລະວໍຊິງຕັນ ບໍ່ແມ່ນວ່າເປັນທີ່ຫຼີກລ້ຽງບໍ່ໄດ້ ເຖິງແມ່ນບາງຄັ້ງບາງຄາວມີການໂຕ້ແຍ້ງກັນກໍຕາມ.

ກຸງໂຊລແມ່ນບ່ອນຢຸດແວ່ສຸດທ້າຍ ໃນການຢ້ຽມຢາມເຂດເອເຊຍເປັນເວລານຶ່ງອາທິດຂອງ ຮອງປະທານາທິບໍດີ Biden.

Biden Tasked With Reassuring Allies Against China's Territorial Claims
please wait

No media source currently available

0:00 0:02:45 0:00
ລິງໂດຍກົງ
XS
SM
MD
LG