ພາບຫລ້າສຸດ ຈາກການເກັບກູ້ ເຮືອບິນຕົກ ຢູ່ປາກເຊ
໕
ປະຊາຊົນ ຫຸ້ມເບິ່ງຊິ້ນສ່ວນຂອງເຮືອບິນ ຂອງສາຍການບິນລາວ ລໍາທີ່ຕົກລົງ ໃນແມ່ນໍ້າຂອງ ຢູ່ປາກເຊ ເມື່ອວັນທີ 16 ຕຸລາ 2013.
໖
ປະຊາຊົນພາກັນຢືນຢູ່ແຄມຂອງ ເບິ່ງການປະຕິບັດງານຊອກຄົ້ນ ເພື່ອກູ້ເອົາຊາກສົບ ແລະຊິ້ນສ່ວນຂອງ ເຮືອບິນ ຂອງສາຍການບິນລາວ ທີ່ຕົກລົງໃນນໍ້າຂອງ ຢູ່ປາກເຊ, ວັນທີ 17 ຕຸລາ 2013.
໗
ພວກນັກດໍານໍ້າ ລົງໄປຊອກກູ້ເອົາ ສົບຂອງພວກເຄາະຮ້າຍ ໃນອຸບັດຕິເຫດເຮືອບິນລາວ ຕົກຢູ່ປາກເຊ, ວັນທີ 17 ຕຸລາ 2013.
໘
ທະຫານລາວຄົນນຶ່ງເອົາທູບທຽນ ໄປປັກໄວ້ ຢູ່ໃກ້ຊາກເຮືອບິນ ຂອງສາຍການບິນລາວ ທີ່ຕົກຢູ່ປາກເຊ ເມື່ອວັນພຸດ ທີ 16 ຕຸລານີ້ ເພື່ອສະແດງຄວາມເຄົາລົບແລະໄວ້ອາໄລ ແກ່ດວງວິນຍານຂອງພວກເຄາະຮ້າຍ ເສຍຊີວິດ, ວັນທີ 17 ຕຸລາ 2013.