ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ULUVUS - ເວົ້າພາສາລາວບໍ່ໄດ້


ວົງດົນຕີ ULUVUS
ວົງດົນຕີ ULUVUS
ສະບາ​ຍດີ​ທຸກໆທ່ານ ວັນນະ​ສອນ​ຂໍ​ນໍາ​ສະ​ເໜີ​ເພງ​ລາວ​ທີ່​ຂັບ​ຮ້ອງ​
ໂດຍຊາວ​ຕ່າງ​ຊາ​ດ​ ວົງ ULUVUS ​ຊຶ່ງ​ເປັນ​ວົງ​ດົນຕີ​ຊາຍ​ທັງ​ໝົດ
ທີ່​ພວກ​ເຂົາ​ເຈົ້າ​ທັງ​ໝົດ​ນີ້​ ໄດ້​ເຂົ້າໄປ​ເຮັດ​ວຽກອາສາ​ສະມັກ​ໃນ
​ສປປ ລາວ ຫຼາຍ​ປີ ຈົນ​ພາ​ໃຫ້​ພວກ​ເຂົາ​ເຈົ້າ​ເຫຼົ່າ​ນີ້ ຫຼົງຮັກ​ຜູ້​ຄົນ ​ວິຖີ
​ຊີວິດ​ອັນ​ລຽບ​ງ່າຍ​ວັດທະ​ນະ​ທໍາ ​ຂະ​ນົບ​ ທໍານຽມປະ​ເພນີຮວມ​ທັງ
​ພາສາ​ລາວ​ແລະອັດທະຍະໄສຂອງຄົນລາວ. ພວກ​ເຂົາ​ເຈົ້າ​ມີ​ພື້ນ
ຖາ​ນ​ດົນຕີມາ​ກ່ອນ ແລະ​ມັກ​ຮັກ​ໃນ​ການ​ຮ້ອງ​ເພງ​ຈຶ່ງຕັ້ງ​ໃຈ​ຂຽນ​
ເພງ​ລາວ​ແລະ​ຂັບ​ຮ້ອງ​ເພງ​ລາວ​ໃຫ້​ຄົນ​ລາວ​ຟັງ…ຈຶ່ງ​ເປັນ​ທີ່​ມາ​
ຂອງ​ຄໍາ​ວ່າ “ຝຣັ່ງຫົວໃຈ​ລາວ” ຂໍ​ມອບໃຫ້​ແກ່ທຸກໆ​ທ່ານ​ທີ່ມີ​ໃຈ
​ຮັກ​ໃນຄວາມ​ເປັນລາວ ​ແລະ​ທີ່​ສໍາຄັນ​ໄປ​ກວ່າ​ນັ້ນ ກໍ​ຄື​ວ່ານ້ອງໆ
​ທີ່​ເກີດໃໝ່ໃຫຍ່​ລຸ່ນ​ໃນ​ຕ່າງປະ​ເທດ ກໍ​ຕ້ອງ​ຫັດ​ປາກ​ເວົ້າ​ພາສາ
​ລາວ ​ໃຫ້​ໄດ້​ໃຫ້​ເກັ່ງ ຢ່າ​ໃຫ້​ຄົນ​ອື່ນ​ວ່າ ໃຫ້​ວ່າເວົ້າ​ພາສາ​ລາວ​
ບໍ່​ໄດ້
ດັ່ງ​ຊື່ຂອງ​ເພງນີ້. ຂໍ​ເຊີນ​ຮັບ​ຟັງ​ໄດ້…​
ລິງໂດຍກົງ



ຊາວ​ລາວ​ຖື​ໄດ້​ວ່າ​ເປັນ​ຄົນ​ມັກ​ມ່ວນ​ຮ້ອງ​ລໍາ​ທໍາ​ເພງ​ ທັງ​ຂັບ​ລໍາ​ຕາມ​ທ້ອງ​ໄຮ່​ທ້ອງ​ນາແລະ
ເພງຕໍ່​ໄປ​ນີ້​ໄດ້​ເກັບ​ກໍາ​ເອົາ​ຄວາມ​ໝາຍ​ທີ່​ດີ​ຂອງ​ສາວລາວ​ມາເຫຼົ່າສູ່​ທ່ານ​ຟັງໃນ​ບົດ​ເພງ
“ສາວ​ເມືອງ​ມໍລະດົກ​ໂລກ” ຂອງ​ສິນລະປິ​ນໜຸ່ມ ນ້ອຍ ມະນີ​ໂສ​ຈາກ ສປປ ລາວ.
ຂໍ​ມອບ​ໃຫ້ ລີ ຊົ່ງ ​ຈາກ​ສປປ ລາວ​ທີ່​ກໍາລັງ​ຝຶກ​ອົບ​ຮົມ​ດ້ານ​ການ​ກະ​ເສດ ຢູ່​ທີ່​ປະ​ເທດອິສ
ຣາ​ແອລ ທີ່​ໄດ້​ສົ່ງ email ມາ​ຫາ​ທາງ​ເຮົາ​ແລະ​ວ່າໄດ້​ຮຽນ​ຮູ້​ຫຼາກ​ຫຼາຍ​ເລື່ອງ​ລາວ​ຈາກ
VOA ຟັງມາແຕ່ນ້ອຍພຸ້ນ ທັງຍັງໄດ້ຝຶກຫັດພາສາອັງກິດດ້ວຍ ຫວັງ​ວ່າ​ເພງ​ນີ້ຄົງ​ຈະ​
ເຮັດໃຫ້ ລີ ຊົ່ງ ແລະທ່ານ​ຜູ້​ຟັງທັງຫຼາຍ ​ຮີ​ບຟ້າວກັບ​ເມືອ​ຢາມ​ເມືອງ​ມໍລະດົກ​ໂລກ…​
ເມືອງ​ຫຼວງ​ພະ​ບາງ​ພຸ້ນ…ຂໍ​ເຊີນ​ຮັບ​ຟັງ​ໄດ້.
ລິງໂດຍກົງ

ຂໍອໍາ​ລາ​ທ່ານ​ດ້ວຍ​ເພງ​ຫວານຂອງ​ສິນລະປິນ​ສາວງາມ ​ຈາກອີກຟາກ​ຝັ່ງ​ນຶ່ງ​ຂອງແມ່ນໍ້າ
ຂອງ ​ອໍາມອນຣັດ ວົງສາ ທີ່​ມາ​ຂັບຮ້ອງບົດ​ເພງ​ທີ່​ສື່​ຄວາມ​ໝາຍ​ໃນ​ທາງ​ສັນລະ​ເສີນ​ເຖິງ
​ພູມິ​ປະ​ເທດ ສິນລະປະ ວັດທະນະ​ທໍາ ຮີດ​ຄອງ​ປະ​ເພນີ ​ແລະອະລິຍະ​ທໍາ​ອັນ​ສູງ​ສົ່ງ​ຂອງ
ລາວ ທັງ​ທີ່​ເປັນເພງ ​ແລະ Music video. ຜົນງານ​ຊຸດ​ນີ້​ຂອງ ອໍາມອນຣັດ ຖື​ວ່າ​ເປັນ​
ຜົນງານ​ທີ່ໄດ້​ຮັບ​ການຮ່ວມມືຢ່າງແໜ້ນແຟ້ນຂອງ​ທັງ​ສອງ​ປະ​ເທດ​ເພື່ອນ​ບ້ານ ລາວ ໄທ
​ທີ່​ມີ​ພາສາເວົ້າ ​ແລະ​ຂະ​ນົບ​ປະ​ເພນີ​ອັນ​ຄ້າຍ​ກັນ​ ຂໍ​ເຊີນ​ຮັບ​ຟັງ​ໄດ້ “ສະຫວັນ​ເມືອງ​ລາວ.”
ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ ນອນ​ຫຼັບ​ຝັນ​ດີ
ລິງໂດຍກົງ
XS
SM
MD
LG