ເຫດ ຂະນະລົງຈອດຢູ່ເດິ່ນບິນເທິງພູແຫ່ງນຶ່ງ ໃນພາກເໜືອ
ຂອງປະເທດເນປາລ ໃນເຊົ້າວັນພະຫັດວານນີ້ ທີ່ພາໃຫ້ມີ
ຄົນເຈັບ 21 ຄົນ ທີ່ນັ່ງໄປກັບເຮືອບິນລໍານັ້ນ ຊຶ່ງຮວມທັງນັກ
ທ່ອງທ່ຽວຊາວຍີ່ປຸ່ນ ຫລາຍຄົນ.
ເຈົ້າໜ້າທີ່ກ່າວວ່າ ມີຢ່າງນ້ອຍ 4 ຄົນ ທີ່ກໍາລັງໄດ້ຮັບການປິ່ນປົວຍ້ອນບາດເຈັບສາຫັດ.
ລາຍງານຂ່າວອ້າງຄໍາເວົ້າຂອງຕໍາຫຼວດ ທີ່ກ່າວວ່າ ຄັນຫ້າມຫລືເບຣກຂອງເຮືອບິນເກີດ
ຕິດຂັດ ບໍ່ເຮັດວຽກ ພາໃຫ້ເຮືອບິນແລ່ນເຈືອກອອກນອກ runway ຫລືທາງແລ່ນແລະ
ຕົກໃສ່ແຄມຝັ່ງແມ່ນໍ້າ Kali Gandaki ທາງກໍ້າຕາເວັນຕົກສຽງເໜືອຂອງນະຄອນຫຼວງ
Katmandu.
ອຸບປະຕິເຫດເຮືອບິນອີກລໍານຶ່ງຕົກ ຂະນະທີ່ພະຍາຍາມລົງຈອດຢູ່ເດິ່ນບິນແຫ່ງດຽວກັນນີ້
ເມື່ອເດືອນພຶດສະພາ ປີກາຍນີ້ ໄດ້ເຮັດໃຫ້ 15 ຄົນ ເສຍຊີວິດ.