ວັນທີ 11 ເດືອນພະຈິກ ມື້ນີ້ ເປັນວັນນັກລົບເກົ່າໃນສະຫະລັດ
ແລະ ເປັນວັນພັກວັນນຶ່ງຂອງລັດຖະບານກາງສະຫະລັດ
ເພື່ອໃຫ້ກຽດແກ່ ບັນດາທະຫານ ທີ່ໄດ້ຮັບໃຊ້ຢູ່ໃນກອງທັບ
ສະຫະລັດໃນສົງຄາມ ທຸກໆປາງ.
ການສະເຫລີມສະຫລອງ ວັນນັກລົບເກົ່າ ໃນສະຫະ ລັດ, ວັນທີ 11 ພະຈິກ
໕
ໃນວັນທີ 10 ພະຈິກ 2012 ທ່ານ Jimmy Bacolo (ຂວາ) ຈາກເກາະ Staten ຂອງລັດນີວຢອກ, ຊຶ່ງເປັນສະມາຊິກຜູ້ນຶ່ງຂອງນັກລົບເກົ່າ ທີ່ລົບເສິກໃນຕ່າງປະເທດຫລາຍໆບັ້ນ ຢູ່ Red Hook, ເມືອງ Brooklyn ຂອງລັດນີວຢອກ ເຂົ້າຮ່ວມພິທີສະເຫລີມສະຫລອງວັນນັກລົບເກົ່າ ທີ່ອານຸສາວະລີເຫດການວັນທີ 11 ເດືອນກັນຍາ, ໃນນະຄອນນີວຢອກ. (AP)
໖
ໃນວັນທີ 10 ພະຈິກ 2012 ທ່ານ Kevin Carpenter ຈາກ Chapter 82 ຂອງນັກລົບເກົ່າອາເມຣິກັນ ໃນປາງສົງຄາມຫວຽດນາມ ຈາກຄາວຕີ Nassau, ຜູກໂບສີເຫລືອງ ໃສ່ຕົ້ນໄມ້ ທີ່ລອດພົ້ນຈາກການໂຈມຕີ ທີ່ອານຸສາວະລີເຫດການວັນທີ 11 ເດືອນກັນຍາ, ໃນນະຄອນນີວຢອກ ເພື່ອເປັນການລະນຶກເຖິງວັນນັກລົບເກົ່າ. (AP)